ການຊັກຖາມ ແລະ ຕອບຄຳຊັກຖາມ: ປະຊາທິປະໄຕ, ທ່າທີຢາກເປີດກ້ວາງວິໄສທັດ, ມີຄວາມຮັບຜິດຊອບ

(VOVWORLD) - ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14, ໜຶ່ງໃນບັນດາຮູບການຕິດຕາມກວດກາສຳຄັນຂອງສະພາແຫ່ງຊາດ, ໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 15 ມິຖຸນາ ພາຍຫຼັງ ເຮັດວຽກມາເປັນເວລາ 3 ວັນ. ບັນຍາກາດປຶກສາຫາລືມີຄວາມຟົດຟື້ືນ, ປະຊາທິປະໄຕ, ພິເສດແມ່ນເພີ່ມລັກສະນະໂຕ້ວາທີຢູ່ບັນດາວາລະຊັກຖາມ ແມ່ນຈຸດພົ້ນເດັ່ນໄດ້ຮັບການຮັບຮູ້. ເປັນໜ້າສົນໃຈແມ່ນ, ທີ່ວາລະຊັກຖາມຄັ້ງນີ້, ນອກຈາກລັດຖະມົນຕີ 4 ທ່ານໃນບັນຊີລາຍຊື່ຊັກຖາມ, ການເຂົ້າຮ່ວມອະພິປາຍຂອງທັງຮອງນາຍົກລັດຖະມົນ 4 ທ່ານກ່ຽວກັບບັນດາບັນຫາຂຶ້ນກັບຂົງເຂດທີ່ຕົນຮັບຜິດຊອບແລ້ວ, ຍັງໄດ້ສະແດງໃຫ້ເຫັນທ່າທີຢາກເປີດກ້ວາງວິໄສທັດ, ຈິດໃຈຄວາມຮັບຜິດຊອບຢ່າງຈະແຈ້ງເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ. ບົດຂຽນ “ການຊັກຖາມ ແລະ ຕອບຄຳຊັກຖາມ: ປະຊາທິປະໄຕ, ທ່າທີຢາກເປີດກ້ວາງວິໄສທັດ, ມີຄວາມຮັບຜິດຊອບ” ຂອງນັກຂ່າວ VOV.

ການຊັກຖາມ ແລະ ຕອບຄຳຊັກຖາມ: ປະຊາທິປະໄຕ, ທ່າທີຢາກເປີດກ້ວາງວິໄສທັດ, ມີຄວາມຮັບຜິດຊອບ - ảnh 1ກອງປະຊຸມຂອງສະພາແຫ່ງຊາດ

ທີ່ວາລະຊັກຖາມ, ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ລັດຖະມົນຕີ 4 ກະຊວງຕອບຄຳຊັກຖາມນັ້ນແມ່ນ: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ. ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູ້ງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ລັດຖະມົນຕີບັນດາກະຊວງອຸດສາຫະກຳ ການຄ້າ, ຄົມມະນາຄົມຂົນສົ່ງ, ຫົວໜ້າຄະນະກຳມະການຊົນເຜົ່າ, ຜູ້ອຳນວຍການໃຫຍ່ປະກັນສັງຄົມ ຫວຽດນາມ ເຂົ້າຮ່ວມການອະພິປາຍ ແລະ ລາຍງານຕື່ມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງ ແລະ ຕອບຄຳຊັກຖາມໂດຍກົງຕໍ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ). ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ຕາງໜ້າໃຫ້ລັດຖະບານລາຍງານກ່ຽວກັບບາງບັນຫາຂຶ້ນກັບຄວາມຮັບຜິດຊອບລວມຂອງລັດຖະບານ, ຕອບຄຳຊັກຖາມຂອງບັນດາ ສສຊ ໂດຍກົງ ກ່ຽວກັບເນື້ອໃນກ່ຽວຂ້ອງເຖິງ 4 ໝວດບັນຫາຊັກຖາມທີ່ກອງປະຊຸມ.

ກົງໄປກົງມາ, ກະທັດລັດ, ຈຸດສຸມ

       ເລື່ອງສະມາຊິກສະພາແຫ່ງຊາດ ເລືອກເຟັ້ນ 4 ເນື້ອໃນຊັກຖາມຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງ ໄດ້ຊ່ວຍໃຫ້ບັນດາ ສສຊ ເສີມຂະຫຍາຍໄດ້ຈິດໃຈຕັ້ງຄຳຖາມຢ່າງກົງໄປກົງມາ, ແທດຈິງ ແລະ ມີຈຸດສຸມ. ໃນ 3 ວັນຊັກຖາມມີ ສສຊ 196 ທ່ານໄດ້ຕັ້ງຄຳຊັກຖາມ. ເຖິງວ່າໄດ້ເພີ່ມເວລາດຳເນີນການຊັກຖາມຕື່ມອີກເຄິ່ງມື້ກໍ່ຕາມ ແຕ່ຍັງມີ ສສຊ ຫຼາຍທ່ານຕັ້ງຄຳຖາມຢູ່ແຕ່ເວລາບໍ່ພຽງພໍເພື່ອຕອບຄຳຊັກຖາມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ສສຊ ໄດ້ສະແດງຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ, ຊັກຖາມຢ່າງກະທັດລັດ, ຈະແຈ້ງ, ຕິດແທດກັບໝວດບັນຫາ. ທ່ານ ເຢືອງຈູງກວກ, ສສຊ ແຂວງ ດົ່ງນາຍ, ໄດ້ຕີລາຄາວ່າ:

        “ນີ້ພຽງແຕ່ແມ່ນກອງປະຊຸມສະໄໝສາມັນເທື່ອທີ 3 , ແມ່ນການຊັກຖາມຄັ້ງທີ 2 ຂອງບັນດາ ສສຊ ຊຸດທີ 14 ເທົ່ານັ້ນ, ໃນນັ້ນ 2/3 ແມ່ນ ສສຊ ໃຫມ່ແຕ່ຈຳນວນ ສສຊ ເຂົ້າຮ່ວມການຊັກຖາມຫຼາຍພໍສົມຄວນ. ນັບທັງຂ້າພະເຈົ້າເອງກໍ່ໄດ້ຈົດທະບຽນ ແຕ່ກໍ່ບໍ່ຮອບຜຽນ. ນັ້ນແມ່ນສິ່ງທີ່ເປັນໜ້າຊົມເຊີຍ. ທີສອງແມ່ນ, ເວລາດຳເນີນການຊັກຖາມໄດ້ແກ່ຍາວກ່ວາອີກແລ້ວ, ວິທີບໍລິຫານການຊັກຖາມກໍ່ດີກ່ວາ. ການຊັກຖາມໄດ້ນຳມາເຊິ່ງຜົນກະທົບທີ່ດີ ຍ້ອນວ່າຢູ່ທີ່ນີ້ບໍ່ພຽງແຕ່ຊັກຖາມບັນດາສະມາຊິກລັດຖະບານເທົ່ານັ້ນ ຫາກໃນພາກການຕົວຈິງ ປະຊາຊົນສາມາດຕິດຕາມບັນດາ ສສຊ ທີ່ຕົນໄດ້ເລືອກຕັ້ງອີກດ້ວຍ.”

        ປະກອບສ່ວນເຂົ້າໃນຜົນງານຂອງວາລະຊັກຖາມແມ່ນບັນຍາກາດຂອງການໂຕ້ເວທີຂອງບັນດາ ສສຊ ທີ່ຫໍປະຊຸມ. ໃນ 3 ວັນດຳເນີນການຊັກຖາມ, ມີສສຊ 58 ທ່ານໄດ້ເຂົ້າຮ່ວມການໂຕ້ວາທີ. ນີ້ແມ່ນຈຸດໃໝ່ທີ່ມີລັກສະນະຕັ້ງໜ້າ. ບໍ່ພຽງແຕ່ມີການໂຕ້ວາທີລະຫວ່າງ ສສຊ ກັບບັນດາສະມາຊິກລັດຖະບານເພື່ອເຮັດແຈ້ງບັນດາສິ່ງຈຳກັດ, ກຳນົດຄວາມຮັບຜິດຊອບ ແລະ ມີມາດຕະການແກ້ໄຂເທົ່ານັ້ນ ຫາກຍັງແມ່ນການໂຕ້ວາທີລະຫວ່າງບັນດາ ສສຊ ນຳກັນອີກດ້ວຍເພື່ອເຂົ້າໃຈຖືກຕ້ອງທາດແທ້ຂອງວຽກງານ. ທ່ານ ຫງວຽນວັນຫຽນ, ສສຊ ແຂວງເລີມດົ່ງ ໃຫ້ຂໍ້ສັງເກດວ່າ:

        “ບັນດາ ສສຊ ມີກາລະໂອກາດຫຼາຍກ່ວາເພື່ອໄຈ້ແຍກບັນຫາພ້ອມກັບລັດຖະບານ, ກະຊວງ, ຂະແໜງການເພື່ອສາມາດຍົກອອກບັນດາມາດຕະການດີກ່ວາໃຫ້ແກ່ການຄຸ້ມຄອງ, ບໍລິຫານພື້ນຖານເສດຖະກິດ.”

ການຊັກຖາມ ແລະ ຕອບຄຳຊັກຖາມ: ປະຊາທິປະໄຕ, ທ່າທີຢາກເປີດກ້ວາງວິໄສທັດ, ມີຄວາມຮັບຜິດຊອບ - ảnh 2 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ກອງປະຊຸມ

ທ່າທີຢາກເປີດກ້ວາງວິໄສທັດ, ມີຄວາມຮັບຜິດຊອບ

       ສິ່ງສຳຄັນເພື່ອເຮັດໃຫ້ວາລະຊັກຖາມມີປະສິດທິຜົນແມ່ນການຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານ. ໃນຕະຫຼອດ 3 ວັນດຳເນີນການຊັກຖາມ ແລະຕອບຄຳຊັກຖາມ, ນອກຈາກລັດຖະມົນຕີ 4 ທ່ານໃນບັນຊີລາຍຊື່ຊັກຖາມແລ້ວ, ລັດຖະມົນຕີບາງທ່ານ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງບາງທ່ານ, ຍັງມີການເຂົ້າຮ່ວມອະພິປາຍຂອງຮອງນາຍົກລັດຖະມົນຕີ ທັງ 4 ທ່ານກ່ຽວກັບບັນດາບັນຫາຂຶ້ນກັບຂົງເຂດທີ່ຕົນຮັບຜິດຊອບ. ບັນດາສະມາຊິກ ລັດຖະບານ ໄດ້ຮັບຜິດຊອບຢ່າງກົງໄປກົງມາ ແລະ ມີມາດຕະການຕັດສິນໃຈເພື່ອຫັນປ່ຽນສະພາບການໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວໂດຍ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຮອງເມື່ອກ່າວຄຳເຫັນສະຫລຸບວາລະຊັກຖາມທີ່ກອງປະຊຸມເທື່ອທີ 3, ສະພາແຫ່ງຊາດຊຸດທີ 14:

        “ສະພາແຫ່ງຊາດຮັບຮອງຄວາມເຄັ່ງຂຶມ, ທ່າທີເປີດກ້ວາງວິໄສທັດ, ຈິດໃຈຮັບຜິດຊອບຂອງບັນດາສະມາຊິກລັດຖະບານ ໃນການຕອບຄຳຊັກຖາມ. ເຖິງວ່າອາຍຸການຍັງບໍ່ທັນໄດ້ໜຶ່ງປີເຕັມ, ໃນສະພາບການຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ກໍ່ຄືບັນດາຄວາມຫຍຸ້ງຍາກພາຍໃນປະເທດຂອງພື້ນຖານເສດຖະກິດ ແຕ່ຄະນະລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງການໄດ້ ພະຍາຍາມຢ່າງສຸດຂີດ, ມານະພະຍາຍາມຊີ້ນຳ, ບໍລິຫານ, ແກ້ໄຂບັນດາສິ່ງຈຳກັດ, ອ່ອນດ້ອຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການເພື່ອຄວາມມີສະຖຽນລະພາບ ແລະ ຊຸກຍູ້ການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.”

        ການຊັກຖາມ ແລະ ຕອບຄຳຊັກຖາມສະແດງໃຫ້ເຫັນບົດບາດໜ້າທີ່ຕິດຕາມກວດກາຂອງສະພາແຫ່ງຊາດ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ອີກເທື່ອໜຶ່ງ ຈິດໃຈປະຊາທິປະໄຕ, ຄວາມຮັບຜິດຊອບໄດ້ຮັບການເສີມຂະຫຍາຍໃນບັນດາວາລະຊັກຖາມ, ປະກອບສ່ວນກະທົບຢ່າງຕັ້ງໜ້າເຖິງຫຼາຍດ້ານໃນການເຄື່ອນໄຫວບໍລິຫານ, ຄຸ້ມຄອງລັດຖະບານ, ບັນດາກະຊວງ, ຂະແໜງການໃນການປະຕິບັດບັນດາຈຸດໝາຍ, ຄາດໝາຍແຜນການພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃຫ້ແກ່ປີ 2017 ໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ