ກອງປະຊຸມໃຫຍ່ຊົນຊາດ ຊີຣີ: ບາດກ້າວທີ່ຈຳເປັນເພື່ອສັນຕິພາບ

(VOVWORLD) - ກອງປະຊຸມໃຫຍ່ຊົນຊາດ ຊີຣີ ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 29 – 30 ມັງກອນ, ຢູ່ນະຄອນ Sochi (ປະເທດລັດເຊຍ) ເພື່ອບັນລຸໄດ້ບັນດາຄວາມຮັບຮູ້ລວມກ່ຽວກັບວິວັດທະນາການປະຕິຮູບລັດຖະທຳມະນູນ ແລະ ການເລືອກຕັ້ງໂດຍສະຫະປະຊາຊາດຕິດຕາມກວດກາ. 

ກອງປະຊຸມໃຫຍ່ຊົນຊາດ ຊີຣີ: ບາດກ້າວທີ່ຈຳເປັນເພື່ອສັນຕິພາບ - ảnh 1 ທູດພິເສດກ່ຽວກັບ ຊີຣີ Staffan de Mistura (ກາງ)

(ພາບ: AFP/TTXVN )

ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາກາລະໂອກາດເພື່ອບັນລຸໄດ້ມາດຕະການການເມືອງ, ຢຸດຕິການປະທະກັນທີ່ແກ່ຍາວຢູ່ຊີຣີ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ມີບັນດາຫຍຸ້ງຍາກກີດຂວາງບໍ່ແມ່ນໜ້ອຍສຳລັບກອງປະຊຸມນີ້.

        ໄປຄຽງຄູ່ກັບບັນດາການເຈລະຈາ ຊີຣີ ໂດຍ ສປຊ ປົກປ້ອງຢູ່ ເຊີແນວ, ກອງປະຊຸມຢູ່ Sochi ແມ່ນຄວາມມານະພະຍາຍາມຂອງລັດເຊຍ ເມື່ອສົມທົບກັບ ອີຣານ ແລະ ຕວກກີ ເພື່ອແນໃສ່ຊອກຫາມາດຕະການໄກ່ເກ່ຍການປະທະກັນທີ່ແກ່ຍາວເປັນເວລາຫຼາຍປີຢູ່ ຊີຣີ. ກ່ອນໜ້ານັ້ນ, ປີ 2017, ລັດເຊຍ, ອີຣານ ແລະ ຕວກກີ ໄດ້ຈັດຕັ້ງບັນດາການເຈລະຈາກ່ຽວກັບ ຊີຣີ ຢູ່ Astana (Kazakhstan) ແລະ ບັນລຸໄດ້ບັນດາໝາກຜົນທີ່ໜ້າຊື່ນຊົມ, ໃນນັ້ນມີການເປັນເອກະພາບກ່ຽວກັບບັນດາເຂດຫລຸດຜ່ອນການປະທະກັນຢູ່ພາກທິດຕາເວັນຕົກ ຊີຣີ. ລັດເຊຍ ໄດ້ເຊື້ອເຊີນຜູ້ແທນ 1.600 ຄົນທີ່ຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະຢູ່ຊີຣີ. ບັນດາຜູ້ຕາງໜ້າສາກົນ ແລະ ພາກພື້ນຄື ລັດເຊຍ, ຕວກກີ, ອີຣານ, ອີຣັກ, ຈີນ, ອີຢິບ, ອັງກິດ… ໄດ້ຮັບການເຊື້ອເຊີນເຂົ້າຮ່ວມດ້ວຍຖານະເປັນນັກສັງເກດການ.

ກາລະໂອກາດຊອກຫາຄວາມເຫັນດີເຫັນພ້ອມ

       ຮອບເຈລະຈາ 9 ຄັ້ງລະຫວ່າງບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ ຊີຣີ ໂດຍ ສປຊ ປົກປ້ອງໄດ້ສິ້ນສຸດລົງ ແຕ່ເກືອບຄືວ່າບໍ່ມີຄວາມຄືບໜ້າໃດໆ. ຮອບເຈລະຈາຄັ້ງທີ 9 ຫວ່າງແລ້ວນີ້ (26 ມັງກອນ), ລັດຖະບານ ຊີຣີ ແລະ ບັນດາຄະນະຜູ້ແທນຂອງຝ່າຍຄ້ານ ເຖິງວ່າໄດ້ເຫັນດີກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດຊົນນະບົດເຂດທາງທິດຕາເວັນອອກ Ghouta ຂອງນະຄອນຫຼວງ Damascus ແຕ່ເປັນໜ້າເສຍດາຍຍ້ອນພາຍຫຼັງ 2 ວັນ, ຂໍ້ຕົກລົງຖືກຍົກເລີກ. ການປະທະກັນທີ່ຮ້າຍແຮງຢູ່ເຂດຕາເວັນອອກ Ghouta ໄດ້ເກີດຂຶ້ນຄືນໃໝ່. ເກີດເຫດການຄືແນວນັ້ນຍ້ອນວ່າຢູ່ບັນດາຮອບເຈລະຈານີ້, ມີພຽງລັດຖະບານ ແລະ ຝ່າຍຄ້ານ ເປັນຕົ້ນທີ່ມີສິດສຽງແຕ່ຫາກບໍ່ແມ່ນທຸກໆຝ່າຍຢູ່ຊີຣີ.

        ດັ່ງນັ້ນ, ໂດຍແຕກຕ່າງກັບບັນດາກອງປະຊຸມດັ່ງກ່າວ, ຢູ່ Sochi, ຜູ້ແທນທັງໝົດລ້ວນແຕ່ມີກາລະໂອກາດຍົກອອກທັດສະນະຂອງຕົນກ່ຽວກັບສະພາບການໃນປະຈຸບັນຢູ່ປະເທດນີ້ ແລະ ກໍ່ຊອກຫາບັນດາມາດຕະການຕໍ່ໄປ. ໜ້າທີ່ຈຸດສຸມຂອງກອງປະຊຸມໃຫຍ່ແມ່ນເລືອກແຟ້ນບັນດາຜູ້ສະໝັກເຂົ້າຮ່ວມຄະນະຮຽບຮຽງລັດຖະທຳມະນູນໃຫ້ແກ່ ຊີຣີ. ນອກຈາກນັ້ນ, ບັນດາຜູ້ແທນກໍ່ປຶກສາຫາລື ກ່ຽວກັບຖະແຫຼງການຮ່ວມ ແລະ ສະເໜີໃຫ້ ສປຊ ແລະ ປະຊາຄົມສາກົນ, ບັນດາອົງການມະນຸດສະທຳສາກົນໜູນຊ່ວຍຟື້ນຟູປະເທດຊາດ. ບັນດາຝ່າຍເຂົ້າຮ່ວມກອງປະຊຸມໃຫຍ່ກໍ່ຢັ້ງຢືນມະຕິເລກທີ 2254 ຂອງ ສປຊ ກ່ຽວກັບຊີຣີ ແມ່ນເອກະສານຕົ້ນຕໍເພື່ອແກ້ໄຂວິກິດການຢູ່ປະເທດ ຕາເວັນອອກກາງນີ້.

        ດ້ວຍຄວາມແຕກຕ່າງກັນຄືແນວນີ້, ດັ່ງນັ້ນ, ກອງປະຊຸມຢູ່ Sochi ໄດ້ຮັບການສະໜັບສະໜູນຈາກ ສປຊ. ເລື່ອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກຮັບຮູ້ລັກສະນະຖືກຕ້ອງຕາມກົດໝາຍຂອງ ກອງປະຊຸມໃຫຍ່ເຈລະຈາຊົນຊາດຢູ່ ຊີຣີ ຄົງຕົວຄຽງຄູ່ກັບບັນດາຮອບເຈລະຈາສັນຕິພາບຢູ່ ສປຊ ກໍ່ຕົກລົງສົ່ງທູດພິເສດ ທ່ານ Staffan de Mistura ເຂົ້າຮ່ວມ ແມ່ນບັນດາພະຍານຫຼັກຖານສະແດງໃຫ້ເຫັນຄວາມຈຳເປັນຕ້ອງຂອງການຈັດຕັ້ງການເຈລະຈາຢູ່ Sochi.

        ນັບທັງປະຊາຊົນ ຊີຣີ ກໍ່ຮູ້ສຶກໄດ້ຄວາມຈຳເປັນຂອງການເຈລະຈາ. ເຂົາເຈົ້າຖືວ່າ, ນີ້ແມ່ນກາລະໂອກາດທີ່ຫາຍາກເພື່ອຮວບຮ່ວມບັນດາທັດສະນະ ແລະ ບັນລຸໄດ້ມາດຕະການການເມືອງ ຍ້ອນບໍ່ມີມາດຕະການໃດນອກຈາກມາດຕະການສັນຕິພາບ. ພາຍຫຼັງເວລາ 7 ປີ, ໄລຍະເວລາໄດ້ພິສູດໃຫ້ເຫັນວ່າ ມີພຽງມາດຕະການສັນຕິພາບແມ່ນສາມາດເປັນໄປໄດ້.

ກອງປະຊຸມໃຫຍ່ຊົນຊາດ ຊີຣີ: ບາດກ້າວທີ່ຈຳເປັນເພື່ອສັນຕິພາບ - ảnh 2ເຂດ al-Kalasa, Aleppo (ຊີຣີ) ຖືກທຳລາຍພາຍຫຼັງການບຸກໂຈມຕີທາງອາກາດ

(ພາບ: AFP-TTXVN)

ບາງສິ່ງກີດຂວາງ

       ກອງປະຊຸມໃຫຍ່ຊົນຊາດ ຊີຣີ ເຖິງວ່າໄດ້ເຕົ້າໂຮມຜູ້ແທນຈາກບັນດາພັກຝ່າຍຄ້ານສະຫງ່ຽມຄ່ຽມຄົມຄື: ຂະບວນການເພື່ອສັງຄົມ, ກອງປະຊຸມຊົນຊາດຊີຣີ, ຂະບວນການ “ອະນາຄົດຂອງ ຊີຣີ” ແລະ “ກຸ່ມຊົນຊາດ” ກໍ່ຕາມແຕ່ຍັງຂາດການເຂົ້າຮ່ວມຂອງ ຄະນະກຳມະການເຈລະຈາ ຊີຣີ (SNC) ຂຶ້ນກັບຝ່າຍຄ້ານຕົ້ນຕໍຢູ່ຊີຣີ. ນັບທັງອຳນາດການປົກຄອງເຂດປົກຄອງດ້ວຍຕົນເອງຊາວ Kurd ຢູ່ ຊີຣີ ກໍ່ຖະແຫຼງບໍ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້. ນີ້ແມ່ນບັນດາການກະທຳທີ່ເປັນໜ້າເສຍດາຍຍ້ອນຂາດຝ່າຍໜຶ່ງໃນການຕໍ່ສູ້ຢູ່ ຊີຣີ ຈະກະທົບບໍ່ແມ່ນໜ້ອຍເຖິງຄວາມມານະພະຍາຍາມບັນລຸໄດ້ມາດຕະການການເມືອງເພື່ອຢຸດຕິການປະທະກັນແກ່ຍາວເປັນເວລາຫຼາຍປີຢູ່ຊີຣີ.

        ນອກຈາກນັ້ນ, ບັນດາຝ່າຍກ່ຽວຂ້ອງໃນບັ້ນຮົບຢູ່ ຊີຣີ ລ້ວນແຕ່ມີການຄິດໄລ່ສະເພາະຂອງຕົນ. ຖ້າຫາກວ່າກ່ອນນີ້, ບັນດາຝ່າຍກໍ່ມີເປົ້າໝາຍລວມແມ່ນຕີໃຫ້ກຳລັງ IS ຖອນອອກຈາກປະເທດນັ້ນ, ແຕ່ເມື່ອກຳລັງນີ້ຖືກປະລາໄຊແລ້ວ, ດ້ວຍລະບົບແນວຄິດສະເພາະ ແລະ ກຳລັງສະໜັບສະໜູນແຕກຕ່າງກັນ, ບັນດາຝ່າຍຢູ່ຊີຣີ ລ້ວນແຕ່ຢາກຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນເວທີການເມືອງ ຊີຣີ. ຍ້ອນການຂັດແຍ່ງກັນນີ້ກໍ່ແມ່ນສິ່ງກີດຂວາງບໍ່ໜ້ອຍສຳລັບການຮັກສາມາດຕະການແກ້ໄຂໃຫ້ແກ່ ຊີຣີ.

        ປະຊາຊົນ ຊີຣີ ພວມມຸ່ງຫວັງມີສັນຕິພາບ ແຕ່ເສັ້ນທາງນັ້ນຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ. ສິ່ງດັ່ງກ່າວໄດ້ຮຽກຮ້ອງຕ້ອງມີເຈດຕະນາດີ ແລະ ຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາຝ່າຍກ່ຽວຂ້ອງ ຫາກບໍ່ພຽງແຕ່ຢູ່ກອງປະຊຸມເຈລະຈາຊົນຊາດຢູ່ Sochi ນີ້ເທົ່ານັ້ນ ຫາກຍັງໃນໄລຍະຕໍ່ໄປອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ