ການກໍ່ສ້າງຖັນແຖວພະນັກງານຂັ້ນສູງເພື່ອຮັບໃຊ້ການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງ

(VOVWORLD) - ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ດຳເນີນໃນລະຫວ່າງວັນທີ 25 26 ທັນວາ ຢູ່ຮ່າໂນ້ຍ. ໜຶ່ງໃນບັນດາເນື້ອໃນສຳຄັນທີ່ກອງປະຊຸມຄັ້ງນີ້ແມ່ນການພິຈາລະນາ, ຄັດເລືອກ, ແນະນຳບຸກຄະລາກອນໃຫ້ແກ່ແຜນກຳນົດຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະ ບັນດາຕຳແໜ່ງການນຳຫຼັກແຫຼ່ງອາຍຸການ 2021 2026.
ການກໍ່ສ້າງຖັນແຖວພະນັກງານຂັ້ນສູງເພື່ອຮັບໃຊ້ການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງ - ảnh 1ທ່ານສາດສະດາຈານ, ປອ ຫວູມີງຢາງ 

ການຕີລາຄາຄວາມໄວ້ວາງໃຈ ສຳລັບບັນດາກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງພັກ ແລະ ບັນດາຕຳແໜ່ງອື່ນໆໂດຍສູນກາງເລືອກຕັ້ງ ກໍ່ໄດ້ຮັບການຈັດຕັ້ງ. ປະຕິບັດວຽກງານນີ້ແມ່ນເພື່ອແນໃສ່ສ້າງຖັນແຖວພະນັກງານຂັ້ນສູງເພື່ອຮັບໃຊ້ການພັດທະນາປະເທດຊາດ.

        ໂດຍໄດ້ເລີ່ມມາຈາກຄວາມຮຽກຮ້ອງຕ້ອງການຕົວຈິງ, ກົມການເມືອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ປະກາດໃຊ້ແຜນການ 11, ໃນນັ້ນ, ມີບາງເນື້ອໃນປ່ຽນໃໝ່ໂດຍພື້ນຖານ. ຕາມນັ້ນແລ້ວ, ການສ້າງແຜນກຳນົດຂັ້ນຍຸດທະສາດຂອງສູນກາງພັກ ຕ້ອງຕິດພັນກັບສະພາບການ, ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງ ແລະ ວຽກງານບຸກຄະລາກອນຂອງແຕ່ລະອາຍຸການຂອງກອງປະຊຸມໃຫຍ່ຂອງພັກ.

ມາດຕະຖານສຳລັບພະນັກງານຂັ້ນຍຸດທະສາດສູງກ່ວາ, ຮອບດ້ານກ່ວາ

        ໂດຍມີຄວາມແຕກຕ່າງກັນກັບຄັ້ງກ່ອນໆ, ການວາງແຜນກຳນົດພະນັກງານຂັ້ນຍຸດທະສາດອາຍຸການ 2021 – 2026 ບໍ່ປະຕິບັດພ້ອມກັບບັນດາຕຳແໜ່ງອື່ນ, ຫາກໄດ້ປະຕິບັດເທື່ອລະກ້າວ, ວາງແຜນກຳນົດຄະນະບໍລິຫານງານສູນກາງພັກເປັນທີ່ຮຽບຮ້ອຍແລ້ວ; ຫຼັງຈາກນັ້ນຮອດຄະນະເລຂາທິການສູນກາງ, ກົມການເມືອງ ແລະ ສຸດທ້າຍຈະແມ່ນບັນດາຕຳແໜ່ງຫຼັກແຫຼ່ງຂອງພັກ, ລັດ. ນີ້ແມ່ນບັນດາບາດກ້າວກະກຽມພະນັກງານຫຼັກແຫຼ່ງເພື່ອບຳລຸງສ້າງ, ຝຶກອົບຮົມ, ທົດສອບ, ເພື່ອເປັນພື້ນຖານໃຫ້ແກ່ວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດຊາດແບບຍືນຍົງ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງນັ້ນ, ມາດຕະຖານຕໍ່ພະນັກງານຂັ້ນຍຸດທະສາດກໍ່ຮຽກຮ້ອງຕ້ອງການສູງກ່ວາ, ຮອບດ້ານກ່ວາ.

        ເລື່ອງຄັດເລືອກ, ແນະນຳບຸກຄະລາກອນ, ກ່ອນອື່ນໝົດຕ້ອງຖືມາດຕະຖານກ່ຽວກັບຄຸນນະທາດດ້ານການເມືອງ, ຈັນຍາບັນ, ແບບແຜນການດຳລົງຊິວິດ, ສະຕິການປະຕິບັດລະບຽບວິໄນ, ການເປັນແບບຢ່າງຂອງຕົນເອງ; ກຳລັງຄວາມສາມາດໃນການປະຕິບັດ ຕິດພັນກັບໝາກຜົນຂອງວຽກງານ. ພະນັກງານຂັ້ນຍຸດທະສາດຕ້ອງມີຄວາມໄຝ່ຝັນ, ຄວາມມຸ່ງມາດປາດຖະໜາປ່ຽນໃໝ່, ເພື່ອການພັດທະນາຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານສາດສະດາຈານ, ປອ ຫວູມີງຢາງ, ປະທານສະພາວິທະຍາສາດ ແລະ ບຳລຸງສ້າງ, ມະຫາວິທະຍາສາດແຫ່ງຊາດ ຮ່າໂນ້ຍ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ, ຖືວ່າ:

      “ໂດຍເປັນພະນັກງານຂັ້ນຍຸດທະສາດແລ້ວຕ້ອງມີຄຸນນະທາດສຳຄັນທີ່ສຸດນັ້ນແມ່ນມອງກ້ວາງເຫັນໄກ, ມີຈິນຕະນາການຍຸດທະສາດ. ຢາກຕີລາຄາຜູ້ໃດໜຶ່ງມີລະດັບມອງກ້ວາງເຫັນໄກຫຼືບໍ່ນັ້ນແມ່ນຕ້ອງພິຈາລະນາເຖິງຂະບວນວິວັດທີ່ເຂົາເຈົ້າປະຕິບັດກ່ອນນັ້ນ ກໍ່ຄືການປະພຶດ, ຄວາມຕັດສິນໃຈ ຫຼື ຜົນງານຂອງເຂົາເຈົ້າ. ທີສອງແມ່ນ, ພະນັກງານຂັ້ນຍຸດທະສາດຕ້ອງຮູ້ວິທີນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ.”

ການກໍ່ສ້າງຖັນແຖວພະນັກງານຂັ້ນສູງເພື່ອຮັບໃຊ້ການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງ - ảnh 2 ທ່ານ ຫງວຽນດຶກຮ່າ, ອະດີດຫົວໜ້າກົມຮາກຖານພັກ, ຄະນະຈັດຕັ້ງສູນກາງ

        ຕີລາຄາພະນັກງານຂັ້ນສູງຜ່ານການປ່ອນບັດໄວ້ວາງໃຈ

       ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກໄດ້ຕີລາຄາກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງພັກແຕ່ລະທ່ານ ກໍ່ຄືບັນດາຕຳແໜ່ງໂດຍສູນກາງເລືອກຕັ້ງຜ່ານການປ່ອນບັດໄວ້ວາງໃຈ. ກ່ອນນັ້ນ, ໃນຊຸດທີ 11, ຄະນະບໍລິຫານງານສູນກາງ ເຄີຍປະຕິບັດເລື່ອງປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງນີ້. ທີ່ການພົບປະກັບຜູ້ມີສິດເລືອກຕັ້ງຫວ່າງແລ້ວນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: “ການປ່ອນບັດໄວ້ວາງໃຈຢູ່ທີ່ນີ້ບໍ່ແມ່ນວ່າການພິຈາລະນາ, ເຊິ່ງນັ້ນແມ່ນບາດກ້າວທຳອິດເພື່ອຊ່ວຍໃຫ້ພະນັກງານມີການປັບປຸງດ້ວຍຕົນເອງ, ສູ້ຊົນດ້ວຍຕົນເອງ, ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ”. ໂດຍມີຄວາມເຫັນດີເຫັນພ້ອມຕໍ່ທັດສະນະດັ່ງກ່າວ, ທ່ານ ຫງວຽນດຶກຮ່າ, ອະດີດຫົວໜ້າກົມຮາກຖານພັກ, ຄະນະຈັດຕັ້ງສູນກາງ, ຖືວ່າ: ເລື່ອງປ່ອນບັດໄວ້ວາງໃຈບໍ່ແມ່ນການສຳຫຼວດກວດຄືນໃນໜ້າທີ່ຮັບຜິດຊອບ ຫຼື ປ່ຽນແປງພະນັກງານໃນທັນທີ, ຫາກມີລັກສະນະປ້ອງກັນ, ສຶກສາອົບຮົມ, ໃຫ້ມີສະຕິຕື່ນຕົວເປັນຕົ້ນ:

        “ຄະນະບໍລິຫານງານສູນກາງ ໄດ້ຈັດຕັ້ງການປ່ອນບັດໄວ້ວາງໃຈສຳລັບບັນດາກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງພັກ, ແນ່ນອນວ່າຄວາມຮັບຜິດຊອບຫຼັງຈາກການປ່ອນບັດຈະສູງກ່ວາ. ຖ້າຫາກວ່າຄະນະບໍລິຫານງານສູນກາງພັກ ປ່ອນບັດໄວ້ວາງໃຈສຳລັບບັນດາກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງພັກ, ຜູ້ໃດໄດ້ຮັບບັດໄວ້ວາງໃຈສູງຢ່າງໜ້ອຍນັ້ນກໍ່ຈະແມ່ນການຕີລາຄາ, ຄືດັ່ງລາງວັນສຳລັບເຂົາເຈົ້າ. ຜູ້ໃດປະຕິບັດວຽກງານໄດ້ຮັບມອບໝາຍບໍ່ທັນໄດ້ດີ, ອັດຕາສ່ວນບັດໄວ້ວາງໃຈບໍ່ສູງນັ້ນ ເຂົາເຈົ້າເອງກໍ່ຕ້ອງມີການປັບປຸງ”

        ບັນດາລະບຽບການ, ຂໍ້ກຳນົດໄດ້ຮັບການປະກາດໃຊ້ ແລະ ບັນດາເນື້ອໃນເຊິ່ງກອງປະຊຸມສູນກາງຄັ້ງນີ້ປະຕິບັດ ແມ່ນການປະກອບສ່ວນປ່ຽນແປງໃໝ່ຢ່າງແຮງ, ຄົບຊຸດ, ສັງລວມວຽກງານພະນັກງານຂັ້ນສູງຂອງພັກ, ສ້າງຖັນແຖວພະນັກງານຂັ້ນສູງຕອບສະໜອງໄດ້ໜ້າທີ່ໃນການພັດທະນາ ແລະ ເຊື່ອມໂຍງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ