ກອງປະຊຸມສູນກາງພັກແກ້ໄຂບັນດາບັນຫາໃຫຍ່ຂອງປະເທດຊາດ

(VOVWORLD) -ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII ພວມດຳເນີນຢູ່ ນະຄອນຫລວງ ຮ່າໂນ້ຍ, ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມ, ການຈັດຕັ້ງ ແລະ ຄຸ້ມຄອງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການຂອງລັດ, ການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ວຽກງານປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນ. ນີ້ແມ່ນບັນດາບັນຫາສຳຄັນ ແລະ ສັບສົນຂອງປະເທດຊາດ. ບົດຂຽນຂອງນັກຂ່າວທູຮວາ ທີ່ມີຫົວຂໍ້ວ່າ: ກອງປະຊຸມສູນກາງພັກແກ້ໄຂບັນດາບັນຫາໃຫຍ່ຂອງປະເທດຊາດ
ກອງປະຊຸມສູນກາງພັກແກ້ໄຂບັນດາບັນຫາໃຫຍ່ຂອງປະເທດຊາດ - ảnh 1ເປີດກອງປະຊຸມ ສູນກາງພັກຄັ້ງທີ 6 ຊຸດທີ XII

ໃນບົດກ່າວປາໄສເປີດກອງປະຊຸມ ເມື່ອວັນທີ 4 ຕຸລາ ປີ 2017, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຈາະຈີ້ມ, ເນັ້ນຫນັກຢ່າງແຮງບັນດາບັນຫາກ່ຽວຂ້ອງເຖິງສະພາບການເສດຖະກິດສັງຄົມ, ການເງິນງົບປະມານ, ການປ່ຽນໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ການຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການ ເພື່ອໃຫ້ກອງປະຊຸມສູນກາງປຶກສາຫາລື, ພິຈາລະນາ, ຕັດສິນ.

ຄາດຄະເນກ່ຽວກັບສະພາບການເສດຖະກິດສັງຄົມເປັນຢ່າງດີ

ກ່ຽວກັບສະພາບການເສດຖະກິດສັງຄົມ ແລະ ການເງິນ ງົບປະມານ ປີ 2017, ຄາດຄະເນແຜນການພັດທະນາເສດຖະກິດສັງຄົມ ແລະ ຂຶ້ນແຜນການເງິນ ງົບປະມານປີ 2018, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະເຫນີບັນດາກຳມະການສູນກາງພັກ ເລີ່ມມາຈາກສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ ກໍຄືຢູ່ບັນດາຂະແຫນງການ, ຂົງເຂດ, ບໍລິເວນຊື່ງຕົນເອງເຮັດວຽກເພື່ອປຶກສາຫາລື, ໄຈ້ແຍກ, ຕີລາຄາຢ່າງພາວະວິໄສ, ຮອບດ້ານສະພາບການໃນ 9 ເດືອນຕົ້ນປີ, ຊີ້ແຈ້ງບັນດາໝາກຜົນ, ຜົນງານພົ້ນເດັ່ນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍຍັງຄົງຕົວ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ:

        “ຕ້ອງເອົາໃຈໃສ່ການປຽບທຽບກັບບັນດາຄາດໝາຍ, ຫນ້າທີ່ວາງອອກໃນມະຕິກອງປະຊຸມໃຫຍ່ຊຸດທີ XII ຂອງພັກ ແລະ ບັນດາມະຕິຂອງສູນກາງກ່ຽວກັບການພັດທະນາເສດຖະກິດສັງຄົມຢ່າງວ່ອງໄວ ແລະ ໝັ້ນຄົງ, ປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ປ່ຽນໃຫມ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ສ້າງລະບອບນະໂຍບາຍເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ປ່ຽນໃຫມ່, ຍົກສູງປະສິດທິຜົນລັດວິສາຫະກິດ, ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດ.”

ບົນພື້ນຖານບັນດາການໄຈ້ແຍກນັ້ນ, ທ່ານເລຂາທິການໃຫຍ່ ຮຽກຮ້ອງບັນດາກຳມະການສູນກາງຕ້ອງຄາດຄະເນຄວາມສາມາດທີ່ອາດຈະເກີດຂຶ້ນໃນໄລຍະຈະມາເຖິງ, ຄາດຄະເນລ່ວງຫນ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ້ອງມານະພະຍາຍາມຜ່ານຜ່າ, ພິເສດ ແມ່ນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການແກ້ໄຂບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍທີ່ຍັງຄົງຕົວມາແຕ່ດົນນານຂອງພື້ນຖານເສດຖະກິດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ:

        “ກຳນົດຢ່າງຈະແຈ້ງບັນດາຄາດໝາຍ, ຕົວເລກຄາດໝາຍໂດຍພື້ນຖານ, ສຳຄັນທີ່ສຸດໃນປີ 2018, ວາງອອກບັນດານະໂຍບາຍ, ມາດຕະການມີລັກສະນະຄວາມເປັນໄປສູງ, ເປັນຕົ້ນແມ່ນບັນດານະໂຍບາຍ, ມາດຕະການບຸກທະລຸເພື່ອປ່ຽນໃຫມ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ສ້າງໂຄງປະກອບງົບປະມານແຫ່ງລັດຄືນໃຫມ່, ກວດກາຫນີ້ສາທາລະນະ, ສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃຫມ່ຕິດພັນກັບການແກ້ໄຂຫນີ້ເສຍ. ຍູ້ແຮງການສ້າງໂຄງປະກອບການລົງທຶນຂອງລັດຄືນໃຫມ່, ສ້າງລັດວິສາຫະກິດ, ບັນດາຫົວຫນ່ວຍວິຊາການ. ຍົກສູງຄຸນນະພາບການເຕີບໂຕ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເພື່ອລະດົມ ແລະ ນຳໃຊ້ບັນດາແຫລ່ງກຳລັງຢ່າງມີປະສິດທິຜົນ, ຮັບປະກັນການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງນັບທັງເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ.”

ປ່ຽນໃຫມ່ລະບົບການເມືອງ, ຍົກສູງປະສິດທິຜົນບັນດາຫົວຫນ່ວຍວິຊາການຂອງລັດ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີ ກອງປະຊຸມສູນກາງພັກ ຄວນສຸມໃສ່ປະກອບຄຳເຫັນຢ່າງຖືກຕ້ອງຊັດເຈນ, ເພີ່ມເຕີມເພື່ອສ້າງສຳເລັດທັດສະນະ, ຄາດໝາຍ ແລະ ຫນ້າທີ່, ມາດຕະການປ່ຽນໃຫມ່, ສັງລວມລະບົບກົງຈັກການເມືອງທັງໝົດ, ປ່ຽນໃຫມ່ວິທີການຊີ້ນຳນຳພາ, ດ້ວຍຈິດໃຈຫລຸດຜອ່ນພະນັກງານບັນຈຸ ແລະ ປະຕິຮູບເງິນເດືອນ, ແກ້ໄຂການພົວພັນລະຫວ່າງລັດ, ຕະຫລາດ ແລະ ສັງຄົມໃຫ້ມີຄວາມກົມກຽວ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ:

        “ບັນດາຫນ້າທີ່ ແລະ ມາດຕະການວາງອອກຕ້ອງເໝາະສົມ, ມີຄວາມເປັນໄປໄດ້, ມີວິວັດການ, ບາດກ້າວເດີນຢ່າງໝັ້ນຄົງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນພາຍພາກຫນ້າ ແລະ ຍາວນານ, ປະກອບສ່ວນແກ້ໄຂບັນດາບັນຫາໃນສະພາບຕົວຈິງທີ່ພວມວາງອອກສຳລັບການຈັດຕັ້ງກົງຈັກຂອງທັງລະບົບການເມືອງກໍຄືບັນດາອົງການຈັດຕັ້ງຂອງພັກ, ລັດລະອຽດ. ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ ສັງຄົມ.

ທ່ານເລຂາທິການໃຫຍ່ ໄດ້ເນັ້ນຫນັກເຖິງຄວາມຮຽກຮ້ອງຕ້ອງການ ຕ້ອງໄຈ້ແຍກຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງເລື່ອງສືບຕໍ່ຍູ້ແຮງການປ່ຽນໃຫມ່ບັນດາຫົວຫນ່ວຍວິຊາການຂອງລັດ ກໍຄືປ່ຽນໃຫມ່ລັດວິສາຫະກິດ.

ທ່ານເລຂາທິການໃຫຍ່ຖືວ່າ: ເນື້ອໃນໂຄງການຂອງກອງປະຊຸມສູນກາງຄັ້ງນີ້ໄດ້ເຕື້ອງເຖິງຫລາຍບັນຫາກວ້າງໃຫຍ່, ທັງເປັນພື້ນຖານ ແລະ ຮີບດ່ວນ, ກ່ຽວຂ້ອງເຖິງການພັດທະນາເສດຖະກິດສັງຄົມປະຈຳປີ, ປ່ຽນໃຫມ່ການພັດທະນາສັງຄົມ, ປ່ຽນໃຫມ່ດ້ານການເມືອງຢ່າງຄົບຊຸດ ກັບການປ່ຽນໃຫມ່ການພັດທະນາເສດຖະກິດຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ນີ້ກໍ່ແມ່ນບັນດາບັນຫາສຳຄັນ, ສັບສົນ ແລະ ມີຄວາມສະດຸ້ງໄວ, ສົ່ງຜົນກະທົບໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເຖິງຖັນແຖວພະນັກງານ, ລັດຖະກອນ ແລະ ຄົນງານໃນທົ່ວປະເທດ ແລະ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກສັງຄົມ. 

ຕອບກັບ

ຂ່າວ/ບົດ​ອື່ນ