ການພົວພັນ ລັດເຊຍ - NATO: ກັບຄືນສູ່ເສັ້ນເລີ່ມຕົ້ນ

(VOVWORLD) - ລັດເຊຍ ໄດ້ຕົກລົງຢຸດຕິບັນດາການພົວພັນຮ່ວມມືຢູ່ທັງໃນຂົງເຂດພົນລະເຮືອນ ແລະ ການທະຫານກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢ່າງສີ້ນເຊີງ ພາຍຫລັງຖະແຫຼງການ ຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Aleksander Grushko ໃນວັນທີ 15 ເມສາ. 

ການກະທຳຂອງ ລັດເຊຍ ຍົກອອກມາພາຍຫລັງ NATO ຖະແຫຼງຢຸດຕິທຸກການຮ່ວມມືກັບ ມົດສະກູ ດ້ວຍເຫດຜົນວ່າ ລັດເຊຍ ທ້ອນໂຮມແຫຼມ Crimea ເຂົ້າດິນແດນຂອງຕົນມາເປັນເວລາ 5ປີ. ຄວາມຈິງນີ້ ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ ລັດເຊຍ ແລະ NATO  ໄດ້ກັບຄືນສູ່ສະພາບສົງຄາມເຢັນ ຄືຕອນ NATO ຫາກໍ່ໄດ້ຮັບການສ້າງຕັ້ງກ່ອນນີ້ 70 ປີ. ສິ່ງດັ່ງກ່າວ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນຫລາຍຢ່າງຕໍ່ຄວາມໝັ້ນຄົງໂລກ.

ການພົວພັນ ລັດເຊຍ - NATO: ກັບຄືນສູ່ເສັ້ນເລີ່ມຕົ້ນ - ảnh 1 (ພາບປະກອບ)

       ການພົວພັນລະຫວ່າງ ລັດເຊຍ ແລະ NATO ນັບແຕ່ກ່ອນມາຮອດປັດຈຸບັນໄດ້ຜ່ານຜ່າໄລຍະປະຫວັດສາດມາເປັນເວລາຫລາຍປີ. ເຖິງວ່າ ທັງ 2 ຝ່າຍລ້ວນແຕ່ມີການຖະແຫຼງບໍ່ຊອກຫາການສູ້ຢັນກັນກໍ່ຕາມ ແຕ່ຍາມໃດກໍ່ເກີດມີຄວາມສົງໄສກັນຢູ່. ການພົວພັນນີ້ ກາຍເປັນຄວາມເຄັ່ງຕຶງ ພາຍຫລັງທີ່ ມົດສະກູ ທ້ອນໂຮມແຫຼມ Crimea ເຂົ້າດິນແດນຂອງ ລັດເຊຍ ເມື່ອເດືອນ ມີນາ ປີ 2014. ນອກນັ້ນ, NATO ກໍ່ກ່າວຫາ ລັດເຊຍ ວ່າສວມບົດບາດໃນການປະທະກັນຢູ່ ຢູແກຼນ ຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ລັດເຊຍ V.Putin ຍາມໃດກໍ່ປະຕິເສດບັນດາຄຳກ່າວຫາດັ່ງກ່າວ.

ຈຸດສູງຂອງຄວາມເຢັນຊາ

        ການກະທຳໃໝ່ຂອງ ລັດເຊຍ ເກີດຂຶ້ນພາຍຫລັງໄລຍະຍາວ ລັດເຊຍ ຮັບຮູ້ວ່າ NATO ບໍ່ຍອມເສຍສະຫຼະລັກສະນະສິດຜູກຂາດ, ບໍ່ຜ່ອນສັ້ນຜ່ອນຍາວ ແລະ ເຮັດວຽກບໍ່ເພື່ອຜົນປະໂຫຍດລວມ ແຕ່ຫາກເພື່ອຜົນປະໂຫຍດເປັນກຸ່ມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Aleksander Grushko ຖືວ່າ: NATO ໄດ້ປະຕິເສດບັນດາເນື້ອໃນດຳເນີນງານຢ່າງຕັ້ງໜ້າໃນການພົວພັນກັບ ລັດເຊຍ. ເລື່ອງ NATO ຕົກລົງຢຸດຕິບັນດາການພົບປະເຮັດວຽກໃນຂົງເຂດການທະຫານກັບ ລັດເຊຍ ແມ່ນບໍ່ມີເຫດຜົນ. ທ່ານ Grushko ຊີ້ແຈ້ງວ່າ: ປັດຈຸບັນ, ການພົວພັນລະຫວ່າງ 2 ຝ່າຍມີບັນດາ “ການລະງັບໃຈ” ແລະ ມີ “ການເຈລະຈາ” ໜ້ອຍທີ່ສຸດ.

ມີຄຳວິນິດໄສອັນດຽວກັນນີ້, ທ່ານ Yury Shvytkin ຮອງປະທານກຳມາທິການປ້ອງກັນຊາດສະພາຕ່ຳ ລັດເຊຍ ໃຫ້ຮູ້ວ່າ: ບັນດາຄຳຖະແຫຼງໃນໄລຍະມໍ່ໆມານີ້ຂອງກຸ່ມການທະການ NATO ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ມີເຈດຈຳນົງທີ່ຈະມານະພະຍາຍາມເພື່ອຮັກສາການພົວພັນກັບ ລັດເຊຍ. ອົງການນີ້ ພວມສ້າງການເປັນປໍລະປັກ ແລະ ການສູ້ຢັນໃຫ້ເປັນຮູບປະທຳໃນການພົວພັນກັບ ລັດເຊຍ,  ແລະ ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໂດຍຜ່ານຈຳນວນເຂດຖານທີ່ໝັ້ນການທະຫານ ແລະ ບັນດາການຊ້ອມຮົບໃກ້ກັບຊາຍແດນຂອງ ລັດເຊຍ.

ເມື່ອບໍ່ດົນມານີ້, ໃນບົດກ່າວຄຳເຫັນຢູ່ສະພາແຫ່ງຊາດ ອາເມລິກາ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ NATO, ທ່ານເລຂາທິການໃຫຍ່ Jens Stoltenberg ກຳນົດວ່າ ລັດເຊຍ ແມ່ນໜຶ່ງໃນບັນດາສິ່ງທ້າທາຍ ທີ່ບໍ່ເຄີຍມີມາກ່ອນ ເຊິ່ງ NATO ພວມປະເຊີນໜ້າ. ກ່ອນໜ້ານັ້ນ, ນັບແຕ່ເດືອນ ເມສາ ປີ 2014,  NATO ໄດ້ຕັດສິນໃຈຢຸດຕິການຮ່ວມມືກັບ ລັດເຊຍ ຍ້ອນວິກິດການຢູ່ ຢູແກຼນ, ຫລັງຈາກນັ້ນ ເພີ່ມທະວີກຳລັງການທະຫານ ແລະ ຈັດຕັ້ງບັນດາການຊ້ອມຮົບຢູ່ເຂດທາງທິດຕາເວັນອອກໃກ້ກັບຊາຍແດນ ລັດເຊຍ. ປັດຈຸບັນ, ການພົວພັນລະຫວ່າງ 2 ຝ່າຍກໍ່ເຄັ່ງຕຶງ ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາຄື: ແຜນການ NATO ຮັບເອົາ ຈໍເຈຍ ແລະ ຢູແກຼນ ເຂົ້າເປັນສະມາຊິກ ຫຼື ສຳພັນທະມິດການທະຫານນີ້ ສືບຕໍ່ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ ທີ່ພວມກໍ່ຄວາມໂຕ້ຖຽງກັນ.

ໃນສະພາບການພົວພັນ 2 ຝ່າຍຍັງຄົງຊົ່ວຮ້າຍລົງນັ້ນ ເລື່ອງລັດເຊຍ ຖະແຫຼງຢຸດຕິທຸກການຮ່ວມມືດ້ານພົນລະເຮືອນ ແລະ ການທະຫານກັບ NATO ເບິ່ງຄືວ່າ ແມ່ນເລື່ອງບັງຄັບຕ້ອງໃຫ້ມັນເປັນໄປ, ສະແດງໃຫ້ເຫັນ ນີ້ແມ່ນຈຸດສູງຂອງຄວາມເຢັນຊາໃນການພົວພັນລະຫວ່າງ 2 ຝ່າຍ.

ບໍ່ຊ່ວງແສງດ້ານອາວຸດ

        ສິ່ງທີ່ຫາງສຽງມີຄວາມວິຕົກວັງວົນຫລາຍທີ່ສຸດ ນັ້ນແມ່ນການຊ່ວງເສງອາວຸດໃໝ່ ພາຍຫລັງ ລັດເຊຍ ແລະ NATO ຢຸດຕິການຮ່ວມມືຢ່າງສີ້ນເຊີງ. ເຖິງຢ່າງໃດກໍ່ຕາມ, ຕໍ່ກັບຄວາມວິຕົກກັງວົນນີ້ ຖືກທ່ານ Aleksander Grushko ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ເມື່ອຢືນຢັນວ່າ: ມົດສະກູ ບໍ່ມີເຈດຈຳນົງເຂົ້າຮ່ວມການຊ່ວງເສງອາວຸດ ເຊິ່ງມຸ່ງໄປເຖິງບັນດາມາດຕະການ “ປະຢັດ, ຈຸດສຸມ ແລະ ມີປະສິດທິຜົນ”, ໂດຍບໍ່ຫົວຊາຕໍ່ງົບປະມານທາງການທະຫານທີ່ມີໃນປັດຈຸບັນຂອງ NATO (ປະມານ 1.000 ຕື້ USD) ສູງຂຶ້ນທົບ 22 ເທື່ອເງົບປະມານຂອງ ລັດເຊຍ.

ວົງການນັກໄຈ້ແຍກກໍ່ວິນິດໄສວ່າ: ຝ່າຍ ລັດເຊຍ ອາດຈະບໍ່ເພີ່ມງົບປະມານດ້ານການທະຫານ ເພື່ອເຂົ້າຮ່ວມການຊ່ວງເສງອາວຸດ ແຕ່ຈະມີການໜູນຊ່ວຍຄວາມສາມາດການປ້ອງກັນຢູ່ໃນລະດັບທີ່ຕ້ອງການ ແລະ ຄົບຖ້ວນ.

ຢູ່ໃນທິດທາງກົງກັນຂ້າມ, ທ່ານເລຂາທິການໃຫຍ່ NATO J.Stoltenberg ກໍ່ຢືນຢັນວ່າ: NATO ບໍ່ຢາກກໍ່ສົງຄາມເຢັນຄັ້ງໃໝ່ກັບ ລັດເຊຍ; ພ້ອມທັງຊີ້ແຈ້ງວ່າ ເລື່ອງຜັນຂະຫຍາຍລູກສອນໄຟນິວເຄຼຍເທິງໜ້າດິນຢູ່ ເອີຣົບ ແມ່ນບໍ່ນອນໃນແຜນການຂອງ NATO.

ເຖິງວ່າຢືນຢັນບໍ່ມີການຊ່ວງເສງອາວຸດກໍ່ຕາມ ແຕ່ການພົວພັນເຍືອກເຢັນທີ່ແກ່ຍາວລະຫວ່າງ ລັດເຊຍ ແລະ NATO ພວມກໍ່ຜົນເສຍຫາຍບໍ່ໜ້ອຍເຖິງຜົນປະໂຫຍດຂອງ 2 ຝ່າຍ. ປັດຈຸບັນ,  NATO ພວມປະເຊີນໜ້າກັບລັດທິກໍ່ການຮ້າຍ, ເປັນຕົ້ນແມ່ນໄພນາບຂູ່ຈາກອົງການລັດອິດສະລາມ (IS). ນອກນັ້ນ, ການປະທະກັນຍັງບໍ່ມີວັນສິ້ນສຸດຢູ່ ຊີຣີ ແລະ ກະແສຟອງຊາວອົບພະຍົບ ກໍ່ເຮັດໃຫ້ບັນດາການນຳກຸ່ມເຈັບຫົວ. ໃນຂະນະນັ້ນ, ມົດສະກູ ມີບົດບາດສຳຄັນ ໃນການແກ້ໄຂບັນດາຈຸດເຄັ່ງຮ້ອນໃນໂລກ. ຍ້ອນເຫດນັ້ນ ເສັ້ນທາງດີທີ່ສຸດ ເພື່ອໃຫ້ ລັດເຊຍ ແລະ NATO ຫຍັບມໍ່ເຂົ້າກັນຄືນໃໝ່ ແມ່ນທັງ 2 ຝ່າຍ ຈົ່ງພ້ອມກັນສະແດງເຈດຕະນາດີຕໍ່ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ./.

ຕອບກັບ

ຂ່າວ/ບົດ​ອື່ນ