ກາ​ນພົວພັນ​ຕ່າງປະ​ເທດ ປີ 2019: ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ ​ແລະ ທີ່​ຕັ້ງ​ບົດບາດ​ດ້ານ​ການ​ເມືອງ ຫວຽດນາມ

(VOVWORLD) -ປີ 2019 ເປັນປີສ້າງຂີດໝາຍຫຼາຍເຫດການສໍາຄັນຂອງຂະແໜງການທູດຫວຽດນາມ. ໃນສະພາບການ ທີ່ພາກພື້ນ ແລະ ໂລກ ພວມມີການຜັນແປຫຼາຍຢ່າງ, ດ້ວຍຄວາມໄຫວພິບຂອງຕົນ, ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າພາກພູມໃຈ, ອັນໄດ້ສະແດງໃຫ້ເຫັນຄວາມປະທັບໃຈທາງດ້ານຄຸນນະທາດ ແລະ ທີ່ຕັ້ງບົດບາດດ້ານການເມືອງຂອງປະເທດຊາດຢ່າງຈະແຈ້ງ.

 

        ບໍ່ພຽງແຕ່ປັບປຸງ ແລະ ເປີດກວ້າງຂອບເຂດການພົວພັນຕື່ມອີກກັບບັນດາຄູ່ຮ່ວມມືຫຼັກແຫຼ່ງ, ເພີ່ມທະວີການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນມິດທີ່ເປັນມູນເຊື້ອ ເທົ່ານັ້ນ, ວຽກງານການພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2019 ຍັງສ້າງຂີດໝາຍບາດລ້ຽວອັນໃຫຍ່ຫຼວງໃນເວທີປາໄສຫຼາຍຝ່າຍ ເມື່ອຍາດໄດ້ໄຊຊະນະໃນການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ  2020 – 2021 ດ້ວຍຈໍານວນບັດສະໜັບສະໜູນສູງລະດັບສະຖິຕິ.

        ບົດບາດໃນການສ້າງສັນຕິພາບ

        ໜຶ່ງໃນບັນດາເຫດການທາງການທູດສໍາຄັນທີ່ດຶງດູດຄວາມສົນໃຈແຖວໜ້າຂອງໂລກໃນຊຸມເດືອນຕົ້ນປີ 2019 ແມ່ນ ເລື່ອງຫວຽດນາມ ໄດ້ຮັບການຄັດເລືອກເປັນປະເທດຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2. ນີີ້ໄດ້ຮັບຖືວ່າ ແມ່ນຫຼັກຖານທີ່ຈະແຈ້ງ ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງ ອາເມລິກາ ແລະ ສປປ.ເກົາຫຼີ ກໍຄືຂອງປະຊາຄົມສາກົນສໍາລັບຄວາມສາມາດໃນການແບກຫາບບົດບາດຈັດຕັ້ງເຫດການໜ່ຶງໃນບັນດາເຫດການສາກົນສໍາຄັນທີ່ສຸດໃນປີ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ພາຍຫຼັງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ສິ້ນສຸດລົງ, ການນໍາ ສປປ.ເກົາຫຼີ Kim Jong Un ໄດ້ທໍາການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 1 – 2 ມີນາ, ເຊິ່ງເປັນເຫດການທີ່ມີລັກສະນະປະຫວັດສາດໃນການພົວພັນທາງການທູດລະຫວ່າງສອງປະເທດ  ທີ່ໄດ້ປະຕິບັດພາຍຫຼັງເກືອບ 55 ປີ ນັບຕັ້ງແຕ່ການຢ້ຽມຢາມຫວຽດນາມ ຂອງທ່ານອະດີດ ປະທານ Kim il Sung.

ກາ​ນພົວພັນ​ຕ່າງປະ​ເທດ ປີ 2019: ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ ​ແລະ ທີ່​ຕັ້ງ​ບົດບາດ​ດ້ານ​ການ​ເມືອງ ຫວຽດນາມ - ảnh 1 ວັນທີ 7 ມິຖຸນາ, ຫວຽດນາມ ໄດ້ຮັບດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ (ພາບປະກອບ: TTXVN)

        ດ້ວຍຈໍານວນບັດສະໜັບສະໜູນສູງລະດັບສະຖິຕິ 192/193 ບັດ, ວັນທີ 7 ມິຖຸນາ, ຫວຽດນາມ ໄດ້ຮັບດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ. ນີ້ແມ່ນຄັ້ງທີ 2  ທີ່ຫວຽດນາມ ຮັບໜ້າທີ່ອັນສໍາຄັນນີ້. ອີກຄັ້ງໜຶ່ງ, ຄວາມປາຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ບັນດາບັນຫາຄວາມໝັ້ນຄົງ ແລະ ສັນຕິພາບຂອງໂລກ ສືບຕໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ພາຍຫຼັງໄລຍະ 40 ກວ່າ ປີ ທີ່ຫວຽດນາມເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງເວທີປາໄສໃຫຍ່ທີ່ສຸດໃນໂລກນີ້. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ:

        “ບຸລິມະສິດຂອງພວກເຮົາ ແມ່ນເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ.  ດ້ວຍປະສົບການຂອງຕົນ, ພວກເຮົາປາດຖະໜາຢາກປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາຂອງ ສປຊ ຄື ແກ້ໄຂການປະທະກັນ, ບັນຫາແມ່ຍິງ ແລະ ເດັກນ້ອຍໃນການປະທະກັນ, ແກ້ໄຂລູກລະເບີດຍັງບໍ່ທັນແຕກພາຍຫຼັງເກີດການປະທະກັນ. ເມື່ອເຂົ້າຮ່ວມ ສະພາຄວາມໝັ້້ນຄົງ ສປຊ ຈຸດປະສົງຂອງພວກເຮົາແມ່ນກໍ່ສ້າງສະພາບແວດລ້ອມທີ່ມີສະຖຽນລະພາບໃນໂລກ ແລະ ພາກພື້ນ”.

        ເດືອນມິຖຸນາ 2019, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ເປັນແຂກຖືກເຊີນຄົນພິເສດ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພື້ນເດ່ັ່ນຂຶ້ນແຖວໜ້າຂອງໂລກ ທີ່ຈັດຂຶ້ນຢູ່ ຍີ່ປຸ່ນ. ສິ່ງດັ່ງກວ່າ ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ຂອງປະຊາຄົມສາກົນ ສໍາລັບອິດທິພົນຊື່ສຽງຂອງ ຫວຽດນາມ - ຄູ່ຮ່ວມມືທີ່ໜ້າໄວ້ວາງໃຈ, ມີຄວາມຮັບຜິດຊອບສໍາລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.

ຊຸກຍູ້ການຄ້າຫຼາຍຝ່າຍ

        ຂີດໝາຍພົ້ນເດັ່ນໃນການພົວພັນຕ່າງປະເທດດ້ານເສດຖະກິດໃນປີ 2019 ແມ່ນ ຫວຽດນາມ ແລະ ສະຫະພາບ ເອີລົບ (EU) ໄດ້ລົງນາມສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (IPA) ຢ່າງເປັນທາງການ ພາຍຫຼັງການເຈລະຈາມາເປັນໄລຍະຍາວ. EVFTA ແລະ EVIPA ໄດ້ສ້າງບັນດາໂອກາດອັນໃຫຍ່ຫຼວງເພື່ອໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສຸດຂີດ ແລະ ໜູນຊ່ວຍເຊິ່ງກັນແລະກັນ, ຍູ້ແຮງການແລກປ່ຽນການຄ້າ, ລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ. ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ, ເລື່ອງ EU ລົງນາມສັນຍາ FTA ຄັ້ງທຳອິດ ກັບປະເທດພວມພັດທະນາເຊິ່ງແມ່ນຫວຽດນາມ, ພ້ອມທັງແມ່ນປະເທດທີ 4 ຢູ່ ອາຊີ, ໂດຍສະແດງໃຫ້ເຫັນວ່າ EU ຕີລາຄາສູງບົດບາດ ແລະ ທີ່ຕັ້ງ ຂອງ ຫວຽດນາມ. ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງການລົງນາມ EVFTA ແລະ EVIPA, ທ່ານ ເຈິ່ນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ:

        ເລື່ອງສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (IPA) ທີ່ໄດ້ຮັບການລົງນາມແລ້ວນັ້ນ ອາດເວົ້າໄດ້ວ່າ ທີ່ຕັ້ງບົດບາດ ຂອງ ຫວຽດນາມ ໄດ້ຮັບການຢັ້ງຢືນຢ່າງແຮງໃນເວທີສາກົນ, ຄືເປັນໜຶ່ງໃນບັນດາປະເທດທີ່ມີການປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄວາມຮັບຜິດຊອບໃນການພັດທະນາຂອງການຫັນເປັນໂລກກາພິວັດ, ຕາມທິດຫັນສັນຍາການຄ້າເປັນເສລີ ແລະ ສະດວກ. EVFTA ກໍ່ຄື IPA ສ້າງໄດ້ບັນດາພື້ນຖານສຳຄັນທີ່ສຸດ, ນຳການພົວພັນຫວຽດນາມ - EU ຂຶ້ນສູ່ລະດັບສູງໃໝ່, ສົມກັບລັກສະນະພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.

        ຢຶດໝັ້ນການຕໍ່ສູ້ປົກປັກຮັກສາອະທິປະໄຕ

        ປີຜ່ານມາ, ອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກຖືກລ່ວງລ້ຳຢ່າງຮ້າຍແຮງອີກຄັ້ງໜຶ່ງດ້ວຍບັນດາການເຄື່ອນໄຫວຜິດກົດໝາຍຂອງເຮືອກຳປັນຂອງຈີນໃນເຂດທະເລ ຫວຽດນາມ. ຫວຽດນາມໄດ້ຢຶດໝັ້ນກັບບັນດາມາດຕະການຕໍ່ສູ້ຜ່ານເສັ້ນທາງການທູດ, ຍົກສູງຄວາມໂປ່ງໃສໃນວິວັດການແກ້ໄຂບັນດາການຂັດແຍ້ງກັນ, ຍາມໃດກໍ່ຮັກສາທ່າທີໃຫ້ຄວາມຮ່ວມມືເມື່ອເກີດມີຂໍ້ຂັດແຍ່ງ. ວິທີສຳຜັດຂອງ ຫວຽດນາມ ໄດ້ຮັບການເຫັນດີເຫັນພ້ອມ, ສະໜັບສະໜູນຢ່າງແຮງຂອງປະຊາຄົມສາກົນ, ປະກອບສ່ວນໂດຍກົງເຂົ້າການສ້າງພາກພື້ນສັນຕິພາບ, ສະຖຽນລະພາບ, ຊຸກຍູ້ສັນຕິພາບ ແລະ ພັດທະນາໃນໂລກ. ທ່ານ ສາດສະດາຈານ. ປອ. ຟ້າມກວາງມິງ, ຜູ້ອຳນວຍການ ມະຫາວິທະຍາໄລວິທະນາສາດ ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລ ແຫ່ງຊາດ ຫວຽດນາມ ໃຫ້ຂໍ້ເສັງເກດວ່າ:

        ການທູດໄດ້ຖືວ່າແມ່ນເຄື່ອງມືປາຍແຫຼມເພື່ອໃຫ້ໂລກເຂົ້າໃຈກ່ຽວກັບ ຫວຽດນາມ, ແບ່ງປັນບັນດາຄຸນຄ່າ ແລະ ທັດສະນະຂອງ ຫວຽດນາມນັ້ນແມ່ນແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ. ນີ້ແມ່ນບັນດາຫຼັກການທີ່ບໍ່ປ່ຽນແປງແລະ ນີ້ແມ່ນຈຸດເວລາເຊິ່ງພວກເຮົາຕ້ອງນຳໃຊ້ເຄື່ອງມືທາງການທູດເຂົ້າໃນບັນຫາປົກປັກຮັກສາອະທິປະໄຕປະເທດຊາດ.

        ປີຜ່ານມາ, ມີບັນດາການຢ້ຽມຢາມສຳຄັນລະຫວ່າງສອງຝ່າຍໄດ້ຮັບການປະຕິບັດ. ຜ່ານນັ້ນ, ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ ແລະ ບັນດາປະເທດໃຫຍ່…ສືບຕໍ່ເຂົ້າສູ່ລວງເລິກ. ດ້ວຍບັນດາຂີດໝາຍສຳເລັດຜົນຢ່າງຈະແຈ້ງຂອງວຽກງານການຕ່າງປະເທດ ປີ 2019, ຫວຽດນາມສາມາດມີຄວາມເອກອ້າງທະນົງໃຈ ກ້າວເດີນຢ່າງໝັ້ນຄົງໃນວິວັດທະນາການເຊື່ອມໂຍງ ແລະ ພັດທະນາພ້ອມກັບປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ