ການປ່ຽນໃຫມ່,ຂີດໝາຍສຳຄັນກ່ຽວກັບການຊີ້ນຳນຳພາຂອງ ພັກກອມມູນິດຫວຽດນາມ

(vovworld)- ປະ​ຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ໃນ​ຕະ​ຫລອດ 30 ປີ​ຜ່ານ​ມາ. ຜົນ​ສຳ​ເລັດ​ຂອງ​ພາ​ລະ​ກິດ​ທີ່ມີ​ລັກ​ສະ​ນະ​ປະ​ຕິ​ວັດ​ນັ້ນ​ແມ່ນ​ເລີ່ມ​ຕົ້ນນັບ​ແຕ່ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເມື່ອ​ປີ 1986 ສົ່ງ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແນວ​ທາງ​ການ​ປ່ຽນ​ແປງ​ໃຫມ່. ພ້ອມ​ກັບ​ການຢັ້ງຢືນ​ຜົ​ນ​ສຳ​ເລັດ​ຂອງ​ໄລ​ຍະ​ນີ້, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດ​ສືບ​ຕໍ່​ປະ​ຕິ​ບັດ​​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຢ່າງຮອບ​ດ້ານ ແລະ ຄົບ​ຊຸດໃນ​ຊຸມ​ປີ​ຈະ​ມາ​ເຖິງ.
ການປ່ຽນໃຫມ່,ຂີດໝາຍສຳຄັນກ່ຽວກັບການຊີ້ນຳນຳພາຂອງ ພັກກອມມູນິດຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ
ແລະ ອະ​ດີດ​ການ​ນຳ​ພັກ​, ລັດ​ລຸ້ນ​ຕ່າງໆ
ພາບ:TTXVN

        ເບິ່ງ​​ລວມ​ແລ້ວ, ພາ​ລະ​ກິດ​ປ່ຽນ​ໃຫມ່​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ, ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ຢັ້ງ​ຢືນ​ແນວ​ທາງ​ການ​ປ່ຽນ​ໃຫມ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສອດ​ຄ​ອ່ງ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດ​ນາມ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ.

   ການ​ຕັດ​ສິນ​ທີ່​ມີລັກ​ສະ​ນະ​ປະ​ຕ​ິ​ວັດ

        ທ່າ​ນ​ນາງ ຟ້າມ​ທິ​ຍື​ຖູຍ ຢູ່ ບ້ານ ຢຽນ​ແຄງ ຕາ​ແສງ ຫາຍ​ທາຍ ເມືອງ ຫາຍ​ລັງ ແຂວງ ກວ໋າງ​ຈີ້ ຍັງ​ຄົງ​ຮັກ​ສາ​ບັນ​ດາສະ​ແຕມ​ຊື້​ອາ​ຫານ, ປື້ມ​ຊື້​ທັນ​ຍາ​ຫານ​ທີ່​ເກົ່າ​ແກ່​​ ເຊິ່ງ​ໄດ້ນຳ​ໃຊ້​ກ່ອນນີ້ 30 ປີ ເພື່ອ​ຕັກ​ເຕືອນ​ໃຫ້​ລູກ​ຫລານ​ຂອງ​ຕົນ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ໄລ​ຍະ​ເກື້ອ​ກູ​ນ. ຕາມ​ທ່ານ​ນາ​ງ​ແລ້ວ, ​ໃນໄລ​ຍະ​ນັ້ນ ປະ​ຊ​າ​ຊົນ​ຂາດ​ແຄນ​ເຂົ້າ​ກິນ, ​ເຄື່ອງນຸ່ງ​ຫົ່ມ ແລະ ນັບ​ທັງ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ. ດ້ວຍ​ທັດ​ສະ​ນະ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່​ສະ​ພາບ​ຕົວ​ຈິງນັ້ນ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ມີ​ຄຳ​ຕັດ​ສິນ​​ທີ່​ມີ​ລັກ​ສະ​ນະ​ປະ​ຕິ​ວັດ, ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃຫມ່​ຮອບ​ດ້ານ, ເລິກ​ເຊິ່ງ ແລະ ຖື​ວ່າ​ນັ້ນແມ່ນ​ຄຳ​ສັ່ງ​ຂອງ​ຊີ​ວິດ. ທ່ານ​ນາງ ຟ້າມ​ທິ​ຍື​ຖູຍ ໃຫ້​ຮູ້​ວ່າ:

        “ ໄລ​ຍະ​ກ່ອນນີ້ ​ເຄື່ອງ​ຂອງທຸກ​ສິ່ງ​ທຸກ​ຢ່າງ ຈາກ​ແຜ່ນ​ແພ​ຕະ​ຫລອດ​ຮອດ​ຢາງ​ລົດລ້ວນ​ແຕ່​​ໄດ້​ຮັບ​ການແຈກ​ຢາຍ. ແຕ່​ເມື່ອດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຊື່ງ​ແມ່ນກອງ​ປະ​ຊຸມ​ໃຫຍ່​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ໄດ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປ່ຽນ​ແປງ​ຢ່າງ​ສິ້ນ​ເຊິງ.”

       ບັນ​ດາ​ບາດ​ກ້າວ​ອັນຖືກ​ຕ​້ອງ

        ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ຂອງ​ພັກ (ປີ 1986), ເມື່ອ​ວາງ​ອອກ​ແນວ​ທາງ​ການ​ປ່ຽນ​ແປງ​ໃຫມ່, ພັກ​ໄດ້​ເລີ່ມ​ຕົ້ນ​ຈາກ​ການ​ປ່ຽນ​ໃຫມ່​ຈີນ​ຕະ​ນາ​ການ, ຊື່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ຈີນ​ຕະ​ນາ​ດ້ານ​ເສດ​ຖະ​ກິດ. ​ທ່ານ ຫວໍ​ດ້າຍ​ເລືອກ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດຖື​ວ່າ: ດ້ານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ດັດ​​ສົ​ມ​ຕາມ​ກົນ​ໄກ​ຕະ​ຫລາດ ແມ່ນ​ແຜນ​ນະ​ໂຍ​ບາຍທີ່ມີ​ຄຸນ​ຄ່າ​ເປ​ີດ​ຊ່ອງ​ທາງ​ຂອງ​ກິດ​ຈະ​ກຳ​ປ່ຽນ​ແປງ​ໃຫມ່:

        “ສິ່ງ​ສຳ​ຄັນ ນັ້ນ​ແມ່ນ ພວກ​ເຮົາ​ປະ​ຕິ​ບັດ​ວິ​ວັດ​ການ​ຫັນ​ເສດ​ຖະ​ກິດ​ເປັນ​ເສ​ລີ, ໝາຍ​ຄວາມ​ວ່າ ແມ່ນ​ລົບ​ລ້າງຄຳ​ສັ່ງເກື້ອ​ກູນ ແລະ ປະ​ຕິ​ບັດ​ການ​ພົວ​ພັນ​ການ​ຕະ​ຫລາດ, ບໍ່​ເກັບ​ຊື້​ເຂົ້າ​ສານ​ຂອງ​ຊາວ​ກະ​ສິ​ກອນ​ຄື​ກ່ອນນີ້ ບໍ່​ເກື້ອ​ກູນ​ທັນ​ຍາ​ຫານ​ໃຫ້​ເຂດ​ຕົວ​ເມືອງ​ອີກ ຫາກ​ປະ​ໃຫ້​ຕະ​ຫລາດ​ຕັດ​ສິນ​ການ​ພົວ​ພັນ​ຈໍ​ລະ​ຈອນ​ສິນ​ຄ້າ, ຈໍ​ລະ​ຈອນ​ລະ​ຫວ່າງ​ເຂດ​ຊົນ​ນະ​ບົດ ແລະ ເຂດ​ຕົວ​ເມືອງ​ເອງ. ບັນ​ດາ​ໂຮງ​ຈັກ​ໂຮງ​ງານໄດ້​ລົບ​ລ້າງ​ລະ​ບອບ​ເກື້ອ​ກູ​ນອີກ ຫາກ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຕະ​ຫລາດ ແລະ ພົວ​ພັນ​ກັບ​ຕ່າງ​ປະ​ເທດ. ​ເມື່ອຮອດ​ປີ 1989, ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ສະ​ພາບ​ຕົວ​ຈິງ​ຢ່າງ​ແທ້​ຈິງ ແລະ ​ກົນ​ໄກ​ອາດ​ຍາ​ສິດ, ເກື້ອ​ກູນ​ຖືກລົບ​ລ້າງ, ຈາກນັ້ນ ເສດ​ຖະ​ກິດ​ການ​ຕະ​ຫລາດ​ຈຶ່ງ​ໄດ້​ຮັບ​ການ​ໝູນ​ໃຊ້​ຢູ່​ຫວຽດ​ນາມ ຢ່າງ​ແທດ​ຈິງ.”

        30 ປີ​ຜ່ານ​ມາ, ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ໄດ້​ບົດ​ບາດ​ອັນ​ໃຫຍ່​ຫລວງ​ຂອງ​ພັກແມ່ນ​ຜູ້​ລິ​ເລີ່ມ ແລະ ຊີ້​ນຳ​ນຳ​ພາ​ການ​ປ່ຽນ​ແປງ​ໃຫມ່. ແຕ່​ການ​ປ່ຽນ​ແປງ​ໃຫມ່ນັ້ນ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ສະ​ເພາະ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງ​ທົ່ວ​ປວງ​ຊົນ​ຫວຽດ​ນາມ ອີກ​ດ້ວຍ. ຍ້ອນ​ບັນ​ດາ​ຄຳ​ເຫັນ​, ຄວາມ​ມຸ​້ງ​ມາດ​ປາດ​ຖະ​ຫນາ  ແລະ ຂໍ້​ລິ​ເລີ່ມ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຂຶ້ນ​ຈາກ​ພຶດ​ຕິ​ກຳນັ້ນ​ໄດ້​ເປັນ ພື້ນ​ຖານ​ໃຫ້​ແກ່​ການສ້າງ​ແນວ​ທາງ​ປ່ຽນ​ແປງ​ໃຫມ່​ຂອງ​ພັກ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ດີງ​ຟອງ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ: ຜົນ​ສຳ​ເລັດ​ຂອງແນວ​ທາງ​ປ່ຽນ​ແປງ​ໃຫມ່​ຂອງ​ ພັກ​ກອມ​ມູ​ນິດ ຫວຽດ​ນາມ ແມ່ນ​​ຍ້ອນ​ຍາມ​ໃດ​ກໍ​ຊາບ​ຊືມ​ທັດ​ສະ​ນະ​ທີ່​ວ່າ: “ປະ​ຊາ​ຊົນ​ເປັນ​ກົກ​ເຄົ້າ”

        “ພັກ ຕ້ອງ​ແກ້​ໄຂ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ. ພວກ​ເຮົາ​ ຕ້ອງ​​ມີ​ທັດ​ສະ​ນະ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່ຄວາມ​ຈິງ, ຕີ​ລາ​ຄາ​ຖືກ​ກັບ​ຄວາມ​ຈິງ. ​ເມື່ອມີ​ກຳ​ລັງ​ແຮງ​ສັງ​ລວມ ເຖິງວ່າ​ຈະ​ຫຍຸ້ງ​ຍາກ​ແນວ​ໃດ ກໍ​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ໄດ້. ເມື່ອບໍ່​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະ​ຊາ​ຊົນ, ບໍ່​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນ​ູນ​ຂອງ​ປ​ະ​ຊາ​ຊົນ ເຖິງວ່າ​ມີ​ຄວາມ​ສະ​ດວກກໍ່​ບໍ່​​ສາ​ມາດ​ສຳ​ເລັດ​​ໄດ້”

       ສືບ​ຕໍ່​ປ່ຽນ​ໃຫມ່​ເພື່ອ​ເຊື່ອມ​ໂຍງ

        ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂ​ອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງ​ທີ 12 ໄດ້​ຊີ້​ແຈ້ງ: ການ​ຍູ້​ແຮງ​ ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ຮອບ​ດ້ານ ແລະ ຄົບ​ຊຸດ”. ​​ໄລ​ຍະ​ນີ້​ກໍ​ແມ່ນຈຸດ​ເວ​ລາ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊີ້​ນຳ​ນຳ​ພາ​ປະ​ເທດ​ຊາດ​ປ່ຽນ​ແປງ​ໃຫມ່ຢ່າງ​ແຮງກວ່າ​​ດ້ານ​ຈີນ​ຕະ​ນາ​ການ, ​ການ​ປັບ​ປຸງ​ລະ​ບອບ​ນະ​ໂຍ​ບາຍ, ພັ​ດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ກາ​ນ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ຮູບ​ລະ​ບົບ​ບໍ​ລິ​ຫານ​ແຫ່ງ​ຊາດ​ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງ, ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເພື່ອ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ:

        “ການ​ປ່ຽນ​ແປງ​ໃຫມ່​​ຢ່າງຮອບ​ດ້ານ​ນັ້ນ ແມ່ນ​ສ້າງ​ການ​ພົວ​ພັນ​ເຊິ່ງ​ກັນ ແລະ ກັນ ພ້ອມ​ກັບ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ຂົງ​ເຂດ. ຮ່າງ​ເອ​ກະ​ສານ​ກອງ​ປະ​ຊຸມຄັ້ງ​ນີ້ ກໍ​ເນັ້ນ​ຫນັກ​ຕື່ມ​ອີກ “ກາ​ນ​ຄົບ​ຊຸດ”. ນັ້ນ​ແມ່ນ​ຄົບ​ຊຸດ​ລະ​ຫວ່າງ​ແນວ​ທາງ, ລະ​ຫວ່າງ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ກັບ​ລະ​ບົບ​ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ​ກັບ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ. ທີ​ສອງ ຄົບ​ຊຸດ ລະ​ຫວ່າງ​ຂະ​ແຫນງ​ເສດ​ຖະ​ກິດ ການ​ເມືອງ ວັດ​ທະ​ນະ​ທຳ ສັງ​ຄົມ ຢູ່ ສູນ​ກາງ ຕ້ອງ​ສົມ​ທົບ​ນຳ​ກັນ ດຳ​ເນີນ​ຢ່າງ​ຄົບ​ຊຸດ. ການ​ເຄື່ອນ​ໄຫວ​ເປັນ​ຈຸດ​ສຸມ, ເອ​ກະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ.”

        ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ​ເມື່ອຫວນ​ຄືນ​ຜົນ​ສຳ​ເລັດ​ອັນ​ສະ​ຫງ່າ​ລາ​ສີ​ຂອງກອ​ງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ ແລະ ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ເພື່ອໃຫ້​ນັບ​ມື້​ນັບ​ຍິ່ງ​ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ເສັ້ນ​ທາງ​ປ່ຽນ​ແປງ​ໃຫມ່ ຊື່ງ​ພັກ ແລະ ປ​ະ​ຊາ​ຊົນ​ຫວຽດ​ນາມ ໄດ້​ເລືອກ​ເຟັ້ນ. ໂດຍ​ປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ​ຢ່າງ​ຮອບ​ດ້ານ ແລະ​ຄົບ​ຊຸດ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແນ່ນອນ​ວ່າ ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ, ສ້າງ​ກຳ​ລັງ​ຫນູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

       

ຕອບກັບ

ຂ່າວ/ບົດ​ອື່ນ