ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກຢ່າງລຳບາກກາກກຳ

   ວັນ​ທີ 17/10 ​ແມ່ນວັນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກໂລກ​. ຫົວ​ຂໍ້​ປີ​ນີ້​ໂດຍ​ສະ​ຫະປະຊາ​ຊາດ​ຍົກອອກ​ມາ​ແມ່ນ “ລົບ​ລ້າງຄວາມທຸກ​ຍາກ​ອຶດ​ຫີ​ວ“ ຖືກ​ຖື​ວ່າ​ແມ່ນ​ຄຳ​ສັ່ງ​ຊຸກຍູ້​ໂລກ​ພ້ອມ​ກັນ​ເຄື່ອນ​ໄຫວ. ​ເຖິງ​ວ່າ​ໂລກ​ໄດ້​ປະຕິບັດຈຸດໝາຍລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກສຳ​ເລັດ​​ແລ້ວ​ກໍ່ຕາມ​ແຕ່​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກພວມ​ວາງ​ອອກ​ບັນດ​າການ​ທ້າ​ທາຍ​ໃໝ່, ຊື່​ງ​ໄດ້​ນາບ​ຂູ່​ຈະ​ທຳລາຍ​ໝາກຜົນ​ແຫ່ງ​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຫຼາຍ​ປະ​ເທດ ​ແລະ ​ເຮັດ​ໃຫ້ການ​ຕໍ່ສູ້​ຕ້ານ​ຄວາມອຶດ​ຫີ​ວທຸກ​ຍາກ​ນັບ​ມື້​ນັບ​ຫຍູ້​ງຍາກ​ລຳບາກ​ຂຶ້ນ​ຕື່ມ. ຕໍ່​ໄປ​​ແມ່ນບົດ​ຂອງ​ນັກ​ຂ່າວ Anh Huyen ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ຕໍ່ສູ້​ຕ້ານ​ຄວາມ​ອຶດ​ຫີ​ວທຸກ​ຍາກຢ່າງ​ລຳ​ບາກກາກ​ກຳ

 

ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກຢ່າງລຳບາກກາກກຳ - ảnh 1

ຫານ​ແຫ່​ຂະ​ບວນ​ໃນ​ໂອກາດ​ວັນ​ໂລກ​

ຕ້າ​ນຄວາມ​ອິດ​ຫີ​ວທຸກ​ຍາກ​ຢູ່ Madrid

(ພາບ:vov.vn)

  ການ​ຕໍ່ສູ້​ຕ້ານ​ຄວາມ​ອຶດ​ຫີ​ວທຸກ​ຍາກ​ແມ່ນ​ການ​ຕໍ່ສູ້​ຊື່​ງທັງ​ປະຊາ​ຄົມ​ໂລກ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ດຳ​ເນີນ​ນັບ​ແຕ່​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ຮັບ​ຮູ້​, ສຳ​ເລັດ​ກ່ອນ​​ກຳນົດ​ເວລາ​ຈຸດໝາຍລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກກໍ່ຕາມ​ແຕ່ວິ​ກິດ​ການ​ດ້ານ​ການ​ເງິນ-​​ເສດຖະກິດທົ່ວ​ໂລກ​ເກີດ​ຂຶ້ນ​ເມື່ອ​ປີ 2008 ຢູ່​ອາ​ເມ​ລິ​ກາ ​ແລ້ວ​ໄດ້​ແຜ່​ລາມ​ອອກ​ສູ່​ທົ່ວ​​ໂລກ ​ໄດ້​ມີ​ການ​ກະທົບ​ອັນ​ຫຍໍ້​ທໍ້​ເຖິງ​ຜົນງານລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ທົ່ວ​ໂລກ. ຕາມ​ອົງການ​ແຮງ​ງານ​ສາກົນ​ແລ້ວ, ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ໄດ້​ເຮັດ​ໃຫ້ 30 ລ້ານ​ຄົນ​ຖືກ​ວ່າງ​ງານ, ອັນ​ໄດ້​ຍົກ​ຈຳ​ນວນຜູ້​ວ່າງ​ງານທັງ​ໝົດ​ຂຶ້​ນເຖິງ 220 ລ້ານ​ຄົນ​ໃນ​ປະຈຸ​ບັນ, ​ໃນ​ນັ້ນຊາວ​ໜຸ່ມ​ກວມ​​ອັດຕາ​ກ່ວາ 1/3.

   ສິ່ງ​ທີ່​ໜ້າ​ວິຕົກ​ກັງວົນ ນັ້ນ​ແມ່ນ​ບັນດາ​ຜົນງານ​ຊື່​ງມວນ​ມະນຸດ​ບັນລຸ​ໄດ້​ໃນການ​ຕໍ່ສູ້​ຕ້ານ​ຄວາມ​ອຶດ​ຫີ​ວທຸກ​ຍາກ ພວມ​ມີ​ໄພ​ຖືກ​ຍູ້​ໃຫ້​ຖອຍ​ໄປ ຍ້ອນ​ການ​ຜັນ​ແປ​ຂອງ​ລາຄາ​ທັນ​ຍາ​ຫານ ​ແລະ ພະລັງງານ. ປະຊາກອນ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ​ໃນ​ຂະນະ​ທີ່​ການ​ຜະລິດ​ທັນ​ຍາ​ຫານ​ບໍ່​ເພີ່ມ​ຂຶ້ນ ຊື່​ງ​ໄດ້​ຍູ້​ລາຄາ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ​ສູງ​ຈົນ​ບໍ່​ສາມາດ​ຄວບ​ຄຸມ​ໄດ້. ຕາມ​ແຈ້ງ​ການ​ຂອງ​ອົງການ​ອາຫານ ​ແລະ ກະ​ເສດ ສປຊ ​ແລ້ວ, ປະຈຸ​ບັນ, ຄວາມ​ຕ້ອງການ​ດ້ານ​ທັນ​ຍາ​ຫານ​ໂລກ​ໄດ້​ເພີ່ມ​ຂຶ້ນ​ລື່ນ​ກາຍ​ການ​ສະໜອງ​ໃນ​ຂະນະ​ທີ່​ທັນ​ຍາ​ຫານ​ສະ​ສົມ​ຂອງໂລກ​ໄດ້​ຫລຸດ​ລົງ​ໃນ​ລະດັບ​ຕ່ຳ​ສຸດ​ນັບ​ແຕ່​ປີ 1974. ​ໃນ​ຂະນະ​ນັ້ນ, ​ໂລກ​ກໍ່​ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ບັນຫາ​ພະລັງງານ​ທີ່​ຍາກ​ຈະ​ແກ້​ໄຂ​ໄດ້. ປະຈຸ​ບັນ, ບໍລິ​ມາດ​ນ້ຳມັນ​ເຊື້ອ​ໄຟ, ອາຍ​ແກ​ດ ​ແລະ ຖ່ານ​ຫີນ​ໃຕ້​ດິນ​ພວມ​ນັບ​ມື້​ນັບ​​ເຫືອດ​ແຫ້ງ ພ້ອມ​ກັບ​ບັນດາ​ການ​ຄິດ​ໄລ່​ຂອງ​ມວນ​ມະນຸດ​ກໍ່​ພວມ​ຍູ້​ໃຫ້​ໂລກ​ຢືນ​ຢູ່​ຕໍ່ໜ້າ​ໄພ​ເກີດ​ວິ​ກິດ​ການ​ດ້ານ​ພະລັງງານ​ທົ່ວ​ໂລກ​ຄັ້ງໃໝ່.

 
ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກຢ່າງລຳບາກກາກກຳ - ảnh 2

(ພາບ: ktdt.com.vn)

​  ໂລກ​ຕ້ອງ​ມີ​ການ​ກະທຳ. ​ໃນ​ສານ​ເນື່ອງ​ໃນ​ໂອກາດ​ວັນ​ໂລກ​ຕ້ານ​ຄວາມ​ອຶດ​ຫີ​ວທຸກ​ຍາກ​ປີ​ນີ້, ສປຊ ​ໄດ້​ຮຽກຮ້ອງ​ວ່າ, ວິ​ກິດ​ການ​ທົ່ວ​ໂລກ​ປະຈຸ​ບັນ​ພວມ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ການ​ປະຕິ​ຮູບ​ຢ່າງຮອບດ້ານ. ​ໂລກ​ພວມ​ວາງ​ອອກ​ເສັ້ນທາງ​ໃໝ່ ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ໃນ​ສັງຄົມ ​ແລະ ການ​​ເຕີບ​ໂຕ​ເສດຖະກິດ. ລັດຖະບານ​ປະ​ເທດ​ຕ່າງໆ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສ້າງ​ຂອບ​ເຂດ​ການ​​ເຄື່ອນ​ໄຫວ, ​ເພື່ອ​ແກ້​ໄຂ​ສະພາບ​ການ​​ແຄນຂາດ​ທັນ​ຍາ​ຫານ ​ແລະ ພະລັງງານ​ໃນ​ອະນາຄົດ​ອັນ​ໃກ້ໆນີ້. ສປຊ ​ໄດ້​ຍົກ​ອອກ 5 ຂົງ​ເຂດ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃນ​ເສດຖະກິດ​ທົ່ວ​ໂລກ​ຊື່​ງລວມມີ: ການ​ຍູ້​ແຮງບັນດາ​ຄວາມ​ມານະ​ພະຍາຍາມ​ບັນລຸ​​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ກ່ຽວ​ກັບ​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວຫລຸດຜ່ອນ​ຄວາມທຸກ​ຍາກ, ສະໜອງ​​ເງິນ​ອຸປະຖຳ​ການ​ພັດທະນາ​ໃຫ້​ແກ່​ບັນດາ​ປະ​ເທດ​ພວມ​ຕ້ອງການ​ເງິນ​ອຸປະຖຳ​ທີ່​ສຸດ, ລົບ​ລ້າງ​ບັນດາ​ເງື່ອນ​ໄຂ​ໃຫ້​ກູ້​ຢືມ​ອັນ​ໜັກໜ່ວງ, ​ເພີ່ມ​ທະວີ​ຄວາມ​ຮັບ​ຜິດ​ຊອບ ​ແລະ ຄວາມ​​ໂປ່​ງໃສ​, ​ເພີ່ມ​ທະວີ​ບັນດາ​ຄຳໝັ້ນໝາຍ​ກ່ຽວ​ກັບ​ຄວາມ​ຍືນ​ຍົງ. ​ແຕ່​ວ່າ, ດ້ວຍ​ບັນດາ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ໂລກ​ປະຈຸ​ບັນ, ​ເບິ່ງ​ຄື​ວ່າ, ບັນດາ​ຈຸດໝາຍ​ຊື່​ງ ສປຊ ຍົກ​ອອກ​ມາຍາ​ກທີ່​ຈະ​ປະຕິບັດ​ໄດ້. ຄາດ​ວ່າ, ​ແຕ່ລະ​ປີ, ​ໂລກ​ຕ້ອງ​ເສຍ​​ເງິນ​ປະມານ 75 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ໃຊ້​ຈ່າ​ຍ​ໃນ​ການ​ຕໍ່ສູ້ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ​ໃນ​ນັ້ນ, ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ປະກອບ​ປະມານ 50% ​ແລະ ສ່ວນ​ຍັງ​ເຫຼືອ​ເອົາຈາກ​ງົບປະມານ​ຂອງ​ບັນດາ​ປ​ະ​ເທດ​ພວມ​ພັດທະນາ. ​ເນື່ອງ​ໃນ​ໂອກາດ​ວັນ​ທັນ​ຍາ​ຫານ​ໂລກ​ຄື​ວັນ​ທີ 16/10, ວັນ​ທີ 16/10, ຝະລັ່ງ ​ໄດ້​ຮຽກຮ້ອງ​ໃຫ້​ຈັດການ​ປະ​ຊຸມ​ດ່ວນ​ຂອງ​ເວທີ​ປາ​ໄສ​ປະຕິກິລິຍາ​ໄວ (RRF-ກຸ່ມ​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ກະສິກຳ​ທົ່ວ​ໂລກ​ເພື່ອ​ແນ່​ໃສ່​ສະກັດ​ກັ້ນວິ​ກິດ​ການ​ກະສິກຳ) ​ໂດຍ G20 ຫາ​ກໍ່ສ້າງ​ຕັ້ງ​ໃໝ່, ​ເພື່ອ​ວາງ​ອອກ​ບັນດາ​ມາດ​ຕະການ​ຕ້ານ​ວິ​ກິດ​ການ​ທັນ​ຍາ​ຫານ​ໃນ​ຮອບ​ເວລາ 4 ປີ​ທີ່​ຈະ​ມາ​ເຖິງ. ​ແຕ່​ວ່າ, ການ​ປະຊຸມ​ດັ່ງກ່າວ​ບໍ່​ສາມາດ​ຈັດ​ຂຶ້ນ​ໄດ້ ຍ້ອນ​ວ່າ​ປະ​ເທດ​ອາ​ເມ​ລິ​ກາ ຊື່​ງ​ແມ່ນ​ປະທານ RRF ບໍ່​ເ​ຫັນ​ດີກັບ​ສາຍ​ເຫດ​ທີ່​ວ່າ​ບໍ່​ທັນ​ຈຳ​ເປັນ.

  ຄາດ​ວ່າ, ປະຊາກອນ​ໂລກ​ຈະ​ເພີ່ມ​ຂຶ້ນຈາກ 7 ຕື້​ຄົນ​ໃນ​ປະຈຸ​ບັນ​ຂຶ້ນ 9 ຕື້​ຄົນ​ໃນ​ປີ 2040. ຮອດ​ປີ 2030, ​ໂລກ​ຈະ​ຕ້ອງການ​ທັນ​ຍາ​ຫານ​ຢ່າງ​ໜ້ອຍ​ສຸດ 50%, ພະລັງງານ 45% ​ເມື່ອ​ທຽບ​ກັບ​ຄວາມ​ຕ້ອງການ​ໃນ​ປະຈຸ​ບັນ, ​ໃນ​ຂະນະ​ທີ່​ເງື່ອ​ນໄຂສີ່​ງ​ແວດ​ລ້ອມ​ພວມ​ຫັນປ່ຽນ​ຕາມ​ທິດ​ບໍ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ແຫຼ່ງສະໜອງ ​ແລະ 3 ຕື້​ຄົນ​ອາດ​ຈະ​ຖືກ​ຕົກ​ເຂົ້າສູ່​ສະພາບ​ອຶດ​ຫີ​ວທຸກ​ຍາກ. ປະຈຸ​ບັນ, ບັນຫາ​ຄວາມ​ອຶດ​ຫີ​ວທຸກ​ຍາກ​ພຽງ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​​ໃນຂະນະ​ທີ່​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ຂອງ​ທຸກໆ​ປະ​ເທດ​ໃນທົ່ວ​ໂລກ​ເທົ່າ​ນັ້ນ. ​ແຕ່​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ, ການ​ຕໍ່ສູ້​ຕ້ານຄວາມ​ອຶດ​ຫີ​ວທຸກ​ຍາກຍັງ​ຕ້ອງ​ຜ່າ​ນຜ່າ​ເສັ້ນທາງ​ທີ່​ລຳ​ບາກກາກ​ກຳອັນ​ຍາວ​ນານ​ຢູ່​ຕໍ່ໜ້າ.

 

 



ຕອບກັບ

ຂ່າວ/ບົດ​ອື່ນ