ກອງປະຊຸມສຸດຍອດ ລັດເຊຍ - ອີຢູ

ພາຍຫລັງ​ຈັດ​ກອງ​ປະຊຸມ​ມາ​ເປັນ​ເວລາ 2 ວັນ (14 ​ແລະ 15/12), ກອງ​ປະຊຸມ​ສຸດ​ຍອດ​ລັດ​ເຊຍ - ສະຫະ​ພາບ​ເອີ​ລົບ (EU) ຄັ້ງ​ທີ 28 ຢູ່​ບຮຸກ​ແຊນ ປະ​ເທດ ​ແບນ​ຊິກ ​ໄດ້​ນຳ​ມາ​ຊຶ່ງ​ຄວາມ​ຫວັງ​ຫລາຍ​ຢ່າງ ​ເມື່ອ​ສອງ​ຝ່າຍ​ຢືນຢັນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ລົບ​ລ້າງ​ລະບອບ​ວິຊາ​ໄລຍະ​ສັ້ນ ກໍ​ຄື​ເລື່ອງ​ລັດ​ເຊຍ​ກາຍ​ເປັນ​ປະ​ເທດ​ສະມາຊິກ​ໃຫມ່​ຂອງ ອົງການ​ການ​ຄ້າ ​ໂລກ (WTO).

        ​ເນື້ອ​ໃນ​ຕົ້ນຕໍ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ 3 ບັນຫາ​ສຳຄັນ. ນັ້ນ​ແມ່ນ ບັນດາ​ບັນຫາ​ທົ່ວ​ໂລກ​ຄື: ວິ​ກິດ​ການ​ການ​ເງິນ, ​ໃນ​ນັ້ນ​ມີ​ວິ​ກິດ​ການ​ຫນິ້ສີນ​ຂອງ​ລັດ​ຢູ່​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​​ເອີ​ໂຣ (Eurozone),  ລັດ​ເຊຍ ​ແລະ ອີ​ຢູ ສົມທົບ​ກັນ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (G8) ​ແລະ ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (G20), ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ທີ່​ກ່ຽວຂ້ອງ​ເຖິງ​​ເລື່ອງ ລັດ​ເຊຍ ​ເຂົ້າ​ເປັນ​ສະມາຊິກ​ຂອງ WTO ​ແລະ ການ​ຕໍ່ສູ້​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຕໍ່​ຈາກ​ນັ້ນ ​ແມ່ນ​ບັນດາ​ບັນຫາ​ສາກົນ​ທີ່​ຮີບ​ດ່ວນ, ​ໂດຍລະອຽດ​ແມ່ນ​ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກາ​ເຫນືອ, ​ໃນ​ນັ້ນ​ມີ ອີຣານ ​​ແລະ ຊີຣີ, ພ້ອມ​ກັບ​ສະພາບ​ການ​ຢູ່ Kosovo. ສຸດ​ທ້າຍ​ແມ່ນ​ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ອີ​ຢູ, ລວມມີ ​ແງ່​ຫວັງ​ສອງ​ຝ່າຍ​ປະຕິ​ບັດ ກົດ​ລະບຽບ​ຍົກ​ເວັ້ນວິຊາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​​ຂົງ​ເຂ​ດພະລັງງານ.

        ກ່ອນ​ຈັດ​ກອງ​ປະຊຸມ, ຫາງ​ສຽງ​ມີ​ຄວາມ​ສົງ​​ໄສ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ພົບ​ປະ​ຄັ້ງ​ສຳຄັນ​ນີ້. ກ່ອນ​ອື່ນ​ໝົດ, ​​ແມ່ນພາຍ​​ໃນ​ອີ​ຢູ ພວມ​ປະກົດ​ມີ​ຄວາມ​ແຕກ​ແຫງ​ໃນ​ການ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ​ປະຈຸ​ບັນ. ​ໃນ​ຂະນະ​ນັ້ນ, ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ອີ​ຢູ ກໍ​ບໍ່​ໄດ້​ຮັບ​ຄວາມ​ສະດວກ​ປານ​ໃດ. ​ເລື່ອງ​ອາ​ເມ​ລິ​ກາ​ຜັນ​ຂະຫຍາ​ຍລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ (NMD) ຢູ່​ໂປ​ໂລ​ຍ ​ແລະ ສາທາລະນະ​ລັດ​ເຊັກ ​ໄດ້​​ເປັນ​ການເກາະ​ຜິດ​ລັດ​ເຊຍ. ມົດ​ສະ​ກູ ຖື​ວ່າ: ນີ້​ແມ່ນ​ການ​ນາບ​ຂູ່​ອາດ​ຈະ​ພາ​ໄປ​ເຖິງ​ສະພາບ​ຂາດ​ຄວາມ​ດຸນ​ດຽງ​ຍຸດ​ທະ​ສາດ. ຊ້ຳ​ບໍ່​ໜ​ຳ, ຫວ່າງ​ແລ້ວ​ນີ້ ພົນ​ເອກ Nikolai Makarov ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ ສະຫະພັນ​ລັດ​ເຊຍ ​ໄດ້ຢືນຢັນ​ວ່າ: ປະຈຸ​ບັນ NMD ​ແມ່ນ​ບັນຫາ​ສັບສົນ​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ ລັ​ດ​ເຊຍ ​ແລະ ອີ​ຢູ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແນວ​ຄວາມ​ຄິດ​ປະ​ຄວາມ​ບໍ່​ລົງ​ລອຍ​ກັນ​ໄວ້ ​ເພື່ອມຸ້ງ​ໄປ​ເຖິງ​ບັນດາ​ຈຸດໝາຍ​ລວມນຳ​ມາ​ຊຶ່ງ​ວັດ​ທະນາ​ຖາວອນ​ໃຫ້​ແກ່​ພາກ​ພື້ນ​ໃນ​ຕະຫລອດ​ວິ​ວັດ​ການ​ດຳ​ເນີນ​ກອງ​ປະຊຸມ ​ໄດ້​ນຳ​ມາ​ຊຶ່ງ​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ - ອີ​ຢູ, ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ເນ​ັ້ນຫນັກ​ເຖິງ​ເລື່ອງ​ຮັບຮອງ​ເອົາ​ບັນດາ​ມາດ​ຕະການ​ລວມ ​ແລະ ປັບປຸງ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຍົກ​ເວັ້ນວິຊາ ​ແມ່ນ​ບາດກ້າວ​ສຳຄັນ​ມຸ້ງ​ໄປ​ເຖິງ​ຄວາມ​ເສລີ​ໃນ​ການ​ໄປມາ ​ແລະ ​ເພ່ີມ​ທະວີ​ການ​ເຄ່ືອນ​ໄຫວ​ພົບ​ປະ​ແລກປ່ຽນ​ຂອງ​ປະຊາຊົນ​ສອງ​ຝ່າຍ. ພາຍຫລັງ​​ເຈລະຈາ​ມາ​ເປັນ​ເວລາ ​ເກືອບ 8 ປີ ​​ນັ້ນ, ຂໍ້​ຕົກລົງ​ໃຫມ່​ກ່ຽວ​ກັບ​ການ​ຍົກ​ເວັ້ນວິຊາ ຈະ​ສ້າງ​ເງື່ອ​ນ​ໄຂ​ຊຸກຍູ້​ການ​ຮ່ວມ​ມື, ພິ​ເສດ ​ໃນ​ຂົງ​ເຂດ​ການທ່ອງທ່ຽວ ລະຫວ່າງ ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ຢູ່​ແຄ​ມທະ​ເລ​ເມ​ດີ​ເຕຣາ​​ເນຍ. ຈຳນວນ​ນັກ​ທ່ອງ​ທ່ຽວ​​ເຈົ້າມາ​ຢ້ຽມຢາມ​ລັດ​ເຊຍ ຄາດ​ວ່າ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ​ໃນ​ຂະນະ​ນັ້ນ ບັນດາ​ນັກ​ການ​ຄ້າ​ລັດ​ເຊຍ ກໍ​ມີ​ເງື່ອນ​ໄຂ​ຫລາຍ​ກວ່າ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ການ​ຮ່ວມ​ມື​ຢູ່ ​ເອີ​ລົບ. ນອນ​ນັ້ນ ສອງ​ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​​ເລ່ືອງ ລັດ​ເຊຍ ກາຍ​ເປັນ​ສະມາຊິກ​ໃຫມ່​ຂອງ WTO.

        ຫາງ​ສຽງ​ຖື​ວ່າ: ບັນດາ​ຜົນງານ​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​​ຍ້ອນ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ຝ່າຍ ​ໄດ້ ​ແລະ ພວມ​​ໄດ້​ຮັບ​ການສ້າງ​ຂຶ້ນ. ສ່ວນ​ລັດ​ເຊຍ ​ໄດ້ອອກ​ຖະ​ແຫລ​ງ ​ພ້ອມ​ແລ້ວທີ່​ຈະ​ໃຫ​້ການຫນູນ​ຊ່ວຍ​ດ້ານ​ການ​ເງິນ​, ​ໂດຍຜ່ານ​ກອງ​ທຶນ​ເງິນຕາ​ສາກົນ IMF ​ເພື່ອ​ຊ່ວຍ​ເອີ​ລົບ ​ແກ້​ໄຂ​ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ​ທີ່​ພວມ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​​ໃນ​ພາກ​ພື້ນ. ປະທານາທິບໍດີ ລັດ​ເຊຍ Dmitri Medvedev ຍັງ​ຢືນຢັນ​ວ່າ: ມີ​ແຕ່​ເອີ​ລົບ​​ເທົ່າ​ນັ້ນຈຶ່ງ​ສາມາດ​ຊ່ວຍ​ເອງ​ໄດ້. ຕາມ​ນັ້ນ​ແລ້ວ, ມົດ​ສະ​ກູ ຈະ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ປະ​ເທດ​ສະມາຊິກ IMF ​ແລະ ພ້ອມ​ແລ້ວທີ່​ຈະຄິດ​ໄລ່​ຊັ່ງຊາ​ຕໍ​ບັນດາ​ມາດ​ຕະການ​ລົງທຶນ​ດ້ານ​ການ​ເງິນທີ່​ຈຳ​ເປັນ ​ເພື່ອ​ຊ່ວຍ​ເສດຖະກິດ​ເອີ​ລົບ ​ແລະ ພາກ​ພື້ນ​ນຳໃຊ້​ເງິນ​ເອີ​ໂຣ ຟື້ນ​ຕົວຄືນ. ​

ເຖິງ​ວ່າ ປະ​ທາ​ນາ​ທິບໍດີ Medvedev ບໍ່​ໃຫ້​ຮູ້​ລະອຽດ ​ກ່ຽວ​ກັບ​ບ້ວງ​ເງິນ​ຊ່ວຍ​ເຫລືອ        ​ເອີ​ລົບຂອງລັດເຊຍ ​ໂດຍຜ່ານກອງທຶນສາກົນ IMF, ​ແຕ່​ຕາມ​ຄຳຖະ​ແຫລ​ງກ່ອນ​ນີ້​ຂອງ​ບັນດາ​ທີ່​ປຶກສາ​​ໃຫ້​ແກ່​ປະທານາທິບໍດີ ລັດ​ເຊຍ, ຕົວ​ເລກ​ດັ່ງກ່າວ​ຈະ​ຂຶ້ນ​ເຖິງ 20 ຕຶ້​ USD, ​ໃນ​ນັ້ນ 10 ຕຶ້ USD ຈະ​ໄດ້​ຮັບ​ການ​ປ່ອຍ​ເງິນ​ໃນ​ສອງ​ສາມ​ອາທິດ​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ ສອງ​ຝ່າຍ​ບ​ັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ບັນຫາ​ສາກົນຕ່າງໆ​ຄື: ການ​ສະຫນັບສະຫນູນການ​ເຄື່ອນ​ໄຫວ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ​ແຜນການ​ຂອງ​ສະຫະພັນ​ອາຣັບ ​ໃນ​ບັນຫາ​ຊີຣີ, ຕັ້ງຫນ້າ​ຊອກ​ຫາມ​າດຕະການ​ທາງ​ການ​ທູດ​​ໃຫ້​ແກ່​ບັນຫາ ອີຣານ ​ໃນປະຈຸ​ບັນ.

ດ້ວຍ​ໝາກຜົນ​ຂອງ​ກອງ​ປະຊຸມ, ການ​ພົວພັນ ລະຫວ່າງ ລັດ​ເຊຍ ​ແລະ ອີ​ຢູ ​ໄດ້​ຮັບ​ການ​​ຟື້ນ​ຟູ​ຄືນ​ໃຫມ່, ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງຫນ້າ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ປະຈຸ​ບັນ. ​ຍິ່ງ​ກວ່າ​ນັ້ນ, ສາຍ​ພົວພັນ​ອັນ​ດີງາມ​ນີ້​ຈະ​ນຳ​ມາ​ຊຶ່ງ​ເງື່ອນ​ໄຂ​ທີ່​ດີ​ຫລາຍ​ຢ່າງໃຫ້​ແກ່​ປະຊາຊົນ​ທັງສອງ​ຝ່າຍ. ​ເພາະວ່າ ປະຈຸ​ບັນ ອີ​ຢູ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຕົ້ນຕໍ​ຂອງ ລັດ​ເຊຍ ​ແລະ ​ແມ່ນ​ແຫ​ລ່ງທຶນ​ຂອງ​ຕ່າງປະ​ເທດຕົ້ນຕໍ​ສຳລັບ​ພື້ນຖານ​ເສດຖະກິດ​ລັດ​ເຊຍ. ລັດ​ເຊຍ ກໍ​ແມ່ນ​ຫນຶ່ງ​ໃນ​ສາມ​ປະ​ເທດ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ສຸດ​ຂອງ ອີ​ຢູ ​​ແລະ ​ເປັນ​ປະ​ເທດ​ສະ​ຫນອງ​ພະລັງງານ​ຕົ້ນຕໍ​ໃຫ້​ແກ່​ເອີ​ລົບ./.

​ແອນ​ຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ