ການປະທະກັນທີ່ອັນຕະລາຍຢູ່ເຂດອ່າວເປີດເຊຍ

(VOVWORLD) - ວັນທີ 20 ມິຖຸນາ, ອາເມລິກາ ແລະ ອີຮານ ເກືອບຕົກເຂົ້າສູ່ສົງຄາມໃນຂະນະທີ່ອີຮານ ໄດ້ຍິງເຮືອບິນບໍ່ມີຄົນຂັບລຳໜຶ່ງຂອງອາເມລິກາ ຕົກຢູ່ເຂດມໍ່ກັບຊ່ອງແຄບທະເລ Hormuz. ຄວາມເຄັ່ງຕຶງໄດ້ຍູ້ເຖິງລະດັບສູງສຸດ, ແຕ່ບໍ່ທັນໄດ້ເກີດບັ້ນບຸກໂຈມຕີດ້ວຍກຳລັງອາວຸດໃດໆ ແນໃສ່ອີຣານ ເທື່ອ, ແຕ່ຄວາມວິຕົກກັງວົນກ່ຽວກັບບັ້ນບຸກໂຈມຕີທາງເຄືອຄ່າຍອິນເຕີເນັດ ແນໃສ່ເຮັດໃຫ້ລະບົບຄວບຄຸມລູກສອນໄຟຂອງອີຣານ ຖືກຢຸດສະງັກ ແລະ ບັນດາຄຳສັ່ງລົງໂທດເພີ່ມເຕີມແມ່ນມີຈິງ. ໃນຈຸດເວລານີ້, ຄວາມເຄັ່ງຕຶງກໍ່ຍັງບໍ່ທັນໄດ້ຫລຸດລົງ ແລະ ການພົບປະດ້ານການທູດຊື່ງກັນລະກັນຢ່າງລຽນຕິດ ແມ່ນບໍ່ທັນມີຜົນປະໂຫຍດເພື່ອຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນນີ້ໄດ້ເທື່ອ.

ນັບແຕ່ເດືອນເມສາເປັນຕົ້ນມາ, ການພົວພັນລະຫວ່າງ ອາເມລິກາ ແລະ ອີຮານ ຖືກຮ້າຍແຮງຢ່າງໜັກໜ່ວງ, ໃນຂະນະທີ່ວໍຊິງຕັນ ຢຸດຕິສະພາບການຍົກເລິກຄຳສັ່ງລົງໂທດ, ຫ້າມທຸກການເຄື່ອນໄຫວສົ່ງອອກນ້ຳມັນຂອງອີຣານ. ໃນຂະນະນັ້ນ, ເຕເຮຣານ ພັດນາບຂູ່ວ່າ, ຖ້າຫາກວ່າການສົ່ງອອກນ້ຳມັນຂອງເຂົາເຈົ້າຖືກຢຸດຕິລົງ, ເຂົາເຈົ້າຈະບໍ່ອະນຸຍາດສົ່ງນ້ຳມັນໄປຜ່ານເຂດຊ່ອງແຄບທະເລ Hormuz.

ການປະທະກັນທີ່ອັນຕະລາຍຢູ່ເຂດອ່າວເປີດເຊຍ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ອີຣານ Hassan Rouhani (ພາບ: AFP/TTXVN)

ການບຸກໂຈມຕີກຳປັ່ນນ້ຳມັນໃນເຂດອ່າວ Oman ສືບຕໍ່ຍູ້ຄວາມຂັດແຍ້ງລະຫວ່າງ ອາເມລິກາ ແລະ ອີຮານ ເຖິງລະດັບຮ້າຍແຮງກ່ວາຂະນະທີ່ວໍຊິງຕັນ ໄດ້ກ່າວເຕືອນເຕເຮຣານ ແມ່ນຜູ້ກໍ່ຂຶ້ນ ໃນຂະນະທີ່ປະເທດຕາເວັນອອກວາງນີ້ ພັດປະຕິເສດວ່າ ນີ້ແມ່ນຂໍ້ກ່າວຫາໄຮ້ເຫດຜົນ. ຄວາມເຄັ່ງຕຶງດັ່ງກ່າວໄດ້ຍູ້ເຖິງລະດັບສູງສຸດດ້ວຍບັນດາການໂຕ້ຖຽງກັນ ພາຍຫຼັງເຫດການກຳລັງທະຫານພິທັກປະຕິວັດອີຣານ ໄດ້ຍິງເຮືອບິນສອດແນມຍຸດທະສາດບໍ່ມີຄົນຂັບຂອງອາເມລິກາ ຕົກ ໃນເຂດນ່ານຟ້າຊ່ອງແຄບທະເລ Hormuz ເມື່ອວັນທີ 20 ມິຖຸນາຜ່ານມາ. ຊ້ຳບໍ່ໜຳ, ປະທານາທິບໍດີອາເມລິກາ Donald Trump ກໍ່ໄດ້ກຽມປຸກລະດົມບັ້ນບຸກໂຈມຕີແກ້ແຄ້ນ ແນໃສ່ປະເທດອິດສະລາມນີ້ ແຕ່ໃນເວລາສຸດທ້າຍໄດ້ມີການປ່ຽນແປງ, ແທນໃຫ້ນັ້ນແມ່ນເລື່ອງອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດອີຣານ ຕື່ມອີກ ນັບແຕ່ວັນທີ 24 ມິຖຸນາເປັນຕົ້ນໄປ.

ໄພອັນຕະລາຍຈະເກີດການປະທະກັນດ້ານການທະຫານຂະໜາດໃຫ່ຍ?

ມາຮອດຈຸດເວລານີ້, ເຖິງວ່າ ປະທານາທິບໍດີອາເມລິກາ Donald Trump ໄດ້ຢືນຢັນວ່າ ທ່ານບໍ່ມີເຈດຕະນາກໍ່ໃຫ້ເກີດສົງຄາມກັບອີຣານ ໃນຂະນະທີ່ອີຣານ ໄດ້ສະແດງໃຫ້ເຫັນຫຼັກໝັ້ນບໍ່ຢາກເກີດສົງຄາມ ກໍ່ຕາມ ແຕ່ຄຳຖະແຫຼງທີ່ແຂງກະດ້າງຈາກຝ່າຍຕ່າງໆ ພ້ອມດ້ວຍຄຳສັ່ງລົງໂທດໃໝ່ ໄດ້ສະແດງໃຫ້ເຫັນວ່າ ໄພອັນຕະລາຍຈະເກີດການປະທະກັນດ້ານການທະຫານລະຫວ່າງ ອາເມລິກາ ແລະ ອີຮານ ແມ່ນອາດຈະເປັນໄປໄດ້. ອົງການການບິນສະຫະລັດອາເມລິກາ ໄດ້ປະກາດໃຊ້ຄຳສັ່ງສຸກເສີນ ຊື່ງຕາມນັ້ນໄດ້ເກືອດຫ້າມບັນດາບໍລິສັດການບິນຂອງອາເມລິກາ ປະຕິບັດຖ້ຽວບິນຕ່າງໆຜ່ານເຂດນ່ານຟ້າໂດຍເຕເຮຣານ ຄວບຄຸມຢູ່ຊ່ອງແຄບທະເລ Hozmuz ແລະ ອ່າວ Oman. ໃນຂະນະນັ້ນ, ອີຣານ ພັດກ່າວເຕືອນຝ່າຍ ອາເມລິກາ ວ່າ ບໍ່ວ່າການກະທຳເກາະຜິດໃດໆ ແນໃສ່ປະເທດອິດສະລາມນີ້ ກໍ່ລ້ວນແຕ່ກໍ່ຜົນຮ້າຍທີ່ຮ້າຍແຮງທີ່ສຸດ ຕໍ່ບັນດາຜົນປະໂຫຍດຂອງ ອາເມລິກາ ຢູ່ເຂດຕາເວັນອອກກາງ. ຊ້ຳບໍ່ໜຳ, ທ່ານພົນຈັດຕະວາ Abolfazl Shekarchi, ໂຄສົກກອງເສນາທິກາບັນດາກຳລັງປະກອບອາວຸດອີຣານ ປະກາດວ່າຈະເຜົາໃຫມ້ເຂດດັ່ງກ່າວຖ້າຫາກວ່າ ອາເມລິກາ ແລະ ບັນດາສຳພັນທະມິດ ລະເມີດຄວາມຜິດພາດດ້ານການທະຫານ.

ຕໍ່ໜ້າສະພາບການທີ່ເຄັ່ງຕຶງດັ່ງກ່າວ, ວົງຄະນາຍາດສາກົນ ພວມຕັ້ງໜ້າຊອກຫາວິທີຫລຸດຜ່ອນຄວາມເຄັ່ງຕຶງ. ວັນທີ 24 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ຢືນຢັນວ່າ ຝ່າຍຕ່າງໆຈົ່ງຖອນຕົວອອກຈາກການປະທະກັນດ້ານການທະຫານ.

ກ່ອນໜ້ານັ້ນ, ວັນທີ 23 ມິຖຸນາ, ທ່ານ Andrew Murrison ລັດຖະມົນຕີຮັບຜິດຊອບບັນຫາຕາເວັນອອກກາງຂອງກະຊວງການຕ່າງປະເທດອັງກິດ ກໍ່ໄດ້ເດີນທາງໄປອີຣານ ເພື່ອຈັດຕັ້ງການປຶກສາຫາລືກັບອຳນາດການປົກຄອງເຕເຮຣານ ຄັ້ງຕ່າງໆ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມດ້ານການທູດຈາກຝ່າຍອັງກິດ ເກືອບຄືວ່າບໍ່ນຳມາເຊິ່ງໝາກຜົນໃດໆ ຂະນະທີ່ອີຣານ ຖືຢ່າງກົງໄປກົງມາວ່າ ປະຈຸບັນບໍ່ແມ່ນຈຸດເວລາທີ່ເໝາະສົມເພື່ອອີຣານ ເຈລະຈາກກັບ ອາເມລິກາ, ຍ້ອນວ່າ ອີຣານ ບໍ່ສາມາດເຈລະຈາກັບປະເທດທີ່ພວມນາບຂູ່ປະເທດຕົນ.

ຄວາມສ່ຽງຂອງນະໂຍບາຍ “ຢືນຢູປາກເຫວຂອງສົງຄາມ”

        ຈາກບັນດາການຜັນແປດັ່ງກ່າວ, ວົງການນັກຊ່ຽວຊານຖືວ່າ, ເຖິງວ່າມີຄວາມເຄັ່ງຕຶງກໍຕາມ, ແຕ່ບັນດາການກະທໍາເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ ຈາກທັງ ອາເມລິກາ ແລະ ອີຣານ ຫວ່າງມໍ່ໆມານີ້ນັ້ນ ອາດຈະແມ່ນບັນດາການກະທໍາເພື່ອທົດສອບຄວາມແຮງກ້າ ແລະ ສ້າງຄວາມກົດດັ່ນຕໍ່ຄູ່ແຂ່ງ ແນໃສ່ບັນລຸໄດ້ບັນດາເປົ້າໝາຍສຸດທ້າຍ. ແນ່ນອນວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ຢາກໃຫ້ເກີດມີສົງຄາມກັບ ອີຣານ ໃນຈຸດເວລາທີ່ບັ້ນຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ອາຍຸການທີ 2 ໄດ້ເລີ່ມດໍາເນີນແລ້ວ. ເຫດບຸກໂຈມຕີການທະຫານທີ່ມີຈໍາກັດເລັ່ງໃສ່ອີຣານນັ້ນ ອາດຈະພາໄປເຖິງໄພອັນຕະລາຍຫຼາຍຢ່າງ: ເຕເຮຣານໂຕ້ຕອບ, ຄວາມສ່ຽງສົງຄາມແຜ່ຂະຫຍາຍເປັນວົງກວ້າງຢູ່ພາກພື້ນ ຕາເວັນອອກກາງ ແນ່ນອນວ່າ ຈະສົ່ງຜົນສະທ້ອນຕໍ່ບັນດາຜົນປະໂຫຍດຂອງ ອາເມລິກາ ແລະ ພັນທະມິດໃນພາກພື້ນ, ຊໍ້າບໍ່ໜໍາ ວໍໍຊີງຕັນ ອາດຈະຖືກຕົກເຂົ້າສູ່ຂະບວນການສ່ຽງໄພທາງການທະຫານໃໝ່ ເປັນຕົ້ນ. ພາກພື້ນຕາເວັນອອກກາງ ຕົກເຂົ້າສູ່ວິກິດການ ແນ່ນອນວ່າຈະເຮັດໃຫ້ເພີ່ມລາຄານໍ້າມັນດິບໃນທົ່ວໂລກ, ສົ່ງຜົນກະທົບບໍ່ດີເຖິງພື້ນຖານເສດຖະກິດໂລກ, ຜ່ານນັ້ນ ເຮັດໃຫ້ຫຼຸດລະດັບການເຕີບໂຕຂອງເສດຖະກິດ ອາເມລິກາ, ເຊິ່ງເຄີຍໄດ້ຮັບຖືວ່າແມ່ນປັດໄຈຕັດສິນຈໍານວນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ ອາເມລິກາ ໃນການປ່ອນບັດເລືອກຕັ້ງປະທານາທິບໍດີ ໃນປີ 2020.

ສ່ວນ ອີຣານ ພວມສະແດງໃຫ້ເຫັນວ່າ ບໍ່ຍອມຮັບເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍສະບັບໃໝ່ຕາມບັນດາເງື່ອນໄຂ ເຊິ່ງ ອາເມລິກາ ໄດ້ວາງອອກ. ການກະທໍາທີ່ແຂງກະດ້າງຄືຍິງເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ ກໍອາດຈະຮັບຖືວ່າ ແມ່ນ “ເງື່ອນໄຂໄກ່ເກ່ຍ” ຂອງ ອີຣານ ກ່ອນທີ່ນັ່ງເຂົ້າໂຕະເຈລະຈາ.

        ເລື່ອງສອງປະເທດຕ່າງກໍປະຕິບັດບັນດາບາດກ້າວເດີນທີ່ແຂງກະດ້າງ, ບໍ່ຍອມຮັບຜ່ອນສັ້ນຜ່ອນຍາວນັ້ນ ການໂຕ້ຕອບເຊິ່ງກັນແລະກັນຈະສືບຕໍ່ເພີ່ມຂຶ້ນ, ເວລານັ້ນ ບັນດາການຄິດໄລ່ທີ່ຜິດພາດ ອາດຈະຍູ້ສອງປະເທດນີ້ຕົກເຂົ້າສູ່ສະພາບສູ້ຢັນກັນດ້ານການທະຫານແບບໜ້າຕໍ່ໜ້າ ຍ້ອນນະໂຍບາຍ “ຢືນຢູ່ປາກເຫວຂອງສົງຄາມ” ແມ່ນມີລະດັບຄວາມສ່ຽງສູງທີ່ສຸດ. ຍິ່ງໄປກວ່ານັ້ນ, ກ່ອນອື່ນໝົດ ຜົນຮ້າຍຢ້ອນຫຼັງຂອງນະໂຍບາຍນີ້ ໄດ້ເຮັດໃຫ້ ພາກພື້ນຕາເວັນອອກກາງຂາດສະຖຽນລະພາບ, ສ້າງກາລະໂອກາດໃຫ້ບັນດາກໍາລັງກໍ່ການຮ້າຍສືບຕໍ່ຄົງຕົວ ແລະ ຂະຫຍາຍຕົວ, ສົ່ງເສີມການຊ່ວງເສັງການປະກອບອາວຸດຢູ່ພາກພື້ນນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ