ການຕອບຄຳຊັກຖາມຂອງທ່ານລັດຖະມົນຕີຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປຊຊ

(vovworld)- ວັນ​ທີ 15/6, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ຕາງຫນ້າ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເປັນ​ຜູ້​ສຸດ​ທ້າຍ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ). ກ່ອນ​ຫນ້າ​ນັ້ນ ​ໃນ​ວັນ​ທີ 13 ​ແລະ 14/6, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ຕຳຫລວດ ​ແລະ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຕອບ​ຄຳ​ຊັກ​ຖາມ ສສຊ. ບັນດາ​ຄຳ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

ການຕອບຄຳຊັກຖາມຂອງທ່ານລັດຖະມົນຕີຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປຊຊ - ảnh 1
ສສຊ ຍົກຄຳຖາມຕໍ່ທ່ານລັດຖະມົນຕີ
ພາບ:nld.vn

        ການຊັກ​ຖາມ​ເພື່ອ​ຊີ້​ແຈງ​ຄວາມ​ຮັບຜິດຊອບ​ຂອງ​ການນຳ​​ບັນດາ​ຂະ​ແຫນງ​ການ, ຂົງ​ເຂດ​ທີ່​ຕົນ​ເອງຄຸ້ມ​ຄອງ, ​ເຮັດ​ໃຫ້​ບັນຫາ​ຊັກ​ຖາມ​​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ວ່ອງ​ໄວ​​ ​ແລະ ດີກ​ວ່າ, ຖືກຕ້ອງຕາມ​ບັນດາຂໍ້​ກຳນົດ​ຂອງກົດໝາຍ, ຕອບ​ສະຫນອງ​​ໄດ້ຄວາມ​ມຸ່ງ​ມາດ​ປາດ​ຖະຫນາຂອງ​ປະຊາຊົນ. ສະ​ນັ້ນ ທີ​່ກອງ​ປະຊຸມ​​ແຕ່ລະສະ​ໄຫມ​, ບັນດາ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​​ເລືອກ​ຕັ້ງ​ທີ່​ສຸດ. ຜ່ານ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ຜູ້​ມີ​ສິດ​​ເລືອກ​ຕັ້ງຮູ້ຈັກ​ໄດ້​ວ່າ ບັນດາສສຊ ​ໄດ້​ນຳ​ໃຊ້​ສິດ​ອຳນາດ​ຂອງ​ຕົນ​ຄື​ແນວ​ໃດ​ເພື່ອ​ສະ​ແດງ​ຄຳ​ເຫັນ, ຂໍ​້ສະ​ເຫ​ນີຂອງ ຜູ້​ມີ​ສິດ​​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຕໍ່​ບັນດາ​ບັນຫາ​ເສດຖະກິດ ສັງຄົມ​ທີ່​ພົ້ນ​ເດັ່ນ​ໃນ​ປະຈຸ​ບັນ. ​ເມື່ອ​ຕິດຕາມ​ບັນດາ​ວາລະ​ຊັກ​ຖາມ​ໃນ​ສະ​ໄຫມ​ປະຊຸມ​ເທ່ືອ​ນີ້, ຜູ້​ມີ​ສິດ​​ເລືອກ​ຕັ້ງຫລາຍ​ຄົນ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຢ່າງ​ກົງ​ໄປ​ກົງ​ມາ. ປ້າ Le Thi Hoa ຜູ້​ມີ​ສິດ​​ເລືອກ​ຕັ້ງ ຢູ່ ຕາ​ແສງ Ia Dok ​ເມືອງ Duc Co ນະຄອນ  Pleiku ​ແຂວງ Gia lai ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ຕອບ​ຄຳ​ຊັກ​ຢ່າງ​ກົງ​ໄປ​ກົງ​ມາ. ​​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ ບັນຫາ​ທີ່​ຂ້າພະ​ເຈົ້າ​ສົນ​ໃຈ​ທີ່​ສຸດ​ປະຈຸ​ບັນ ​ແມ່ນ​ການ​ລົງທຶນ​ຂອງ​ລັດ. ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ລົງທຶນ​ຂອງ​ລັດ​ປະຈຸ​ບັນ​ຢູ່​ບາງ​ບ່ອນພວມ​ປະຕິບັດ​ຢ່າງ​ກະຈັດກະຈາຍ, ບໍ່​ມີຈຸດ​ສຸມ ​ແລະ ມີ​ຫລາຍ​ກິດຈະກຳ​ບໍ່​ທັນ​ແທດ​ເໝາະ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ສະ​ນັ້ນ ບໍ່​ທັນ​ເສີ​ມຂະຫຍາຍ​ປະສິດທິ​ຜົນ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ໄດ້. ຫວັງວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຈະມີ​ມາດ​ຕະການ​ໃດ​ຫນຶ່ງ​ເພື່ອ​​ໃຫ້ການລົງທຶນຂອງ​ລັດ​ຕິດ​ພັນ​ກັບ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ດີກ​ວ່າ​ເກົ່າ.”

        ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ປະຊາຊົນ​ຄື: ​ໄຟຟ້າ, ນ້ຳມັນ​ດ ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ, ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ Vu Huy Hoang ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກຜູ້​ມີ​ສິດ​​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ຕໍ່ຫນ້າການ​​ເພີ່ມ​ຂຶ້ນຢ່າງ​ລຽນ​ຕິດຂອງລາຄາ​ບັນດາ​ປະ​ເພດ​ສິນຄ້າ​ດັ່ງກ່າວ​, ສິ່ງ​ທີ່ຜູ້​ມີ​ສິດ​​ເລືອກ​ຕັ້ງສົນ​ໃຈ​ທີ່​ສຸດ​ໃນ​ປະຈຸ​ບັນ ນັ້ນ​ແມ່ນ​ບັນດາ​ມາດ​ຕະການ​ຊຶ່ງ​ທ່ານ​ລັດຖະມົນຕີ​ໄດ້​ຍົກ​ອອກ​ມາ​ເພື່ອ​​ເຮັດ​ໃຫ້​ສະພາບ​ການ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ. ຕາມ​ທ່ານ Vu Ngoc Luu ຜູ້​ມີ​ສິດ​​ເລືອກ​ຕັ້ງ ​ເມືອງ Quyet Thang ນະຄອນ Son La ​ແລ້ວ,​ ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ Vu Huy Hoang ​ ຕອບ​ສະຫນອງຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ ​ໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງ​. ທ່ານ Luu  ​ເວົ້າວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ທ່ານ​ລັດຖ​ະມົນຕີ Vu Huy Hoang ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ ສສຊ ດ້ວຍ​ຈິດ​ໃຈ​ສ້າງສັນ,​ມີ​ຄວາມ​ຮັບຜິດຊອບ​ສູງ. ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ບໍລິຫານ​ຂອງ​ທ່ານ​ລັດຖະມົນຕີ​ກໍ​ຄື​ຂອງ​ປະ​ເທດ​ຊາດ.”

        ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ນີ້, ​ເປັນ​ຄັ້ງ​ທຳ​ອິດ​ທ່ານ Tran Dai Quang ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ​ຂອງ ສສຊ. ທ່ານລັດຖະມົນຕີ Tran Dai Quang ​ໄດ້​ຕອບ​ຄຳ​ຖາມ​ຫລາຍ​ຂໍ້​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຕ່າງ​ໆໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ໆ​ຊຶ່ງ​ ຜູ້​ມີ​ສິດ​​ເລືອກ​ຕັ້ງສົນ​ໃຈ​. ​ເຖິງ​ວ່າ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ກັບ​ການ​ຕີ​ລາຄາ​ຂອງ​ທ່ານ​ລັດຖະມົນຕີ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ການ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດຊະ​ກຳ​ໃນ​ໄລຍະ​ຜ່ານ​ມາ, ​ແຕ່​ ຜູ້​ມີ​ສິດ​​ເລືອກ​ຕັ້ງຫລາຍ​ຄົນ​ກໍ​ຍົກ​ໃຫ້​ເຫັນ​ບັນດາ​ຂໍ້​ຈຳກັດ, ຂໍ້ຄົງຄ​້າງ​ໃນ​ຂົງ​ເຂດ​ທີ່​ທ່ານ​ລັດຖ​ະມົນຕີ​ຮັບຜິດຊອບ,​ ອັນ​ໄດ້ກໍ່​ຄວາມ​ຮ້ອນ​ເຮັ່ງ​ໃນ​ປະຊາຊົນ​ຄື: ສະພາບ​ອາດຊະຍາ​ກຳ​ເພີ່ມຂຶ້ນ, ພິ​ເສດ ສຳລັບເປົ້າ​ໝາຍ​ບໍ່​ເຖິງ​ກະ​ສຽນ​ອາຍຸ. ທ່ານ Tran Thai Hiep ຜູ້​ມີ​ສິດ​​ເລືອກ​ຕັ້ງ ຢູ່​ເມືອງ Dong Thap ​ເວົ້າ​ວ່າ: “ຢູ່​ເຂດ​ຊົນນະບົດ​ຫລາຍ​ແຫ່ງ, ສະພາບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ມີ​ການ​ຜັນ​ແປ​ໄປ​ຕາມ​ທິດ​ບໍ່​ດີ. ຊາວ​ຫນຸ່ມ, ​ເຍົາວະ​ຊົນ​ພາກສ່ວນ​ຫນຶ່ງ​ໄດ້​ສ້າງ​ເປັນກຸ່ມ, ​ເປັນ​ແກ້ງກໍ່​​ໃຫ້​ເກີດ​ສະພາບ​ຂາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ຄຽງ​ຄູ່​ກັນ​ນັ້ນ ຂ້າພະ​ເຈົ້າ​ຖື​ວ່າ ກຳລັງ​ຕຳຫລວດ​ໃນ​ຈຳນວນ​ຫນ້ອຍ ບໍ່​ທັນ​ມີ​ການ​ຝຶກ​ຝົນ​ຫລໍ່​ຫລອມ​ຄຸ​ນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ. ສະ​ນັ້ນ ກຳລັງ​ຕຳຫລວດ​ປະຊາຊົນ​ຕ້ອງ​ມີ​ການ​ປັບປຸງ​ບັນຫາ​ນີ້​ໃຫ້​ດີກ​ວ່າ.”

ການຕອບຄຳຊັກຖາມຂອງທ່ານລັດຖະມົນຕີຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປຊຊ - ảnh 2
ທ່ານ ຫງວຽນມີນກວາງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ
ພາບ:TTXVN

        ນອກ​ນັ້ນ ຜູ້​ມີ​ສິດ​​ເລືອກ​ຕັ້ງ ກໍ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ມຸ່ງ​ມາດ​ປາດ​ຖະຫນາ​ວ່າ: ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ ຈະ​ມີ​ການ​ຕໍ່ສູ້​ ຢ່າງຂ້ຽວຂາດ​ເພື່ອຕ້ານ​ໄພ​ສໍ້​ລາດ​ບັງ​ຫລວງທີ່ກໍ່​ຄວາມ​ຮົ່ວ​ໄຫລ​ຟຸມ​ເຟືອຍ​ຊັບ​ສົມບັດ​ຂອງ​ລັດ, ຂອງ​ປະຊາຊົນ. ທ່ານ Duong Hien Van ຜູ້​ມີ​ສິດ​​ເລືອກ​ຕັ້ງ ​ເມືອງ Son Tra ນະຄອນ Da Nang ປາດ​ຖະຫນາ​ວ່າ:        “ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກ​​ໃຫ້ບັນດາ​ທ່ານ​ລັດຖະມົນຕີ​ກໍ​ຄື​ລັດຖະບານ ພາຍຫລັງ​ການ​ຊັກ​ຖາມ​ນີ້ ສະ​ເຫ​ນີ​ໃຫ້​ກາ​ນນຳ​ຂັ້ນ​ເທິງ​ຊອກ​​ໄດ້​ສາຍ​ເຫດ​ອັນ​ແທດ​ຈິງ​ທີ່​ສຸດ​ເພື່ອ​ແກ້​ໄຂ​ສະພາບ​ສໍ້​ລາດ​ບັງ​ຫລວງ, ການ​ຮົ່ວ​ໄຫລ​ຟຸມ​ເຟືອຍ​ຊັບ​ສົມບັດ​ຂອງ​ປະຊາຊົນ. ສະ​ເຫ​ນີລັດຖະບານຕ້ອງ​ຊອກ​ຫາ​ຜູ້​​ໃດ​ແມ່ນ​ຮັບຜິດຊອບ, ຈາກ​ນັ້ນ​ມີ​ມາດ​ຕະການ​ປັບ​ໄຫມ​​ລົງ​ໂທດຢ່າງ​ເຂັ້ມ​ງວດ.”

        ດ້ວຍ​ວິທີ​​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຢ່າງ​ຈະ​ແຈ້ງ, ກະທັດ​ລັດ, ອາດ​ຈະ​ເຫັນ​ໄດ້​ວ່າ ບໍ່​ທັນ​ມີ​ກອງ​ປະຊຸມ​ສະ​ໄຫມໃດ​ມີຈຳນວນ ສສຊ​ ​ແລະ ຄຳ​ຊັກ​ຖາມ​ຕໍ່​ນາຍົກລັດຖະ​ມົນຕີ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ ​ໄດ້ຮັບ​ການ​ຕອບ​ ​ຊັກ​ຖາມ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຄື​ຢູ່​ສະ​ໄຫມ​ປະ​ຊຸມ​ເທື່ອ​ທີ່ 3 ນີ້. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ບັນດາ​ ສສຊ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ຕໍ່ຫນ້າຜູ້​ມີ​ສິດ​​ເລືອກ​ຕັ້ງ

ຕອບກັບ

ຂ່າວ/ບົດ​ອື່ນ