ການຊ່ວງເສັງອາວຸດ - ໄພອັນຕະລາຍທີ່ພວມຊ້ອນແຝງຢູ່ ອາຊີໃຕ້

(vovworld) - ​​ເລື່ອງ​ອິນ​ເດຍ ​ແລະ ປາ​ກິ​ດສະຖານ ພ້ອມ​ກັນ​ດຳ​ເນີນ​ການຍິງທົດ​ລອງ​ລູກ​ສອນ​ໄຟ​ຕິດ​ຫົວ​ນິວ​ເຄຼຍ ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ເກີດ​ຄວາມ​ວິຕົກ​ກັງວົນ. ຄວາມ​ຈິງ​ຊີ້​ໃຫ້​ເຫັນ​ວ່າ, ນີ້​ບໍ​ແມ່ນ​ຄັ້ງ​ທຳ​ອິດ​ທີ່ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່ ອາຊີ​ໃຕ້ດຳ​ເນີນ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ​ແຕ່​​ໃນໄລຍະ​ມໍ່ໆ​ມາ​ນີ້ ການຍິງ​ທົດ​ລອງລູກ​ສອນ​ໄຟ​​ແມ່ນ​ດຳ​ເນີນ​ໄປ​ນັບ​ມື້​ນັບ​ຫລາຍ​, ​ໃນ​ນັ້ນ ​ເມື່ອ​ປະ​ເທດ​ນີ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ​ກວ່າ, ​ແຂງ​ແຮງ​ກວ່າ, ປະ​ເທດ​ອື່ນ​ກໍ​ຖະ​ແຫລ​ງຈະ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ປະ​ເພດຄ້າຍຄື​ກັນ. ​ສິ່ງ​ນັ້ນ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ເກີດ​ຄວາມ​ວິຕົກ​ກັງວົນ.

        ວັນ​ທີ 19/9, ກອງທັບ ອິນ​ເດຍ ປະກາດ​ວ່າ, ຈາກ​ສະຫນາມ​ຍິງ​ລູກ​ສອນ​ໄຟ​ຢູ່​ເກາະ Wheeler ນອກ​ຝັ່ງ​ທະ​ເລ Odisha, ອິນ​ເດຍ​ໄດ້​ຍິງ​ທົດ​ລອງ ລູກ​ສອນ​​ໄລຍະ​ໄກສາ​ມາດຕິດ​ຫົວ​ນິວ​ເຄຼຍ Agni 4 ສຳ​ເລັດ​ຜົນ. ນີ້​ເປັນ​ການ​ຍິງ​ທົດ​ລອງ ລູກ​ສອນ​ໄຟ​ຕິດ​ຫົວ​ນິວ​ເຄຼຍ Agni 4 ຄັ້ງ​ທີ 3 ຂອງ​ອິນ​ເດຍ. ພາຍຫລັງ​ເຫດການ​ນີ້, ​ໃນ​ວັນ​ທີ 20/9, ກອງ​ບັນຊາ​ການ​ບັນດາ​ກຳລັງ​ຍຸດ​ທະ​ສາດ ອິນ​ເດຍ ​ແລະ ບັນດາ​ນັກວິທະຍາສາດ​ຂອງ​ອົງການ​ຄົ້ນ​ຄ້ວາ ​ແລະ ພັດທະນາ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ກໍ​ພວມ​ກະກຽມ​ການ​ຍິງທົດ​ລອງລູກ​ສອນ​ໄຟ​ຕິດ​ປີກ​ Nirbhay ​ໄລຍະ​ໄກ 1000 ກິ​​ໂລ​ແມັດ ​ແລະ ສາມາດ​ຍິງ​ຈາກ​ບັນດາບໍລິພັນ. ກ່ອນ​ຫນ້າ​ນັ້ນ, ​​ເມື່ອ​ເດືອນ 8/2012, ອິນ​​ເດຍ ​ໄດ້​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຫນ້າດິນ​ຕ້ານ​ຫນ້າດິນ Prithvi 2 ສາມາດ​ຕິດ​ຫົວ​ນິວ​ເຄຼຍສຳ​ເລັດ​ຜົນ.

        ການ​ຍິງ​ລູກ​ສອນ​ໄຟ​ນິວ​ເຄຼຍດັ່ງກ່າວ ບໍ່​ເປັນ​ຫນ້າ​ປຶກສາ​ຫາລື ຖ້າ​ຫາກ​ບໍ່​ປະຕິ​ດບັດ ພາຍຫລັງ​ ພຽງ 48 ຊົ່ວ​ໂມງ ທີ່ປາ​ກິດ​ສະຖານ​ຖະ​ແຫລ​ງຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຕິ​ດປີກ Hatf 7 ສາມາດ​ຕິດ​ຫລາຍຫົວ​ນິວ​ເຄຼຍສຳ​ເລັດ​ຜົນ. ​ເຖິງ​ວ່າ ອິນ​ເດຍ ​ແລະ ປາ​ກິດ​ສະຖານ ລ້ວນ​ແຕ່​ບໍ່​ຍອມຮັບ​ມີເຈດ​ຈຳນົງ​ຊ່ວງ​ເສັງ​​ອາວຸດ​​ໃຫມ່ ​ແຕ່​ພາຍຫລັງ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟຂອງ​ປະ​ເທດ​ນີ້, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ພັດ​ດຳ​ເນີນ​ການ​ຍິງ​ທົດ​ລອງ​​ເຊ່ັນ​ກັນ, ​ສິ່ງ​ດັ່ງກ່າວ​ໄດ້ເຮັດ​​ໃຫ້​ປະຊາ​ຄົມ​​ໂລກ​ເກີດ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ຊ່ວງ​ເສັງ​ອາວຸດ​ນິວ​ເຄຼຍແບບ​ປິດ​ລັບຢູ່ ອາຊີ​ໃຕ້.

ການຊ່ວງເສັງອາວຸດ - ໄພອັນຕະລາຍທີ່ພວມຊ້ອນແຝງຢູ່ ອາຊີໃຕ້ - ảnh 1
ອິນ​ເດຍ​ໄດ້​ຍິງ​ທົດ​ລອງ ລູກ​ສອນ​​ໄລຍະ​ໄກສາ​ມາດຕິດ​ຫົວ​ນິວ​ເຄຼຍ Agni 4
 ສຳ​ເລັດ​ຜົນ
ພາບ: internet

        ຄວາມ​ຈິງ​ແລ້ວ, ອິນ​ເດຍ ​ແລະ ປາ​ກິ​ດສະຖານ ລ້ວນ​ແຕ່​ແມ່ນ​ສອງ​ປະ​ເທດ​ມະຫາ​ອຳນາດ​ກ່ຽວ​ກັບ​ນິວ​ເຄຼຍຢູ່ ພາກ​ພື້ນ. ສອງ​ປະ​ເທດ​ນີ້​ບໍ່​ທັນ​ລົງ​ນາມ​ໃນ​ສົນທິສັນຍາ​ບໍ່​​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​(NPT). ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ນີ້​ຖະ​ແຫລ​ງວ່າ ສາມາດ​ຜະລິດ​ອາວຸດ​ນິວ​ເຄຼຍ ​ເມື່ອ​ປີ 1998, ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຄັ້ງ​ຕ່າງໆໄດ້​ຮັບ​ການ​ປະຕິບັດ ​ແລະ ​ໄລຍະ​ມໍ່ໆ​ມາ​ນີ້ ​ແມ່ນ​ດຳ​ເນີນ​​ໄປ​ນັບ​ມື້​ນັບ​ຫລາຍ. ​ເຖິງ​ວ່າ ​ໄລຍະ​ນີ້ ການ​ພົວພັນ​ລະຫວ່າງ ອິນ​ເດຍ ​ແລະ ປາ​ກິດ​ສະຖານ ​ໄດ້​ຮັບ​ການ​ປັບປຸງ​ແລ້ວ​, ສອງ​ຝ່າຍ​ພວມ​ດຳ​ເນີນ​ການ​ພົບ​ປະ​ສົນທະນາ​ທີ່​ມີ​ລັກສະນະ​ສ້າງສັນ ​ແຕ່​ຈາກ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ເກີດ​ຄວາມ​ສົງ​​ໃສ​ວ່າ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ທັງ​ສອງ​ຝ່າຍ​ບໍ່​ທັນ​ສົມບູນ.

        ຫວນ​ຄືນ​ອະດີດຕະການ, ການ​ພົວພັນ​ລະຫວ່າງ ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້​ສະຫນິດສະຫນົມ​ປານ​ໃດ. ນັບ​ແຕ່​​ເມື່ອ​ໄດ້​ຮັບ​ຄວາມ​ເອກະລາດ ​​ແຕ່ປີ 1947 ມາຮອດ​ປະຈຸ​ບັນ, ສອງ​ຝ່າຍ​ໄດ້​ຜ່ານ​ຜ່າ​ສົງຄາມ​ພາກສ່ວນ​​ເຖິງ 3 ຄັ້ງ. ​​ເມື່ອ​ສະພາບ​ການ​ພວມ​ເປັນ​ປົກກະຕິ, ບັນດາ​​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ, ການ​ຊ່ວງ​ເສັງ​ອາວຸດ​ເກິ​ດຂຶ້ນ​ພາຍຫລັງວັນ​ທີ 19/4 ອິນ​ເດຍ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ​ສາມາດ​ຕິດ​ຫົວ​ນິວ​ເຄຼຍ​ນັ້ນໄດ້​ເຮັດ​ໃຫ້  Islamabad ​ເກີດ​ຄວາມ​ວິຕົກ​ກັງວົນ. ຫລັງ​ຈາກ​ນັ້ນ ພຽງ​ໃນ​ເວລາ 1 ​ເດືອນ, ກອງທັບ​ປາ​ກິດ​ສະຖານ ​ໄດ້​ດຳ​ເນີນ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຕິດ​ປີກ​ໄລຍະ​ກາງ 4 ຄັ້ງ​ສຳ​ເລັດ​ຜົນ      ອັນ​ເປ​ັນການ ຢືນຢັນ​​ເຖິງຄວາມ​ກ້າວຫນ້າ​ຊື່​ງປະ​ເທດ​ນີ້ບັນລຸ​ໄດ້​ໃນ​ຂົງ​ເຂດ​ການ​ທະຫານ. ລະອຽດ​ຄື: ບັນລຸ​ຄວາມ​ສາມາດດຸນ​ດຽງຍຸດ​ທະ​ສາດ​​ໃນ​ທາງ​ບົກ ​ແລະ ທາງ​ທະ​ເລ, ດ້ວຍ​ເຕັກ​ໂນ​ໂລ​ຊີ​ຕິດ​ປີກ ຢ່າງ​ຍອດ​ຢ້ຽມ ພຽງ​ແຕ່​ມີ​ບາງປະ​ເທດ​​ ​ຢູ່​ໃນ​ໂລກຜະລິດໄດ້. ກ່ຽວ​ກັບ​ບັນຫາ​ນີ້ ​ຄຳ​ຖາມວາງ​ອອກ​ນັ້ນ​ແມ່ນ ​ຕາມ​ຫລັງ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນັ້ນ ມີ​ການ​ປົກ​ປ້ອງ​ຂອງ​ປະ​ເທດ​ໃຫຍ່​ຫລື​ບໍ່. ​ຍັງ​ບໍ່​ທັນ​ມີ​ ຄຳ​ຕອບເທື່ອ ​ແຕ່​ຕາມ​ວົງ​ການ​​ໄຈ້​ແຍກ​ແລ້ວ, ​ເລື່ອງ ວໍ​ຊິງ​ຕັນ ​ແລະ New Delhi ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ອິນ​ເດຍ ພວມ​ຄ່ອຍໆ​ກາຍ​ເປັນ​ປະ​ເທດ​ພັນທະ​ມິດ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ໃຫຍ່​ຂອງ ອາ​ເມ​ລິ​ກາ ຢູ່ ພາກ​ພື້ນ ອາຊີ​ໃຕ້ ນັ້ນ​ແມ່ນບໍ່​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ Islamabas .

        ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ອາດ​ຈະ​ເກີດ​ການ​ປະ​ທະ​ກັນ, ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ຮຽກຮ້ອງ​ໃຫ້ ອິນ​ເດຍ ​ແລະ ປາ​ກິດ​ສະຖານ ຄວນ​ສືບ​ຕໍ່ ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ແລະ ສັນຕິພາບ ຢູ່ ພາກ​ພື້ນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ພົວພັນ​ທີ່ໄດ້​ຮັບ​ການ​ປົວ​ແປງ ລະຫວ່າງ​ສອງ​ປະ​ເທດ. ປະຈຸ​ບັນ ສາຍ​ພົວພັນ​ລະຫວ່າງ New Delhi ​ແລະ Islamabad ບັນລຸ​ໄດ້​ຜົນ​ງານ​ບາງ​ຢ່າງ. ​ເມື່ອ​ຕົ້ນ​ເດືອນ 9 ນີ້, ​ໃນ​ການ​ເຈລະຈາ​ກັບ​ທ່ານ Somanahali Mallaiah Krishna ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ​ເມື່ອ​ໄປ​ຢ້ຽມຢາມ Islamabad, ທ່ານ​ນາຍົກລັດຖະມົນຕີ ປາ​ກິດ​ສະຖານ Pervez Ashraf ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ ອິນ​ເດຍ ​ແລະ ປາ​ກິດ​ສະຖານ ຈະ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ຕາມ​ເສັ້ນທາງ​ຊ່ື​ງສອງ​ຝ່າຍ​ໄດ້​ເລືອກ​ເຟັ້ນ. ສອງ​ປະ​ເທດ​ໄດ້​ກຳນົດ​ 8 ຂົງ​ເຂດ​ຮ່ວມ​ມື​ສອງ​ຝ່າຍ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ກະສິກຳ, ການທ່ອງທ່ຽວ, ການ​ສຶກສາ, ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສາ​ນ ​ແລະ ຕິດ​ຕໍ່​ສື່ສານ. ອິນ​ເດຍ ​ແລະ ປາ​ກິດ​ສະຖານ ກໍ​ເຫັນ​ດີ ພິຈາລະນາ​ບັນດາ​ມາດ​ຕະການ​ສ​້າງຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຜ່ານ​​ເສັ້ນທາງກວດກາ​ຢູ່​ເຂດ​ຊາຍ​ແດນ ​ແລະ ຮັບ​ຮູ້​ຂໍ້​ຕົກລົງ​ຢຸດ​ຍິງ​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ນີ້ ຊື່​ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2003 ຍັງ​ຄົງ​ໄດ້​ຮັບ​ຄວາມ​ເຄົາລົບ ​ແລະ ​ເຫັນ​ດີ​ຈະ​ເພີ່ມ​ທະວີການ​ ຄ້າຂາຍ​ໄປມາ ​ ຜ່ານ​​ເສັ້ນ​ຊາຍ​ແດນ​ກວດກາ​ນີ້, ຖື​ວ່າ ນັ້ນ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ປະ​ເທດ. ຫາງ​ສຽງ​ປາດ​ຖະຫນາ​ວ່າ, ບັນດາ​ຄວາມ​ຄືບ​ຫນ້າ​ດັ່ງກ່າວ​ຈະ​ຊ່ວຍ​ຫລຸດຜ່ອນ​ໄພ​ອັນຕະລາຍ​ທີ່​ພວມ​ຊ້ອນ​ແຝງ​ຢູ່​ພາກ​ພື້ນ​ນີ້.

 

 

       

ຕອບກັບ

ຂ່າວ/ບົດ​ອື່ນ