ກອງ​ປະ​ຊຸມ​​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນ​າມ ຊຸດ​ທີ XIII: ພິ​ຈາ​ລະ​ນາ, ຕັດ​ສິນຫຼາຍ​ບັນ​ຫາ​​ໃຫຍ່ສຳ​ຄັນ

(VOVWORLD) - ກອງປະຊຸມຄົບຄະນະຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ແຕ່ວັນທີ 2  8 ຕຸລາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ຈະພິຈາລະນາ, ຕັດສິນຫຼາຍບັນຫາໃຫຍ່ ແລະ ມີຄວາມໝາຍສຳຄັນຍິ່ງສຳລັບການປະຕິບັດສຳເລັດໜ້າທີ່ທາງການເມືອງ ຂອງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ນັບແຕ່ນີ້ຮອດທ້າຍອາຍຸການ.
ກອງ​ປະ​ຊຸມ​​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນ​າມ ຊຸດ​ທີ XIII: ພິ​ຈາ​ລະ​ນາ, ຕັດ​ສິນຫຼາຍ​ບັນ​ຫາ​​ໃຫຍ່ສຳ​ຄັນ - ảnh 1ໄຂກອງປະຊຸມຄົບຄະນະຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ພາບ: VOV)

ກອງປະຊຸມຄົບຄະນະຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ XIII ມີຫຼາຍເນື້ອໃນພື້ນຖານ ແລະ ສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີໃຫ້ສູນກາງ ຈົ່ງສຸມໃສ່ຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດຖີ່ຖ້ວນ, ປະກອບຄຳເຫັນເພື່ອສ້າງສຳເລັດບັນດາບົດລາຍງານ, ແຜນຮ່າງ ແລະ ພິຈາລະນາ ແລະ ຕົກລົງເຫັນດີໃນກອງປະຊຸມຄັ້ງສຸດທ້າຍ.

       ກຳນົດທັດສະນະພັດທະນາຢ່າງຈະແຈ້ງ ແລະ ຖືກຕ້ອງ

        ກ່ຽວກັບບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023 – 2024, ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສູນກາງ ຈົ່ງສຸມໃສ່ປຶກສາຫາລື, ໄຈ້ແຍກບັນດາຈຸດສະເພາະທີ່ພົ້ນເດັ່ນຂອງປີ 2023 ໃຫ້ເລິກເຊິ່ງ, ເຮັດແຈ້ງບັນດາໝາກຜົນທີ່ບັນລຸໄດ້, ຂໍ້ຂາດຕົກບົກພ່ອງ, ຈຸດອ່ອນທີ່ຍັງຄົງຄ້າງ, ຂໍ້ຕິດຄັດທີ່ຕ້ອງແກ້ໄຂ, ສິ່ງທ້າທາຍທີ່ຕ້ອງສືບຕໍ່ຜ່ານຜ່າ. ພ້ອມດຽວກັນນັ້ນ, ກໍ່ຊີ້ອອກບັນດາສາເຫດ ແລະ ບົດຮຽນປະສົບການ; ຄາດຄະເນກໍລະນີທີ່ອາດຈະເກີດຂຶ້ນໃນໄລຍະຕໍ່ໄປ, ກ່ອນອື່ນໝົດແມ່ນນັບແຕ່ນີ້ຮອດທ້າຍປີ 2023 ແລະ ປີ 2024 ດ້ວຍຈິດໃຈພາວະວິໄສ, ຮອບດ້ານ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ:

        “ກອງປະຊຸມຕ້ອງກຳນົດບັນດາທັດສະນະພັດທະນາ, ແນວຄິດຊີ້ນຳ, ເປົ້າໝາຍລວມ, ບາງຄາດໝາຍພື້ນຖານ, ສໍາຄັນ ແລະ ບັນດາໜ້າທີ່, ມາດຕະການຕົ້ນຕໍຂອງຊຸມເດືອນທ້າຍປີ ນີ້ ແລະ ປີ 2024 ໃຫ້ຈະແຈ້ງ ແລະ ຖືກຕ້ອງ; ໃນນັ້ນ ມີຄວາມຈຳເປັນ, ຄວາມຖືກຕ້ອງຂອງການປະຕິບັດນະໂຍບາຍເງິນເດືອນໃໝ່ແຕ່ວັນທີ 01 ກໍລະກົດ 2024.”

        ເມື່ອເຕື້ອງເຖິງການສະຫຼຸບໄລຍະ 10 ປີ ແຫ່ງການປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 5 ຊຸດທີ XI (ປີ 2012) ກ່ຽວກັບບາງບັນຫານະໂຍບາຍສັງຄົມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ 10 ປີ ຜ່ານມາ, ປະເທດຊາດໄດ້ພັດທະນາ, ບັນລຸໄດ້ຫຼາຍໝາກຜົນ, ຜົນງານສຳຄັນ, ຈຸດດີຂອງລະບອບນັບມື້ນັບໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ. ເຖິງຢ່າງໃດກໍຕາມ, ນະໂຍບາຍສັງຄົມ ແລະ ການຄຸ້ມຄອງພັດທະນາສັງຄົມເວົ້າລວມ ແມ່ນຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງໃນການພັດທະນາທີ່ວ່ອງໄວ ແລະ ຍືນຍົງໄດ້ດີເທົ່າທີ່ຄວນ.

        ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ ສູນກາງພັກ ຈົ່ງສຸມໃສ່ປຶກສາຫາລື, ຕີລາຄາສະພາບການ, ສາເຫດ ແລະ ບົດຮຽນປະສົບການ, ຄວາມຈຳເປັນ, ຄວາມຖືກຕ້ອງຂອງການປະກາດໃຊ້ມະຕິສະບັບໃໝ່ຂອງສູນກາງ ກ່ຽວກັບບັນຫາທີ່ມີຄວາມສຳຄັນເປັນພິເສດນີ້. ຈາກນັ້ນ, ກໍ່ກຳນົດທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍ, ໜ້າທີ່ ແລະ ມາດຕະການຕົ້ນຕໍໃຫ້ຈະແຈ້ງ ເພື່ອແນໃສ່ສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິພາບຂອງບັນດານະໂຍບາຍສັງຄົມ.

        ກ່ຽວກັບການສະຫຼຸບໄລຍະ 20 ປີ ແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ IX (ປີ 1993) ກ່ຽວກັບການເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສູນກາງພັກ ປະກອບຄຳເຫັນກ່ຽວກັບຄວາມຈຳເປັນ, ລັກສະນະຖືກຕ້ອງຂອງການປະກາດໃຊ້ມະຕິສະບັບໃໝ່ ແລະ ບັນດາເນື້ອໃນຕົ້ນຕໍຂອງຮ່າງມະຕິວ່າດ້ວຍ “ການສືບຕໍ່ເສີມຂະຫຍາຍມູນເຊື້ອກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຜາສຸກ”.

ກອງ​ປະ​ຊຸມ​​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ຄອມ​ມູ​ນິດ ຫວຽດ​ນ​າມ ຊຸດ​ທີ XIII: ພິ​ຈາ​ລະ​ນາ, ຕັດ​ສິນຫຼາຍ​ບັນ​ຫາ​​ໃຫຍ່ສຳ​ຄັນ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສໄຂກອງປະຊຸມ (ພາບ: VOV)

ເສີມຂະຫຍາຍບົດບາດຂອງຖັນແຖວປັນຍາຊົນ; ຮັກສາສະພາບແວດລ້ອມສັນຕິພາບເພື່ອພັດທະນາ

        ກ່ຽວກັບການສ້າງຖັນແຖວປັນຊາຊົນຕອບສະໜອງໄດ້ຄວາມຮຽກຮ້ອງຂອງໄລຍະແຫ່ງການພັດທະນາໃໝ່, ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ໃນທຸກຍຸກທຸກສະໄໝ ແລະ ບໍ່ວ່າຢູ່ປະເທດໃດກໍຕາມ, ຖັນແຖວປັນຍາຊົນ ຍາມໃດກໍແມ່ນກຳລັງຫຼັກແຫຼ່ງແກ່ນສານຂອງການປະດິດຄິດສ້າງ ແລະ ເຜີຍແຜ່ປັນຍາຄວາມຮູ້, ມີທີ່ຕັ້ງ, ບົດບາດສຳຄັນເປັນພິເສດ, ຊຸກຍູ້ການພັດທະນາຂອງສັງຄົມ, ສ້າງກຳລັງແຮງຂອງແຕ່ລະປະເທດ ແລະ ແຕ່ລະຊາດ.

        “ໂລກປັດຈຸບັນ ໄດ້, ກຳລັງ ແລະ ຈະຢືນຢູ່ຕໍ່ໜ້າກາລະໂອກາດ, ຄວາມສະດວກຫຼາຍຢ່າງ ແຕ່ກໍມີຄວາມຫຍຸ້ງຍາກ, ສິ່ງທ້າທາຍໄປພ້ອມກັບການພັດທະນາທີ່ວ່ອງໄວ ແລະ ຍືນຍົງ ພາຍໃຕ້ການກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ສະພາບການໃໝ່ ຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມເອົາໃຈໃສ່ເຖິງການສ້າງ, ພັດທະນາ ແລະ ເສີມຂະຫຍາຍທີ່ຕັ້ງບົດບາດ ກໍຄືມີການປະກອບສ່ວນຂອງຖັນແຖວປັນຍາຊົນຂອງປະເທດຕົນຢ່າງແຮງກວ່າອີກ, ຕອບສະໜອງຄວາມຮຽກຮ້ອງໃນການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.”

        ສະຫຼຸບ 10 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ (ປີ 2013), ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ເຮັດແຈ້ງບັນດາຄວາມສະດວກ, ກາລະໂອກາດທີ່ຄວນກຳແໜ້ນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ຕ້ອງຜ່ານຜ່າ ເພື່ອເປັນເຈົ້າການແຕ່ໄວ, ແຕ່ໄກ, ໃນທຸກກໍລະນີ ລ້ວນແຕ່ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ; ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ; ຮັກສາສະຖຽນລະພາບດ້ານການເມືອງ ແລະ ສະພາບແວດລ້ອມທີ່ມີສັນຕິພາບ ເພື່ອພັດທະນາປະເທດຊາດຕາມທິດສັງຄົມນິຍົມ.

        ກ່ຽວກັບການຂຶ້ນແຜນກຳນົດພະນັກງານໃນຄະນະບໍລິຫານງານສູນກາງພັກຊຸດທີ XIV, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ພັກຄອມມູນິດ ຫວຽດນາມ ຍາມໃດກໍຖືວ່າ: ພະນັກງານ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ແມ່ນປັດໄຈຕັດສິນໄຊຊະນະ ແລະ ປະລາໄຊຂອງການປະຕິວັດ, ຕິດພັນກັບຊາຕະກຳຂອງພັກ, ລັດ ແລະ ລະບອບ. ໃນວຽກງານພະນັກງານ, ການຂຶ້ນແຜນກຳນົດພະນັກງານ ແມ່ນຂອດເລີ່ມຕົ້ນ, ມີຄວາມໝາຍສຳຄັນ, ແມ່ນພື້ນຖານເພື່ອປະຕິບັດວຽກງານກໍ່ສ້າງ, ບໍາລຸງສ້າງ, ສັບຊ້ອນ, ແຕ່ງຕັ້ງ, ນຳໃຊ້ພະນັກງານໄດ້ເປັນຢ່າງດີ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ສູນກາງເສີມຂະຫຍາຍນ້ຳໃຈຮັບຜິດຊອບ, ປຶກສາຫາລືກ່ຽວກັບໃບຍື່ນສະເໜີ ແລະ ຄາດຄະເນການຂຶ້ນແຜນກຳນົດພະນັກງານໃນຄະນະບໍລິຫານງານສູນກາງພັກຊຸດທີ XIV ໃຫ້ມີຄວາມພາວະວິໄສ ແລະ ຍຸຕິທຳຢ່າງແທ້ຈິງ,

        ຄາດວ່າ, ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII ຈະອັດລົງໃນວັນທີ 8 ຕຸລາ. ບັນດາການຕົກລົງຂອງກອງປະຊຸມ ຈະແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ພັດທະນາຢ່າງຖືກທິດໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ