ກອງປະຊຸມສຸດຍອດ EU: ຊອກຫາວິທີແກ້ໄຂວິກິດການໄດ້ຫລືບໍ່?

ວັນ​ທີ 9/12, ການ​ນຳບັນດາ​ປະ​ເທດ​ສະຫະພາບເອີ​ລົບ ຫລື ອີ​ຢູ (EU) ຈະ​ຈັດການ​ປະຊຸມ​ຢູ່​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ຫາງສຽງ​ຖື​ວ່າ ນີ້​ແມ່ນ​ໂອກາດ​ສຸດ​ທ້າຍ​ເພື່ອ​ໃຫ້​ EU ຊອກ​ຫາ​ວິທີ​ການ​ເພື່ອ​ກອມກູ້​ເອົາ​ EU ​ແລະ ສະ​ກູນ​ເງິນ​ເອີ​ໂຣລວມ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ທີ່​ມີ​ບົດບາດ​ຫລັກ​ແຫ່​ລງຄື​ຝະລັ່ງ ​ແລະ​ ເຢັຍລະ​ມັນ ຍັງບໍ່​ທັນ​ຊອກ​ຫາ​ສຽງ​ເວົ້າລວມ​ໃນ​ຫລາຍ​ບັນຫາ​ໄດ້ ຊື່​ງ​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ລະ​ແວງສົງ​ໃສ​ກ່ຽວ​ກັບ​ໝາກຜົນ​ທີ່​ໄດ້​ລໍຄອຍ.

ກອງປະຊຸມສຸດຍອດ EU: ຊອກຫາວິທີແກ້ໄຂວິກິດການໄດ້ຫລືບໍ່? - ảnh 1

(ວິກິດການດ້ານເສດຖະກິດຍັງຄົງຜັນແປໄປຢູ່ພາກພື້ນນຳໃຊ້ສະກຸນເງິນເອີໂຣ)

ວີ​ກິດ​ການໜີ້​ສິນ​ຂອງ​ລັດ​ໄດ້​ສະ​ແດງ​​ໃຫ້​ເຫັນ​ບັນດາ​ຈຸ​ດອ່ອນ ​ແລະ​ຂໍ້​ຂັດ​ແຍ້​ງຂອງ EU ຢ່າງ​ຈະ​ແຈ້ງ. ພາຍຫລັງ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ຊື່​ງ ການ​ນຳ EU ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ຄັ້ງກ່ອນໆ, ສະພາບ​ການ​ຍັງ​ບໍ່​ທັນ​ໄດ້​ມີ​ສັນຍານ​ທີ່​ສະຫວ່າງ​ສະ​ໄຫວ​ເທື່ອ. ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງຫລ້າສຸດ ທີ່ຈັດ​ຂຶ້ນ​ໃນ​ວັນ​ທີ 27/10, ບັນດາ​ສະມາຊິກ​ຂອງ EU ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນຕົ້ນຕໍ​ຄື: ສະໜອງ​ທຶນ​ໃຫ້​ບັນດາ​ທະນາຄານ​ຄືນ​ໃໝ່, ​ເພີ່ມ​ຄັງ​ເງິນ​ຮັກສາ​ການ​ເງິນ​ເອີລົບ​ເປັນ​ປົກກະຕິ ຫລື FESF ຂຶ້ນ 1000 ຕື້​ເອີ​ໂຣ ​ແລະ​ສ້າງ​ໂຄງ​ປະກອບ​ໜີ້​ສິນ​ຂອງ​ເກຼກຄືນ​ໃໝ່. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ບໍ່​ລະດົມ​ແຫຼ່ງເງິນ​ໃຫ້ FESF ​ໄດ້, ຄວາມ​ຕັດສິນ​ໃຈ​ດັ່ງກ່າວ​ໄດ້​ກາຍ​ເປັນຄວາມ​ເສຍ​ຫວັງ​ໂດຍ​ທັນທີ,

ຊື່​ງ​ໄດ້​ພາ​ໄປ​ເຖິງ​ບັນດາ​ການ​ຄາດ​ຄະ​ເນ​ຂອງ​ການ​ຊຸດ​ໂຊມ​ຂອງ​ສະ​ກູນ​ເງິນ​ເອີ​ໂຣ. ຍ້ອນ​ເຫດ​ນັ້ນ, ທຸກໆ​ຄວາມ​ຫວັງ​ພັດ​ໄດ້​ມຸ້ງ​ໄປ​ເຖິງ​ກອງ​ປະຊຸມ​ສຸດ​ຍອດ​ຊື່​ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9/12 ນີ້. ຢູ່​ທີ່​ກອງ​ປະຊຸມ​ຄັ້ງນີ້, EU ພັດ​ມຸ້ງ​ໄປ​ເຖິງ​ຄວາມ​ຕັດສິນ​​ອື່ນໆຄື: ທົ່ວທັງ EU ຫລື​ຢ່າງ​ໜ້ອຍ​ສຸດ 17 ປະ​ເທດສະມາຊິກ​​​ໃນ​ເຂດ​ໃຊ້ສະ​ກູນ​ເງິນ​ເອີ​ໂຣລວມ ຫລື eurozone ຈະ​ບັນລຸ​ໄດ້​ຄຳໝັ້ນສັນຍາ​ກ່ຽວ​ກັບກົດ​ລະບຽບ​ຂໍ້​ບັງຄັບ​ງົບປະມານ​ທີ່​ມີ​ລັກສະນະ​ລວມໝູ່. ຕໍ່​ຈາກ​ນັ້ນ, ສົນທິສັນຍາ​ກ່ຽວ​ກັບ​ສະ​ກູນ​ເງິນ​ເອີ​ໂຣ ນີ້ຈະ​ພາ​ໄປ​ເຖິງ​ເລື່ອງ​ພິຈາລະນາ​ສົນທິສັນຍາ Lisbon ກ່ຽວ​ກັບ​ການ​ປະຕິ​ຮູບ EU ຄືນ​ໃໝ່. ​ເລື່ອງ​ປັບປຸງ​ສົນທິສັນຍາ​ເອີ​ລົບຈະ​ກຳນົດ​ກົນ​ໄກ​ໃໝ່​ຂອງ EU ​ແລະ​ເຂດ​ໃຊ້ສະ​ກູນ​ເງິນ​ເອີ​ໂຣລວມ ຫລື eurozone. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​​ຫວັງ​ດັ່ງກ່າວ​ບັນລຸ​ໄດ້​ຫລື​ບໍ່ ​ແມ່ນ​ຂຶ້ນ​ກັບຄວາມ​ສາມາດ​ນຳພາ ​ແລະ​ ເກັ້ຍກ່ອມ​ຂອງ​ຝະລັ່ງ ​ແລະ ​ເຢັຍລະ​ມັນ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ການ​ນຳ​ສອງ​ປະ​ເທດ​ຖືກ​ຖື​ວ່າ​ແມ່ນ​ຫລັກ​ແຫ່​ລງຂອງ EU ຍັງ​ມີ​ຫລາຍ​ທັດສະນະ​ແຕກ​ຕ່າງ​ກັນ. ຖ້າ​ຝະລັ່ງ ​ແລະ​ເຢັຍລະ​ມັນ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຈຸດໝາຍ “ກໍ່ສ້າງ​ເອີ​ລົບ​ຄືນ​ໃໝ່” ຜ່ານ​ການ​ສ້າງ​ສົນທິສັນຍາ​ເອີ​ລົບ​ສະບັບ​ໃໝ່​ ໃນ​ເດືອນ 3/2012, ​ໃນ​ນັ້ນ, ພົ້ນ​ເດັ່ນ​ແມ່ນ​ບັນດາ​ຂໍ້​ມາດຕາ​ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຢ່າງ​ແໜ້ນ​ແຟ້ນກ່ວາ, ສອງ​ປະ​ເທດ​ພັດ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນດາ​ພາຫະນະ​ຕ້ອງ​ມີ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້. ມາຮອດ​ປະຈຸ​ບັນ, ​ເຢັຍລະ​ມັນ​ຍັງ​ສືບ​ຕໍ່​ຢາກ​ມີ​ກົນ​ໄກ​ຕິດຕາມ​ກວດກາ​ດ້ານ​ການ​ເງິນ​ຢ່າງ​​ເຄັ່ງ​ຄັດ, ພ້ອມ​ແລ້ວ​ທີ່​ຈະ​ຍົກ​ອອກ​ບັນດາ​ການ​ລົງ​ໂທດ​ແບບ​ບັງຄັບ ​ແລະ​ຫລາຍ​ຄົນ​ຖື​ວ່າ ນີ້​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ເໝາະ​ສົມ, ຍ້ອນ​ວ່າ ​ເຢັຍລະ​ມັນ​ແມ່ນ​ປະ​ເທດ​ສະໜອງ​ສິນ​ເຊື່ອຫຼາຍກ່ວາ​ໝູ່. ​ໃນ​ຂະນະ​ນັ້ນ, ຝະລັງ​ພັດ​ບໍ່​ຢາກ​ມອບ​ໝາຍ​ບົດບາດ​ຕັດສິນ​ນີ້​ໃຫ້​ແກ່​ຄະນະ​ກຳມະການ​ເອີ​ລົບ ຫລື EC ​ໃຫ້​ແກ່​ການ​ນຳ​ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ຫລີກ​ລ້ຽງ​ສະພາບ​ສູນ​ເສຍອະທິປະ​ໄຕ. ​ໃນ​ຂະນະ​ທີ່​ທ່ານ​ນາງນາຍົກລັດຖະມົນຕີ​ເຢັຍລະ​ມັນ​ຢາກ​ມີ​ການ​ປະຕິ​ຮູບ​ສົນທິສັນຍາ​ສະບັບ​ຕ່າງໆ​ຂອງ 27 ສະມາຊິກ EU ນັ້ນ, ປະທານາທິບໍດີ​ຝະລັ່ງ​ພັດ​ຖື​ວ່າ ລະບຽບ​ການ​ນີ້​ຕ້ອງ​ໃຊ້​ເວລາ​ຍາວ​ນານ, ​ແລະ ມີ​ຄວາມ​ສ່ຽງ​ໄພ ຍ້ອນ​ການ​ປະຕິ​ຮູບ​ຕ້ອງການ​ໃຫ້​ສັດຕະຍາບັນ​ຈາກບັນດາ​ປະ​ເທດ​ສະມາຊິກ, ຫລື​ ພົບ​ພໍ້​ກັບ​ສິດ​ຢັບຢັ້ງຂອງ​ອັງກິດ ຊື່​ງ​ແມ່ນ​ປະ​ເທດ​ບໍ່​ຢາກ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ກຳນົດ​ລະບອບ. ຝະລັ່ງ​ພຽງ​ແຕ່​ຢາກ​ມີ​ສົນທິສັນຍາ​ລວມມີ​ພຽງ 17 ປະ​ເທດ​ໃນ​ເຂດ​ໃຊ້ສະ​ກູນ​ເງິນ​ເອີ​ໂຣລວມ ຫລື eurozone. ​ເປັນ​ແນວ​ນັ້ນ​ແທ້, ຄວາມ​ວິຕົກ​ກັງວົນ​ຂອງ​ປະທານາທິບໍດີ​ຝະລັ່ງ Nicola Sarkozy ບໍ່​ແມ່ນວ່າບໍ່​ມີ​ພື້ນຖານ ​ຂະນະ​ທີ່​ຮອດ​ຈຸດ​ເວລາ​ປະຈຸ​ບັນ​ນີ້, ອັງກິດ​ຍັງຄົ​ງບໍ່​ສຸມ​ຈິດ​ສຸມ​ໃຈກັບ​ບັນດາ​ຂໍ້​ສະ​ເໜີ​ນີ້​ຍີ່​ງກ່ວາ​ເວລາ​ໃດ​ໝົ​ດ, ສ່ວນ​ໂຮ​ນລັງ ​ແລະ​ໄອ​ແລນ​ພວມ​ມີ​ຄວາມ​ວິຕົກ​ກັງວົນ​ກັບ​ເລື່ອງ​ຕ້ອງ​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ ຄື​​ໄດ້​ປະຕິບັດ​ສຳ​ລັບສົນທິສັນຍາ Lisbon ​ໃນ​ເມື່ອ​ກ່ອນ.

ກອງປະຊຸມສຸດຍອດ EU: ຊອກຫາວິທີແກ້ໄຂວິກິດການໄດ້ຫລືບໍ່? - ảnh 2
(ພາບ: AFP/TTXVN)

ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ EU, ວັນ​ທີ 8/12, ປະທານາທິບໍດີ​ຝະລັ່ງ Nicola Sarkozy ​ແລະ​ນາຍົກລັດຖະມົນຕີ​ເຢັຍລະ​ມັນ  Angela Meckel ​ໄດ້​ພົບ​ປະກັນ​ຢູ່ Marseilles ​ໃນ​ຂອບ​ເຂດກອງ​ປະຊຸມ​ຂອງ​ພັກ​ປະຊາຊົນ​ເອີ​ລົບ ຫລື PPE ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ, ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ ​ແລະ​ເກັ້ຍກ່ອມ​ຊື່​ງກັນ ​ແລະ​ກັນ​ກໍ່​ຄື​​ເກັ້ຍກ່ອມບັນດາ​ສະມາຊິກ eurozone ​ໃນ​ການ​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ລວມ ​ເພື່ອ​ກອມກູ້​ເອົາ EU ຊື່​ງປະຈຸ​ບັນ​ພວມ​ຖືກ​ນາບ​ຂູ່​ຖືກ​​ແຕກ​ທະລາ​ຍ ​ແລະ ກອມ​ກູ​ເອົາ​ສະ​ກູນ​ເງິນ​ເອີ​ໂຣລວມ. ບັນດາ​ຕະຫຼາດພວມ​ລໍຄອຍ​ຂໍ້​ຕົກລົງ​ທີ່​ຈະ​ແຈ້ງ ທີ່​ກອງ​ປະຊຸມ​ສຸດ​ຍອດ​ເອີ​ລົບ​ໃນ​ວັນ​ທີ 9/12. ​ແລະ​ໃນ​ກອງ​ປະຊຸມ​ຄັ້ງນີ້, ຖ້າ EU ຖືກ​ປະລາ​ໄຊ ​ຫລື​ພຽງ​ບັນລຸ​ໄດ້ “ຂໍ້​ຕົກລົງ​ທີ່​ໄດ້​ໜັກ​ແໜ້ນ” ​ເທົ່ານັ້ນ, ການ​ແບກ​ຫາບ​ດ້ານໜີ້​ສິນ​ຂອງ EU ​ແລະ eurozone ຈະ​ໜັກໜ່ວງ​ຂຶ້ນ​ຕື່ມ ​ແລະ​ ໄພລົ້ມ​ລະລາຍ     ອາດ​ຈະ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ສະມາຊິກ EU ຈຳນວນ​ໜື່ງ.

ຕອບກັບ

ຂ່າວ/ບົດ​ອື່ນ