ການປ່ຽນໃໝ່ວຽກງານແຂ່ງຂັນຍ້ອງຍໍໃຫ້ມີເນື້ອແທ້ ແລະ ປະສິດທິຜົນ

ການປ່ຽນໃໝ່ວຽກງານແຂ່ງຂັນຍ້ອງຍໍໃຫ້ມີເນື້ອແທ້ ແລະ ປະສິດທິຜົນ - ảnh 1



(vovworld) - ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ແມ່ນ​ເຫດການ​ສຳຄັນ​ຍິ່ງ ​ເພື່ອ​ເຊີດ​ຊູ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ໝູ່​ປະຊາຊົນ, ນີ້​ກໍ່​ແມ່ນ​ຂີດ​ໝາຍ​ເພື່ອ​ປ່ຽນ​ໃໝ່​ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ ​ເພື່ອ​ໃຫ້ການ​ແຂ່ງຂັນ​ຍ້ອງຍໍ​ກາຍ​ເປັນ​ກຳລັງ​ໜູນ​ຢ່າງ​ແທ້​ຈິງ, ​ເສີມ​ຂະຫຍາຍ​ນຳ້​ໃຈ​ຮັກ​ຊາດ, ຕັ້ງໜ້າ​ຮຳ່ຮຽນ, ຕໍ່ສູ້​ອອກ​ແຮງ​ງານ​ທຳ​ການ​ຜະລິດ​ໃນ​ໝູ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ບົດ​ຂຽນ “ການ​ປ່ຽນ​ໃໝ່​ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ​ໃຫ້ມີ​ເນື້ອ​ແທ້ ​ແລະ ​ປະສິດທິ​ຜົນ“ ຂອງ​ນັກ​ຂ່າວ ລື​ວຮ່ວຽນ - ມິ​ງ​ເຈົາ.

ວັນ​ທີ 11/6/1948, ທ່ານ​ປະທານ​ປະ​ເທດ ​ໂຮ່ຈີ​ມິນ ​ໄດ້​ອອກ​ຄຳ​ຮຽກຮ້ອງ​​ແຂ່ງຂັນຮັກ​ຊາດ, ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໝູ່​ປະຊາຊົນ​ຢ່າງ​ເປັນ​ທາງ​ການ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ບັນດາ​ຂະ​ບວນການ​ແຂ່ງຂັນ​ໄດ້​ກາຍ​ເປັນ​ກຳລັງ​ໜູນ​ຢ່າງ​ແຮງ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຈາກ​ຄຳ​ຮຽກຮ້ອງ​ຂອງ​ປະທານ​ໂຮ່ຈີ​ມິນ

​ໃນ​ຈຸດ​ເວລາ​ດຳ​ເນີນ​ກອງ​ປະຊຸມ​​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ທ່ານ ລ້າຍ​ວັນ​ຫງຽມ, ຢູ່ ຮ່າ​ໂນ້ຍ, ຍັງ​ຄົງ​ຈື່​ຈຳ​ແຕ່​ລະ​ສັບ​ໃນຄຳ​ຮຽກຮ້ອງ​​ແຂ່ງຂັນຮັກ​ຊາດຂອງປະທານ​ປະ​ເທດ ​ໂຮ່ຈີ​ມິນ , ​ໃນວັນ​ທີ 11/6/1948 ທີ່​ວ່າ: “ຊາວ​ຫວຽດນາມ​ແຕ່ລະຄົນ, ບໍ່​ວ່າ​ຜູ້​ເຖົ້າແກ່, ໜຸ່ມ​ແໜ້ນ, ຜູ້​ຍິງ, ຜູ້​ຊາຍ, ຜູ້​ຮັ່ງມີ, ຜູ້​ທຸກ​ຍາກ, ຜູ້​ໃຫຍ່, ຜູ້​ນ້ອຍ ລ້ວນ​ແຕ່​ຕ້ອງ​ກາຍ​ເປັນ​ນັກຮົບ​ຕໍ່​ສູ້​ໃນ​ແນວ​ຮົບ: ການ​ທະຫານ, ​ເສດຖະກິດ, ການ​ເມືອງ, ວັດທະນະທຳ…“. ຄຳ​ຮຽກຮ້ອງ​ນັ້ນ​ໄດ້​​ກະຕຸກ​ຊຸກຍູ້​ທ່ານສະໝັກ​ໃຈ​ເຂົ້າ​ເປັນ​ທະຫານ​ໃນ​ເວລາ​ອາຍຸ 20 ປີ, ​ແລະ ກາຍ​ເປັນທະຫານ​ປືນ​ໃຫຍ່​ປ້ອງ​ກັນ​ອາກາດ, ຕໍ່ສູ້​ຢູ່​ສະໜາມຮົບ​ພາກ​ເໜືອ ​ແລະ ພາກ​ກາງ. ​ເວລາ​ນັ້ນ​ບໍ່​ພຽງ​ແຕ່​ມີ​ທ່ານ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ປະຊາຊົນ​ທຸກ​ຄົນ​ໄດ້​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ປະທານ ​ໂຮ່ຈີ​ມິນ ຢ່າງ​ຟົດ​ຟື້ນ. ​ເຂົາ​ເຈົ້າ​ໄດ້ອອກ​ແຮງ​ງານ​ທຳ​ການ​ຜະລິດ​ດ້ວຍ​ຄວາມຕື່ນ​ຕົວ ​ແລະ ຫ້າວຫັນ, ​ແຂ່ງຂັນ​ກັນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ:

“ໃນຄຳ​ຮຽກຮ້ອງຂອງປະທານ​ ​ໂຮ່ຈີ​ມິນ ​ແມ່ນ​ຄຳ​ຮຽກ​ໂຮມ, ​ພິ​ເສດ​ເພິ່ນ​ໄດ້​ເວົ້າ​ຢ່າງ​ງ່າຍດາຍ ​ແຕ່​ພັດ​ເລິກ​ເຊິ່ງ, ​ແລະ​ໄດ້​ສົ່ງ​ຜົນກະທົບ​ເຖິງ​ແຕ່ລະຄົນ. ​ແຕ່ລະ​ເທື່ອ​ເມື່ອ​ປະທານ​ໂຮ່ຈີ​ມິນ​ມາ​ຢ້ຽມຢາມ​ກົມ​ກອງ​ພວກ​ຂ້າພະ​ເຈົ້າ​ຢູ່​ສະໜາມຮົບ, ​ເພິ່ນ​ໄດ້​ເວົ້າ​ເລື່ອງ​ນັ້ນ​ຢ່າງ​ຈະ​ແຈ້ງວ່າ: ການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ພວກ​ຫຼານ​ໃນ​ປະຈຸ​ບັນ​ນັ້ນ​ແມ່ນ​ສູ້​ຮົບ​ໃຫ້​ດີ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ສູ້​ຮົບ​ຂອງ​ຕົນ. ນັ້ນ​ແມ່ນ​ວິທີ​ແຂ່ງຂັນ​ດີ​ທີ່​ສຸດ​ຂອງ​ທະຫານ. ​ແຕ່ລະ​ໄລຍະ​ປະຕິວັດ​ລ້ວນ​ແຕ່​ມີ​ຄຳ​ຮຽກຮ້ອງ​ສະ​ເພາະ, ​ແຕ່​ແຂ່ງຂັນ​ຍາມ​ໃດ​ກໍ່​ຕ້ອງ​ຕິດ​ພັນ​ກັບ​ໜ​້າທີ່​ແທດ​ຈິງ, ໜ້າ​ທີ່​ການ​ເມືອງ​ຂອງ​ແຕ່ລະຄົນ, ຂອງ​ແຕ່​ລະ​ອົງການ​ຈັດ​ຕັ້ງ ​ແລະ ​ແຕ່​ລະ​ກົມ​ກອງ“.
​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານ​ໂຮ່​ຈິ​ມິນ “ທຸກ​ຄົນ​​ແຂ່ງ​ຂັນ, ທ​ຸກຂະ​ແໜງ​ແຂ່ງ​ຂັນ” ໄດ້​ສ້າງ​ກຳ​ລັງ​ແຜ່​ລາມອອກ​ຢ່າງວ່ອງ​ໄວ​ໃນ​ຊີ​ວິດ​ສັງ​ຄົມ, ປຸກລະ​ດົມ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະໃນ​ທົ່​ວ​ປະ​ເທດ​ຕັ້ງ​ໜ້າ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ຕໍ່​ສູ້​ຢ່າງ​ກ້າ​ຫານ​ເພື່ອ​ຍາດ​ເ​ອົາ​ເອ​ກະ​ລາດ​​ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເ​ປັນ​ເອ​ກະ​ພາບ. ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຢ່າງ​ຟົດ​ຟື້​ນ, ແທດ​ຈິງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຄື “​ຕໍ່​ສູ້​ຕ​້ານ​ຄວາມ​ອຶດ​ຫິວ, ​ຕໍ່​ສູ້​ຕ້ານ​ຄວາມ​ໂງ່​ຈ້າ, ​ຕໍ່​ສູ້​ຕ້ານສັດ​ຕູ​ຕ່າງ​ດ້າວ​”, “ໄຫ​ເຂົ້າແຫ່ງ​ການຕໍ່​ສູ້”, “ຄ​ື້ນ​ຟອງ​ ​ຢ​ວຽນ​ຫາຍ”… ຕະ​ຫຼອດ​ຮອດ​ບັນ​ດາ​ຂະ​ບວນ​ການ “ຊາວ​ໜຸ່ມ 3 ກຽມ​ພ້ອມ”, “ແມ່​ຍິງເຮັດ​ຫຼ້ອນ​ໜ້າ​ທີ່ 3 ຢ່າງ”, “ອາ​ຍຸ​ໜຸ່ມ​ແຕ່​​ເຈດ​ຈຳ​ນົງ​ໃຫຍ່”, “ສອນ​ດີ ຮຽນ​ເກັ່ງ”…

        ​ເລື່ອງປ່ຽນ​ໃໝ່​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ

        ໃນ​ໄລ​ຍະ​ຕໍ່​ຕ້ານກູ້​ຊາດ, ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຍາມ​ໃດ​ກໍ​ມ​ີ​ປະ​ສິດ​ທິ​ຜົນ​​ຢ່າງ​ແທດ​ຈິງ. ຮັບ​ແຕ່​ເມື່ອ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປ່ຽນ​ແປງ​ໃໝ່, ຄວາມ​ຮຽກ​ຮ້ອງ​​​ອັນ​ຮີບ​ດ່ວນ​ແມ່ນ​ຕ້ອງ​ປ່ຽນ​ໃໝ່​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ວ​ຽກ​ງານ​ແຂ່ງ​ຂັນ​ຍ້ອງ​ຍໍ​ໃຫ້​ເໝາະ​ສົ​ມ​ກັບ​ໜ້າ​ທີ່​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ຂອງ​ປະ​ເທດ​ຊາດ. ປີ 2014, ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ​ກ​ອມມ​ູ​ນິດ​ຫວຽດ​ນ​າມ ໄດ້​ປະ​ກາດ​​ໃຊ້ຄຳ​ສັ່ງ​ເລກ​ທີ 34 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ວຽກ​ງານ​ແຂ່ງ​ຂັນ​ຍ້ອງ​ຍໍ, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ປ່ຽນ​ໃໝ່​ເນື້ອ​ໃນ, ຮູບ​ການ, ວິ​ທີ​ຈັດ​ຕ​ັ້ງ​ບັນ​ດາ​ຂະ​ບ​ວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຕາມ​ທິດ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ຕາມ​ທ່ານ​ຮອງ​ສາດ​ສະ​ດາ​ຈ​ານ, ດ.ຣ ຫງວຽນ​ຫງອກບາວ ແລ້ວ, ເພື່ອ​ເຮັດ​ໄດ້​ສິ່ງນັ້ນ, ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຕ້ອງ​ມີ​ເນື້ອ​ໃນ​ລະ​ອ​ຽດ, ໃກ້​ຊິດ​ຕິດ​ແທດ​ກັບ​ສະ​ພາ​ບ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອ​ງ​ຖິ່ນ, ຫົວ​ໜ່ວຍ. ວຽກ​ງານ​ຍ້ອງ​ຍໍ​ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິເສດເຖິງ​ການ​​ປຸກລະ​ດົ​ມ​ບັນ​ດາ​ຜູ້​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ​ໂດຍ​ກົງ​ຢ່າງ​ທັ​ນ​ກາ​ນ. ທ່ານ​ຮອງ​ສາດ​ສະ​ດາ​ຈ​ານ, ດ.ຣ ຫງວຽນ​ຫງອກບາວ ເນັ້​ນ​ໜັກ​ວ່າ.

        “ທີ່​ໜຶ່ງ​ຖ້າ​ຫາກ​ຮູ້​ວິ​ທີ​​ປຸກ​ລຸກຢ່າງ​ຖືກ​ຕ້ອງ​​ນ້ຳ​ໃຈ​ຮັກ​ຊາດ ​ຈະ​ສ້າງ​​ເປັນກຳ​ລັງ​ແຮງ. ທີ່ 2 ແມ່ນ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ລັດ ຕ້ອງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງວ່າ ​ແຜນ​ນະ​ໂຍ​ບາຍ​ແຂ່ງ​ຂັນ​ຮັກ​ຊາດ ຕິດ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ວຽກ​ງານ​ເ​ອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຄື​ແນວ​ໃດ​. ທີ 3 ແມ່ນ​ແຂ່ງ​ຂັນ​ຮັກ​ຊາດ​ຕ້ອງ​ຕິດ​ພັນ​ກັບ​ການ​​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ໝູ່​ຄະ​ນະ, ທ້ອງ​ຖິ່ນ, ອ​ີງ​ຕາມ​ສະ​ພາ​ບ​ລະ​ອ​ຽດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ຂະ​ແໜງ​ຂອງ​ຕ​ົນ, ​ຊອກ​ຫາ​ບັນ​ດາ​ບັນ​ຫາ​ທີ່​ສ້າງ​ເປັນ​ກຳ​ລັງ​ໜູນ ເພື່ອ​ຊຸກ​ຍູ້​ບັນ​ດາ​ຂະ​ບວນ​ການ​ໃຫ້​ກ້າວ​ຂຶ້ນ”.

        67 ປີ​ຜ່ານ​ມາ, ຄ​ຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ ກໍ​ຄື​ບັນ​ດາ​ແນວ​ຄິດ​ຂອງ​ປະ​ທານ​ໂຮ​່​ຈິ​ມິນ ກ່ຽວ​ກັບ​ການ​ແຂ່ງ​ຂັນ, ຍ້ອງ​ຍໍ​ຍັງຄົງ​ຮັກ​ສາ​ຄຸນ​ຄ່າ​ເດີມ​ໄວ້. ປ່ຽນໃໝ່​ວຽກ​ງານ​ແຂ່ງ​ຂັນ​ຍ້ອງ​ຍໍ​ແມ່ນ​ເພື່ອ​ແຂ່ງ​ຂັນ, ຍ້ອງ​ຍໍ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ​ມີ​ເນື້ອ​ໃນ​ແທ້​ຈິງ, ເພື່ອ​​ເຮັດ​ໃຫ​້ການ​ແຂ່ງ​ຂັນ​ຮັກ​ຊາດ​​ເປັນ​ກຳ​ລັງ​ໜູນ​​ທາງດ້ານ​ຈິດ​ໃຈ​ຢ່າງ​ແທ​​້ ​ຈິງ, ສ້າງ​ກຳ​ລັງ​ແຮງ​ອັນ​ໃຫຍ່​ຫຼວງ, ປະ​ກ​ອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ