ການ​ນຳ​ເອີ​ຣົບຫຼາຍ​ທ່ານ ໄປ​ຢ້ຽມ​ຢາມ ຈີນ ຢ່າງ​ລຽນ​ຕິດ: ບັນ​ດາ​ການ​ຄິດ​ໄລ່​ຍຸດ​ທະ​ສາດ

(VOVWORLD) -ວັນທີ 5 ເມສາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການເປັນເວລາ 3 ວັນ. ຮ່ວມເດີນທາງນຳການນຳ ຝລັ່ງ ຄັ້ງນີ້ ມີທ່ານ Ursula von der Leyen ປະທານຄະນະກຳມະການເອີຣົບ (EC). ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ ນີ້ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການ ເຖິງ 2 ຄັ້ງຢ່າງລຽນຕິດຂອງການນຳ ເອີຣົບ ໃນເວລາພຽງແຕ່ 1 ອາທິດ ເທົ່ານັ້ນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນຄວາມສົນໃຈເປັນພິເສດຂອງ ເອີຣົບ ທີ່ມີຕໍ່ ຈີນ, ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ແລະ ພວມມີກຳລັງຜົນສະທ້ອນນັບມື້ນັບສູງຂຶ້ນໃນຂອບເຂດທົ່ວໂລກ.

ຕາມແຈ້ງການຢ່າງເປັນທາງການຂອງກະຊວງການຕ່າງປະເທດ ຈີນ, ການຢ້ຽມຢາມຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະດຳເນີນໃນລະຫວ່າງວັນທີ 5 – 7 ເມສາ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮັດໃຫ້ຫາງສຽງມີຄວາມສົນໃຈກວ່ານັ້ນແມ່ນ ການຢ້ຽມຢາມດັ່ງກ່າວໄດ້ດຳເນີນພາຍຫຼັງການຢ້ຽມຢາມ ປັກກິ່ງ ຂອງທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ພຽງ 1 ວັນ ແລະ ກ່ອນການຢ້ຽມຢາມຂອງທ່ານ Josep Borrell ຜູ້ຮັບຜິດຊອບດ້ານພົວພັນຕ່າງປະເທດຂອງ ອີຢູ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ພຽງ 2, 3 ວັນເທົ່ານັ້ນ.

        ຕາມວົງການນັກໄຈ້ແຍກແລ້ວ, ເລື່ອງການນຳ ແລະ ນັກການເມືອງຂັ້ນສູງ ເອີຣົບ ໄປຢ້ຽມຢາມ ຈີນ ຢ່າງລຽນຕິດນັ້ນ ບໍ່ແມ່ນຄວາມບັງເອີນ, ຫາກແມ່ນການຄິດໄລ່ຍຸດທະສາດ ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ.

        ການຄິດໄລ່ຂອງເອີຣົບ

        ຖ້າໄຈ້ແຍກກ່ຽວກັບສະພາບການແລ້ວ, ການຢ້ຽມຢາມ ຈີນ ຢ່າງລຽນຕິດຂອງບັນດາການນຳເອີຣົບ ຖືກດຳເນີນໃນຂະນະການປະທະກັນລະຫວ່າງລັດເຊຍ - ຢູແກຼນ ພວມສືບຕໍ່ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງທົ່ວພາກພື້ນເອີຣົບໃນຫຼາຍແງ່ມູມ, ໂດຍສະເພາະແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ພະລັງງານ. ໃນຂະນະນັ້ນ, ຈີນ ນັບມື້ນັບສະແດງໃຫ້ເຫັນຜົນສະທ້ອນທີ່ມີກຳລັງແຮງຢ່າງໃຫຍ່ຫຼວງ, ພົ້ນເດັ່ນຂຶ້ນແມ່ນຂົງເຂດການຕ່າງປະເທດ ແລະ ເສດຖະກິດ ໃນຂອບເຂດທົ່ວໂລກ. ພິເສດ, ຈີນ ພວມປັບປຸງການພົວພັນກັບ ລັດເຊຍ ຢ່າງແໜ້ນແຟ້ນ - ເຊິ່ງເປັນປະເທດຖືກເອີຣົບ, ອາເມລິກາ ແລະ ຫຼາຍປະເທດ ສຳພັນທະມິດສ້າງຄວາມກົດດັນຢ່າງແຮງຜ່ານຄຳສັ່ງລົງໂທດ ແລະ ຂວ້ຳບາດນັບພັນສະບັບ ທີ່ກ່ຽວຂ້ອງເຖິງວິກິດການ ຢູແກຼນ. ຢູ່ອີກແງ່ມູມໜຶ່ງ, ການພົວພັນລະຫວ່າງ ເອີຣົບ - ຈີນ ພວມຢູ່ໃນລະດັບຕ່ຳພໍສົມຄວນ ນັບແຕ່ປີ 2019 ມານີ້ ພາຍຫຼັງ ສະຫະພາບເອີຣົບ (EU) ເປີດເຜີຍເລື່ອງ ຖື ຈີນ ເປັນ “ຄູ່ແຂ່ງທີ່ມີລະບົບ” ເປັນຄັ້ງທຳອິດ. ການນຳເອີຣົບ ຫຼາຍທ່ານຖືວ່າ ສະພາບການຕົວຈິງດັ່ງກ່າວ ຕ້ອງໄດ້ຮັບການປົວແປງໃຫ້ແທດເໝາະກັບສະພາບການໃໝ່.

        ດ້ວຍສະພາບການຕົວຈິງດັ່ງກ່າວ, ວົງການນັກສັງເກດການຈຶ່ງຖືວ່າ ບັນດາການນຳເອີຣົບ ໄປຢ້ຽມຢາມ ປັກກິ່ງ ໃນໂອກາດນີ້ ແມ່ນມີການຄິດໄລ່ຢ່າງເຫັນໄດ້ຊັດ, ພິເສດແມ່ນກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ. ຕາມນັ້ນແລ້ວ, ບຣຸກແຊນ ຢາກເກ້ຍກ່ອມ ປັກກິ່ງ ຫຼຸດຜ່ອນການສະໜັບສະໜູນ ແລະ ກໍ່ກໍາລັງກົດດັນ ເພື່ອໃຫ້ມົດສະກູ ຢຸດຕິບັ້ນການທະຫານພິເສດຢູ່ ຢູແກຼນ. ໄປຄຽງຄູ່ກັນນັ້ນ, ເອີຣົບ ພັດຢາກເພີ່ມທະວີການຮ່ວມມື ກັບ ຈີນ ໃນຫຼາຍຂົງເຂດ, ສ່ວນໜຶ່ງແມ່ນເພື່ອຮັບໃຊ້ເປົ້າໝາຍທີໜຶ່ງ ເຊິ່ງກ່ຽວຂ້ອງເຖິງ ລັດເຊຍ ແລະ ວິກິດການ ຢູແກຼນ, ສ່ວນໜຶ່ງແມ່ນເພື່ອຮັກສາ ແລະ ບັນລຸໄດ້ຜົນປະໂຫຍດດ້ານເສດຖະກິດ, ການຄ້າຢ່າງໃຫຍ່ຫຼວງ ເຊິ່ງ ປັກກິ່ງ ສາມາດນຳມາໃຫ້. ປັດຈຸບັນ, ຈີນ ພວມແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ອີຢູ.

        ໂດຍໃຫ້ຂໍ້ສັງເກດກ່ຽວກັບບັນຫາ ລັດເຊຍ ແລະ ຢູແກຼນ ຍິ່ງມີບ່ອນອີງກວ່າ ເມື່ອໄປຢ້ຽມຢາມ ຈີນ ໃນທ້າຍເດືອນ ມີນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ສະເໜີໃຫ້ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກູນ Volodymyr Zelensky. ພິເສດ, ໃນໄລຍະຜ່ານມາ, ວົງການເຈົ້າໜ້າທີ່ ເອີຣົບ ໄດ້ສະແດງອອກຢ່າງລຽນຕິດວ່າ ມີຄວາມສົນໃຈຕໍ່ຂໍ້ສະເໜີສັນຕິພາບ ລວມມີ 12 ປະການ ເຊິ່ງ ຈີນ ໄດ້ຍົກອອກມາຫວ່າງມໍ່ໆມານີ້ ສຳລັບການປະທະກັນ ລັດເຊຍ - ຢູແກຼນ.

        ສິ່ງທ້າທາຍ ແລະ ແງ່ຫວັງ

        ຕາມວົງການນັກໄຈ້ແຍກແລ້ວ, ການຄິດໄລ່ຂອງ ເອີຣົບ ມຸ່ງໄປສູ່ ຈີນ ໃນສະພາບການປັດຈຸບັນນັ້ນ ກໍເປັນເລື່ອງເຂົ້າໃຈງ່າຍ. ເຖິງຢ່າງໃດກໍຕາມ, ຄວາມສາມາດບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກນັ້ນ ແມ່ນຍັງບໍ່ທັນມີອັນໃດຮັບປະກັນໄດ້, ໂດຍສະເພາະແມ່ນການຄິດໄລ່ທີ່ກ່ຽວຂ້ອງເຖິງ ລັດເຊຍ  ແລະ ວິກິດການຢູ່ ຢູແກຼນ. ທີໜຶ່ງແມ່ນ, ກ່ຽວກັບການພົວພັນລະຫວ່າງ ຈີນ - ລັດເຊຍ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຫາກໍຢ້ຽມຢາມ ມົດສະກູ ໃນເດືອນ ມີນາ ຜ່ານມາ ແລະ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin. ນະທີ່ນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຢັ້ງຢືນການປັບປຸງ ແລະ ເຮັດໃຫ້ການພົວພັນສອງຝ່າຍ ຈີນ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ ແມ່ນການ “ເລືອກເຟັ້ນຍຸດທະສາດຂອງສອງຝ່າຍ ອີງໃສ່ສະພາບການຂອງແຕ່ລະປະເທດ”, ບໍ່ຖືກຜົນກະທົບຈາກພາຍນອກ. ທີສອງແມ່ນ, ກ່ຽວກັບວິກິດການ ຢູແກຼນ, ນີ້ແມ່ນວິກິດການທີ່ສັບສົນ, ມີການແຊກແຊງຈາກຫຼາຍຝ່າຍທີ່ກ່ຽວຂ້ອງ, ໃນນັ້ນ ເອີຣົບ ແລະ ອາເມລິກາ ສືບຕໍ່ສະໜອງຍຸດໂທປະກອນ ແລະ ອາວຸດປະເພດໜັກໃຫ້ແກ່ ຢູແກຼນ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະຮຽງບ່າຮຽງໄຫຼ່ກັບ Kiev. ດັ່ງນັ້ນ, ເພື່ອແກ້ໄຂວິກິດການດັ່ງກ່າວ ຕ້ອງມີຄວາມມານະພະຍາຍາມ, ການຮ່ວມແຮງຮ່ວມໃຈ ພ້ອມກັບເຈດຈຳນົງການເມືອງທີ່ແຂງແກ່ນຈາກທຸກຝ່າຍທີ່ກ່ຽວຂ້ອງ.  

        ເຖິງຢ່າງໃດກໍຕາມ, ດ້ວຍຄວາມໄວ້ວາງໃຈໃນເວທີສາກົນທີ່ນັບມື້ນັບເພີ່ມຂຶ້ນ, ພິເສດແມ່ນພາຍຫຼັງເປັນປະເທດເປັນກາງໄກ່ເກຍວິວັດການສັນຕິພາບລະຫວ່າງ ອາຣັບບິ ຊະອຸດິ ແລະ ອີຣານ ປະສົບຜົນສຳເລັດໃນຫວ່າງມໍ່ໆມານີ້, ຈີນ ຍັງໄດ້ຮັບການຕີລາຕາວ່າ ມີຄວາມສາມາດສ້າງຜົນສະທ້ອນຢ່າງຕັ້ງໜ້າ ຕໍ່ວິວັດການແກ້ໄຂການປະທະກັນ. ໃນຖະແຫຼງການສະບັບໜຶ່ງປະກາດໃນທ້າຍອາທິດແລ້ວນີ້, ທ່ານ Josep Borrell ຂ້າຫຼວງໃຫຍ່ຮັບຜິດຊອບວຽກງານພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ອີຢູ ໃຫ້ຂໍ້ສັງເກດວ່າ: “ຈີນ ມີຄວາມສາມາດສ້າງເງື່ອນໄຂສະດວກຊຸກຍູ້ວິວັດການແກ້ໄຂການປະທະກັນຢູ່ ຢູແກຼນ”. ສ່ວນທ່ານ ຟຸທຸງ ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ອີຢູ ໃຫ້ຂໍ້ສັງເກດວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ອີຢູ ຮ່ວມແຮງຮ່ວມໃຈຊຸກຍູ້ວິວັດການສ້າງສັນຕິພາບຢູ່ ຢູແກຼນ./.

ຕອບກັບ

ຂ່າວ/ບົດ​ອື່ນ