ກະກຽມໃຫ້ດີເພື່ອຈັດຕັ້ງກອງປະຊຸມໃຫຍ່ພັກທົ່ວປະເທດໃຫ້ສຳເລັດຜົນ

ກະກຽມໃຫ້ດີເພື່ອຈັດຕັ້ງກອງປະຊຸມໃຫຍ່ພັກທົ່ວປະເທດໃຫ້ສຳເລັດຜົນ - ảnh 1

ທ່ານເວຂາທິກນໃຫຍ່ ຫງວຽນຟູ໋ຈ່ອງ ກ່າວຄວາມເຫັນໄຂກອງປະຊຸມ

(vovworld) - ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຊຸດ​ທີ 11 ພວມ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​ ແລະ ​ໄດ້ສຳ​ເລັດວຽກ​ງານ​ກະກຽມ​ສຸດ​ທ້າຍ​ໃຫ້​ແກ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20-28/1/2016. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ​ໃຫຍ່ ​ໃນ​ວັນ​ທີ 11/1/2015, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ສະ​ເໜີຄະນະ​ບໍລິການ​ງານ​ສູນ​ກາງ​, ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ ​ເພື່ອ​ປັບປຸງບົດ​ລາຍ​ງານ​ວຽກ​ງານ​ບຸກຄະລາ​ກອນ ຄະນະ​ບໍລິການ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 12​ ໃຫ້​ສຳ​ເລັດ, ພ້ອມ​ທັງ​ພິຈາລະ​ນາ, ​ແຕ່ງ​ຕັ້ງ​ບຸກຄະລາ​ກອນ​ໃນ 4 ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງຊຸດ​ທີ 12. ວິທະຍຸ​ກະຈາຍສຽງ ຫວຽດນາມ ຄັດ​ສະ​ເໜີ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ໃນ​ບົດ​ກ່າວ​ປາ​ໄສ​ສຳຄັນ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເຊີນ​ທ່ານ​ຮັບ​ຟັງ.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິການ​ງານ​ສູນ​ກາງ​​ໄດ້ປຶກສາ​ຫາລື, ຮັບຮອງ​ເອົາ​ແຜນ​ນະ​ໂຍບາຍ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຟິກ (TPP); ສືບ​ຕໍ່​ປັບປຸງ​ວຽກ​ງານ​ບຸກຄະລາ​ກອນ ຄະນະ​ບໍລິການ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 12​ ໃຫ້​ສຳ​ເລັດ ​ແລະ ກະກຽມ​ບຸກຄະລາ​ກອນ​ທີ່​ເປັນ​ການ​ນຳ​ຫຼັກ​ແຫຼ່ງຊຸດ​ທີ 12; ຮັບຮອງ​ເອົາ​ຮ່າງ​ບັນຊີ​ລາຍ​ຊື່​ຄະນະ​ປະທານ, ຄະນະ​ເລຂາ, ຄະນະ​ກວດກາ​ຖານະ​ນິຕິບຸກຄົນ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12.

        ຕີ​ລາຄາ​ຜົນ​ກະທົບ​ຂອງ​ເລື່ອງ​ຫວຽດນາມ​ເຂົ້າ​ຮ່ວມ TPP

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໃນ​ຫຼາຍ​ປີຜ່ານມາ, ພ້ອມ​ກັບ​​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ສົນທິສັນຍາ​ສາກົນ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ ​ຫຼື​ ໄດ້​ເຂົ້າ​ຮ່ວມ​ນັ້ນ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຈລະຈາ, ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫຼາຍ​ສະບັບ ​ເພື່ອ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ ​ແລະ ຍູ້​ແຮງ​ການ​ດຶງ​ດູດ​ທຶນ​ຈາກ​ຕ່າງປະ​ເທດ, ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ. ພາຍຫຼັງ 5 ປີ​ແຫ່ງ​ການ​ເຈລະຈາ, ດ້ວຍວາລະ​ເຮັດ​ວຽກ​ຂັ້ນ​ນັກວິຊາການ 30 ຄັ້ງ ​ແລະ ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ 10 ກວ່າ​ຄັ້ງ, ວັນ​ທີ 5/10/2015, ຫວຽດນາມ ​ແລະ 11 ປະ​ເທດ​ອາຊີ​ປາຊີ​ຟິກ ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ ສິ້ນ​ສຸດ​ການ​ເຈລະຈາ TPP, ​ເຊິ່ງ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ໃໝ່, ທີ່​ມີ​ຄວາມ​ຮຽກຮ້ອງ​ສູງ​ກວ່າ, ມີ​ຂອບ​ເຂ​ດປັບປຸງ​ກວ້າງ​ກວ່າ, ບໍ່​ພຽງ​ແຕ່​ມີບັນດາ​ບັນຫາ​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຫຼາຍ​ບັນຫາ​ທີ່​ກ່ຽວຂ້ອງ​ອີກ​ເຊັ່ນ: ຜູ້​ອອກ​ແຮງ​ງານ - ກຳມະບານ; ສະພາບ​ແວດ​ລ້ອມ; ລັດ​ວິ​ສາ​ຫະກິດ; ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ… ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນຍາ​ເຊິ່ງບັນດາ​ປະ​ເທດ​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ຜູ້​ອອກ​ແຮງ​ງານ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ມີ​ຄວາມ​ມຸ່ງ​ຫວັງທີ່​ສຸດ.

        ທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 13 (​ເດືອນ 12/2015), ຕາມ​ການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ຄະນະ​ກຳມະການ​ພັກ​, ລັດຖະບານ ​ໄດ້​ມີ​ບົດ​ລາຍ​ງານ​ຜົນ​ແຫ່ງ​ການ​ເຈລະຈາ TPP ຍື່ນ​ຕໍ່​ສູນ​ກາງ​ເພື່ອ​ຄົ້ນ​ຄ້ວາ. ວັນ​ທີ 30/12/2015. ກົມ​ການ​ເມືອງ​ໄດ້​ຈັດການ​ປະຊຸມ​ເພື່ອ​ຮັບ​ຟັງ​ຄະນະ​ກຳມະການ​ພັກ, ​ລັດຖະບານ​ລາຍງານ ​ແລະ ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ກົມ​ການ​ເມືອງ​ຍື່ນສະ​ເໜີ​ຕໍ່​ສູນ​ກາງ​ກ່ຽວ​ກັບ​ເລື່ອງ​ກະກຽມລົງ​ນາມ​ໃນ​ສັນຍາ TPP ​ເພື່ອ​ໃຫ້​ສູນ​ກາງ​ພິຈາລະນາ, ຕົກລົງ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

        “ສະ​ເໜີ​ພວກ​ສະຫາຍ​ຄົ້ນ​ຄ້ວາ, ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຜົນ​ຂອງ​ການ​ເຈລະຈາ, ​ໄຈ້​ແຍກ, ຕີ​ລາຄາ​ຜົນ​ກະທົບ​ເມື່ອ​ເຂົ້າ​ຮ່ວມ TPP; ຄວາມ​ສະດວກ ​ແລະ ກາລະ​ໂອກາດ, ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ; ບັນດາ​ບັນຫາ​ວາງ​ອອກ ທີ່​ກ່ຽວຂ້ອງ​ເຖິງ​ການ​ປັບປຸງ​ກົດໝາຍ, ນະ​ໂຍບາຍ, ມາດ​ຕະການ​ຄື​ດັ່ງ​ໄດ້​ຍົກ​ອອກ​ໃນ​ບົດ​ລາຍ​ງານ ​ແລະ ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ. ພ້ອມ​ທັງ​ໃຫ້​ແຜນ​ນະ​ໂຍບາຍ ກ່ຽວ​ກັບ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ຢ່າງ​ເປັນ​ທາງ​ການ​; ກະກຽມ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ; ສ້າງ ​ແລະ ຈັດ​ຕັ້ງປະຕິບັດ​ແຜນການ, ລາຍການ​ປະຕິບັດ​ສັນຍາ, ຕອບ​ສະໜອງ​ຄາດໝາຍ, ຄວາມ​ຮຽກຮ້ອງ​ທີ່​ໄດ້​ວາງ​ອອກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ“.

        ສືບ​ຕໍ່​ປັບປຸງ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ​ຊຸດ​ທີ 12

        ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລ້ວ, ທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 12 ​ແລະ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 13 ຊຸດ​ທີ 11, ຄະນະ​ບໍລິຫານ​ງານ​ສູນ​ກາງ ​ໄດ້​ຕົກລົງ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12, ລວມມີ: ການ​ແຕ່ງ​ຕັ້ງ​ບັນດາ​ກຳມະການ​ສູນ​ກາງ​ທີ່​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ (ທັງ​ທາງ​ການ ​ແລະ ສຳຮອງ); ​ແຕ່ງ​ຕັ້ງບັນດາກຳມະການ​ສູນ​ກາງຊຸດ​ທີ 11 ​ແຕ່ງ​ຕັ້ງຄືນ​ໃໝ່​​ເຂົ້າ ກຳມະການ​ສູນ​ກາງ​ຊຸດ​ທີ 12 ​ແລະ ​ແຕ່ງ​ຕັ້ງບຸກຄະລາ​ກອນ​ເຂົ້າ​ຮ່ວມ​ກົມ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 12. ພ້ອມ​ກັນ​ນັ້ນ, ທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 13, ບັນດາກຳມະການ​ສູນ​ກາງຊຸດ​ທີ 11 ​ໄດ້​ຂຽນ​ໃບ​ສະ​ເໜີ​ບັນດາ​ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 11, ທີ່​ມີ​ມາດຕະຖານ​, ​ເງື່ອນ​ໄຂຢ່າງ​ຄົບ​ຖ້ວນ, ​ໃນ​ເກນ​ອາຍຸ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ບັນດາ​ຕຳ​​ແໜ່ງການ​ນຳ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດ. ພາຍຫຼັງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 13, ບົນ​ພື້ນຖານ​ຜົນ​ແຫ່ງ​ການສະ​ເໜີ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ຄຳ​ເຫັນ​ສະ​ເໜີ​ຂອງ​ບັນດາ​ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາ​ທິການ​ຊຸດ​ທີ 11, ອະນຸ​ກຳມະການ​ບຸກຄະລາ​ກອນ ​ແລະ ກົມ​ການ​ເມືອງ​ໄດ້​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ສະ​ເໜີ​ບຸກຄະລາ​ກອນ​ການ​ນຳ​ຫຼັກ​ແຫຼ່ງຊຸດ​ທີ 12, ລວມມີ​ບັນດາ​ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ຊຸດ​ທີ 11 ທີ່​ມີ​ມາດຕະຖານ​ ມີ​ເງື່ອນ​ໄຂຢ່າງພຽງພໍ… ຮັບ​ເອົາ​ຄຳ​ເຫັນ​ຂອງ​ສູນ​ກາງ​ທີ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 13, ອະນຸ​ກຳມະການ​ບຸກຄະລາ​ກອນ ​ແລະ ກົມ​ກາ​ນ​ເມືອງ​ກໍ່​ໄດ້​ຄົ້ນ​ຄ້ວາ, ພິຈາລະນາ ​ແລະ ​ສະ​ເໜີ​ເພີ່ມ​ກຳ​ມະ​ການ​ສູນ​ກາງ​ຊຸດ​ທີ 11 ​ໃນ​ກໍລະນີ “ພິ​ເສດ“ ຈຳນວນ​ໜຶ່ງ ​ເພື່ອ​ເລືອກ​ຕັ້ງ​ເປັນ​ກຳມະການ​ສູນ​ກາງ​ຊຸດ​ທີ 12 ​ຄືນ​ໃໝ່​​.

        “ສະ​ເໜີ​ພວກ​ສະຫາຍ​ຄົ້ນ​ຄ້ວາ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ຢ່າງ​ລະອຽດ, ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ເພື່ອ​ປັບປຸງ​ບົດ​ລາຍ​ງານ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11 ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12; ພ້ອມ​ທັງ​ພິຈາລະນາ, ​ແຕ່ງ​ຕັ້ງ 4 ຕຳ​ແໜ່​ງທີ່​ເປັນ​ການ​ນຳ​ຫຼັກ​ແຫຼ່ງຊຸດ​ທີ 12. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ອີງ​ໃສ່​ກົດ​ລະບຽບ​ພັກ, ກົມ​ການ​ເມືອງ​ຍື່ນ​ສະ​ເໜີ​ຕໍ່​ສູນ​ກາງ​ຮ່າງ​ລາຍ​ຊື່​ຄະນະ​ປະທານ, ຄະນະ​ເລຂາ ​ແລະ ຄະນະ​ກວດກາ​ຖານະ​ນິຕິບຸ​ກຄົນທີ່​ເປັນ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12ຂອງ​ພັກ. ສະ​ເໜີ​ສູນ​ກາງ​ໃຫ້​ຄຳ​ເຫັນ, ຮັບຮອງ​ເອົາ​ເພື່ອ​ຍື່ນ​ສະ​ເໜີ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12 ຂອງ​ພັກ​ພິຈາລະນາ, ຕົກລົງ​“.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ປຶກສາ​ຫາລື ​ແລະ ຕົກລົງ​ບັນດາ​ວຽກ​ງານ​ທີ່​ຍັງ​ເຫຼືອ ​ເພື່ອ​ສືບ​ຕໍ່​ກະກຽມ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ສຳ​ເລັດ​ຜົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11 ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ພັກ, ປະຊາຊົນ, ປະ​ເທດ​ຊາດ, ສຸມ​ໃສ່​ຄົ້ນ​ຄ້ວາ, ປຶກສາ​ຫາລື, ​ປະກອບຄຳ​ເຫັນ​ເພື່ອ​ສຳ​ເລັດ​ເນື້ອ​ໃນ, ລາຍການ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ