ການກໍ່ສ້າງ ແລະ ປັບປຸງ ລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃຫ້ສົມບູນແບບ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນແນ່ນອນ

(VOVWORLD) -ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງຄາດໝາຍຮອດປີ 2030, ສະເຫລີມສະຫລອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄຫມ, ລາຍຮັບສະເລ່ຍສູງ; ຮອດປີ 2045 ສະເຫລີມສະຫລອງ 100 ປີແຫ່ງວັນສະຖາປະນາປະເທດ, ໃຫ້ກາຍເປັນປະເທດພັດທະນາ ມີລາຍຮັບສູງ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ກຳນົດ: “ສືບຕໍ່ ການກໍ່ສ້າງ ແລະ ປັບປຸງ ລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃຫ້ສົມບູນແບບ ໂດຍພັກນຳພາແມ່ນຫນ້າທີ່ຈຸດສຸມການປ່ຽນແປງໃຫມ່ຂອງລະບົບການເມືອງ”.

ການກໍ່ສ້າງ ແລະ ປັບປຸງ ລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃຫ້ສົມບູນແບບ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນແນ່ນອນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຝຸກ ເປັນປະທານ ກອງປະຊຸມສຳມະນາບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດແຫ່ງອຳນາດກົດໝາຍຢູ່ ຫວຽດນາມ. ເມື່ອວັນທີ 11/12/2021. ພາບ:VOV

ສຳລັບ ຫວຽດນາມ, ເລື່ອງສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ແມ່ນເລີ່ມມາຈາກຄວາມຮຽກຮ້ອງຕ້ອງການທີ່ຈຳເປັນແນ່ນອນຂອງວິວັດການປະຕິວັດຕາມຄັນທຸງເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ ເພື່ອແນໃສ່ສ້າງສັງຄົມ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”. ປະທານໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ໄດ້ສົມທົບຢ່າງກົມກຽວຫນຽວແຫນ້ນລະຫວ່າງທັດສະນະຂອງລັດທິ ມາກເລນິນ ກັບການສືບທອດ, ຮັບເອົາສິ່ງຍອດຢ້ຽມຂອງມວນມະນຸດ, ບົດຮຽນສາກົນກ່ຽວກັບປະຊາທິປະໄຕ, ອຳນາດກົດໝາຍ ໂດຍມີການຄັດເລືອກ, ໝູນໃຊ້ເຂົ້າສະພາບຕົວຈິງຂອງຫວຽດນາມ ຢ່າງມີຫົວຄິດປະດິດສ້າງ. ທ່ານນາງ ຮອງສາດສະດາຈານ ປອ ຕ່າວທິກວຽນ, ສັງກັດສະຖາບັນລັດ ແລະ ກົດໝາຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນຖືວ່າ:

  “ແນວຄິດໂຮ່ຈີມິນ ກ່ຽວກັບລັດແຫ່ງອຳນາດກົດໝາຍໄດ້ມີມາແຕ່ດົນແລ້ວ. ນັບແຕ່ເມື່ອເພິ່ນອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດໄດ້ສຳຜັດກັບແນວຄວາມຄິດທີ່ກ້າວຫນ້າຂອງພື້ນຖານແຫ່ງຄວາມສີວິໄລມວນມະນຸດໃນໄລຍະປະຕິວັດນາຍທຶນຢູ່ ເອີລົບ. ນັ້ນແມ່ນການສົມທົບຢ່າງກົມກຽວຫນຽວແຫນ້ນ ໂດຍມີການໝູນໃຊ້ເຂົ້າໃນເງື່ອນໄຂຕົວຈິງຂອງ ຫວຽດນາມ ຢ່າງມີຫົວຄິດປະດິດສ້າງ ພິເສດ ແມ່ນແນວຄິດກ່ຽວກັບລັດຂອງປະຊາຊົນຢ່າງແທ້ຈິງ. ທຸກສິດອຳນາດຂອງລັດແມ່ນຂຶ້ນກັບປະຊາຊົນຢ່າງແທ້ຈິງ”

        ພາຍຫລັງຖະແຫລງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ທ່ານປະທານໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ມີການກະທຳອັນຖືກຕ້ອງເມື່ອຕັ້ງຫນ້າກະກຽມ ແລະ ຈັດຕັ້ງສຳເລັດຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ I ແລະ ປະກາດໃຊ້ລັດຖະທຳມະນູນປີ 1946 ເພື່ອແນໃສ່ຮັບປະກັນໃຫ້ລັດຫວຽດນາມ ໄດ້ຈັດຕັ້ງ ແລະ ເຄື່ອນໄຫວຕາມທິດປະຊາທິປະໄຕ, ອຳນາດກົດໝາຍ, ຖືກກັບລັດຖະທຳມະນູນ, ກົດໝາຍ. ພ້ອມກັບບັນດາບາດກ້າວພັດທະນາຂອງການປະຕິວັດ, ຂອງປະເທດຊາດ, ຄວາມຮຽກຮ້ອງຕ້ອງການຂອງການສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຄ່ອຍໆໄດ້ວາງອອກໂດຍກົງ ນັບທັງທິດສະດີ ແລະ ພຶດຕິຕຳຕົວຈິງ. ເປັນຄັ້ງທຳອິດ ທີ່ຄຳນິຍາມ “ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ໄດ້ຍົກອອກມາໃນກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ 7 (ປີ 1991) ແລະ ສືບຕໍ່ໄດ້ຢັ້ງຢືນໃນເອກະສານການເມືອງຂອງພັກ ຫລາຍສະບັບ, ໃນນັ້ນມີໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ. (ເພີ່ມເຕີມ, ພັດທະນາປີ 2011).

ມາເຖິງລັດຖະທຳມະນູນປີ 2013, ຄຳນິຍາມ ກ່ຽວກັບ ລັດແຫ່ງອຳນາດກົດໝາຍໄດ້ຍົກໃຫ້ເຫັນຢ່າງລະອຽດ ນັ້ນແມ່ນ: “ລັດ ສສ ຫວຽດນາມ ແມ່ນລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ເພື່ອປະຊາຊົນ. ລັດຖະທຳມະນູນປີ 2013 ກໍ່ໄດ້ກຳນົດບັນດາບັນຫາຫລັກຂອງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ, ພິເສດ ແມ່ນສິດທິມະນຸດ, ສິດພົນລະເມືອງ. ປອ ຫງວຽນສີຢູ໋ງ ອະດີດ ຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດຢັ້ງຢືນວ່າ:

  “ລັດຖະທຳມະນູນປີ 2013 ຮັບຮູ້ທຸກສິດທິມະນຸດ, ສິດພົນລະເມືອງ ບັນລຸມາດຕະຖານໂລກ. ຢູ່ບັນດາປະເທດກ້າວຫນ້າທີ່ສຸດ, ປະຊາຊົນມີສິດຫຍັງ ລັດກໍ່ມີສິດນັ້ນ. ລັດຖະທຳມະນູນປີ 2013  ໄດ້ລະບຸສິດທິມະນຸດ, ສິດພົນລະເມືອງ ພຽງຈຳກັດໃນ 4 ກໍລະນີ: ປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທົ່ວສັງຄົມ, ຄຸນສົມບັດຈັນຍາບັນສັງຄົມ, ສຸຂະພາບວົງຄະນາຍາດ.  ນອກຈາກ  4 ກໍລະນີ ນັ້ນ ບໍ່ມີຫຍັງຈຳກັດ ສິດທິມະນຸດ.                     ການກໍ່ສ້າງລັດແຫ່ງອຳນາດກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແມ່ນມີຄວາມໝາຍສຳຄັນຍິ່ງໃນການຮັບໃຊ້ປະຊາຊົນ, ຈັດຕັ້ງການເຄື່ອນໄຫວສັງຄົມ. ສິ່ງນີ້ໂດຍທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຝຸກ, ຫົວຫນ້າ ຄະນະຊີ້ນຳກ່ຽວກັບການສ້າງແຜນຮ່າງ “ຍຸດທະສາດກໍ່ສ້າງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ຮອດປີ 2030 ການກຳນົດທິດຮອດປີ 2045  ໃຫ້ສົມບູນແບບ” ໄດ້ຢັ້ງຢືນເປັນຫລາຍຄັ້ງວ່າ:

   “ການກໍ່ສ້າງ ແລະ ປັບປຸງ ລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ໃຫ້ສົມບູນແບບ ແມ່ນກົດເກນການພັດທະນາທີ່ຈຳເປັນແນ່ນອນຂອງລັດ ຫວຽດນາມ ກໍ່ຄື ຄວາມມຸ່ງມາດປາດຖະຫນາ, ການເລືອກເຟັ້ນຂອງປະຊາຊົນ, ສອດຄ່ອງກັບທ່າອ່ຽງພັດທະນາຂອງປະເທດຊາດ”

ການກໍ່ສ້າງ ລັດແຫ່ງອຳນາດກົດໝາຍ ຢູ່ ຫວຽດນາມ ປະຈຸບັນ ແມ່ນປັດໄຈພື້ນຖານຮັບປະກັນໃຫ້ເລື່ອງຮັກສາ ແລະ ປະຕິບັດສິດອຳນາດດ້ານການເມືອງຢ່າງມີປະສິດທິຜົນ,ແມ່ນປັດໄຈຮັບປະກັນໃຫ້ປະຊາຊົນມີສິດເຂົ້າຮ່ວມການຄຸ້ມຄອງ, ຄວບຄຸມກົງຈັກລັດ, ແກ້ໄຂສະພາບສວຍໃຊ້ສິດອຳນາດໃນກົງຈັກລັດ ພ້ອມທັງປຸກລຸກພະລັງແຮງ ແລະ ການມີຫົວຄິດປະດິດສ້າງຂອງປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ