ການຕໍ່ສູ້ຢູ່ ອາບການິດສະຖານ: ສະພາບການບໍ່ມີທາງອອກຖືກແກ່ຍາວ

(VOVWORLD) - ໃນຊຸມວັນຜ່ານມາ, ຢູ່ນະຄອນຫຼວງ Kabul ຂອງ ອາບການິດສະຖານ ຖືກສັ່ນສະເທືອນຢ່າງຕໍ່ເນື່ອງຍ້ອນບັນດາການບຸກໂຈມຕີ, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງດ້ານຊີວິດອິນຊີ. ນີ້ແມ່ນບັນດາເຫດບຸກໂຈມຕີນອງເລືອດທີ່ສຸດນັບແຕ່ພາຍຫຼັງ ອາເມລິກາ ແລະ ອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ໄດ້ຢຸດຕິບັນດາການເຄື່ອນໄຫວສົງຄາມຢູ່ ອາບການິດສະຖານ ໃນປີ 2014 ຢ່າງເປັນທາງການ. 

ການຕໍ່ສູ້ຢູ່ ອາບການິດສະຖານ: ສະພາບການບໍ່ມີທາງອອກຖືກແກ່ຍາວ - ảnh 1 ບັນດາມືປືນ ຕາລີບານ

(ພາບ: AFP/TTXVN)

ສິ່ງດັ່ງກ່າວໄດ້ເຮັດໃຫ້ຫາງສຽງຄວາມລະແວງສົງໄສກ່ຽວກັບປະສິດທິຜົນຂອງການໜູນຊ່ວຍເຊິ່ງ ອາເມລິກາ ສະຫງວນໃຫ້ແກ່ອຳນາດການປົກຄອງ ອາບການິດສະຖານ ໃນການຮັກສາ ສະຖຽນລະພາບ, ໃຫ້ຍູ້ປະເທດຊາດທະຫານກະບົດໃຫ້ຖອນໄປ.

        ວັນທີ 29 ມັງກອນ, ທະຫານ ອາບການິດສະຖານ 11 ຄົນຖືກເສຍຊີວິດຍ້ອນການບຸກໂຈມຕີຂອງ IS. ກ່ອນນັ້ນພຽງ 2 ວັນ, ການບຸກໂຈມຕີສະຫຼະຊີບດ້ວຍການວາງລະເບີດໃສ່ລົດໂອໂຕຂອງກຳລັງ Taliban ກໍ່ເກີດຂຶ້ນຢູ່ໃຈກາງນະຄອນຫຼວງ Kabul ເຮັດໃຫ້ກ່ວາ 100 ຄົນຖືກເສຍຊີວິດ. ໃນຮອບເວລາພຽງ 1 ເດືອນມານີ້, ທັງ IS ແລະ Taliban ໄດ້ທຳການບຸກໂຈມຕີນະຄອນຫຼວງ Kabul ຢ່າງຕໍ່ເນື່ອງໃນສະພາບ ຂາດຄວາມສາມາດຂອງລັດຖະບານ ອາບການິດສະຖານ.

ຊ່ອງຫວ່າງດ້ານຄວາມໝັ້ນຄົງ

       ນັບແຕ່ດົນນານມາແລ້ວ, ອາບການິດສະຖານ ໄດ້ຕົກເຂົ້າສູ່ສະພາບຂາດຄວາມໝັ້ນຄົງຍ້ອນບັນດາການປະທະກັນລະຫວ່າງກອງທັບຂອງປະເທດນີ້ ແລະ ທະຫານແຕກທັບ Taliban. ໂດຍສວຍໃຊ້ສະພາບຂາດສະຖຽນລະພາບດັ່ງກ່າວ, ຫຼາຍອົງການກໍ່ການຮ້າຍອື່ນ ກໍ່ໄດ້ສ້າງຕັ້ງເຄືອຂ່າຍຢູ່ປະເທດນີ້ ເຊິ່ງພົ້ນເດັ່ນຂຶ້ນແມ່ນ IS. ເພື່ອຮັບມືກັບສະພາບການດັ່ງກ່າວ, ໄລຍະມໍ່ໆມານີ້, ບັນດາກຳລັງປ້ອງກັນຄວາມສະຫງົບຂອງ ອາບການິດສະຖານ ໄດ້ເພີ່ມທະວີບັນດາບັ້ນຮົບປ້ອງກັນຄວາມສະຫງົບໃນທົ່ວປະເທດເພື່ອຕ້ານຄືນບັນດາມືປືນຊາວອິດສະລາມຫົວຮຸນແຮງ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາການປະທະກັນລະຫວ່າງກອງທັບລັດຖະບານກັບບັນດາມືປືນຊາວອິດສະລາມ ໄດ້ເຮັດໃຫ້ທະຫານ ອາບການິດສະຖານ ຫຼາຍຄົນຖືກເສຍຊີວິດ.

        ອາດຈະເຫັນໄດ້ວ່າ, ພາຍຫຼັງທີ່ ອາເມລິກາ ແລະ NATO ຖອນທະຫານອອກຈາກ ອາບການິດສະຖານ ນັ້ນ, Taliban ໄດ້ຟື້ນຟູກຳລັງແຮງເທື່ອລະກ້າວ, ສ້າງຕັ້ງກຳລັງ, ລຸກຂຶ້ນ ແລະ ຢຶດຄອງຫຼາຍເຂດດິນແດນຢູ່ ອາບການິດສະຖານ ຄືນໃໝ່. ເກືອບຄືວ່າ, Taliban ໄດ້ດຳເນີນບັນດາການບຸກໂຈມປະຈຳວັນ, ເຊິ່ງຕົ້ນຕໍແມ່ນແນໃສ່ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານໂດຍ ອາເມລິກາ ໜູນຫຼັງ. ຕາມບົດລາຍງານຂອງ ສປຊ ທີ່ປະກາດໃນທ້າຍປີ 2017 ແລ້ວ, Taliban ບໍ່ພຽງແຕ່ໄດ້ຮັບການເປີດກ້ວາງເທົ່ານັ້ນ ຫາກຍັງປັບປຸງບັນດາຜືນແຜ່ນດິນແດນພວມຢຶດຄອງອີກດ້ວຍ. ສິ່ງທີ່ອັນຕະລາຍກ່ວານັ້ນແມ່ນ Taliban ຍັງແຊກຊຶມເຂົ້າຖັນແຖວກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ, ປະຕິບັດບັນດາການບຸກໂຈມຕີນັບແຕ່ພາຍໃນ, ເຮັດໃຫ້ສະພາບການຄວາມໝັ້ນຄົງນັບມື້ນັບຊົ່ວຮ້າຍລົງ.

        ຄຳຖາມທີ່ໄດ້ວາງອອກນັ້ນແມ່ນ, ເປັນຫຍັງກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ, ໂດຍ ອາເມລິກາ ໜູນຫຼັງ ແລະ ບຳລຸງສ້າງ, ນັບມື້ນັບຂາດຄວາມສາມາດຕໍ່ໜ້າການບຸກໂຈມຕີຄັ້ງຕ່າງໆຄືແນວນັ້ນ? ຕາມບັນດານັກສັງເກດການແລ້ວ, ບັນຫາຫຼັກແຫຼ່ງຢູ່ບ່ອນວ່າ ກຳລັງນີ້ໄດ້ຮັບການສ້າງຕັ້ງຢ່າງຟ້າວຟັ່ງ, ເຕົ້າໂຮມຫຼາຍພາກສ່ວນທະຫານລາດທີ່ແຕກຕ່າງກັນ, ຂຶ້ນກັບບັນດາກຸ່ມເຜົ່າພັນຕ່າງກັນ, ຊ້ຳບໍ່ໜຳມີຫຼາຍກຸ່ມກ່ອນນັ້ນຍັງຕ້ານກັນ. ຍັງມີສາຍເຫດໜຶ່ງອີກໂດຍບັນດານັກໄຈ້ແຍກຊີ້ໃຫ້ເຫັນນັ້ນແມ່ນ ຍ້ອນເລີ່ມມາຈາກສະພາບການຕົວຈິງ ອາເມລິກາ ຕ້ອງເຕົ້າໂຮມກຳລັງໃຫ້ຈຸດໝາຍຍູ້ IS ຢູ່ ອີຣັກ ແລະ ຊີຣີ ໃຫ້ຖອຍໄປ ດັ່ງນັ້ນຈຶ່ງມີຊ່ອງຫວ່າງດ້ານຄວາມໝັ້ນຄົງຢູ່ Afghanistan.

ການຕໍ່ສູ້ຢູ່ ອາບການິດສະຖານ: ສະພາບການບໍ່ມີທາງອອກຖືກແກ່ຍາວ - ảnh 2 ບັນດາຕຳຫຼວດ ອາບການິດສະຖານ ຢູ່ Kabul

(ພາບ: ສຳນັກຂ່າວສານ ຫວຽດນາມ/TTXVN)

ບັ້ນຮົບແກ່ຍາວບໍ່ມີວັນຈະສິ້ນສຸດ

       ເດືອນສິງຫາ 2017, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຍຸດທະສາດໃຫ້ແກ່ ອາບການິດສະຖານ, ຕາມນັ້ນແລ້ວ, ໄດ້ກໍ່ຄວາມກົດດັນຢ່າງແຮງກ່ວາຕໍ່ Taliban ເພື່ອບັງຄັບໃຫ້ເຂົາເຈົ້າຕ້ອງເຈລະຈາໂດຍສັນຕິກັບລັດຖະບານ ອາບການິດສະຖານ. ຄຽງຄູ່ກັນນັ້ນ, ອາເມລິກາ ກໍ່ໄດ້ກໍ່ຄວາມກົດດັນໃຫ້ ປາກິດສະຖານ, ບັງຄັບໃຫ້ Islamabad ມີບັນດາມາດຕະການແຂງກະດ້າງ ແລະ ມີປະສິດທິຜົນເພື່ອສະກັດກັ້ນການເຄື່ອນໄຫວໜູນຊ່ວຍໃຫ້ Taliban, ກຳລັງພວມນຳໃຊ້ຜືນແຜ່ນດິນສ່ວນໜຶ່ງຂອງ ປາກິດສະຖານ ຢູ່ເຂດຊາຍແດນຕິດກັບ ອາບການິດສະຖານ ເພື່ອເປັນຖານທີ່ໝັ້ນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ບັນດາຖະແຫຼງການ ແລະ ຄວາມກົດດັນຈາກທຳນຽບຂາວບໍ່ທັນເສີມຂະຫຍາຍຜົນປະໂຫຍດໄດ້ເທື່ອ. ເພື່ອໄຊຊະນະຕໍ່ Taliban ແລະ IS, ອຳນາດການປົກຄອງ Kabul ຕ້ອງຍາດໄດ້ຄວາມເຊື່ອໝັ້ນຈາກປະຊາຊົນວ່າ ລັດຖະບານພວມບໍລິຫານປະເທດຊາດຢ່າງແທດຈິງ, ຮັບປະກັນຄວາມປອດໄພໃຫ້ເຂົາເຈົ້າ, ແຕ່ນີ້ບໍ່ແມ່ນບັນຫາທີ່ປະຕິບັດໄດ້ຢ່າງງ່າຍດາຍ. ບັນດາເຫດບຸກໂຈມຕີຢ່າງຕໍ່ເນື່ອງໃນໄລຍະມໍ່ໆມານີ້ຂອງ IS ແລະ Taliban ແມ່ນການພິສູດໃຫ້ເຫັນຄວາມສາມາດອ່ອນດ້ອຍຂອງອຳນາດການປົກຄອງ ອາບການິດສະຖານ ໃນການຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະເທດຊາດ.  

        ສືບຕໍ່ປັບປຸງກຳລັງແຮງຂອງກອງທັບ ອາບການິດສະຖານ, ເພີ່ມຈຳນວນທະຫານ ອາເມລິກາ ຢູ່ປະເທດນີ້ແມ່ນສິ່ງທີ່ເອີ້ນວ່າ “ຍຸດທະສາດໃຫມ່” ຂອງ ອາເມລິກາ ຢູ່ ອາບການິດສະຖານ. ແຕ່ເຖິງຢ່າງໃດກໍ່ຕາມ, ເລື່ອງຫຼາຍກຸ່ມໄດ້ອອກສຽງຍອມຮັບປະຕິບັດບັນດາເຫດບຸກໂຈມຕີໄດ້ສະແດງໃຫ້ເຫັນວ່າ, ໄພນາບຂູ່ດ້ານຄວາມໝັ້ນຄົງຂອງ ອາບການິດສະຖານ ໃນປະຈຸບັນບໍ່ພຽງແຕ່ແມ່ນ Taliban ເທົ່ານັ້ນ ຫາກຍັງມີ IS, ເຄືອຂ່າຍ Haqqani, al-Qaeda ແລະ ຫຼາຍອົງການທະຫານແຕກທັບອື່ນໆ, ພວມວາງອອກຄຳຖາມກ່ຽວກັບຍຸດທະສາດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ມີນັກຊ່ຽວຊານ, ນັກຮຽນຮູ້ສາກົນຫຼາຍທ່ານໃຫ້ຂໍ້ສັງເກດວ່າ ຄວາມຈິງແລ້ວ, ຍຸດທະສາດໃຫມ່ຂອງ ອາເມລິກາ ບໍ່ມີຫຍັງ “ໃໝ່”, ພ້ອມທັງກ່າວເຕືອນວ້າ ກຳລັງແຮງດ້ານການທະຫານຈະບໍ່ສາມາດແກ້ໄຂການປະທະກັນຢູ່ປະເທດ ອາຊີໃຕ້ນີ້ໄດ້. ຂໍ້ຕົກລົງໃຫ້ແກ່ການປະທະກັນຢູ່ ອາບການິດສະຖານ ເບິ່ງຄືວ່າຍາກທີ່ຈະບັນລຸໄດ້ໃນປະຈຸບັນ ແລະ ອະນາຄົດຂອງ ອາບການິດສະຖານ ຍັງຂາດສະຖຽນລະພາບ ແລະ ຍັງໃຊ້ຄວາມຮຸນແຮງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ