ກ​ານ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊ​ຍ ມຸ່ງ​ໄປ​ເຖິງ​ລະ​ດັບ​ສູງໃໝ່

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມທາງລັດຖະກິດຢູ່ອິນໂດເນເຊຍ ໃນລະຫວ່າງວັນທີ 21 – 23 ທັນວາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Joko Widodo. ນີ້ແມ່ນເຫດການສຳຄັນ, ສ້າງຂີດໝາຍບາດກ້າວສຳຄັນໃນການພົວພັນສອງຝ່າຍ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດຢ່າງແທ້ດຈິງ.

ກ​ານ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊ​ຍ ມຸ່ງ​ໄປ​ເຖິງ​ລະ​ດັບ​ສູງໃໝ່ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນທົງ ກ່າວຄຳເຫັນຕໍ່ນັກຂ່າວ
(ພາບ: TTXVN)

ຫວຽດນາມ ແລະ ອິນໂດເນເຊຍ ສ້າງຕັ້ງການພົວພັນທາງການທູດ ມາແຕ່ປີ 1955, ໃນໄລຍະທີ່ຫວຽດນາມ ຍັງດຳເນີນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ອິນໂດເນເຊຍ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ໃນການຕໍ່ສູ້ນີ້ ແລະ ປັດຈຸບັນຍັງສືບຕໍ່ຮຽງບ່າຮຽງໄຫຼ່, ສະໜັບສະໜູນ ຫວຽດນາມ ໃນ ກິດຈະກຳການພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ບັນດາພື້ນຖານສ້າງເປັນຄຸນຄ່າ ແລະ ລວງເລິກຂອງການພົວພັນຄູ່ຮ່ວມມືຍຸດທະສາດ

ປີ 2013, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ ແລະ ນັບແຕ່ນັ້ນມາຮອດປັດຈຸບັນ, ສອງປະເທດໄດ້ເຊັ່ນສັນຍາປະມານກ່ວາ 30 ສະບັບໃນຫຼາຍຂົງເຂດ, ໃນນັ້ນມີໂຄງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2019 – 2023. ສອງຝ່າຍໄດ້ແລກປ່ຽນກັນເປັນປະຈຳ, ຊຸກຍູ້ການຮ່ວມມືຢູ່ເວທີປາໄສສຳຄັນສອງຄັ້ງນັ້ນ ແມ່ນ ຄະນະກຳມະການຮ່ວມມືກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ ກັບ ຄະນະກຳມະການຮ່ວມມືສອງຝ່າຍ. ການພົວພັນຮ່ວມມືໃນຂົງເຂດຕ່າງໆລ້ວນແຕ່ມີການພັດທະນາຢ່າງແຮງ, ເປັນຕົ້ນແມ່ນການພົວພັນດ້ານເສດຖະກິດ, ການຄ້າ. ຍອດວົງເງິນການຄ້າປີ 2021 ບັນລຸ 11,5 ຕື້ USD, ລື່ນກາຍຄາດໝາຍໄດ້ວາງອອກ ຄື 10 ຕື້ USD ທີ່ ແລະ ສອງຝ່າຍພວມມຸ່ງໄປເຖິງບັນດາຄາດໝາຍໃໝ່. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນທົງ ໃຫ້ຮູ້ວ່າ:

ສອງປະເທດໄດ້ວາງອອກບັນດາເປົ້າໝາຍໃຫຍ່ທີ່ສຸດໃນການຊຸກຍູ້ການພົວພັນຮ່ວມມື. ບົນພື້ນຖານການຄ້າສອງສົ້ນທີ່ບັນລຸໄດ້, ສອງປະເທດໄດ້ວາງຄາດໝາຍນຳວົງເງິນການຄ້າໃຫ້ບັນລຸ 15 ຕື້ USDໃນປີ 2028. ການຢ້ຽມຢາມທາງລັດຖະກິດ ຢູ່ ອິນໂດເນເຊຍ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Joko Widodo ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ໄດ້ຮັບການສ້າງຕັ້ງລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ ແລະ ກໍ່ຄືສະແດງໃຫ້ເຫັນບົດບາດຍຸດທະສາດສຳຄັນໃນການພົວພັນລະຫວ່າງສອງປະເທດ. ໃນການຢ້ຽມຢາມຄັ້ງນີ້, ສອງປະເທດກໍ່ຈະດຳເນີນການລົງນາມເອກະສານສຳຄັນບາງສະບັບເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງກ່ວາອີກ.

ເລື່ອງອິນໂດເນເຊຍ ແມ່ນປະເທດສະມາຊິກຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 16 ໃນທົ່ວໂລກ, ໃນຂະນະ ທີ່ຫວຽດນາມ ມີລະດັບການເຕີບໂຕເສດຖະກິດໄວ, ໝັ້ນໝາຍມີຄວາມສາມາດບົ່ມຊ້ອນ ຮ່ວມມືຢ່າງໃຫຍ່ຫຼວງທາງດ້ານເສດຖະກິດລະຫວ່າງສອງປະເທດ. ເພື່ອຊຸກຍູ້ການພົວພັນເສດຖະກິດ, ສອງຝ່າຍຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງກັນ ໃນໄລຍະເຄື່ອນໄຫວລົງທຶນ ແລະ ເພີ່ມທະວີການປຶກສາຫາລືທາງການຄ້າ ລະຫວ່າງສອງຝ່າຍ. ທ່ານ Budiarsa Sastrawinata ປະທານສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ (IVFA) ພ້ອມທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Ciputra ໃຫ້ຂໍ້ສັງເກດວ່າ:

ການພົວພັນລະຫວ່າງສອງປະເທດນັບແຕ່ຂັ້ນລັດຖະບານ ຫຼື ວິສາຫະກິດລ້ວນແຕ່ດີງາມທີ່ສຸດ. ລັດຖະບານ ຫວຽດນາມ ມີນະໂຍບາຍລົງທຶນຢ່າງເປີດອົກເປີດໃຈໃຫ້ແກ່ວິສາຫະກິດ. ບໍ່ວ່າປະເທດໃດ, ລັດຖະບານກໍ່ ມີນະໂຍບາຍຕ້ອນຮັບນັກລົງທຶນນັ້ນແມ່ນຄວາມສະດວກ. ຖ້າບໍ່ມີການໜູນຊ່ວຍຈາກລັດຖະບານ, ບັນດານັກລົງທຶນ ແລະ ວິສາຫະກິດຍາກທີ່ຈະບັນລຸຜົນສຳເລັດໄດ້. ນອກຈາກພື້ນຖານການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ກັບ ນະໂຍບາຍຊົມເຊີຍບັນດານັກລົງທຶນ ຂອງລັດຖະບານ ພໍ່ພຽງແຕ່ດຶງດູດນັກລົງທຶນມາຈາກອິນໂດເນເຊຍ ເທົ່ານັ້ນ ຫາກບັນດາປະເທດອື່ນຍັງຊອກຫາກາລະໂອກາດຢູ່ຫວຽດນາມ ອີກດ້ວຍ.

ສອງຝ່າຍກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າໃນບັນດາເວທີປາໄສສາກົນຄື ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ສະມາຄົມ ບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ອົງການສາກົນຕ່າງໆ. ພິເສດ, ຜ່ານການພົບປະ, ການນຳທຸກຂັ້ນ, ນັກຊ່ຽວຊານ, ວິສາຫະກິດສອງຝ່າຍ ລ້ວນແຕ່ແບ່ງປັນທັດສະນະ, ຫຼັກໝັ້ນຫຼາຍຢ່າງ, ເຫັນດີເປັນເອກະພາບຢ່າງສູງຕໍ່ການເສີມຂະຫຍາຍນ້ຳໃຈສາມັກຄີຂອງບັນດາປະເທດສະມາຊິກອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ເພື່ອແກ້ໄຂບັນດາບັນຫາທາງດ້ານເສດຖະກິດ, ການເມືອງ ທີ່ມີລັກສະນະພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ການຢ້ຽມຢາມເປີດກາລະໂອກາດຮ່ວມມືຫຼາຍຢ່າງ

ເບິ່ງລວມແລ້ວ, ການພົວພັນຫວຽດນາມ - ອິນໂດເນເຊຍໄດ້ພັດທະນາຈາກພື້ນຖານການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ໄປສູ່ການພົວພັນຄູ່ຮ່ວມມືຍຸດທະສາດ, ກວມເອົາທຸກຂົງເຂດຮ່ວມມື ແລະ ແມ່ນການພົວພັນມຸ່ງໄປເຖິງອະນາຄົດ. ການຢ້ຽມຢາມອິນໂດເນເຊຍ ຂອງ ທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນ ເພື່ອແນໃສ່ຢັ້ງຢືນບົດບາດຍຸດທະສາດຂອງສອງປະເທດນຳກັນ, ພ້ອມທັງຢັ້ງຢືນ ເລື່ອງ ສອງປະເທດມີຜົນປະໂຫຍດທີ່ຄ້າຍຄືກັນ ຫຼາຍຢ່າງ ແລະ ການເຕົ້າໂຮມເອົາຜົນປະໂຫຍດດ້ານຍຸດທະສາດຢ່າງໝັ້ນແກ່ນກ່ວາອີກ.

ພາຍຫຼັງໄລຍະຍາວນານ ທີ່ ໂລກ ແລະ ສອງປະເທດຕ້ອງປະເຊີນໜ້າກັບພະຍາດໂຄວິດ - 19, ການພົບປະແບບເຊິ່ງໜ້າແມ່ນໂອກາດທີ່ມີປະສິດທິຜົນ ເພື່ອໃຫ້ການນຳສອງປະເທດ ໄດ້ປຶກສາຫາລື ແລະ ແກ້ໄຂບັນດາບັນຫາຍັງຄ້າງຄາ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍໃຫ້ຫຼາຍກ່ວາອີກ. ໃນການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະເຈລະຈາກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ພົບປະກັບການນຳສະພາແຫ່ງຊາດ ອິນໂດເນເຊຍ, ເປັນສັກຂີພະຍານ ພິທີເຊັນເອກະສານຮ່ວມມືຫຼາຍສະບັບ, ໃຫ້ການຕ້ອນຮັບວິສາຫະກິດໃຫຍ່ບາງແຫ່ງຂອງອິນໂດເນເຊຍ…

ໃນສະພາບການປີ 2023, ຫວຽດນາມ ແລະ ອິນໂດເນເຊຍ ຈະສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ ເພື່ອພິສູດໃຫ້ເຫັນຄວາມສຳຄັນຂອງການພົວພັນນີ້, ການຢ້ຽມຢາມອິນໂດເນເຊຍຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຈະສ້າງກາລະໂອກາດໃໝ່, ກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມືຂອງສອງປະເທດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ