ການປ້ອງກັນຕ້ານການສໍ້ລາດບັງຫລວງບັນລຸໝາກຜົນຕັ້ງຫນ້າ

(VOVWORLD) -ຊຸມມື້ທ້າຍປີ 2019, ອະດີດລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ 2 ຄົນ ພ້ອມກັບຜູ້ຮ່ວມກະທຳຜິດ 12 ຄົນໃນຄະດີ MobiFone ຊື້ 95% ຫຸ້ນສ່ວນຂອງບໍລິສັດ AVG ຖືກຕັດສິນລົງໂທດດ້ວຍການກະທຳຜິດວ່າ ໄດ້ລະເມີດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງການລົງທຶນຂອງລັດ ອັນໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງ ແລະ ການກະທຳຜິດຮັບສິນບົນ ເປັນການສະແດງໃຫ້ເຫັນວ່າ ການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງຂອງຫວຽດນາມ ສືບຕໍ່ເຂົ້າໄປບາດກ້າວສູງກວ່າ ນັ້ນແມ່ນກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ເຂົ້າຊີວິດຢ່າງແທ້ຈິງ. ສິ່ງດັ່ງກ່າວເປັນການພິສູດໃຫ້ເຫັນຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມໃນເລື່ອງສືບຕໍ່ຮັກສາ, ຍູ້ແຮງການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ ແມ່ນມີຊີວິດຊີວາ ເພື່ອແນໃສ່ເຮັດໃຫ້ກົງຈັກຂອງພັກ ແລະ ລັດ ໃຫ້ປອດໃສກວ່າ.

ການປ້ອງກັນຕ້ານການສໍ້ລາດບັງຫລວງບັນລຸໝາກຜົນຕັ້ງຫນ້າ - ảnh 1 ການພິພາກສາອະດີດລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ 2 ຄົນ ພ້ອມກັບຜູ້ຮ່ວມກະທຳຜິດ 12 ຄົນໃນຄະດີ MobiFone ຊື້ 95% ຫຸ້ນຂອງບໍລິສັດ AVG

ພາບ:TTXVN

ປີ 2019 ຢູ່ ຫວຽດນາມ ມີກວ່າ 200 ຄະດີ ດ້ວຍຜູ້ຖືກກ່າວຫາເກືອບ 500 ຄົນຖືກເປີດການດຳເນີນຄະດີຍ້ອນມີການກະທຳຜິດ ສໍ້ລາດບັງຫລວງ. ໃນນັ້ນ ມີຫລາຍຄະດີໃຫຍ່ ຊື່ງບັນດາຜູ້ຖືກກ່າວຫາຄອບງຳຊັບສິນຂອງລັດລວມໝູ່, ທີ່ດິນຂອງລັດຢູ່ໃຈກາງບັນດາແຂວງ ນະຄອນໃຫຍ່, ຍັກຍອກສໍ້ໂກງຊັບສິນຂອງລັດ, ລະເມີດບັນດາຂໍ້ກຳນົດກ່ຽວກັບເສດຖະກິດ ຫລື ສວຍໃຊ້ຖານະຕຳແຫນ່ງ ສິດອຳນາດຫນ້າທີ່ ກໍ່ຜົນສະທ້ອນເຖິງຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ. ໝາກຜົນດັ່ງກ່າວອີກຄັ້ງຫນຶ່ງສະແດງໃຫ້ເຫັນວ່າ ປີ 2019, ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງສືບຕໍ່ໄດ້ຮັບການຍູ້ແຮງຈາກ ພັກ ແລະ ລັດຫວຽດນາມ ດ້ວຍຄວາມຕັດສິນໃຈຢ່າງສູງກວ່າ ຂ້ຽວຂາດກວ່າ. ສິ່ງນີ້ໄດ້ຮັບຄວາມເຫັນດີເຫັນພ້ອມ ການສະຫນັບສະຫນູນຈາກປະຊາຊົນໃນທົ່ວປະເທດ. ປະຊາຊົນໄດ້ຕີລາຄາສູງ ແລະ ນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກໃນວຽກງານ ປ້ອງກັນຕ້ານການສໍ້ລາດບັງຫລວງ. ທ່ານ ລືວວັນແມ້ງ ຊາວນະຄອນຫລວງຮ່າໂນ້ຍ ໃຫ້ຮູ້ວ່າ:

“ໂດຍແມ່ນສະມາຊິກພັກຜູ້ຫນຶ່ງ ຂ້າພະເຈົ້າເຫັນວ່າໃນປີຜ່ານມາ, ຄວາມຕັດສິນໃຈຂອງສູນກາງພັກໃນການ ປ້ອງກັນຕ້ານການສໍ້ລາດບັງຫລວງ ແມ່ນຂ້ຽວຂາດ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ.ພະນັກງານທີ່ພວມດຳລົງຕຳແຫນ່ງ ນັບທັງພະນັກງານກິນເບ້ຍບຳນານ ເມື່ອລະເມີດ ລ້ວນແຕ່ຖືກປັບໄຫມລົງໂທດຢ່າງເຄັ່ງຄັດ”.

ໃນປີ 2019 ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ກໍ່ໄດ້ກວດກາເຮັດແຈ້ງຫລາຍຄະດີທີ່ມີການກະທຳຜິດຢ່າງຮ້າຍແຮງທີ່ກ່ຽວຂ້ອງເຖິງການສໍ້ລາດບັງຫລວງ, ຕົກລົງປະຕິບັດວິໄນ ແລະ ສະເຫນີໃຫ້ກົມການເມືອງ, ຄະນະເລຂາທິການ, ຄະນະບໍລິຫານງານສູນກາງພັກປະຕິບັດວິໄນຫລາຍອົງການພັກ ແລະ ສະມາຊິກພັກ ຊື່ງແມ່ນພະນັກງານຂັ້ນສູງຂອງພັກ, ລັດ. ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ ຄະນະບໍລິຫານງານສູນກາງພັກ ກົມການເມືອງ ຄະນະເລຂາທິການ ຄະນະກຳມະການກວດກາສູນກາງພັກ ໄດ້ປະຕິບັດວິໄນພະນັກງານຂັ້ນສູງກວ່າ 70 ຄົນ ໂດຍສູນກາງພັກຄຸ້ມຄອງ. ທ່ານຮອງສາດສະດາຈານ ປອ ຫງວຽນຈ້ອງຟຸກ ອະດີດຫົວຫນ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

“ເລື່ອງປັບໄຫມລົງໂທດ ປະຕິບັດວິໄນສະມາຊິກພັກ ຊ້ຳບໍ່ໜຳ ນັບທັງພະນັກງານຂັ້ນສູງ ແມ່ນຈຳເປັນທີ່ສຸດໃນວິວັດການປັບປຸງພັກ, ກໍ່ສ້າງ ແລະ ພັດທະນາພັກ ເພາະວ່າ ສິ່ງນີ້ຈະເຮັດໃຫ້ພັກມີຄວາມໝັ້ນຄົງເຂັ້ມແຂງກວ່າ. ພະນັກງານ ສະມາຊິກພັກແຕ່ລະຄົນ ເຖິງວ່າ ໃນຖານະຕຳແຫນ່ງໃດກໍຕາມ ແຕ່ເມື່ອລະເມີດກົດໝາຍກໍ່ຖືກປັບໄຫມລົງໂທດຢ່າງເຄັ່ງຄັດ.”

ຄຽງຄູ່ກັບການເຄື່ອນໄຫວ ປ້ອງກັນຕ້ານການສໍ້ລາດບັງຫລວງຂອງສູນກາງ, ຢູ່ບັນດາທ້ອງຖິ່ນ ວຽກງານ ປ້ອງກັນຕ້ານການສໍ້ລາດບັງຫລວງ ກໍ່ມີຄວາມຄືບຫນ້າຫລາຍຢ່າງ. ດ້ວຍຈິດໃຈເດັດດ່ຽວ “ບໍ່ຢຸດ”, “ບໍ່ຄິດ”, “ບໍ່ຍານ” ໃນກິດຈະການ ປ້ອງກັນຕ້ານການສໍ້ລາດບັງຫລວງໃນປີ 2019, ບັນດາຊ່ອງຫວ່າງກ່ຽວກັບກົນໄກ, ນະໂຍບາຍ, ກົດໝາຍໄດ້ສ້າງໃຫ້ສົມບູນແບບ, ສ້າງກົນໄກ "ບໍ່ອາດ", "ບໍ່ກ້າ”, “ບໍ່ຈຳເປັນ” ແລະ “ບໍ່ໄດ້ມີການກະທຳສໍ້ລາດບັງຫລວງ” ໃນຖັນແຖວພະນັກງານ, ລັດຖະກອນ ເທື່ອລະກ້າວ, ປັບປຸງຄວາມເຂັ້ມແຂງຂອງພັກ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ສາດສະດາຈານ ປອ ຮວ່າງຈີບ໋າວ ຄູສອນຂັ້ນສູງ ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຕີລາຄາວ່າ:

“ພັກກອມມູນິດຫວຽດນາມ ຖືເປັນສຳຄັນຄວາມຕັດສິນໃຈດ້ານການເມືອງຕໍ່ພັກຕໍ່ປະຊາຊົນ ນັ້ນແມ່ນ ຕ້ານການສໍ້ລາດບັງຫລວງໂດຍບໍ່ມີເຂດຫ້າມ. ຕັດສິນໃຈເຮັດໃຫ້ພັກໝັ້ນຄົງເຂັ້ມແຂງ ເພື່ອໃຫ້ສົມກັບປະຊາຊົນໄວ້ໄຈ. ພັກກອມມູນິດຫວຽດນາມ ໄດ້ມີການຜັນປ່ຽນຢ່າງຕັ້ງຫນ້າໃນການ ປ້ອງກັນຕ້ານການສໍ້ລາດບັງຫລວງ, ນຳມາຂຶ້ນພິພາກສາຢ່າງເປີດເຜີຍ. ສິ່ງນີ້ເປັນການສະແດງໃຫ້ເຫັນການປັບປຸງພາຍໃນພັກ.”

ປີ 2020 ແມ່ນປີດຳເນີນກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ກິດຈະການ ປ້ອງກັນຕ້ານການສໍ້ລາດບັງຫລວງ ຈະເປັນການຄັດເລືອກໄດ້ບັນດາພະນັກງານທີ່ດີ ຮັບປະກັນຫນ້າທີ່ວຽກງານເປັນຢ່າງດີ, ສຸດຈິດສຸດໃຈເພື່ອພັກ ເພື່ອປະຊາຊົນ, ຄືດັ່ງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຕໍ່ກັບພັກ.

ຕອບກັບ

ຂ່າວ/ບົດ​ອື່ນ