ການທູດ ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ, ສັນ​ຍາ​ການ​ຄ້າ ແລະ ການ​ລົງ​ທຶນ

(VOVWORLD) - ວັນທີ 18 ມີນາຢູ່ກອງປະຊຸມຄັ້ງທີ 31, ຄະນະປະຈຳສະພາແຫ່ງຊາດ, , ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບສະພາບການຕົວຈິງໃນການຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍ, ຫຼາຍຝ່າຍ ແລະ ວິທີການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ວຽກງານໜູນຊ່ວຍເປີດກວ້າງຕະຫຼາດສິນຄ້າສົ່ງອອກ, ໜູນຊ່ວຍວິສາຫະກິດ ຫວຽດນາມ ໄປຍັງຕ່າງປະເທດ.

ການທູດ ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ, ສັນ​ຍາ​ການ​ຄ້າ ແລະ ການ​ລົງ​ທຶນ - ảnh 1ກອງປະຊຸມຄັ້ງທີ 31 ການຊັກຖາມ ແລະ ຕອບຄຳຊັກຖາມ (ພາບ: quochoi.vn)

ຕາມທ່ານລັດຖະມົນຕີ ບຸຍແທັງເຊີນແລ້ວ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ (ປີ 2021) ມາຮອດປັດຈຸບັນ, ຫວຽດນາມ ໄດ້ເຈລະຈາ, ລົງນາມສັນຍາການຄ້າເສລີ (FTA) ສອງຝ່າຍ ແລະ ຫຼາຍຝ່າຍຕື່ມ 5 ສະບັບ, ຍົກສູງຈຳນວນສັນຍາການຄ້າເສລີ ທີ່ພວມໄດ້ຮັບການເຈລະຈາ, ລົງນາມ ແລະ ປະຕິບັດມາຮອດປັດຈຸບັນ ແມ່ນ 19 ສະບັບ (ໃນນັ້ນມີ FTA 16 ສະບັບທີ່ມີຜົນສັກສິດກັບ ກ່ວາ 60 ຄູ່ຮ່ວມມືຢູ່ໃນທຸກທະວີບ) ກວມເອົາສ່ວນຫຼາຍ GDP ທົ່ວໂລກ, ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດນຳໜ້າໃນພາກພື້ນ ກ່ຽວກັບການເຂົ້າຮ່ວມການຮ່ວມມືດ້ານເສດຖະກິດສາກົນ. ປີ 2023, ອັງກິດ ຮັບຮອງເອົາຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ ແລະ ເນື້ອໃນນີ້ໄດ້ຖືກ ຈຳເຂົ້າຖະແຫຼງການລວມສ້າງຕັ້ງການພົວພັນຄູ່. ມາຮອດປັດຈຸບັນ, ຍອດຈຳນວນຄູ່ຮ່ວມມືທີ່ໄດ້ຮັບເອົາ ຫວຽດນາມ ໂດຍມີຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດແມ່ນ 72 ປະເທດ ແລະ ເຂດແຄ້ວນ.

ນີ້ແມ່ນພື້ນຖານທີ່ມີຄວາມສະດວກເພື່ອໃຫ້ ຫວຽດນາມ ຊຸກຍູ້ການຮ່ວມມືທາງການຄ້າກັບບັນດາຄູ່ຮ່ວມມື, ເປີດປະຕູຕະຫຼາດ, ຫຼຸດຜ່ອນ ຫຼື ລົດລ້າງຮົ້ວກີດຂວາງທາງການຄ້າຕໍ່ສິນຄ້າ ຫວຽດນາມ, ຮັບປະກັນ ແລະ ພັດທະນາບັນດາລະບົບສະໜອງ, ການຮ່ວມມືຍົກສູງຄວາມສາມາດໃນການຜະລິດ, ເປີດກວ້າງບັນດາຕະຫຼາດທີ່ມີມາແຕ່ດົນນານ, ເປີດຕະຫຼາດໃໝ່ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

ຍູ້ແຮງວຽກງານສົມທົບກັນໃນການຊຸກຍູ້ການສົ່ງອອ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງບັນດາກະຊວງ, ຂະແໜງການ

ໂດຍຕິດແທດແຜນນະໂຍບາຍຂອງພັກກ່ຽວກັບການສ້າງພື້ນຖານການທູດຮັບໃຊ້ການພັດທະນາປະເທດຊາດ, ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ໄດ້ສົມທົບກັນກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຍູ້ແຮງບັນດາການເຄື່ອນໄຫວເປີດກວ້າງການສົ່ງອອກ. ກະຊວງການຕ່າງປະເທດ ໄດ້ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢູ່ສູນກາງ, ສົມທົບກັບບັນດາທ້ອງຖິ່ນ ເພື່ອສຳຫຼວດກວດກາ, ຕີລາຄາ, ຜັນຂະຫຍາຍ. ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ:

ພວກເຮົາເຊື່ອມຕໍ່ກ່ຽວກັບທາງບົກກັບຈີນແລ້ວສືບຕໍ່ເຮັດທາງລົດໄຟເພື່ອ ເຊື່ອມຕໍ່ກັບບັນດາຄູ່ຮ່ວມມື. ທີສອງ ແມ່ນເຈລະຈາກັບບັນດາຄູ່ຮ່ວມມືກ່ຽວກັບບັນດາຂໍ້ກຳນົດ, ມາດຖານສິນຄ້າ ເພື່ອໃຫ້ພວກເຮົາສົ່ງອອກຢ່າງເປັນທາງການ, ຍ້ອນວ່າ ປັດຈຸບັນ ສິນຄ້າຂອງ ຫວຽດນາມ ມີຄຸນນະພາບສູງທີ່ສຸດ. ພວກເຮົາອາດຈະເຮັດໄດ້ສິ່ງນັ້ນ ແລະ ດັ່ງນັ້ນ ຈິງຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມແບບຍືນຍົງ, ຍາວນານ.

ການທູດ ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ, ສັນ​ຍາ​ການ​ຄ້າ ແລະ ການ​ລົງ​ທຶນ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ (ພາບ: quochoi.vn)

ໃນສະພາບການຕະຫຼາດສົ່ງອອກໄປຍັງ ເອີລົບ (ສ່ວນຫຼາຍແມ່ນເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ) ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຫວຽດນາມ ຕ້ອງເປັນເຈົ້າການຢ່າງມີໄຫວພິບ ໃນການຊອກຫາບັນດາຕະຫຼາດໃໝ່, ຂຸດຄົ້ນສິນຄ້າໃໝ່, ເປັນຕົ້ນແມ່ນຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ໄປຄຽງຄູ່ກັບບັນດາຕະຫຼາດທີ່ມີແຕ່ດົນນານ, ກະຊວງການຕ່າງປະເທດ ກໍ່ມອບໜ້າທີ່ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດ ຕັ້ງໜ້າຊອກຫາ, ເປີດກວ້າງຕະຫຼາດ, ເປັນຕົ້ນແມ່ນຕະຫຼາດຕາເວັນອອກກາງ - ອາບຟຼິກກາ ທີ່ມີຄວາມສາມາບົ່ມຊ້ອນຫຼາຍຢ່າງ:

ປັດຈຸບັນ, ພວກເຮົາພວມສົມທົບກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍວຽກງານຈຳນວນໜຶ່ງ. ທີໜຶ່ງ, ຊີ້ນຳບັນດາອົງການຜູ້ຕາງໜ້າການຕ່າງປະເທດ ສືບຕໍ່ໜູນຊ່ວຍບັນດາແຂວງ, ນະຄອນ, ວິສາຫະກິດ, ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ, ໂຄສະນາບັນດາຜະລິດຕະພັນທີ່ເປັນທ່າແຮງເຂົ້າໃນພາກພື້ນ ຕາເວັນອອກກາງ  - ອາບຟຼິກກາ, ພິເສດແມ່ນເຂດອ່າວ. ທີສອງ, ສືບຕໍ່ໜູນຊ່ວຍການສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງ, ເປັນຕົ້ແມ່ນຜະລິດຕະພັນທີ່ເຮັດຈາກໄມ້ ໄປຍັງຕະຫຼາດຕາເວັນອອກກາງ - ອາບຟຼິກກາ. ພ້ອມກັນນັ້ນ, ກໍ່ຮຽກຮ້ອງການລົງທຶນຂອງບັນດາກອງທຶນເຂດຕາເວັນອອກກາງ ເຂົ້າບັນດາຂົງເຂດເຊິ່ງເຂົາເຈົ້າມີຄວາມສົນໃຈຄື: logistic, ພື້ນຖານໂຄງລ່າງ, ພະລັງງານທົດແທນ.

ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຈະຊຸກຍູ້ການສ້າງ ລະບົບລະບຽບການກອບນິຕິກຳ, ນະໂຍບາຍແຫ່ງລັດ ແລະ ກົດໝາຍທີ່ກ່ຽວຂ້ອງເຖິງໃບຢັ້ງຢືນບັນດາຜະລິດຕະພັນ Halal (ອິດສະລາມ) ຢູ່ ຫວຽດນາມ ແລະ ການຮ່ວມມືສາກົນ ກ່ຽວກັບຂະແໜງ Halal (ຂະແໜງສະໜອງບັນດາຜະລິດຕະພັນ ແລະ ການບໍລິການທີ່ເໝາະສົມກັບຊາວອິດສະລາມ) ໃຫ້ສົມບູນແບບ; ເພີ່ມທະວີການສົ່ງເສີມ, ໂຄສະນາ, ເຊື່ອມຕໍ່ວິສາຫະກິດ, ບັນດາທ້ອງຖິ່ນຂອງ ຫວຽດນາມ ກັບຕະຫຼາດ Halal.

ຕອບກັບ

ຂ່າວ/ບົດ​ອື່ນ