ກອງປະຊຸມສະພາລັດຖະມົນຕີ OECD

(VOVWORLD) -

ໂດຍໄດ້ຮັບການຈັດຂຶ້ນໃນເວລາສອງວັນ (ຄືວັນທີ 2 3 ພຶດສະພາ), ຢູ່ ປາຣີ, ປະເທດ ຝລັ່ງ, ກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ປີນີ້ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການເຕີບໂຕແບບຍືນຍົງ, ປັນຍາປະດິດ ແລະ ຫລຸດຜ່ອນການປ່ອຍ ກາກບອນ.

ກອງປະຊຸມສະພາລັດຖະມົນຕີ OECD - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:Anh Tuấn/VOV)

        ໂດຍແມ່ນເວທີປາໄສຂັ້ນສູງສຸດຂອງ OECD, ກອງປະຊຸມສະພາລັດຖະມົນຕີ OECD (MCM) ປີນີ້ໂດຍ ຍີ່ປຸ່ນ ແລະ ເມັກຊີໂກ ເປັນເຈົ້າພາບຈັດຂຶ້ນ, ດ້ວຍເປົ້າໝາຍພາໄປເຖິງບັນດາການປຶກສາຫາລືທົ່ວໂລກ ຜ່ານບັນດາການສຳຜັດທີ່ພາວະວິໄສ, ເປັນໜ້າໄວ້ເນື້ອເຊື່ອໃຈ, ມຸ່ງໄປເຖິງການເຕີບໂຕແບບຍືນຍົງ ແລະ ກວມລວມ.

        ຍົກສູງບົດບາດຂອງ OECD

        ໃນສອງວັນຈັດກອງປະຊຸມ MCM, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະປະຊຸມສຳຄັນຄັ້ງຕ່າງໆ, ລວມມີ: ປະກາດບົດລາຍງານແງ່ຫວັງເສດຖະກິດທົ່ວໂລກຂອງ OECD; ຊຸກຍູ້ການບໍລິຫານພູມປັນຍາປະດິດແບບກວມລວມ ແລະ ທົ່ວໂລກ; ຫັນບັນດາການກະທຳເພື່ອດິນຟ້າອາກາດຂອງໜ່ວຍໂລກໃຫ້ດີທີ່ສຸດ; ການສົນທະນາຂັ້ນລັດຖະມົນຕີ ເວທີປາໄສ ບັນດາວິທີການສຳຜັດເພື່ອຫລຸດຜ່ອນການປ່ອຍອາຍພິດກາກບອນ (IFCMA). ກ່າວຄຳເຫັນທີ່ພິທີໄຂ, ທ່ານ Mathias Cormann, ເລຂາທິການໃຫຍ່ OECD ຢັ້ງຢືນວ່າ ໂລກພວມຢູ່ໃນຈຸດເວລາມີລັກສະນະບາດລ້ຽວ, ດ້ວຍຫຼາຍສິ່ງທ້າທາຍໃຫຍ່ ອາດສາມາດພັດທະນາຫຼາຍປະເທດໃນອະນາຄົດ. ດັ່ງນັ້ນ, ບົດບາດ ແລະ ພາລະກຳ ຂອງ OECD ໃນການເຊື່ອມຕໍ່ບັນດາປະເທດພ້ອມກັນສ້າງບັນດານະໂຍບາຍທົ່ວໂລກແບບຍືນຍົງນັ້ນນັບມື້ນັບຮີບດ່ວນຍິ່ງກ່ວາເວລາໃດໝົດ:

        “ພວກຂ້າພະເຈົ້າສຸມໃສ່ວຽກງານຂອງຕົນເຂົ້າໃນການຊຸກຍູ້ການຄ້າ ແລະ ການລົງທຶນເສລີ ແລະ ສະເໝີພາບກ່ວາ, ຜ່ານນັ້ນ, ກໍ່ປັບປຸງຄວາມໝັ້ນແກ່ນຂອງບັນດາພື້ນຖານເສດຖະກິດ. ພວກຂ້າພະເຈົ້າກໍ່ສຸມໃສ່ບັນດາຄວາມມານະພະຍາຍາມຂອງຕົນເພື່ອນຳມາເຊິ່ງການນຳພາທີ່ຈຳເປັນ, ຊ່ວຍຮັບມືກັບບັນດາສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງໃຫ້ປະສົບຜົນສຳເລັດ”.

ກອງປະຊຸມສະພາລັດຖະມົນຕີ OECD - ảnh 2ທ່ານ Mathias Cormann, ເລຂາທິການໃຫຍ່ OECD
(ພາບ:Anh Tuấn/VOV)

        ໄປຄຽງຄູ່ກັບການຊຸກຍູ້ການປຶກສາຫາລື ແລະ ການຮ່ວມມືສ້າງນະໂຍບາຍ, OECD ກໍ່ເນັ້ນໜັກເຖິງການເພີ່ມທະວີການມີໜ້າຂອງອົງການນີ້ຜ່ານການຮັບສະມາຊິກໃໝ່ ແລະ ເປີດກ້ວາງບັນດາໂຄງການຄູ່ຮ່ວມມືກັບບັນດາປະເທດ ແລະ ພາກພື້ນ.

        ໃນວັນທຳອິດທີ່ຈັດກອງປະຊຸມ MCM, ດ້ວຍຖານະເປັນປະເທດປະທານກອງປະຊຸມຄັ້ງນີ້, ທ່ານ Fumio Kishida, ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດຂໍ້ລິເລີ່ມສ້າງຂອບນິຕິກຳສາກົນສະບັບໃໝ່ເພື່ອຄຸ້ມຄອງການນຳໃຊ້ປັນຍາປະດິດ (AI). ທ່ານ Fumio Kishida ກໍ່ເນັ້ນໜັກເຖິງເລື່ອງຮັກສາຄວາມເປັນລະບຽບຮຽບຮ້ອຍດ້ານເສດຖະກິດເສລີ ແລະ ຍຸຕິທຳ, ກໍ່ຄືຄວາມຈຳເປັນຂອງເລື່ອງ OECD ເປີດກ້ວາງການພົວພັນຄູ່ຮ່ວມມື ແລະ ຄູ່ເຈລະຈາກັບບັນດາປະເທດທີ່ຍັງບໍ່ທັນເປັນສະມາຊິກຂອງອົງການນີ້.

          ຄວາມປະເອີບໃຈຢ່າງລະມັດລະວັງກ່ຽວກັບການເຕີບໂຕທົ່ວໂລກ

        ໜຶ່ງໃນບັນດາການເຄື່ອນໄຫວທີ່ເປັນໜ້າສົນໃຈໃນຂອບເຂດກອງປະຊຸມ MCM ປີນີ້ແມ່ນເລື່ອງ OECD ປະກາດບົດລາຍງານກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກສະບັບຫຼ້າສຸດ, ໃນນັ້ນ, ໄດ້ຍົກລະດັບການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກປີ 2024 ຢູ່ໃນລະດັບ 3,1%, ສູງກ່ວາເມື່ອທຽບໃສ່ລະດັບ 2,9% ທີ່ຄາດຄະເນ, ໃນເດືອນກຸມພາຜ່ານມາ. ໂດຍອະທິບາຍໃຫ້ແກ່ການຄາດຄະເນທີ່ປະເອີບໃຈນີ້, ທ່ານ Mathias Cormann, ເລຂາທິການໃຫຍ່ OECD ໃຫ້ຮູ້ວ່າ: ໜຶ່ງໃນບັນດາສາຍເຫດຕົ້ນຕໍແມ່ນເລື່ອງ 2 ພື້ນຖານເສດຖະກິດໃຫຍ່ສຸດໃນໂລກຄື: ອາເມລິກາ ແລະ ຈີນ ເຕີບໂຕດີພໍສົມຄວນ. ລະອຽດຄື, OECD ຄາດຄະເນພື້ນຖານເສດຖະກິດ ອາເມລິກາ ເຕີບໂຕ 2,6% ໃນປີ 2024, ເມື່ອທຽບໃສ່ລະດັບຄາດຄະເນ 2,1% ທີ່ຍົກອອກມາກ່ອນໜ້ານັ້ນ ແລະ ລະດັບການເຕີບໂຕ 2,5% ຂອງປີ 2023. ສຳລັບພື້ນຖານເສດຖະກິດ ຈີນ, OECD ໄດ້ຍົກລະດັບການເຕີບໂຕໃນປີ 2024 ຂຶ້ນເປັນ 4,9%, ເມື່ອທຽບໃສ່ລະດັບຄາດຄະເນ 4,7% ທີ່ໄດ້ຍົກອອກມາກ່ອນໜ້ານັ້ນ, ບົນພື້ນຖານນະໂຍບາຍງົບປະມານເປີດກ້ວາງຂອງປະເທດນີ້. ສຳລັບເຂດໃຊ້ສະກຸນເງິນລວມ ເອີລົບ - Eurozone, OECD  ຄາດຄະເນລະດັບການເຕີບໂຕໃນປີນີ້ແມ່ນ 0,7%, ສູງກ່ວາ 0,1% ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.

ກອງປະຊຸມສະພາລັດຖະມົນຕີ OECD - ảnh 3ທ່ານ Mathias Cormann, ເລຂາທິການໃຫຍ່ OECD ມອບສົ່ງກົດລະບຽບ, ຂັ້ນຕອນການເຂົ້າເປັນສະມາຊິກ OECD ໃຫ້ແກ່ຜູ້ຕາງໜ້າ ອິນໂດເນເຊຍ
(ພາບ:Anh Tuấn/VOV)

        ສັງລວມແລ້ວ, ທ່ານ Mathias Cormann, ເລຂາທິການໃຫຍ່ OECD ໃຫ້ຂໍ້ສັງເກດປະເອີບໃຈຢ່າງລະມັດລະວັງກ່ຽວກັບພື້ນຖານເສດຖະກິດທົ່ວໂລກ ເລີ່ມກວມເອົາທ່າແຮງກ່ວາ:

        “ປະຈຸບັນ, ພວມມີບາງສາຍເຫດເພື່ອສືບຕໍ່ມີຄວາມປະເອີບໃຈໃນຊຸມເດືອນ ແລະ ໄຕມາດຈະມາເຖິງ. ເຖິງວ່າບັນດານະໂຍບາຍເງິນຕາຖືກຮັດກຸມ ຍັງໄດ້ກໍ່ຜົນສະທ້ອນ, ພິເສດແມ່ນສະທ້ອນເຖິງຕະຫຼາດດ້ານເຮືອນຢູ່ ແລະ ສິນເຊື່ອກໍ່ຕາມ, ແຕ່ການເຄື່ອນໄຫວເສດຖະກິດທົ່ວໂລກຍັງໝັ້ນແກ່ນພໍສົມຄວນ. ຄວາມເຊື່ອໝັ້ນຂອງພາກເອກະຊົນໄດ້ຮັບການປັບປຸງ, ໄພເງິນເຟີ້ຄ່ອຍໆຫລຸດລົງຢູ່ໃນລະດັບເປົ້າໝາຍ ຂອງບັນດາທະນາຄານກາງ ແລະ ບັນດາຄວາມສ່ຽງກັບເສດຖະກິດທົ່ວໂລກໄດ້ມີຄວາມດຸ່ນດ່ຽງກ່ວາ”.

        ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງ Clare Lombardelli, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ OECD ກໍ່ກ່າວເຕືອນວ່າ ເສດຖະກິດໂລກຍັງຕ້ອງປະເຊີນໜ້າກັບບາງຄວາມສ່ຽງໃຫຍ່, ໃນນັ້ນ, ມີຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ແລະ ໄພເງິນເຟີ້ສູງໃນໄລຍະຍາວ, ພິເສດແມ່ນໃນຂົງເຂດການບໍລິການ, ເຮັດໃຫ້ລາຍຮັບ ແລະ ກຳລັງຊື້ຂອງປະຊາຊົນຫລຸດລົງ./.

ຕອບກັບ

ຂ່າວ/ບົດ​ອື່ນ