ກະຈາຍສຽງກັບກິລາ

(VOVWORLD) -ກ່ອນນີ້ 7 ປີ , ອົງການ UNESCO ໄດ້ເລືອກເອົາວັນທີ 13 ກຸມພາແມ່ນວັນກະຈາຍສຽງໂລກ. ນີ້ແມ່ນຄວາມເອກອ້າງທະນົງໃຈສຳລັບບັນດາຜູ້ເຮັດວຽກງານກະຈາຍສຽງໃນທົ່ວໂລກ, ໃນນັ້ນ ມີວິທະຍຸກະຈາຍສຽງຫວຽດນາມ. ມີການເຄື່ອນໄຫວຫຼາຍຢ່າງໄດ້ຖືກຈັດຂຶ້ນເພື່ອຢັ້ງຢືນບົດບາດພິເສດຂອງການກະຈາຍສຽງໃນຂົງເຂດສື່ມວນຊົນ ແລະ ເພື່ອແນໃສ່ເຊິດຊູບັນດານັກຂ່າວໃນຂົງເຂດນີ້
ກະຈາຍສຽງກັບກິລາ - ảnh 1 ທ່ານວູ້ຫາຍ ຮອງຜູ້ອຳນວຍການໃຫຍ່ VOV

ໃນຕົວຈິງ, ໃນຍຸກສະໄໝສື່ມວນຊົນຫຼາຍປະເພດຄືໃນປະຈຸບັນ, ກະຈາຍສຽງຍັງຄົງໄດ້ຮັກສາບົດບາດພິເສດ, ແມ່ນພາຫະນະທີ່ສາມາດສົ່ງສານຢ່າງໄວກວ່າໝູ່, ເປັນສິ່ງທີ່ແຜ່ຫຼາຍກວ່າໝູ່ເຖິງທຸກໆຄົນ, ນັບທັງຜູ້ພິການຕາ, ຢູ່ທຸກບ່ອນ, ທຸກເວລາ, ຊ້ຳບໍໜຳ ນັບທັງໃນເວລາໄປເຮັດວຽກ ແລະ ໃນເວລາເຄື່ອນຍ້າຍ…

    ກະຈາຍສຽງ ແລະ ກິລາຜູກຮັດລະຫວ່າງມະນຸດດ້ວຍກັນ

  ປີນີ້, ວັນກະຈາຍສຽງໂລກປີ 2018 ມີຫົວຂໍ້ວ່າ : “ກະຈາຍສຽງກັບກິລາ ”. ອາດຈະຢືນຢັນໄດ້ວ່າ ກິລາຍາມໃດກໍແມ່ນຂົງເຂດທີ່ຜູ້ຟັງມີຄວາມສົນໃຈທີ່ສຸດ. ກິລາສາມາດເຊື່ອມຕໍ່ຫົວໃຈ, ນ້ຳໃຈມິດຕະພາບໃນທົ່ວໂລກ. ຫວນຄືນບັນດາໄລຍະປະຫວັດສາດ, ພວກເຮົາໄດ້ເຫັນວ່າ ກິລາປິງປອງໄດ້ປະກອບສ່ວນເຂົ້າໃນການສ້າງສາຍພົວພັນລະຫວ່າງຈີນ ແລະ ອາເມລິກາເປັນປົກກະຕິໃນຕົ້ນຊຸມປີ 70 ຂອງສະຕະວັດກ່ອນ. ໃນຊຸມມື້ທີ່ຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ, ພວກເຮົາໄດ້ເຫັນປະຈັກຕາກິລາບານເຕະໄດ້ເຊື່ອມຕໍ່ຊາວຫວຽດນາມນັບລ້ານຄົນຂະນະທີ່ຂະບວນຄົນ, ທຸງແດງດາວຄຳເຕັມທ້ອງຖະໜົນສາຍຕ່າງໆເພື່ອຮັບຕ້ອນ, ຊົມເຊີຍທິມບານເຕະ U23 ຫວຽດນາມກັບຄືປະເທດພາຍຫຼັງຄ້ວາໄດ້ຫຼຽນເງິນທີ່ງານແຂ່ງຂັນບານເຕະ U23 ອາຊີ. ແລະ ກໍຢູ່ໃນງານແຂ່ງຂັນກິລາລະດູໜາວທີ່ພວກຈັດຂຶ້ນຢູ່ Pyeong Chang ແຫ່ງ ສ.ເກົາຫຼີ, 2 ພາກເກົາຫຼີ ໄດ້ຕົກລົງເດີນຂະບວນໃຕ້ຄັນທຸງຮ່ວມທີ່ມີຮູບແຫຼມເກົາຫຼີເອກະພາບ ແລະ ໃນທ່າມກາງທຳນອງເພງ Ariang ຂອງຊາດເກົາຫຼີ. ກໍລາບໍ່ພຽງແຕ່ແມ່ນການແຂ່ງຂັນເພື່ອຍາດເອົາຜົນງານເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ພວກເຮົາສາມາດເຂົ້າໃຈກັນກ່ວາ, ຫຍັບມໍ່ເຂົ້າກັນກ່ວາ.

      ວິທະຍຸກະຈາຍສຽງຫວຽດນາມຮ່ວມເດີນທາງພ້ອມກັບກິລາ

   ດ້ວຍມູນເຊື້ອປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວມາເປັນເວລາ 70 ປີ, ວິທະຍຸກະຈາຍສຽງຫວຽດນາມໃນວັນນີ້ ແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼາຍປະເພດແຖວໜ້າຂອງຫວຽດນາມ, ໃນນັ້ນ, ກະຈາຍສຽງມີທີ່ຕັ້ງບົດບາດເປັນຫຼັກແຫຼ່ງ. ໃນຂົງເຂດກິລາ, ວິທະຍຸກະຈາຍສຽງຫວຽດນາມຍາມໃດກໍສະຫງວນເວລາອອກອາກາດບັນດາລາຍການທີ່ເໝາະສົມເພື່ອສ່ອງແສງບັນດາບັນດາເຫດການກິລາທັງຢູ່ພາຍໃນ ແລະ ສາກົນທີ່ສຳຄັນ, ພິເສດເມື່ອມີຄະນະນັກກິລາຫວຽດນາມເຂົ້າຮ່ວມໃນ ເອຊຽນເກັມ, ຊີເກັມ, ງານແຂ່ງຂັນກິລາ ໂອລິມປິກ…ບັນດານັກຂ່າວຂອງ ວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍມີໜ້າໃນບັນດາເຫດການກິລາທີ່ສຳຄັນ ທັງຢູ່ພາຍໃນ ແລະ ສາກົນເພື່ອສ່ອງແສງຢ່າງຄົບຖ້ວນ.

    ປີນີ້, ເນື່ອງໃນໂອກາດ ວັນກະຈາຍສຽງໂລກ, ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດການໂອ້ລົມສົນທະນາ “ກະຈາຍສຽງກັບກິລາ”. ນີ້ແມ່ນເວທີປາໄສເພື່ອເຊີດຊູບັນດານັກຂ່າວເຮັດວຽກງານ ກະຈາຍສຽງ ແລະ ໃນຂົງເຂດກິລາ, ພິເສດໃນຍຸກສະໄໝການປະຕິວັດເຕັກໂນໂລຊີ 4.0. ນີ້ກໍແມ່ນໂອກາດເພື່ອຂະຫຍາຍບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງ, ປະກອບສ່ວນນຳກຳລັງໜູນໃໝ່ ມາໃຫ້ການ ກະຈາຍສຽງ. ນອກຈາກນັ້ນ, ວິທະຍຸກະຈາຍສຽງຫວຽດນາມຍັງສ້າງເຂດສາງສະແດງ ດ້ວຍຮູບແບບຫ້ອງອັດສຽງຮັດແຄບເຂົ້າ, ອັນໄດ້ຊ່ວຍມວນຊົນທີ່ເຂົ້າຮ່ວມສາມາດທົດລອງເປັນຜູ້ດຳເນີນລາຍການ, ນັກວິເຄາະຂ່າວສຳລັບບັນດາລາຍການກິລາ, ຂ່າວຄາວຕ່າງໆ…ເປັນພາສາຫວຽດຫຼືພາສາອັງກິດ ເພື່ອໃຫ້ມວນຊົນສາມາດເຂົ້າໃຈແຈ້ງກ່ວາເກົ່າກ່ຽວກັບການ ກະຈາຍສຽງ, ກ່ຽວກັບ ວິທະຍຸກະຈາຍສຽງຫວຽດນາມ ກໍຄືບັນດາຜູ້ເຮັດວຽກງານກະຈາຍສຽງ.

     ພ້ອມກັບບັນດາພາຫະນະສື່ມວນຊົນອື່ນໆ, ກະຈາຍສຽງພວມຮັບມື້ນັບສວມບົດບາດທີ່ສຳຄັນໃນວຽກງານຖະແຫຼງຂ່າວຢ່າງວ່ອງໄວ, ຊັດເຈນກວ່າໝູ່ເຖິງມວນຊົນຢ່າງສະດວກສະບາຍ. ກິລາກໍແມ່ນຂົງເຂດໄດ້ຮັບບຸລິມະສິດເພື່ອສ່ອງແສງ. ກິລາຍັງແມ່ນສາຍສຳພັນລະຫວ່າງບັນດາປະຊາຊາດ, ປະຊາຊົນນັບລ້ານໆຄົນ ສູ້ຊົນເພື່ອໂລກທີ່ມີວັດທະນະທຳຫຼາຍຮູບຫຼາຍສີ, ເພື່ອພື້ນຖານສັນຕິພາບທີ່ໝັ້ນຄົງໃນໜ່ວຍໂລກທີ່ຮັກແພງຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ