ກອງປະຊຸມສຸດຍອດ ຊີກາໂກ : ແຫ່ງເພື່ອໃຫ້ຄຳໝັ້ນສັນຍາ

(vovworld) - ກອງ​ປະຊຸມ​ສຸດ​ຍອດອົງການ NATO ​ໄດ້​ສິ້ນສຸດ​ລົງ​ຢູ່ຊີ​ກາ​ໂກ ​ແຫ່ງ​ປະ​ເທດ (ອາ​ເມ​ລິ​ກາ) ​ໃນ​ວັນ​ທີ 21/5. ກອງ​ປະຊຸມ​​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ທີ່​ສຳຄັນ​ຄື​ວິວັດ​ການ​ມອບ​ໂອນ​ຢູ່ ອາບ​ກາ​ນິສະຖານ, ການ​ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ລະຫວ່າງ​ເອີ​ລົບ, ບັນຫາ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ຂອງ NATO . ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫາງ​ສຽງ​ຕີ​ລາຄາ​ວ່າ ດ້ວຍ​ຄຳ​ໝັ້ນ​ສັນຍາ​ນີ້, ສຳພັນ​ທະ​ມິດ​ດ້ານ​ການ​ທະຫານ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ​ພວມ​ປະສົບ​ກັນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​ຄວາມ​ໄຝ່ຝັນ​ໂລກາ​ພິວັດຂອງ​ຕົນ.

ກອງປະຊຸມສຸດຍອດ ຊີກາໂກ : ແຫ່ງເພື່ອໃຫ້ຄຳໝັ້ນສັນຍາ - ảnh 1
ກອງ​ປະຊຸມ​ສຸດ​ຍອດອົງການ NATO
(ພາບ: AFP)

ອາບ​ກາ​ນິສະຖານ ​ແມ່ນ​ຫົວ​ເລື່ອງ​ສຳຄັນ​ທີ່​ສຸດ​ສຳ​ຫຼັບ ປະມຸກ​ລັດ ຂອງ 28 ປະ​ເທດ​ສະມາຊິກ​ໃນ​ກຸ່ມ NATO ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊຸດ​ຍອດ ຊີ​ກາ​ໂກ. ນີ້​​ແມ່ນ​ເລື່ອງ​ເຂົ້າ​ໃຈ​ໄດ້ງ່າຍ, ​ເພາະວ່າ, ບັ້ນ​ຮົບ​ຢູ່ ອາບ​ກາ​ນິສະຖານ​ໄດ້​ແກ່ຍາວ​ເປັນ​ເວລາ​ກວ່າ​ໜຶ່ງ​ທົດ​ສະ​ວັດ​ແລ້ວ, ດັ່ງ​ນັ້ນ​, ອາ​ເມ​ລິ​ກາ ​ແລະ NATO ຈຶ່ງ​ຕ້ອງ​ຄິດ​ໄລ່​ເຖິງ​ເລື່ອງ​ຖອນ​ທະຫານອອກ​ຈາກ ອາບ​ກາ​ນິສະຖານ. ຍິ່ງ​​ໄປກວ່າ​ນັ້ນ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ອາບ​ກາ​ນິສະຖານ​ບໍ່​ແມ່ນ​ແຫ່ງ​ເພື່ອ​ສະ​ແດງ​ກຳລັງ​ແຮງ​ອີກ, ຫາກ​ແມ່ນ​ບ່ອນ​ທີ່​ຍູ້​​ໃຫ້ອາ​ເມ​ລິ​ກາ ​ແລະ NATO ​ຕົກສະໜົມຢ່າງ​ແທ້​ຈິງ. ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ NATO ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜັບສະໜູນ​ວິວັດ​ການ​ຖອນ​ທະຫານ NATO  ອອກ​ຈາກ ອາບ​ກາ​ນິສະຖານ ຢ່າງ​ຖືກຕ້ອງ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ​ແມ່ນ​ໃນ​ທ້າຍ​ປີ 2014 ​ແລະ ພາຍຫຼັງ​ປີ 2014 ຍັງ​ຄົງ​ສືບ​ຕໍ່​ໜູນ​ຊ່ວຍ​ຫຼາຍ​ດ້ານ​ໃຫ້​ແກ່​ລັດຖະບານ ​ແລະ ປະຊາຊົນ​ປະ​ເທດ​ນີ້. ​ເພື່ອ​ປະຕິບັດ​ວິວັດການ​ດັ່ງກ່າວ, NATO  ຈະຝຶກອົບຮົມ​ບັນດາ​ກຳລັງ​ທະຫານ ​ແລະ ​ຕຳຫຼວດ ອາບ​ກາ​ນິສະຖານ ​ເພື່ອ​ສືບ​ຕໍ່ຮັບປະກັນ​ຄວາມ​​ໝັ້ນຄົງ ພາຍຫຼັງ​ທີ່ NATO  ຖອນ​ທະຫານອອກ. ພ້ອມ​ກັນ​ນັ້ນ NATO  ກໍ່​ປາຖະໜາ​ວ່າ​ເລື່ອງ​ຖອນ​ທະ​ຫານ​ນີ້​ກໍ່​ເປັນສານ​ທີ່​ວ່າ ພາລະ​ກຳ​ຂອງ NATO ຢູ່ ອາບ​ກາ​ນິສະຖານ ​ໃນ​ຕະຫຼອດ​ໜຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ແມ່ນ​ຜົນສຳ​ເລັດ, ​ເຖິງ​ວ່າ​ຕ້ອງ​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ.

        ກອງ​ປະຊຸມ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສະຫງວນ​ເງິນ 1 ຕຶ້ USD ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ອາບ​ກາ​ນິສະຖານ, ພາຍຫຼັງ​ທີ່ NATO ຖອນ​ທະຫານ​ອອກ​ຈາກ​ສະໜາມຮົບ​ອາຊີ​ໃຕ້​ນີ້​ເມື່ອ​ປີ 2014. ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເງິນ​ນີ້​ແມ່ນ​ບໍ່​ຄື​ກັນ​ກັບ​ຄຳ​ຮຽກຮ້ອງ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ກ່ອນ​ຫນ້ານັ້ນ, ​ເຊິ່ງຮຽກຮ້ອງ​ໃຫ້ NATO  ປະກອບ​ເງິນ 1,3 ຕຶ້ USD ​ໃຫ້​ແກ່​ອາບ​ກາ​ນິສະຖານ.

        ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເງິນ​ນີ້ກໍ່​ແມ່ນ​ຜົນສຳ​ເລັດ, ​ເພາະວ່າ, ​ໃນ​ສະຖານະ​ການ​ປະຈຸ​ບັນ, ສິ່ງ​ດັ່ງກ່າວ​ບໍ່​ແມ່ນ​ຄວາມ​ໄຝ່ຝັນ​ທີ່​ປະຕິບັດ​ງ່າຍ​ໄດ້, ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດ​ສະມາຊິກ NATO ພັດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແລະ​ ການ​ລຸກ​ຮຶ້ຂຶ້ນ​ຂອງ​ກຳລັງ Taliban ຢູ່​ອາບ​ກາ​ນິສະຖານ, ພິ​ເສດ​ແມ່ນ​ເລື່ອງ​ໃຜ​ຈະ​ສະຫງວນ​ເງິນ​ໃຫ້​ອາບ​ກາ​ນິສະຖານ ພາຍຫຼັງ​ປີ 2014. ​ເຖິງ​ວ່າ​ບັນດາ​ປະ​ເທດ​ສະມາຊິກ NATO ​ລ້ວນ​ແຕ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫຼາຍ​ດ້ານ​ໃຫ້​ລັດຖະບານ ​ແລະ ປະຊາຊົນ ອາບ​ກາ​ນິສະຖານ ກໍ່ຕາມ, ​ແຕ່​ເມື່ອ​ເວົ້າ​ເຖິງ​ຕົວ​ເລກ​ລະອຽດ​ແລ້ວ, ທຸກ​ສິ່ງ​ທຸກ​ຢ່າງ​ເກືອບ​ຄື​ວ່າ​ບໍ່​ສະດວກ​ສະບາຍ​ອີກ. ຄວາມ​ຈິງ​ແລ້ວ​ທຸກ​ປະ​ເທດ​ໃນ​ກຸ່ມ NATO ​ເວັ້ນ​ເສຍ​ແຕ່ ອາ​ເມ​ລິ​ກາ ລ້ວນ​ແຕ່​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຫຼຸດຜ່ອນ​ການ​ປະກອບສ່ວນ​ຂອງ​ຕົນ. ພຽງ​ແຕ່​ມີ​ປະ​ເທດ​ໜຶ່ງ​ດຽວ​ແມ່ນ Luxembourg ​ແມ່ນ​ໄດ້​ມີ​ຕົວ​ເລກ​ຈຳນວນ​ເງິນ​ປະກອບ​ຢ່າງ​ລະອຽດ​ເທົ່າ​ນັ້ນ, ສ່ວນ​ເຢຍລະ​ມັນ​ກໍ່​ມີ​ຖະ​ແຫຼ​ງບໍ່​ຈະ​ແຈ້ງ​ທີ່​ວ່າ​ຈະ​ສະໜອງ​ບ້ວງ​ເງິນ​ຫຼາຍ​ພໍ​ສົມຄວນ. ອັງກິດ​ພັດ​ລະມັດ ລະວັງ​ເມື່ອ​ໃຫ້​ຄຳ​ໝັ້ນ​ໝາຍ​ຈະ​ປະກອບ​ເງິນ 110 ລ້ານ USD/ປີ. ຕົວ​ເລກ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ຕົກສະ​ເງີ້, ​ເພາະ​ມັນ​ໜ້ອຍ​ສຸດ, ​ໃນ​ຂະນະ​ທີ່​ອັງກິດ​ແມ່​ນປະ​ເທດ​ທີ່​ມີກຳລັງທະ​ຫານ​ຫຼາຍ​ອັນ​ດັບ 3 ຢູ່ ອາບ​ກາ​ນິສະຖານ. ຕາມ​ບັນດາ​ນັກ​ໄຈ້​ແຍກ​ດ້ານ​ການ​ເມືອງ​ແລ້ວ, ບັນດາ​ຄຳ​ໝັ້ນ​ສັນຍາ​ນີ້​ບາງ​ເທື່ອ​ຈະກ່ຽວຂ້ອງ​ເຖິງ​ເລື່ອງ​ຮັກສາ​ການ​ພົວພັນ​ອັນ​ດີງາມ​ກັບ​ອາ​ເມ​ລິ​ກາ ກວ່າກັບ​ອາບ​ກາ​ນິດສະຖານ. ທ່ານ​ນາງ Heather Conley, ຜູ້ອຳນວຍການ​ໂຄງການ​ຄົ້ນ​ຄ້ວາ​ເອີ​ລົບ​ຢູ່​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ​ການ​ພົວພັນ​ສາກົນ​ກັບ ວໍ​ຊິງ​ຕັນ, ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ກອງ​ປະຊຸມ​ສຸດ​ຍອດ ທີ່​ດຳ​ເນີນ​ໃນ​ເວລາ 2 ວັນ​ນັ້ນ ຄື​ດັ່ງ​ການ​ອວດ​ໂອ້ ​ແລະ​ ຢາກ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ພາຍຫຼັງ​ປີ 2014 ຂອງ​ບັນດາ​ປະ​ເທດ​ໃນ​ກຸ່ມ NATO.

ກອງປະຊຸມສຸດຍອດ ຊີກາໂກ : ແຫ່ງເພື່ອໃຫ້ຄຳໝັ້ນສັນຍາ - ảnh 2
( ທ່ານເລຂາທິການໃຫຍ່ NATO Anders Fogh Rasmussen )

ບັນຫາ​ທີ່​ສຳຄັນ​ອີ​ກອັນ​ໜຶ່ງ​ແມ່ນ: ຢູ່​ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ NATO ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເລີ່​ມຕົ້ນ​ປະຕິບັດໄລຍະ​ທຳອິດຂອງ​ໂຄງການ​ປ້ອງ​ກັນ​ລູກ​ສອນ​​ໄຟ​ຢູ່​ເອີ​ລົບ ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຂັດ​ຄ້ານ​ຂອງ​ລັດ​ເຊຍ. ທ່ານ​ປະທານາທິບໍດີ Barack Obama ​ແລະ ບັນດາ​ສຳພັນ​ທະ​ມິດ​ໄດ້​ຖະ​ແຫຼງວ່າ; ພວກ​ເຂົາ​ອາດຈະ​ສົ່ງ​ກໍ່ປັ່ນ​ຮົບ​ຂອງ​ອາ​ເມ​ລິ​ກາ ທີ່​ນຳ​ເອົາ​ເຮືອ​ບິນ​ຕີ​ສະກັດ​ໄປ​ຍັງ​ທະ​ເລ Mediterranean ​ແລະ ກໍ່ສ້າງ​ລະບົບຣາດາ ​ເຕື່ອນ​ໄພ​ຢູ່​ຕວກກີ​ ໂດຍ​ໄວ ​ໂດຍ​ພາຍ​ໃຕ້​ການ​ບັນຊາ​ຂອງ NATO ຈາກ​ຖານ​ທີ່​ໝັ້ນ​ເຊິ່ງຕັ້ງ​ຢູ່​ເຢຍລະ​ມັນ. ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟຂອງ NATO ​​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ​ຄາດ​ວ່າ​ຈະ​ໄດ້​ຮັບ​ກ່ານ​ຜັນ​ຂະຫຍາຍ​ຢູ່​ເອີ​ລົົບ ​ເຊິ່ງຈະ​ແບ່ງ​ອອກ​ເປັນ 4 ​ໄລຍະ ​ແລະ ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ຄົບ​ຊຸດ​ໃນ​ປີ 2018. ຄຳ​ຖະ​ແຫຼ​ງການ​ນີ້ ​ໄດ້​ຖືກ​ຍົກ​ອອກ​ມາ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດ​ຄ້ານ​ຢ່າງ​​ແຮງ​ຈາກ​ລັດ​ເຊຍ  ພ​້ອມກັນ​ນັ້ນກໍ​ຖື​ວ່າ​ ນີ້​ແມ່ນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ລັດ​ເຊຍ. ​ເບິ່ງຄື​ວ່າ ​ເພື່ອ​ເປັນ​ການ​ຜ່ອນ​ຄາຍ​ປະຕິກິລິຍາ​ຈາກ​ຝ່າຍ​ລັດ​ເຊຍ, ກ່າວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ​ເລຂາທິການ​ໃຫຍ່ NATO Anders Fogh Rasmussen ​ໃຫ້​ຮູ້​ວ່າ ກຸ່ມ​ພັນທະ​ມິດ​ນີ້ໄດ້​ເຊີນ​ລັດ​ເຊຍ ຮ່ວມ​ມື​​ໃນ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ. ທ່ານ Rasmussen ຢືນຢັນ​ວ່າ NATO ຈະ​ສືບ​ຕໍ່​ເຈລະຈາ​ກັບ​ລັດ​ເຊຍ ພ້ອມທັງ​ປາດຖະໜາ​ວ່າ ​ລັດ​ເຊຍ ​ຮັບ​ຮູ້​ວ່າການ​ຮ່ວມ​ມື​ດັ່ງ​ກ່າ​ວຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ.

​        ເຖິງ​ ວ່າ​ກອງ​ປະຊຸມ​ສຸດ​ຍອດ NATO ບັນລຸ​ໄດ້​ໝາກ​ຜົນ​ຈຳນວນ​ໜຶ່ງກໍ​ຕາມ ​ແຕ່​ຍັງ​ບໍ່ທັນ​ພຽງພໍ. ຫາງ​ສຽງ​ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ວິວັດ​ທະນາການ​ຜັນ​ຂະຫຍາຍ​ຂອງ NATO ຂະນະ​ທີ່​ກຸ່ມພັນທະ​ມິດ​ທະຫານ​ນີ້​ພວມ​ຕ້ອງປະ​ເຊີນໜ້າ​ກັບ​ຄວາມ​ຫຍຸ້ງຍາກ​​ ທາງ​ດ້ານ​ເສດຖະກິດ ​ແລະ ​ແນວທາງ​ການ​ຕ່າງປ​ະ​ເທດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​​ໃນ​ກຸ່ມ NATO ​ເອງ.


     

  

ຕອບກັບ

ຂ່າວ/ບົດ​ອື່ນ