ການປະທະກັນລະຫວ່າງອາກເມນີກັບອາແຊກບາຍຢານ ແລະ ຜົນພາຍຫຼັງ

   ພາຍຫຼັງ​ທີ່​ໄດ້​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ມາ​ເປັນ​ເວ​ລາຫຼາຍ​ວັນ, ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ເຂດ​ເກີດ​ການ​ຂັດ​ແຍ້ງ ນາ​ໂກ​ໂນ - ກາ​ຣາ​ແບກ ລະ​ຫວ່າງອາກ​ເມ​ນີ​ ແລະ ​ອາ​ແຊກ​ບາຍ​ຢານໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ເມື່ອ​ວັນ​ທີ 5/4. ເຖິງວ່າ ບັນ​ດາ​ຝ່າຍໄດ້​ຢືນ​ຢັນ​ຄວາມຕັດ​ສິນ​ໃຈ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຢຸດ​ຍິງນີ້​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ແກ້​ໄຂ​ການ​ປະ​ທະ​ກັນ​ກໍ​ຕາມ, ແຕ່​ກົກ​ເຄົ້າ​ຂອງ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ເຜົ່າ​ພັນ, ສາ​ສະ​ໜາລະ​ຫວ​່າງອາກ​ເມ​ນີ​ກັບ​ອາ​ແຊກ​ບາຍ​ຢານໃນ​ອະ​ດີດ​ຕະ​ການ, ກໍ​ຄື​ຜົນ​ກະ​ທົບ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຊຶ່ງ​ອາດ​ຈະ​ພາ​ໄປ​ເຖິງ​ບັນ​ດາ​ຜົນ​ພາຍຫຼັງ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຂອງ​ທັງ​ເອີ​ລົບ.

 

ການປະທະກັນລະຫວ່າງອາກເມນີກັບອາແຊກບາຍຢານ ແລະ ຜົນພາຍຫຼັງ - ảnh 1
ລົດ​ຖັງ​ຂອງກອງ​ທັບ​ອາ​ແຊກ​ບາຍ​ຢານ      (TTXVN)

        ຂໍ້​ຕົກ​ລົງ​ຢຸດ​ຍິງໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ຕອນ​ທ່ຽງ​ວັນ​ທີ 5/4 ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ ຄຳ​ສັ່ງຢຸດ​ຍິງ​ໄດ້​ປະ​ຕິ​ບັດ​ຫຼັງ​ຈາກນັ້ນ 2-3 ຊົ່ວ​ໂມງ. ກ່ອນ​ໜ້ານັ້ນ, ການ​ປະ​ທະ​ກັນ​ໄດ້​ລະ​ເບີດ​ຂຶ້ນ​ແຕ່​ວັນ​ທີ 2/4 ຢູ່​ເຂດ​ເກີດ​ການ​ຂັດ​ແຍ້ງ ນາ​ໂກ​ໂນ - ກາ​ຣາ​ແບກ ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ປະ​ມານ 90 ຄົນ, ໃນ​ນັ້ນ​ລວມ​ທັງ​ສ​າ​ມັນ​ຊົນ ແລະ ນັບ​ຮ້ອຍ​ຄົນ​ອື່ນ​ໄດ້​ຮັບ​ບາດ​ເຈັບ. ແຕ່​ເຖິງວ່າ​ໄດ້​ຖະ​ແຫຼງ​ເຄົ​າລົບຂໍ້​ຕົກ​ລົງ​ຢຸດ​ຍິງທີ່​ຫາ​ກໍ​ໄດ້​ລົງ​ນາມ​ກໍ​ຕາມ, ແຕ່​ບັນ​ດາ​ຄຳ​ຖະ​ແຫຼງ​ພ້ອມ​ກັບ​ທັດ​ສະ​ນະ​ທີ່​ແຂງ​ກະ​ດ້າງ​ຂອງ​ບັນ​ດາ​ຝ່າຍ​ທີ່ເດັດດ່ຽວບໍ່​ທໍ້​ຖອຍ​ໃຈ​ຕໍ່​ການ​ທວງ​ເອົາອະ​ທິ​ປະ​ໄຕ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ ຄວາມ​ເຄັ່ງ​ຕຶງໃນ​ພາກ​ພື້ນນີ້​ອາດ​ຈະ​ລະ​ເບີດ​ຂຶ້ນ​ໃນ​ບໍ່​ວ່າ​ເວ​ລາ​ໃດ.

     ການ​ຂັດ​ແຍ້ງ​ໄດ້​ເລີ່ມ​ຈາກ​ອະ​ດີດ​ຕະ​ການ

ໃນ​ສະ​ໄໝ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ, ​ນາ​ໂກ​ໂນ - ກາ​ຣາ​ແບກ ແມ່ນແຂວງ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຂອງ​ປະ​ເທດສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ໂຊ​ຫວຽດ​ອາ​ແຊກ​ບາຍ​ຢານ, ແຕ່​ທັງອາກ​ເມ​ນີ​ ແລະ ​ອາ​ແຊກ​ບາຍ​ຢານລ້ວນ​ແຕ່​ມີ​ການ​ຂັດ​ແຍ້ງ​ສຳ​ລັບ​ເຂດ​ດິນນີ້. ​ ນາ​ໂກ​ໂນ - ກາ​ຣາ​ແບກ ແຕ່​ນານ​ມາ​ແລ້ວ ແມ່ນແຫ່ງ​ ດຳ​ລົງ​ຊີ​ວິດຂອງຊາວອາກ​ເມ​ນີ​. ບັນ​ດາ​ການ​ປະ​ທະ​ກັນ​ລະ​ຫວ່າງ 2 ຝ່າຍ​ໄດ້​ເກີດ​ຂຶ້ນ​ແຕ່​ປີ 1988 ແລະ ແກ່​ຍາວ​ເປັນ​ເວ​ລາຫຼາຍ​ປີ. ເລື່ອງສະ​ຫະ​ພາບ​ໂຊ​ຫວຽດພັງ​ທະ​ລາຍ​ລົງ​ເມື່ອ​ປີ 1991 ໄດ້​ລົບ​ລ້າງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ສຸດ​ທ້າຍ​ທີ່​​ຂັດ​ແຂວງ​ທັງອາກ​ເມ​ນີ​ ແລະ ອາ​ແຊກ​ບາຍ​ຢານດຳ​ເນີນ​ການ​ສູ້​ຮົບ​ທີ່​ມີ​ຂອບ​ຂະ​ໜາດ​ໃຫ​ຍ່. ວັນ​ທີ 6/1/1992, ອາ​ແຊກ​ບາຍ​ຢານໄດ້​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາດ. ພາຍຫຼັງ​ດຳ​ເນີນ​ສົງ​ຄາມ​ຢ່າງ​ດຸ​ເດືອດ​ມາ​ເປັນ​ເວ​ລາ 6 ປີ, ທັງ 2 ຝ່າຍ​ຕ່າງ​ກໍ​ກຽມ​ພ້ອມ​ເຊັນຄຳ​ສັ່ງຢຸດ​ຍິງ ແລະ ມອບ​ໂອນ​ສະ​ພາບ​ເດີມໃຫ້ນາ​ໂກ​ໂນ - ກາ​ຣາ​ແບກ.

         ໂດຍບໍ່​ຫົວ​ຊາ​ຕໍ່ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ບັນ​ລຸ​ໄດ້ ແລະ ການ​ເຈ​ລະ​ຈາ​ສັນ​ຕິ​ພາບຫຼາຍ​ຄັ້ງຫຼັງ​ຈາກນັ້ນ, ດ້ວຍ​ການ​ເປັນ​ກາງ​ຂອງ​ກຸ່ມ Minsk ທີ່​ຂຶ້ນ​ກັບ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ OSCE ໂດຍ​ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ຝະ​ລັ່ງ​ເປັນ​ປະ​ທານ​ຮ່ວມນັ້ນ, ການ​ປະ​ທະ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ເປັນ​ປະ​ຈຳ. ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ມາ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງຫຼາຍ​ຄັ້ງ​ເພື່ອ​ແກ້​ໄຂ​ບັນ​ຫາ, ແຕ່​ຍັງ​ບໍ່​ທັນ​ສາ​ມາດຊອກ​ຫາ​ວິ​ທີ​ການ​ແກ້​ໄຂໄດ້​ເທື່ອ, ຍ້ອນ​ທັງ 2 ຝ່າຍ​ລ້ວນ​ແຕ່​ຖື​ເຂດດິນ​ແດນ​ເກີດ​ການ​ຂັດ​ແຍ້ງກັນ​ແມ່ນ​ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຕົນ ແລະ ບໍ່​ຍອມ​ຮັບ​ບັນ​ດາ​ວິ​ທີ​ການ​ໄກ່​ເກ່ຍ​ທີ່​ໄດ້​ຍົກ​ອອກ​ມາ.

    ດ້ວຍຂໍ້​ຕົກ​ລົງ​ຢຸດ​ຍິງຄັ້ງນີ້, ບັນ​ດາ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຄົາ​ລົບ ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ມາ​ໄດ້, ຮັກ​ສາ​ສະ​ພາບ​ເດີມ, ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ນີ້​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ. ແຕ່​ບັນ​ດາ​ຄຳ​ຖະ​ແຫຼງ​ທີ່​ແຂ​ງ​ກະ​ດ້າງຈາກ​ທັງ 2 ຝ່າຍ​ກໍ​ຄື​ການ​ແຊກ​ແຊງ​ໂດຍ​ກົງ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງນັ້ນ ໄດ້​ເຮັດ​ໃຫ້​ບັນ​ຍາ​ກາດ​ຢູ່​ເຂດນີ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ​ທາງ​ຝ່າຍອາ​ແຊກ​ບາຍ​ຢານໄດ້​ຊີ້​ແຈ້ງວ່າ ເຖິງວ່າ 2 ຝ່າຍ​ໄດ້​ລົງ​ນາມ​ໃນຂໍ້​ຕົກ​ລົງ​ຢຸດ​ຍິງແລ້ວ​ກໍ​ຕາມ, ແຕ່​ສິ່ງນີ້​ກໍ​ບໍ່​ໝາຍ​ຄວາມ​ວ່າ ​ອາ​ແຊກ​ບາຍ​ຢານຈະ​ປະ​ລະ​ເຈດ​ຈຳ​ນົງ​ຟື້ນ​ຟູ​ອະ​ທິ​ປະ​ໄຕ​ທີ່​ມີ​ຕໍ່​ເຂດ ນາ​ໂກ​ໂນ - ກາ​ຣາ​ແບກ. ໃນ​ຂະ​ນະ​ນັ້ນ, ຝ່າຍອາກ​ເມ​ນີ​ ກໍ​ເດັດ​ດ່ຽວ​ປ້ອງ​ກັນ​ປະ​ຊາ​ຄົມ​ຊາວອາກ​ເມ​ນີ​ຢູ່​ທີ່ນີ້, ຊ້ຳ​ບໍ​ໜຳ ກໍ​ໄດ້​ຖະ​ແຫຼງວ່າ ຖ້າ​ຫາກ​ການ​ສູ້​ຮົບ​ຢູ່​ເຂດນີ້ບໍ່​ຢຸດ​ຕິ​ລົງ ແລະ ຂະ​ຫຍາຍ​ຕາມ​ແນວ​ໂນ້ມ​ຮອບ​ດ້ານນັ້ນ, ອາກ​ເມ​ນີ​ຈະ​ຮັບ​ຮູ້​ເອ​ກະ​ລາດ​ຂອງ​ສາ​ທາ​ລະ​ນະ​ລັດ ນາ​ໂກ​ໂນ - ກາ​ຣາ​ແບກ .

     ບັນ​ດາ​ຜົນ​ພາຍຫຼັງ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ​້າ

 ການ​ປະ​ທະ​ກັນ​ລະ​ຫວ່າງ ອາກ​ເມ​ນີ​ກັບ​ອາ​ແຊກ​ບາຍ​ຢານ ໄດ້​ພາ​ໄປ​ເຖິງ​ການ​ແຊກ​ແຊງ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ໃນ​ນັ້ນ​ມີ ລັດ​ເຊຍ ແລະ ຕວກ​ກີ. ໃນ​ຂະ​ນະ​ທີ່​ສາຍ​ພົວ​ພັນ​ລະ​ຫວ່າງອານ​ກາ​ຣາ ແລະ ມົດ​ສະ​ກູ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປົວ​ແປງນັບ​ແຕ່ພາ​ຍຫຼັງ​ເຫດ​ເຮືອ​ບິນ Su-24 ຂອງລັດ​ເຊຍຖືກ​ຍິງ​ຕົກນັ້ນ, ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ ອາກ​ເມ​ນີ​ກັບ​ອາ​ແຊກ​ບາຍ​ຢານ ກໍ​ແມ່ນ​ຂໍ້​ອ້າງ​ອີງ​ເພື່ອ​ໃຫ້​ທັງ 2 ຝ່າຍ​ສະ​ແດງ​ກຳ​ລັງ​ແຮງ ແລະ ລະ​ດັບ​ການ​ສົ່ງ​ຜົນສະ​ທ້ອນ. ໃນ​ຂະ​ນະ​ທີ່​ທຸກໆ​ຄູ່​ຮ່ວມ​ມື​ຢູ່​ພາຍນອກ​ລ້ວນ​ແຕ່​ຮຽກ​ຮ້ອງອາກ​ເມ​ນີ​ ແລະ ອາ​ແຊກ​ບາຍ​ຢານຈົ່ງ​ລະ​ງັບ​ໃຈ ແລະ ປະ​ຕິ​ບັດ​ຕາມ ຂໍ້​ຕົກ​ລົງ​ຢຸດ​ຍິງນັ້ນ, ຕວກ​ກີ​ກໍ​ຫັນ​ມາ​ຢືນ​ຢູ່ຝ່າຍ​ອາ​ແຊກ​ບາຍ​ຢານຢ່າງ​ເປີ​ດ​ເຜີຍ ແລະ ຖະ​ແຫຼງ​ສະ​ໜັບ​ສະ​ໜູນ​ອາ​ແຊກ​ບາຍ​ຢານດ້ວຍ​ທຸກວິ​ທີ​ທາງ. ສ່ວນ​ສຳ​ລັບ​ອາກ​ເມ​ນີ, ລັດ​ເຊຍ​ແມ່ນ​ປະ​ເທດ​ພັນ​ທະ​ມິດ​ທີ່​ໃກ້​ຊິດ. ເຖິງວ່າ​ບັນ​ຫາ ນາ​ໂກ​ໂນ - ກາ​ຣາ​ແບກຂອງ​ອາກ​ເມ​ນີບໍ່​ນອນ​ໃນ​ບັນ​ດາຂໍ້​ຕົກ​ລົງ​ຂອງ​ສຳ​ພັນ​ທະ​ມິດ​ລັດ​ເຊຍ-ອາກ​ເມ​ນີ ກໍ​ຕາມ, ແຕ່​ລັດ​ເຊຍບໍ່​ອາດ​ຢືນ​ຢູ່ນອກເຫດ​ການ, ເພາະ​ຖ້າ​ຫາກ​ສະ​ພາບ​ການ​ຂອງ​ອາກ​ເມ​ນີ​ທີ່​ຊົວ​ຮ້າຍ​ໄປ​ນັ້ນ, ຜົນ​ປະ​ໂຫຍດ​ຂອງ​ລັດ​ເຊຍ ແນ່ນອນ​ວ່າ​ຈະ​ຖືກ​ຮັບ​ຜົນ​ສະ​ທ້ອນ.

     ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ໂດຍບໍ່ວ່າບັ້ນ​ການ​ທະ​ຫານ​ໃດໆ​ຖືກ​ດຳ​ເນີນນັ້ນ, ການ​ປະ​ທະ​ກັນ​ຢູ່​ຈຸດ​ຮ້ອນນີ້ ອາດ​ຈະ​ປີນ​ຂັ້ນ​ໄດ​ໂດຍ​ໄວ. ສະ​ພາບ​ການ​ສູ້​ຮົບ​ເພີ່ມ​ທະ​ວີ​ຂຶ້ນນັ້ນ ອາດ​ຈະ​ພາ​ໄປ​ເຖິງ​ຜົນ​ພາຍຫຼັງ​ທີ່ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ ແລະ ຈະ​ແຜ່​ລາມ​ອອກ​ສູ່​ວົງ​ກ້​ວາງ. ສິ່ງນີ້ ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ເຖ​ິງ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ Caucasus ໃຕ້ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ທັງ​ເຂດ​ໄຫຼ່​ທະ​ວີບ​ເອີ​ລົບ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ