ການປົກປ້ອງສິດຂອງເດັກຕໍ່ໜ້າການຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

(vovworld) - ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພວມ​ມີ​ເກີດ​ຂຶ້ນ​ໃນ​ຂອບ​ເຂດທົ່ວ​ໂລກ. ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ສິດ​ຂອງ​ມະ​ນຸດ​ຕໍ່​ໜ້າ​ຜົນ​ກະ​ທົບ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ, ຫວຽດ​ນາມ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສິດ​ຂອງ​ເດັກ, ເຊິ່ງ​ແມ່ນບັນ​ດາ​ເປົ້າ​ໝາຍ​ຖື​ກ​ສ່ຽງ​ໄພສູງ​ກ່​ວາ​ເພີ່ນ, ຕໍ່​ໜ້າ​ບັນ​ດາ​ຜົນ​​ກະ​ທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ບັນ​ດາ​ປະ​ກົດ​ກ​ານ​ອາ​ກາດ​​ທີ່ຮ້າຍ​ແຮງ. ​ຜູ້​ຕາງ​ໜ້າ​ຂອງ ຫວຽດ​ນາມ ໄດ້​ຍົກ​​ອອກສິ່ງ​ດັ່ງ​ກ່າວ​​ຄື​ດັ່ງບົດ​ຮຽນ​ພຶດ​ຕິ​ກຳ​ຕົວຈິງ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 34 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ, ເຊິ່ງ​ດຳ​ເນີນ​​ໃນ​ລະ​ຫວ່າງ​ວັນ​ທີ 28/2 24/3/2017, ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ທ​ູ​ຮ​ວາ “​ການປົກ​ປ້ອງ​ສິດ​ທິ​ຂອງ​ເດັກ​ຕໍ່​ໜ້າ​ຜົນ​​ກະ​ທົບ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.”

ການປົກປ້ອງສິດຂອງເດັກຕໍ່ໜ້າການຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 1
ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຮ່າ​ກິມງອກ (ເບື້ອງ​ຂວາ) ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສຸດ​ທີ 31 ສ​ະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ 
(ພາບ:Tố Uyên/TTXVN)


       
ຕາມ​​ການ​​ຄາດ​ຄະ​ເນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ແລ້ວ, ຮອດ​ປີ 2100, ອຸນ​ຫະ​ພຸມ​ສະ​ເລ່ຍ​ໃນ​ແຕ່​ລະ​ປີ​ຈະ​ເພີ່ມ​ຂຶ້​ນ​ປະ​ມານ 2 ອົງ​ສາ C ເມື່ອ​ທຽບ​ໃສ່​ອຸນ​ຫະ​ພຸມ​ຢູ່​ບັນ​ດາ​ທົດ​ສະ​ວັດ​ທ້າຍ​ຂອງສະ​ຕະ​ວັດ​ທີ 20. ຮອດ​ປີ 2100, ຄາດ​ວ່າ​ ຄວາມ​ຮ້ອນ​​ຄັ້ງ​ຕ່າງໆຈະ​ເພີ່ມ​ຂຶ້ນ, ປະ​ລິ​ມານ​​ຝົນຕົກ​ໃນ​ແຕ່​ລະ​ປີ​ຈະ​ເພີ່ມ​ຂຶ້ນ ແລະ ​ຄາ​ດ​ວ່າ​ຝົນ​ຕົກ​ໜັກ ແລະ ນ້ຳ​ຖ້ວມກໍ່​ຈະເພີ່ມ​ຂຶ້ນ.

ເດັກ​ນ້ອຍນອນ​ໃນ​ກຸ່ມ​ເປົ້າ​ໝາຍ​ຖືກ​ສ່ຽງ​ໄພ​ສູງ​ກ່​ວາ​ເພີ່ນ

       ຫວຽດ​ນາມ ​ຢື່ນ​ອັນ​ດັບ​ທີ 13 ໃນ​ຈຳ​ນວນ 170 ປະ​ເທດ​ທີ່​ໄດ້​ຮັບ​ຖື​ວ່າ​​ຖ​ືກ​ຜົນ​​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ຮອບ​ເວ​ລາ 30 ປີ​ຕໍ່​ໜ້າ​ງ່າຍ ແລະ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 16 ປະ​ເທດ​ມີ “ຄວາມ​ສ່ຽງ​ໄພ​ສູງ​ສຸດ” ຍ້ອນ​​ອັດ​ຕາ​ຜູ້​ທຸກ​ຍາກ​ອຶດ​ຫິວສູງ, ພົນ​ລະ​ເມືອງ​ໜາ​ແໜ້ນ, ຖືກ​ຜົນ​ສະ​ທ້ອນ​ຈ​າກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​​ງ່າຍ, ຂຶ້ນ​ກັບດິນ​ກະ​ສິ​ກຳ​ທີ່​ຖືກ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ​ແລ້ງ​ງ່າຍ. ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ແມ່ນ​ໜຶ່ງ​ໃນ 3 ສະ​ຖາ​​ນທີ່​ຈຸດ​ສຸມ “ຖືກ​ຄວາມ​ສ່ຽງ​​ໄພສູງ” ໃນ​ໂລກ​ກ່ຽວ​ກັບ​ຈຳ​ນວນ​ພົນ​ລະ​ເມືອງມ​ີ​ໄພ​​ຂາດ ບ່ອນ​ຢູ່​ອາ​ໄສ​ຍ້ອນ​ນ້ຳ​ທະ​ເລ​ຂຶ້ນ​ສູງ. ຮອດ​ປີ 2050, ຄາດ​ວ່າ​ມີ​ປະ​ຊາ​ຊົນຢູ່​ເຂດນີ້​ປະ​ມານ 1 ລ້ານ​ຄົນ​ມີ​ໄພ​​ຂາດບ່ອນ​ຢູ່ອາ​ໄສ.

        ກໍ່​​ເຊັນ​ດ່ຽວກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ, ເດັກ​ນ້ອຍ ຫວຽດ​ນາມ ນອນ​ໃນ​ຈ​ຳ​ນວນ​ບັນ​ດາ​ເປົ້າ​ໝາຍ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເຖິງວ່າ​ພວກ​ນ້ອງ​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ມີ​ການ​ພົວ​ພັນ​ໜ້​ອຍ​ເຖິງ​ສາຍ​ເຫດກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ບັນ​ດາ​ຄວາມ​ສ່ຽງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ເຊິ່ງ​ເດັກ​ນ້ອຍປະ​ເຊີນ​ໜ້າ​ມີຫຼາຍ​ຮູບຫຼາຍ​ແບບ, ລວມ​ມີ ບັນ​ດາ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຄື: ລົ​ມໄຕ້​ຟຸນ, ພາ​ຍຸລົມ​ແດງ ແລະ ອຸນ​ຫະ​ພຸມ​ເພີ່ມ​ຂຶ້ນ, ຫລຸດ​ລົງໂດຍ​ກະ​ທັນ​ຫັນ ຕະຫຼອດ​ຮອດ​ບັນ​ດາ​ຜົນ​ສະ​ທ້ອນ​ຈາກ​ການ​ສຶກ​ສາ, ຄວາມ​ເຄັ່ງ​ຕຶງ​ດ້ານ​ຈິດ​ຕະ ແລະ ບັນ​ດາ​ຄວາ​ມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ທາດ​ບຳ​ລຸງ. ດັ່ງ​ນັ້ນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ອາດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິ​ງ​ສິດ​ຂອງ​ເດັກ​ຈາກຫຼາຍ​ແງ່​ມູມ, ນັບ​ທັງ​ດ້ານ​ສຸ​ຂະ​ພາບ, ຊີ​ວິດ, ການ​ສຳ​ຜັດ​ກັບ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດ​ຄອບ​ຄົວ…

ສ້າງ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕ້ອງ​ຖື​ເອົ​າ​ເດັກ​ນ້ອຍ​ເປັນ​ໃຈ​ກາງ

ການສ້າງ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ຕ້ອງ​ຖືເອົາ​ເດັກ​ນ້ອຍ​ເປັນ​ໃຈ​ກາງແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ, ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບຜົນ​ກະ​ທົບ​​ຂອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສ​ຳ​ລັບ​ເດັກ​ນ້ອຍ ເມື່ອ​ວັນ​ທີ 2/3/2017 ທີ່​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ ເນັ້ນ​ໜັກ 3 ເນື້ອ​ໃນ​ເຊິ່ງ ຫວຽດ​ນາມ ບຸ​ລິ​ມະ​ສິດ​ໃນ​ການ​ຮັບ​ປະ​ກັນ​ສິດ​ຂອງ​ເດັກ​ນ້ອບ​ຕໍ່​ໜ້າ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນັ້ນ​ແມ່ນ: ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຖື​ເອົາ​ເດັກ​ນ້ອຍ​ເປັນ​ໃຈ​ກາງ, ຍົກ​ສູງ​ສະ​ຕິ​ຄວາມ​ຮູ້​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ​ສຳ​ລັບ​ເດັກ​ນ້ອຍ ແລະ ເພີ່​ມ​ທະ​ວ​ີ​ການ​ຮ່ວມ​ມື​ສາ​ກົນ, ພາກ​ພື້ນ​ໃນ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ເດັກ.

ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ສິດ​ຂອງ​ເດັກ​ ໃນ​ນະ​ໂຍ​ບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຖື​ເລື່ອງ​ແກ້​ໄຂ​ບັນ​ດາ​ຜົນ​ກະ​ທົບ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ສິດ​ຂອງ​ເດັກ​ໃນ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​​ຂໍ້​ຕົກ​ລົງ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຫວຽດ​ນາມ ກໍ່​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ກັບ​ກອງ​ທຶນ​ ສ​ປ​ຊ ​ເພື່ອ​ເດັກ​ນ້ອຍ (UNICEF) ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ການ​ສ້າ​ງ​ຍຸດ​ທະ​ສາດ​ຫລຸດ​ຜ່ອນ​ຄວາມ​ສ່ຽງ​​ຈາກໄພ​ພິ​ບັດ​ທຳ​ມະ​ຊາດ​ໂດຍ​ຖື​ເອົາ​ເດັກ​ນ້ອຍ​ເປັນ​ໃຈ​ກາງ. ຫວຽດ​ນາມ ກໍ່​ໄດ້​ເພີ່ມ​ທະ​ວ​ີ​​ການ​ໂຄ​ສະ​ນາ ເພື່ອ​ແນ​ໃສ່​ຍົກ​ສູງ​​ຄວ​າມ​ຮັບ​ຮູ້​ຂອງ​ເດັກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສົ່ງ​ເສີມ​ເດັກ​ເຂົ້າ​ຮ່ວມ​, ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢ່າງ​ແທດ​ຈິງ, ໄພ​ພິ​ບັດ​ທຳ​ມະ​ຊາດ. ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ຂອງ​ບັນ​ຫານີ້​ແມ່ນ ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມ​ລະ​ດົມ​ໂຮງ​ຮຽນ, ຄອບ​ຄົວ ແລະ ທົ່ວ​ສັງ​ຄົ​ມ​ປະ​ກອບ​ໃຫ້​ເດັກ​ບັນ​ດາ​ຄວາ​ມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ກໍ່​ຄື​ບັນ​ດ​າ​ທັກ​ສະ​ຈຳ​ເປັນ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ສ່ຽງ​ຈາ​ກ​ໄພ​ພິ​ບັດ​ທຳ​ມະ​ຊາດ.

ຫລຸດ​ຜ່ອນ​ຜົນ​ກະ​ທົບ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ກັບ​ສິດ​ທິ​ຂອງ​ເດັກ​ແມ່ນ​ການ​ເຊື່ອມ​ຕໍ່​ຂໍ້​ລິ​ເລີ່ມ​ເຊິ່ງ ຫວຽດ​ນາມ ຍົກ​ອອກ​ມາ​ທີ່​ສະ​ພາ​ສິດ​ທິ​ມະ​ນຸດ​ໃນ​ໄລ​ຍະ​ທ​ີ່​ພວມເປັນ​ສະ​ມາ​ຊິກ​ໃນ​ອາ​ຍຸ​ການ 2014 – 2016. ນີ້​ກໍ່ແມ່ນ​ເນື້ອ​ໃນ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ ໃນ​ປະ​ຈຸ​ບັນ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການທີ່ ຫວຽດ​ນາມ ພວມ​ຢື່ນ​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ແລະ ໄພ​ພິ​ບັດ​ທ​ຳ​ມະ​ຊາດ.


ຂ່າວ/ບົດ​ອື່ນ