ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ - ຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງຈີນ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນໄດ້ຖືກອັດລົງໃນວັນທີ 24 ຕຸລາ, ພາຍຫຼັງດຳເນີນມາເປັນເວລາ 7 ວັນ. ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນພິເສດໃນສະພາວະທີ່ຈີນພວມຢືນຢູ່ຕໍ່ໜ້າໄລຍະສຳຄັນເພື່ອເຮັດສຳເລັດເປົ້າໝາຍ “ ກໍ່ສ້າງສັງຄົມອຸດົມຮັ່ງມີຮອບດ້ານ, ຍູ້ແຮງການພັດທະນາສັງຄົມນິຍົມທີ່ມີສີສັນຂອງຈີນ ”
ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ -  ຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງຈີນ - ảnh 1 ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ ແມ່ນກອງປະຊຸມໃຫຍ່ຄັ້ງສຸດທ້າຍຂອງໄລຍະ 100 ປີແຫ່ງປະຫວັດສາດທຳອິດຂອງ ພັກກອມມູນິດຈີນ. ຮອດປີ 2021, ພັກກອມມູນິດຈີນຈະມີອາຍຸຄົບຮອບ 100 ປີ. ເພາະສະນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນແມ່ນມີຄວາມໝາຍສຳຄັນ, ເປັນຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງຈີນໃນໄລຍະ 5 ປີທີ່ຜ່ານມາ, ຕັດສິນແນວທາງພັດທະນາໃນຊຸມປີທີ່ຈະມາເຖິງ.

    ບັນດາໝາກຜົນທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີທີ່ຜ່ານມາ.

    ໃນຊຸມປີ 1950, ຈີນໄດ້ຍົກອອກແຜນນະໂຍບາຍ ດຳເນີນ “ ການຫັນເປັນທັນສະໄໝ 4 ປະການ ” ເພື່ອສ້າງສາປະເທດຊາດ, ຊຶ່ງລວມມີການຫັນອຸດສາຫະກຳ, ກະສີກຳ, ການປ້ອງກັນຊາດ, ວິທະຍາສາດເຕັກນິກເປັນທັນສະໄໝ. ແຕ່ຍ້ອນຜົນສະທ້ອນຈາກການຫັນປ່ຽນທາງດ້ານການເມືອງ, ສັງຄົມ, ວິວັດການພັດທະນາຂອງຈີນຍັງບໍ່ທັນສາມາດບັນລຸບາດກ້າວບຸກທະລຸໄດ້ເທື່ອນັ້ນ, ບັນດາການນຳຂອງຈີນເອົາໃຈໃສ່ປະຕິບັດການປະຕິຮູບ ແລະ ເປີດປະຕູ, ກໍ່ສ້າງພື້ນຖານເສດຖະກິດຕະຫຼາດບົນພື້ນຖານຍັງຮັກສາລະບອບ ແລະ ຍຶດໝັ້ນແນວທາງນີ້, ນຳເສດຖະກິດຂອງຈີນຢືນອັນດັບ 2 ໃນໂລກ. ນັບແຕ່ເມືອ່ຂຶ້ນກຳອຳນາດ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສື່ຈິນຜີງ ມີແຜນນະໂຍບາຍປະຕິບັດກິດຈະການ ຫັນເປັນທັນສະໄໝທີ 5, ຕາມນັ້ນແລ້ວ, ລົງເລິກເຂົ້າສູ່ການປະຕິຮູບຢ່າງຮອບດ້ານ, ເປີດບັ້ນເຄື່ອນໄຫວຕ້ານສໍ້ລາດບັງຫຼວງ, ເພີ່ມທະວີລະບົບການປົກຄອງດ້ວຍກົດໝາຍ.

    ຕໍ່ໜ້າຄວາມຕັດສິນໃຈປະຕິຮູບຢ່າງແຂງແຮງ, ສັງຄົມຈີນໃນ 5 ປີທີ່ຜ່ານມາໄດ້ມີການປ່ຽນແປງຢ່າງກ້າວກະໂດດຂັ້ນ, ຊຶ່ງສາມາດແກ້ໄຂຄວາມຜິດໂຕ່ນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ, ລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ເຮັດໃຫ້ກົງຈັກພັກ, ລັດປອດໃສ, ຂາວສະອາດ. ເຖິງວ່າ ສະພາບເສດຖະກິດໂລກຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງໃນ 5 ປີທີ່ຜ່ານມາກໍຕາມ, ແຕ່ເສດຖະກິດຈີນສືບຕໍ່ຮັກສາທີ່ຕັ້ງຢືນອັນດັບ 2 ໃນໂລກ ດ້ວຍລະດັບເຕີບໂຕສູງ ແລະ ເປັນປັກກະຕິ.

     ແຕ່ພ້ອມກັບບັນດາຜົນງານນັ້ນ, ຈີນກໍພວມຢືນຢູຕໍ່ໜ້າສິ່ງທ້າທາຍໃໝ່, ຍ້ອນຈຳນວນປະຊາກອນຫຼວງຫຼາຍ, ດັ່ງນັ້ນ, ຄວາມຜິດໂຕ່ນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ, ລະຫວ່າງບັນດາເຂດ, ພາກໄດ້ເພີ່ມຂຶ້ນ, ເປົົ້າໝາຍສ້າງສັງຄົມອຸດົມຮັ່ງມີໃຫ້ສຳເລັດໃນປີ 2020 ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຈຳນວນຜູ້ທຸກຍາກຍັງຫຼາຍຢູ່, ຄວາມຂັດແຍ່ງກັນໃນສັງຄົມໄດ້ເກີດຂຶ້ນ, ສະພາບການສໍ້ລາດບັງຫຼວງຍັງຮ້າຍແຮງຢູ່… ພິເສດຈີນພວມຕ້ອງແກ້ໄຂບັນຫາຮີບດ່ວນໃນປະຈຸບັນ, ນັ້ນແມ່ນໜີ້ສາທາລະນະ, ຊຶ່ງພວມຂຶ້ນເຖິງເກືອບ 260% GDP ໂດຍຄິດໄລ່ເຖິງກາງປີນີ້.

     ໃນສະພາບການນັ້ນ, ການສ້າງບາດລ້ຽວໃໝ່ໃຫ້ແກ່ກິດຈະການປະຕິຮູບຢ່າງຮອບດ້ານ ແມ່ນສິ່ງທີ່ຈຳເປັນທີ່ສຸດ, ແນໃສ່ຮັບປະກັນການເຕີບໂຕເສດຖະກິດແບບຍືນຍົງ, ຮັກສາສະຖຽນລະພາບທາງສັງຄົມ ແລະ ອະນຸລັກບັນດາຄຸນຄ່າວັດທະນະທຳທີ່ກ້າວໜ້າໂດຍອີງໃສ່ລະບົບຄຸນຄ່າສັງຄົມນິຍົມທີ່ມີສີສັນຂອງຈີນ.

     ບາດລ້ຽວທີ່ສຳຄັນ.

   ເພາະສະນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນແມ່ນຈຸດເວທີ່ສຳຄັນເພື່ອໃຫ້ຄະນະການນຳພັກກອມມູນິດຈີນຮັບຮູ້ເຖິງຜົນສຳເລັດ, ຄວາມສະດວກ ກໍຄືບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຈາກນັ້ນ ຈະກຳນົດທິດໃຫ້ອະນາຄົດ, ຍູ້ໄວວິວັດທະນາການປະຕິຮູບທາງດ້ານການເມືອງຢ່າງກ້ວາງເລິກ ແລະ ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນເທື່ອລະກ້າວເພື່ອສັງຄົມມີສະຖຽນລະພາບ, ຍຸດຕິທຳ ແລະ ວັດທະນາຖາວອນກ່ວາເກົ່າ. ໃນບົດລາຍງານການເມືອງທີ່ກອງປະຊຸມໃຫຍ່ຄັ້ງນີ້, ທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈີນຜີງໄດ້ໝັ້ນໝາຍສ້າງປະເທດຊາດສັງຄົມນິຍົມທັນສະໄໝໃນໄລຍະໃໝ່, ພ້ອມທັງນຳປະເທດຈີນກາຍເປັນປະເທດມະຫາອຳນາດອັນດັບໜຶ່ງຂອງໂລກ.

    ໃນເກືອບ 70 ປີທີ່ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ໄດ້ກາຍເປັນເຫດການການເມືອງທີ່ສຳຄັນຍິ່ງຂອງຈີນ, ແມ່ນປັດໄຈຕັດສິນການພັດທະນາໃນອະນາຄົດຂອງປະເທດຊາດ. ເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ ຍິ່ງກາຍເປັນເຫດການສຳຄັນກວ່າ ຂະນະທີ່ຂອບຂະໜາດ ແລະ ການສົ່ງຜົນສະທ້ອນຂອງປະເທດນີ້ທີ່ມີຕໍ່ພື້ນຖານເສດຖະກິດ ແລະ ບັນດາບັນຫາຂອງໂລກນັບມື້ນັບໃຫຍ່ຫຼວງ. ຈາກທີ່ຕັ້ງ “ຟື້ນຕົວແຂງແຮງ ” ຮອດທີ່ຕັ້ງຄ່ອຍໆຢັ້ງຢືນ ແລະ ປັບປຸງບົດບາດແມ່ນປະເທດມະຫາອຳນາດດ້ານເສດຖະກິດ, ການປ່ຽນແປງແຕ່ລະຢ່າງຢູ່ຈີນ ບໍ່ພຽງແຕ່ມີຜົນສະທ້ອນຢູ່ພາຍໃນປະເທດຈີນເອງເທົ່ານັ້ນ, ຫາກຍັງສົ່ງຜົນກະທົບໂດຍກົງບໍ່ໜ້ອຍເຖິງສະພາບການການເມືອງຢູ່ໃນພາກພື້ນ ແລະ ສາກົນອີກດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ