ການພົວພັນ ຫວຽດນາມ - ກຳປູເຈຍ ສືບທອດມູນເຊື້ອ, ມຸ່ງໄປສູ່ອະນາຄົດ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Hun Manet ໄດ້ດຳເນີນໄປພາຍຫຼັງທີ່ລັດຖະບານ ກຳປູເຈຍ ອາຍຸການທີ VII ເຄື່ອນໄຫວຢ່າງເປັນທາງການ ເປັນເວລາກວ່າ 3 ເດືອນ
ການພົວພັນ ຫວຽດນາມ - ກຳປູເຈຍ ສືບທອດມູນເຊື້ອ, ມຸ່ງໄປສູ່ອະນາຄົດ - ảnh 1(ພາບປະກອບ: Khmer Times)

        ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Moha Bovor Thipadei Hun Manet ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນເວລາ 2 ວັນ (ແຕ່ວັນທີ 11 ທັນວາ). ການຢ້ຽມຢາມໄດ້ດຳເນີນໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ, ການຢ້ຽມຢາມໄດ້ປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມກັນມຸ່ງໄປເຖິງອະນາຄົດຂອງ ຫວຽດນາມ ແລະ ກຳປູເຈຍ.

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Hun Manet ໄດ້ດຳເນີນໄປພາຍຫຼັງທີ່ລັດຖະບານ ກຳປູເຈຍ ອາຍຸການທີ VII ເຄື່ອນໄຫວຢ່າງເປັນທາງການ ເປັນເວລາກວ່າ 3 ເດືອນ, ເປັນການປະກອບສ່ວນນຳການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ການຮ່ວມມືບັນລຸປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງກັນ, ນຳການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ

        ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງທີ່ໃກ້ຊິດ. ກ່ອນນີ້ 56 ປີ, ວັນທີ 24 ມິຖຸນາ 1967, 2 ປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດ. ໝາກຜົນຂອງການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນກວ່າເຄິ່ງສະຕະວັດຜ່ານມາ ບໍ່ພຽງແຕ່ແມ່ນໄຊຊະນະໃນການຕໍ່ສູ້ປົດປ່ອຍຊາດຢູ່ແຕ່ລະປະເທດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນໃນການພັດທະນາຂອງການພົວພັນຮ່ວມມືໃນທຸກຂົງເຂດອີກດ້ວຍ. ທ່ານ So Naro, ທູດພິເສດຂອງທ່ານນາຍົກລັດຖະມົນຕີ Hun Manet, ຕີລາຄາວ່າ:

        “ປະຈຸບັນ, ຢູ່ໃນໂລກມີການປ່ຽນແປງຫຼາຍຢ່າງ ແຕ່ມີສິ່ງໜຶ່ງສຳຄັນທີ່ບໍ່ອາດປ່ຽນແປງໄດ້. ນັ້ນແມ່ນສາຍພົວພັນມິດຕະພາບຖານອ້າຍນ້ອງ, ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ. ການພົວພັນດັ່ງກ່າວໄດ້ຮັບການສ້າງຂຶ້ນຈາກຄົນລຸ້ນກ່ອນໆ ແລະ ນັບມື້ນັບພັດທະນາ, ບໍ່ມີການປ່ຽນແປງ. ຫວ່າງມໍ່ໆມານີ້, ວັນທີ 02 ທັນວາ, ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມກູ້ຊາດ ກຳປູເຈຍ ຢ່າງສົມກຽດ, ໃນນັ້ນໄດ້ເວົ້າເຖິງຄຸນງາມຄວາມດີຂອງບັນດາອະດີດການນຳ, ຄື: ທ່ານ Samdech Chea Sim, Samdech Heng Samrin, Samdech Hun Sen… ທີ່ໄດ້ນຳພາປະຊາຊົນ ກຳປູເຈຍ ຜູ້ຮັກຊາດ, ພ້ອມກັບການໜູນຊ່ວຍຢ່າງໃຫຍ່ຫຼວງທີ່ສຸດຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນການເສຍສະຫຼະເລືອດເນື້ອຂອງບັນດາທະຫານອາສາສະໝັກ ຫວຽດນາມ, ທີ່ໄດ້ກູ້ຊ່ວຍປະຊາຊົນ ກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ”.

        ຈຸດພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດແມ່ນການເຄື່ອນໄຫວລົງທຶນ, ການຄ້າ. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 3 ຂອງ ກຳປູເຈຍ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ທີ 2 ຂອງ ກຳປູເຈຍ. ວົງເງິນການຄ້າ 2 ສົ້ນໃນປີ 2023 ຄາດວ່າບັນລຸ 9 ຕື້ USD. ພິເສດ, ກຳປູເຈຍ ຢືນອັນດັບທີ 2 ໃນຈຳນວນ 79 ປະເທດ, ເຂດແຄ້ວນທີ່ ຫວຽດນາມ ມີໂຄງການລົງທຶນ, ດ້ວຍຫຼາຍກວ່າ 200 ໂຄງການທີ່ຍັງມີຜົນບັງຄັບໃຊ້ ແລະ ຍອດຈຳນວນທຶນຈົດທະບຽນບັນລຸເກືອບ 3 ຕື້ USD. ທ່ານ ຟານວັນເຈື່ອງ, ຜູ້ຮັບຜິດຊອບການຄ້າ ຫວຽດນາມ ປະຈຳ ກຳປູເຈຍ, ໃຫ້ຮູ້ວ່າ:

        “ບັນດາວິສາຫະກິດຂອງ ຫວຽດນາມ ມີການພັດທະນາເປັນຢ່າງດີ, ມີຊື່ສຽງໃນປະຊາຄົມວິສາຫະກິດ ກຳປູເຈຍ ແລະ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະເທດເພື່ອນ. ບໍ່ພຽງແຕ່ມີບັນດາວິສາຫະກິດເທົ່ານັ້ນ, ລັດຖະບານ ກຳປູເຈຍ ກໍ່ໄດ້ຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດ ຫວຽດນາມ ໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ, ກໍຄືການເສຍພາສີໃຫ້ແກ່ອຳນາດການປົກຄອງປະເທດປະຈຳຖິ່ນອີກດ້ວຍ”.

ໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້, ນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ຈະດຳເນີນການພົບປະເຈລະຈາ ເພື່ອແນໃສ່ເພີ່ມທະວີ ແລະ ເປີດກວ້າງບັນດາຂົງເຂດຮ່ວມມື 2 ຝ່າຍໃຫ້ຫຼາຍກວ່າອີກ, ລວມມີ: ການສຶກສາ, ການຄ້າ, ທ່ອງທ່ຽວ, ວັດທະນະທຳ, ການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ບັນດາບັນຫາຊາຍແດນ… ນາຍົກລັດຖະມົນຕີ 2 ທ່ານກໍ່ຈະເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຈຳນວນໜຶ່ງ, ກໍຄືເປັນປະທານຮ່ວມເວທີປາໄສຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ… ຕາມທ່ານ Oknha Leng Rithy, ຫົວໜ້າຜູ້ຕາງໜ້າກຸ່ມບໍລິສັດອຸດສາຫະກຳຢາງພາລາ ປະຈຳ ກຳປູເຈຍ, ປະທານຊົ່ວຄາວຄະນະບໍລິຫານງານສະໂມສອນວິສາຫະກິດ ຫວຽດນາມ ປະຈຳ ກຳປູເຈຍ ແລ້ວ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Hun Manet ຈະຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການຄ້າລະຫວ່າງ 2 ປະເທດໃຫ້ດີກວ່າເກົ່າ.

        “ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຄົນໃໝ່ມາຢ້ຽມຢາມ ຫວຽດນາມ ທັງແມ່ນນ້ຳໃຈຄວາມຮັກແພງ, ທັງແມ່ນກຳລັງໜູນເພື່ອໃຫ້ນັກລົງທຶນ ຫວຽດນາມ ກໍຄື ກຳປູເຈຍ ມີຄວາມອຸ່ນອ່ຽນໃຈ, ມີຄວາມເຊື່ອໝັ້ນຕໍ່ຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງລັດຖະບານຊຸດໃໝ່ອາຍຸທີ VII ນີ້. ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ມີຄວາມເອກອ້າງທະນົງໃຈເມື່ອບັນດານັກລົງທຶນ ຫວຽດນາມ ໃນຂົງເຂດກະສິກຳໄດ້ລົງທຶນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດກັບບັນດາວິສະກິດ ກຳປູເຈຍ. ແລະ ພິເສດກວ່າແມ່ນ, ການເຄື່ອນໄຫວນີ້ກໍ່ຈະປະກອບສ່ວນປັບປຸງນ້ຳໃຈມິດຕະພາບ ຫວຽດນາມ - ກຳປູເຈຍ”.

        ການໄປປະຕິບັດງານຢູ່ ຫວຽດນາມ ເປັນຄັ້ງທຳອິດຂອງຜູ້ນຳໜ້າລັດຖະບານຊຸດໃໝ່ຂອງ ກຳປູເຈຍ ໄດ້ຢືນຢັນການສືບທອດບັນດານະໂຍບາຍການຕ່າງປະເທດຈາກລັດຖະບານຊຸດກ່ອນ. ນີ້ກໍ່ແມ່ນການຢ້ຽມຢາມຕ່າງປະເທດທຳອິດໃນຈຳນວນ 10 ປະເທດ ອາຊຽນ ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Hun Manet. ການນຳ ແລະ ປະຊາຊົນ 2 ປະເທດ ພ້ອມກັນມີຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຈະບັນລຸຜົນສຳເລັດຢ່າງດີງາມ, ມຸ່ງໄປເຖິງໄລຍະພັດທະນາໃໝ່ໃນການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ