ການກະທົບຈາກຄຳສັ່ງລົງໂທດຂອງສະຫະປະຊາຊາດທີ່ມີຕໍ່ສປປເກົາຫຼີ

(vovworld) - ​ເລື່ອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ມະຕິ​ລົງ​ໂທດ​ໃຫມ່​ສຳລັບ ສປປ​ເກົາຫຼີ ​ໃນ​ວັນ​ທີ 30/11 ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ການ​ກະທຳ​​ເຂັ້ມ​ແຂງ​ທີ່ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ສຳລັບ​ປະ​ເທດ​ນີ້. ວົງ​ການ​ການ​ເມືອງ​ຫຼາຍ​ປະ​ເທດ ກໍ່​ຄື​ວົງ​ການ​ນັກໄຈ້​ແຍກຖື​ວ່າ ຂອບ​ເຂດການ​ລົງ​ໂທດ​ເຊິ່ງມະຕິ​ເຕື້ອງ​ເຖິງ​ນັ້ນຈະ​ເປັນ​ຄວາມກົດດັນ​​ເພື່ອ​ໃຫ້ ສປປ​ເກົາຫຼີ​ ຫຼຸດຜ່ອນ​ບັນດາ​ການ​ກະທຳ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ​ໃຫ້​ພາກ​ພື້ນ ​ແລະ ກັບ​ຄືນ​ສູ່​ການ​ເຈລະຈາລະຫວ່າງ 6 ຝ່າຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍດາຍ


ການກະທົບຈາກຄຳສັ່ງລົງໂທດຂອງສະຫະປະຊາຊາດທີ່ມີຕໍ່ສປປເກົາຫຼີ - ảnh 1
(ພາບປະກອບ/Reuters)

(vovworld) - ​ເລື່ອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ມະຕິ​ລົງ​ໂທດ​ໃຫມ່​ສຳລັບ ສປປ​ເກົາຫຼີ ​ໃນ​ວັນ​ທີ 30/11 ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ການ​ກະທຳ​​ເຂັ້ມ​ແຂງ​ທີ່ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ສຳລັບ​ປະ​ເທດ​ນີ້. ວົງ​ການ​ການ​ເມືອງ​ຫຼາຍ​ປະ​ເທດ ກໍ່​ຄື​ວົງ​ການ​ນັກໄຈ້​ແຍກຖື​ວ່າ ຂອບ​ເຂດການ​ລົງ​ໂທດ​ເຊິ່ງມະຕິ​ເຕື້ອງ​ເຖິງ​ນັ້ນຈະ​ເປັນ​ຄວາມກົດດັນ​​ເພື່ອ​ໃຫ້ ສປປ​ເກົາຫຼີ​ ຫຼຸດຜ່ອນ​ບັນດາ​ການ​ກະທຳ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ​ໃຫ້​ພາກ​ພື້ນ ​ແລະ ກັບ​ຄືນ​ສູ່​ການ​ເຈລະຈາລະຫວ່າງ 6 ຝ່າຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍດາຍ.

        ມະຕິ​ສະບັບ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ​ທີ່ມີ​ໝາຍ​ເລກ​ 2321 ນັ້ນ, ​​ແມ່ນ​ກ່ຽວຂ້ອງ​ເຖິງ​ເຫດ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5, ນີ້​ກໍ່​ແມ່ນ​ເຫດ​ທົດ​ລອງ​ ນິວ​ເຄຼຍ​ໃຫຍ່​ກວ່າ​ໝູ່​ຂອງ ສປປ​ເກົາຫຼີ ທີ່​ດຳ​ເນີນ​ເມື່ອ​ເດືອນ 9 ຜ່ານ​ມາ. ມະຕິ​ຍາວ 17 ໜ້າ, ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ດ້ວຍ​ບັດ​ສະໜັບສະໜູນ 15 ບັດ ​ແລະ ບໍ່​ມີ​ບັດ​ຄ້ານ. ນີ້​ແມ່ນ​ມະຕິ​ລົງ​ໂທດ​ທີ 6 ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ທີ່​ມີ​ຕໍ່ ສປປ​ເກົາຫຼີ.

        ສຸມ​ໃສ່​ລົງ​ໂທດ​ບັນດາ​ຂົງ​ເຂດ​ທີ່​ມີ​ແຫຼ່ງລາຍ​ຮັບ​ດ້ວຍ​ເງິນຕາ​ຕ່າງປະ​ເທດ

        ຈຸດປະສົງ​ລົງ​ໂທດ​ເຊິ່ງມະຕິ 2321 ມຸ່ງ​ໄປ​ເຖິງ​ ແມ່ນ​ເພື່ອ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດອ່ອນ​ລົງ. ​ໂດຍ​ລະອຽດ​ແມ່ນ, 15 ປະ​ເທດ​ສະມາຊິກ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ຕົກລົງ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຂະ​ແໜງ​ອຸດສາຫະກຳ​ສົ່ງ​ອອກ​ແຖວ​ໜ້າ​ຂອງ ສປປ​ເກົາຫຼີ, ນັ້ນ​ແມ່ນ​ຖ່ານ​ຫີນ, ກໍ່​ຄວາມດັນ​ຕໍ່​ພຽງ​ຢາງ​ດ້ວຍ​ການ​ກີດຂວາງ​ການສົ່ງ​ອອກ​ຖ່ານ​ຫີນ​ຂອງ​ປະ​ເທດ​ນີ້​​ໃຫ້​ຕຳ່​ກວ່າລະດັບ 400 ລ້ານ USD/ປີ ຫຼື 7,5ລ້ານ​ໂຕນ. ສິ່ງ​ດັ່ງກ່າວ​ເທົ່າ​ກັບ​ຄາດໝາຍ​ຫຼຸດ​ປະລິມານ​ຖ່ານ​ຫີນ​ສົ່ງ​ອອກ​ໃນ​ແຕ່ລະ​ປີ​ຂອງ ສປປ​ເກົາຫຼີ ລົງ​ກວ່າ 60%. ສາຍ​ເຫດ​ທີ່​ພາ​ໃຫ້​ຖ່ານ​ຫີນ​ກາຍ​ເປັນ​ຂົງ​ເຂດ​ຈຸດ​ສຸມ​ໃນ​ການຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຄັ້ງ​ນີ້​ ຂອງສະພາ​ຄວາມ​ໝັ້ນຄົງ ສປຊ, ນັ້ນ​ແມ່ນ​ການ​ສົ່ງ​ອອກ​ຖ່ານ​ຫີນ​ ແມ່ນ​ໜຶ່ງ​ໃນ​ບັນດາ​ແຫຼ່ງລາຍ​ຮັບ​ເງິນຕາ​ຈາກ​ຕ່າງປະ​ເທດ​ໃຫຍ່​ກວ່າ​ໝູ່​ຂອງ ສປປ​ເກົາຫຼີ​ ໃນ​ປະຈຸ​ບັນ. ມະຕິ​ກໍ່​ເພີ່ມ​ເຕີມບັນດາ​ຊັບພະຍາກອນ​ໂລຫະ​ເຊັ່ນ: ທອງ, ນິ​ເກັນ, ​ເງິນ, ..​ເຂົ້າ​ບັນຊີ​ລາຍ​ຊື່​ສິນຄ້າ​ຖືກ​ຫ້າມ​ສົ່ງ​ອອກ​ຈາກ ສປປ​ເກົາຫຼີ, ຄວບ​ຄຸມ​ຂົງ​ເຂດ​ເດີນ​ທະ​ເລ ​ແລະ ການ​ເງິນ​ຂອງ​ປະ​ເທດ​ນີ້. ຄາດ​ຄະ​ເນ​ວ່າ, ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່ ຈະ​ພາ​ໃຫ້​ແຫຼ່ງລາຍ​ຮັບ​ເງິນ​ຕາຕ່າງປະ​ເທດ​ຂອງ ສປປ​ເກົາຫຼີ​ ຫຼຸດ​ລົງ​ປະມານ 800 ລ້ານ USD/ປີ.

ຄຽງ​ຂ້າງ​ບັນຫາ​ເສດຖະກິດ, ມະຕິ​ສະບັບ​ໃໝ່​ກໍ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ສຳລັບ​ເຈົ້າ​ໜ້າ​ທີ່​ບາງ​ທ່ານ ​ແລະ ອົງການ​ຈັດ​ຕັ້ງ​ຂອງ ສປປ​ເກົາຫຼີ ທີ່​ຖືກ​ສົງ​ໃສ​ວ່າ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ​ຂອງ​ປະ​ເທດ​ນີ້. ບັນດາ​ສະມາຊິກ​ທັງ​ໝົດ​ຂອງ​ອົງການ​ລ້ວນ​ແຕ່​ຖືກ​ຫ້າມ​ບໍ່​​ໃຫ້ໄປມາ​ໃນ​ທົ່ວ​ໂລກ, ຊັບ​ສົມບັດ​ຖືກ​ປິດ​ລ້ອມ. ມະຕິ 2321 ກໍ່​ຫ້າມ​ການ​ອຸປະຖຳ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ການ​ຄ້າ​ກັບ ສປປ​ເກົາຫຼີ, ຮຽກຮ້ອງ​ຮັດ​ແໜ້ນ​ເລື່ອງ​ກວດກາ​ສິນຄ້າ​ຂອງ​ປະ​ເທດ​ນີ້.

ບັນດາ​ປະ​ເທດ​ທີ່​ຖືກ ສປຊ ຮຽກຮ້ອງ​ໃຫ້​ຫຼຸດຜ່ອນ​ຈຳນວນ​ພາລະ​ກອນ​ການ​ທູດ​ຂອງ ສປປ​ເກົາຫຼີ ຢູ່​ປະ​ເທດ​ຕົນ​ລົງ ​ແລະ ຈຳກັດ​ຈຳນວນ​ບັນຊີ​ທະນາ​ຄານ​ຂອງ​ບັນດາ​ພາລະ​ກອນ​ການ​ທູດ​ລົງ. ຄຽງ​ຂ້າງ​ນັ້ນ. ສປຊ ກໍ່​ກ່າວ​ເຕືອນ​ວ່າ ອາດ​ຈະ​ໂຈະ​ຖານະ​ນາມ​ເປັນ​ສະມາຊິກ​ຂອງ ສປປ​ເກົາຫຼີ ​ຖ້າ​ຫາກ​ວ່າ​ປະ​ເທດ​ນີ້​ສືບ​ຕໍ່​ລະ​ເມີດ​ບັນດາ​ມາດຕາ​ທີ່​ຖືກ​ຍົກ​ອອກ​ມາ.

ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ສປຊ Samantha Power ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​​ບັນດາ​ຜົນງານ​ເຊິ່ງມະຕິ​ສະບັບ​ໃໝ່​ນີ້​ນຳ​ມາ​ໃຫ້. ນີ້​ແມ່ນ​ມະຕິ​ລົງ​ໂທດ​ຢ່າງ​​ຂັນແຂງ​ທີ່​ສຸດ​ສຳລັບ ສປປ​ເກົາຫຼີ. ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຕີ​ລາຄາ​ວ່າ: ມະຕິ 2321 ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຈຸດປະສົງ​ຂອງ​ປະຊາ​ຄົມ​ສາກົນ​ ທີ່​ດຳ​ເນີນ​ບັນດາ​ມາດ​ຕະການ​ທີ່​ຂັນ​ແຂງ​ກວ່າ ​ແລະ ຢູ່​ໃນ​ລະດັບ​ແຕກຕ່າງກັນ ​ເມື່ອ​ທຽບ​ໃສ່​ບັນດາ​ມະຕິ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ກ່ອນ​ນີ້.

ການກະທົບຈາກຄຳສັ່ງລົງໂທດຂອງສະຫະປະຊາຊາດທີ່ມີຕໍ່ສປປເກົາຫຼີ - ảnh 2
(ພາບປະກອບ/EPA)

ມະຕິຂອງ ສປຊ ມຸ່ງ​ໄປ​ສູ່​ການ​ປອດ​ນິວ​ເຄຼຍໃນ​​ແຫຼມ​ເກົາຫຼີ

ສປຊ ​ເລີ່​ມຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຫຼາຍ​ຝ່າຍ ​ແລະ ຝ່າຍ​ດຽວ, ພຽງ​ຢາງ ​ຍັງ​ຄົງ​ສືບ​ຕໍ່​ລາຍການ​ນິວ​ເຄຼຍ​ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ. ການ​ທົດ​ລອງນິວ​ເຄຼຍ, ລູກສອນ​ໄຟ​ນຳ​ວິຖີ​ໃນ​ໄລຍະ​ຫວ່າງ​ແລ້ວ​ນີ້​ ໄດ້​ເພີ່ມ​ຂຶ້ນ​ຫຼາຍ. ຕາມ​ຕົວ​ເລກ​ສະຖິຕິ, ນັບ​ແຕ່​ເດືອນ 1/2016,  ສປປ​ເກົາຫຼີ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ 2 ຄັ້ງ ​ແລະ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຢ່າງ​ໜ້ອຍ​ສຸດ​ແມ່ນ 25 ຄັ້ງ. ​ໃນ​ນັ້ນ​ມີ​ທັງ​ການ​ຍິງ​ດາວ​ທຽມ, ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຈາກ​ກຳ່​ປັ່ນ​ດຳ​ນ້ຳ. ທ່ານ ​ເລຂາທິການ​ໃຫຍ່ ສປຊ Ban ki moon ​ເນັ້ນ​ໜັກ​ວ່າ, ຈຳນວນ​ເຫດ​ຍິງ​ລູກ​ສອນ​ໄຟ​ນີ້​ຂອງ ສປປ​ເກົາຫຼີ “​ແມ່ນ​ຫຼາຍ​ບໍ່​ເຄີຍ​ມີ​ມາ​ເທື່ອ“, ​ແມ່ນ​ໄພ​ນາບ​ຂູ່​ເຖິງ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ ກົນ​ໄກ​ບໍ່​ເຜີຍ​ແຜ່​ນິວ​ເຄຼຍ​ທົ່ວ​ໂລກ. ຄວາມ​ຈິງ​ດັ່ງກ່າວ​ໄດ້​ພາ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ສປຊ ຕ້ອງ​ຮຽກຮ້ອງ​ປະ​ເທດ​ຕ່າງໆ​ຈົ່ງ​ປະຕິບັດ​ມະຕິ 2321 ຢ່າງ​ເຂັ້ມ​ງວດ. ຕາມ​ທ່ານ​ແລ້ວ, ນີ້​ແມ່ນ​ສິ່ງ​ສຳຄັນ​ໃນ​ການ​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຢູ່​ແຫຼມ​ເກົາຫຼີ ກໍ່​ຄື​ຢູ່​ພາກ​ພື້ນ​ອື່ນໆ.

ພາຍຫຼັງ​ປຶກສາ​ຫາລື​ເປັນ​ເວລາ 3 ​ເດືອນ, ສຸດ​ທ້າຍ​ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ່​ເຫັນ​ດີ​ຮັບຮອງ​ເອົາ​ມະຕິ​ລົງ​ໂທດ​ຢ່າງ​ແຮງ​ທີ່​ສຸດ​ສຳລັບ ສປປ​ເກົາຫຼີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສປຊ ຍັງ​ຄົງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ສປປ​ເກົາຫຼີ ກັບ​ຄືນ​ສູ່​ການ​ເຈລະຈາ ​ແລະ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ປອດ​ນິວ​ເຄຼຍ ດ້ວຍ​ບັນດາ​ການ​ກະທຳຕົວ​ຈິງ.

ຂ່າວ/ບົດ​ອື່ນ