ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ

(VOVWORLD) -ການປະຕິວັດເດືອນສິງຫາ ແລະ ການສ້າງຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມໃນລະດູໃບໄມ້ຫລົ່ນປີ 1945 ໄດ້ສ້າງບາດລ້ຽວປະຫວັດສາດ, ເຮັດໃຫ້ຊະຕາກຳຂອງປະເທດ ແລະ ຂອງຊາດຫວຽດນາມ ປ່ຽນແປງໂດຍພື້ນຖານ. ໄຊຊະນະຂອງ ການປະຕິວັດເດືອນສິງຫາ ໄດ້ຢັ້ງຢືນບົດບາດສຳຄັນຂອງພັກກອມມູນິດ ຫວຽດນາມ ໃນການວາງອອກແນວທາງປົດປ່ອຍຊາດອັນຖືກຕ້ອງ, ເຕົ້ມໂຮມຄວາມສາມັກຄີກຳລັງແຮງຂອງທົ່ວປວງຊົນ ແລະ ມີວິທີການຕໍ່ສູ້ຢ່າງເໝາະສົມເພື່ອສ້າງກຳລັງແຮງສັງລວມ ພ້ອມທັງໃຫ້ກຳລັງໃຈປະຊາຊົນທົ່ວປະເທດຍາດໄດ້ໄຊຊະນະ. ບັນດາບົດຮຽນເຫຼົ່ານີ້ຍັງຄົງມີຄຸນຄ່າ ແລະ ພວມໄດ້ຮັບການເສີມຂະຫຍາຍຢ່າງແຮງໃນກິດຈະການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດປະຈຸບັນ.

ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ - ảnh 1ທ່ານປະທານໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ
(ພາບເອກະສານ:hanoimoi.com.vn)

ພຽງແຕ່ໃນເວລາ 10 ກວ່າວັນ, ພັກກອມມູນິດຫວຽດນາມໄດ້ນຳພາປະຊາຊົນໃນທົ່ວປະເທດທັບມ້າງແອກຂ້າທາດໃນໄລຍະເກືອບໜຶ່ງສັດຕະວັດ, ດັດສູນລະບອບສັກດີນາທີ່ມີມານັບພັນໆປີເພື່ອຍາດເອົາເອກະລາດ, ສ້າງລັດແຫ່ງກຳມະກອນຊາວນາທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ແມ່ນປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ. ໃນຄາວນັ້ນພັກກອມມູນິດຫວຽດນາມຫາກໍ່ສ້າງຕັ້ງມາໄດ້ 15 ປີເທົ່ານັ້ນ. ດ້ວຍສະມາຊິກພັກ 5000 ຄົນ, ພັກໄດ້ແຜ່ຂະຫຍາຍແນວຄວາມຄິດເອກະລາດເສລິພາບໃຫ້ປະຊາຊົນ 20 ລ້ານຄົນແລະໄດ້ເຕົ້າໂຮມປະຊາຊົນໃນທົ່ວປະເທດລຸກຮື້ຂື້ນເພື່ອຍາດເອົາອຳນາດການປົກຄອງ.

ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຫລັກແຫລ່ງແມ່ນສຳພັນທະມິດລະຫວ່າງກຳມະກອນ- ຊາວນາ- ປັນຍາຊົນ. ບົນພື້ນຖານຜົນປະໂຫຍດ, ຄວາມຕ້ອງການ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນເພື່ອຈັດຕັ້ງ, ເຕົ້າໂຮມເຂົາເຈົ້າລຸກຂຶ້ນຕໍ່ສູ້ ສ້າງຜົນສຳເລັດຂອງການປະຕິວັດເດືອນສິງຫາປີ 1945. ສາດສະດາຈານປອຮ່ວາງຈີ໊ບ໋າວ, ຊ່ຽວຊານຂັ້ນສູງສະພາທິດສະດີສູນກາງຕີລາຄາວ່າ:

ການປະຕິວັດເດືອນສິງຫາປີ 1945 ເປັນການພິສູດໃຫ້ເຫັນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ເສີມຂະຍາຍຈິດໃຈຮັກຊາດນັ້ນແມ່ນຄຸນຄ່າທີ່ເປັນມູນເຊື້ອອັນສຳຄັນສ້າງກຳລັງແຮງຂອງທົ່ວປວງຊົນທັງຊາດ. ການປະຕິວັດເດືອນສິງຫາປີ 1945 ນັ້ນໄດ້ກຳເນີດລັດທີ່ສະແດງໃຫ້ເຫັນສິດອຳນາດຂອງປະຊາຊົນໃນຕະຫລອດເກືອບ 1 ທົດສະວັດທີ່ຖືກກົດຂີ່ຂູດຮີດແລະນັບພັນປີຂອງລະບອບສັກດີນາທີ່ຫລ້າຫລັງ

ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາປີ 1945 ໄດ້ນຳມາເຊິ່ງບົດຮຽນອັນລ້ຳຄ່າ, ເປັນຕົ້ນແມ່ນບົດຮຽນໃນການຖືປະຊາຊົນເປັນກົກ, ສ້າງແລະເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນຕະຫລອດວິວັດທະນາການປະຫວັດສາດຂອງຊາດຫວຽດນາມນັບແຕ່ລະດູໃບໄມ້ຫລົ່ນປີ 1945.

ການປະຕິວັດເດືອນສິງຫາປີ 1945 ກໍ່ເປັນການສະແດງໃຫ້ເຫັນບົດຮຽນມີຄວາມໝາຍຕັດສິນຊີ້ຂາດຂອງການນຳພາອັນເດັດດ່ຽວ, ມີຫົວຄິດປະດິດສ້າງແລະທັນການຂອງພັກກອມມູນິດຫວຽດນາມແລະປະທານໂຮ່ຈີມິນໃນຈຸດເວລາປະຫວັດສາດຂອງຊາດຫວຽດນາມ. ບົດບາດນຳພາຂອງພັກແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຈິດໃຈທີ່ມີຄວາມຮັບຜິດຊອບສູງ, ຄວາມຂະຫຍັນຂັນເຄື່ອນ, ເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງບັນດາອົງຄະນະພັກທ້ອງຖິ່ນ, ຂອງບັນດາສະມາຊິກພັກ. ທ່ານຫວູກວາງວິງອະດີດຮອງບັນນາທິການໃຫຍ່ວາລະສານປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນຢັນຢັນວ່າ:                

“ ກ່ຽວກັບຍຸດທະວິທີການນຳພາ, ເລື່ອງກຳແຫນ້ນກາລະໂອກາດຂອງພັກ, ພັກໄດ້ເປັນເຈົ້າການສ້າງກາລະໂອາກາດ ແລະ ກຳແຫນ້ນຢ່າງທັນການ, ນຳພາທົ່ວປວງຊົນດຳເນີນການລຸກຮື້ຂຶ້ນໃນທົ່ວປະເທດ. ບົດຮຽນສຳຄັນທີ່ສຸດ ແມ່ນ ຕ້ອງຕິດຕາມ, ຊາບຊຶມສະພາບການກໍ່ຄືແຜນນະໂຍບາຍຂອງພັກ. ຈາກນັ້ນໝູນໃຊ້ເຂົ້າໃນເງື່ອນໄຂຕົວຈິງລະອຽດ, ເປັນເຈົ້າການ ເພື່ອນຳພາປະຊາຊົນປະຕິບັດຕາມແຜນນະໂຍບາຍຂອງພັກ. ໃນວິວັດການປະຕິບັດ ກໍ່ຕ້ອງຕິດຕາມສະພາບການລວມຢູ່ພາຍໃນປະເທດ ແລະ ໃນໂລກ ຈຶ່ງສາມາດຍາດໄດ້ໄຊຊະນະ.”      

ຜົນສຳເລັດຂອງການປະຕິວັດເດືອນສິງຫາປີ 1945 ເປັນການສະແດງໃຫ້ເຫັນບົດຮຽນອັນລ້ຳຄ່ານັ້ນແມ່ນ ພັກໄດ້ວາງອອກແນວທາງປົດປ່ອຍຊາດອັນຖືກຕ້ອງ, ໄດ້ເຕົ້າໂຮມຄວາມສາມັກຄີກຳລັງແຮງຂອງທົ່ວປວງຊົນໃນແນວໂຮມຫວຽດມິນ, ຄັດເລືອກ ແລະ ສົມທົບກັນໃຫ້ຖືກຕ້ອງກ່ຽວກັບຮູບການໂຄສະນາ, ຈັດຕັ້ງ ແລະ ວິທີການຕໍ່ສູ້ອັນເໝາະສົມ ສ້າງເປັນກຳລັງແຮງສັງລວມ, ກໍ່ສ້າງ, ພັດທະນາກຳລັງປະຕິວັດ, ຊຸກຍູ້ຂະບວນການ, ພ້ອມທັງຄາດຄະເນ ແລະ ເລືອກເອົາໂອກາດທີ່ເໝາະສົມເພື່ອມີການກະທຳ.

ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ - ảnh 2ຊາວນະຄອນຫລວງ ຮ່າໂນ້ຍ ແຫ່ຂະບວນປະທ້ວງໃນວັນທີ 19 ສິງຫາ.
(ພາບເອກະສານ:baodansinh.vn)

ການປະຕິວັດເດືອນສິງຫາປີ 1945 ປະສົບຜົນສຳເລັດ ເປັນການສະແດງໃຫ້ເຫັນກຳລັງຄວາມສາມາດ, ຍຸດທະວີທີການນຳພາ, ກຳແຫນ້ນກາລະໂອກາດ ແລະ ກຳລັງແຮງຕໍ່ສູ້ຂອງພັກກອມມູນິດຫວຽດນາມ ໃນຈຸດເວລາປະຫວັດສາດ, ສຳຄັນຂອງປະເທດ, ຂອງຊາດ. ນັ້ນແມ່ນບົດຮຽນອັນລ້ຳຄ່າ, ຍັງຄົງມີຄຸນຄ່າເໝືອນເດີມໃນການກໍ່ສ້າງ, ປັບປຸງພັກ, ຕອບສະຫນອງກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ