ການພົວພັນລັດເຊຍ-ຕວກກີ: ຜ່ານຜ່າການຜັນແປ

(vovworld) - ທ່ານປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan ພ​ວມ​ມີ​ການ​ໄປ​ປະ​ຕິ​ບັດ​ງານ​ເຖິງ​ສະ​ຫະ​ພັນ​ລັດ​ເຊຍ. ການ​ຢ້ຽມ​ຢາມ​ນີ້ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ຫາງ​ສຽງ​ສາ​ກົນ​ນັບ​ແຕ່​ຫົວ​ທີ, ຍ້ອນ​ມັນ​ຖືກ​ດຳ​ເນີນ​ພາຍ​ຫຼັງ​ບັນ​ດາ​ການ​ຜັນ​ແປຫວ່າງ​ມໍ່ໆ​ມານີ້​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ທີ່​ເຄີຍມີ​ວິ​ກິດ​ການຫຼາຍ​ຢ່າງ. ການ​ຢ້ຽມ​ຢາມໄດ້​ຮັບ​ຖື​ວ່າ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​​ຫຍັບ​ເໝາະໃກ້​ກັນ​ກວ່າ, ສ້າງ​ຕັ້ງ​ການ​ພົວ​ພັນ​ຢ່າງ​ຍາວ​ນານ​ຄືນ​ໃໝ່ ​ໂດຍ​ອີ່ງ​ໃສ່ບັນ​ດາ​ຜົນ​ປະ​ໂຫຍດ​ລວ​ມ.


ການພົວພັນລັດເຊຍ-ຕວກກີ: ຜ່ານຜ່າການຜັນແປ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ແລະ
ທ່ານປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan 
(​ພາບ: EPA/TTXVN)


ທີ່​ການ​ເຈ​ລະ​ຈາ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີກ່ຽວ​ກັບ​ຄວາມ​ຈ​ຳ​ເປັນ​ຕ້ອງ​​ສ້າງ​ການ​ພົວ​ພັນ​ໃຫ້​ເປັນ​ປົກ​ກ​ະ​ຕິ. 2 ຝ່າຍໄດ້​ປຶກ​ສາ​ຫາ​ລື​ບັນ​ຫາ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ທັນ​ຍາ​ຫານ​ຂອງ​ຕວກ​ກີ ເຂົ້າ​ລັດ​ເຊຍ; ເຊື່ອມ​ຕໍ່​​ການ​ຄົມ​ມະ​ນາ​ຄົມ​ທາງ​ການ​ບິນ​, ໂຄງ​ການ​ທໍ່​ສົ່ງ​ອາຍ​ແກັດຄືນ​ໃໝ່; ກ່ຽວ​ກັບ​ການ​ປະ​ທະ​ກັນ​ຊີ​ຣີ, ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ ແລະ ບັນ​ດາ​ບັນ​ຫາ​ອື່ນ. ຝ່າຍ​ລັດ​ເຊຍ ຢືນ​ຢັນ​ວ່າ, ຈະ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ຕວກ​ກີ ເທື່ອ​ລະ​ກ້າວ, ແຕ່ບ​ຸ​ລິ​ມະ​ສິດຂອງ​ລັດ​ເຊຍ ແມ່ນ​ຟຶ້ນ​ຟູການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຄືນ​ໃໝ່​ໃນ​ລະ​ດັບ​ຄື​ກ່ອນ​ໄລ​ຍະວິ​ກິດ​ການ. ໃນ​ຂະ​ນະ​ນັ້ນ, ທ່ານປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ ສະ​ແດງ​ຄວາມ​ຫວັງ​ວ່າ, ການ​​ພົບ​ປະ​ຈະ​ສ້າງ​ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ 2 ຝ່າຍ.

ການ​ຢ້ຽມ​ຢາມ​ຜ່ານ​ຜ່າວິ​ກິດ​ການ

        ການ​ຢ້ຽມ​ຢາມ​ຂອງ​ທ່ານ Erdogan ເຖິງ​ລັດ​ເຊຍ ກໍ​ແມ່ນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ ພາຍ​ຫຼັງ​ການກໍ່​ລັດ​ຖະ​ປະ​ຫານຖືກ​ປະ​ລາ​ໄຊຢູ່​ຕວກ​ກີ. ບັ້ນ​ຮົບປາບ​ປາມ​ທະ​ຫານກໍ່​ລັດ​ຖະ​ປະ​ຫານ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດ​ີ Erdogan ໄດ້​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ຕວກ​ກີ ແລະ ບັນ​ດາ​ພັນ​ທະ​ມິດຝ່າຍ​ຕາ​ເວັນ​ຕົກ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ພາຍ​ຫຼັງ​ການ​ລັດ​ຖະ​ປະ​ຫານ, ຕວກ​ກີ ຖື​ວ່າ, ບັນ​ດາ​ພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ບໍ່​ສະ​ໜັບ​ສະ​ໜູນ​ຕວກ​ກິ, ຊຳ​້ບໍ່​ໜ້ຳ​ຍັງ​ກ່າວຫາ​ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ “ໜູນ​ຫຼັງ” ບັນ​ດາ​ພາກ​ສ່ວນກໍ່​ລັດ​ຖະ​ປ​ະ​ຫານ. ແຕ່​ວ່າ, ປະ​ຕິ​ກິ​ລິ​ຍາ​ຂອງ​ລັດ​ເຊຍ ພັດ​ກົງ​ກັນ​ຂ​້າມ​ກັບປະ​ຕິ​ກິ​ລິ​ຍາ​ຈາກ​ບັນ​ດາ​ພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ຂອງ​ຕວກ​ກີ ເມື່ອບໍ່​ມີ​ຄຳ​ຕຳ​ໜີ​ຕິ​ຕຽນ​ໃດໆ​ສຳ​ລັບ​ບັ​້ນ​ຮົບລົງ​ໂທດ​ພາຍ​ຫຼັງ​ການ​ລັດ​ຖະ​ປະ​ຫານ ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan. ລັດ​ເຊຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ​ການ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຕວກ​ກີ ພາຍ​ຫຼັງ​ການ​ກໍ່ລັດ​ຖະ​ປະ​ຫານ​ຖືກ​ປະ​ລາ​ໄຊ​ຢູ່​ປະ​ເທດນີ້ ໃນ​ວັນ​ທີ 15/07 ຜ່​ານ​ມາ. ເພາະ​ສະ​ນັ້ນ, ເລື່ອງ​ຕວກ​ກີ ຊອກ​ຫາລັດ​ເຊຍ ເພື່ອ​ປັບ​ປຸງ​ການ​ພົວ​ພັນ 2 ຝ່າຍ ໃນ​ສະ​ພາບ​ການ​ຄື​ປະ​ຈຸ​ບັນ​ແມ່ນ​ສາມ​າດ​ເຂົ້າ​ໃຈ​ໄດ້.

        ເດືອນ 11/2015, ເລື່ອງ​ນັກ​ບິນ​ຕວກ​ກີ ຍິງ​ເຮືອ​ບິນ​ສູ້​ຮົບ​ຂອງ​ລັດ​ເຊຍ ຕົກ​ຢູ່​ເຂດ​ຊາຍ​ແດນ​ຊີ​ຣີ ໄດ້​ເຮັດ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຕົກ​ເຂົ້າ​ສ​ູ່​ສະ​ພາບ​ເຄັ່ງ​ຕຶງ​​ທີ່​ສຸດ, ພ​າ​ໄປ​ເຖິງບັນ​ດາ​ການ​ກະ​ທຳ​ໂຕ້​ຕອບ​ຂອງ​ທັງ 2 ຝ່າຍ. ໃນ​ຂະ​ນະ​ທີ່ ມົດ​ສະ​ກູ ຈັດ​ວາງ​​ບັນ​ດາຄຳ​ສັ່ງ​ລົງ​ໂທດ​ຕໍ່​ຕວກ​ກີ ນັ້ນ, ອາ​ກາ​ຣາ ກໍ່​ອອກ​ຄຳ​ສັ່ງ​ຫ້າມ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ໄປ​ເຖິງ​ປະ​ເທດນີ້. ແຕ່​ວ່າ, ຄວາມ​ເຄັ່ງ​ຕຶງ​ຖືກ​ຫຼຸດ​ລົງ​ພາຍ​ຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ຂໍ​ໂທດ​ກ່ຽວ​ກັບ​ເຫດ​ການນີ້​ຢ່າງ​​ເປີດ​ເຜີຍ. ​ກ່ອນ​ການ​ຢ້ຽມ​ຢາມ, ເພື່ອ​ສະ​ແດງ​ເຈດ​ຕະ​ນາ​ດີ, ວົງ​ການ​ສືມວນ​ຊົນ​ຕວກ​ກີ ໄດ້​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ແວັບ​ໄຊ​ທີ່​ມີ​ຊື່​ສຽງ Sputnick ຂອງ​ລັດ​ເຊຍ, ເຊິ່ງ​ເຄ​ີຍຖືກ​ຫ້າມ​ເຂົ້າໃນ​ເດືອນ 4/2016 ຄືນ​ໃໝ່.

ຫຍັບ​ເໝາະ​ໃກ​້​ກັນ​ກວ​່າ​ເພື່ອ​ຜົນ​ປະ​ໂຫຍດ​ລວມ

        ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ຕວກ​ກີ ກັບ​ຝ່າຍ​ຕາ​ເວັນ​ຕົກ​ ເຄັ່ງ​ຕຶງ​ພາຍ​ຫຼັງ​ການກໍ່​ລັດ​ຖະ​ປະ​ຫານ​ຖືກ​ປະ​ລາ​ໄຊ, ແງ່​ຫວັງກ່ຽວ​ກັບ​ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຕວກ​ກີ ແລະ ລັດ​ເຊຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ເຖິງວ່າ 2 ຝ່າຍ​ຍາມ​ໃດ​ກໍ່​ແກ່ງ​ແຍ້ງ​ກັນ​ກ່ຽວກ​ັບ​ຜົນສະ​ທ້ອນຢ​ູ່​ເຂດ​ທະ​ເລ​ດຳ ຍຸດ​ທະ​ສາດ ແລະ ເຂດ​ຕາ​ເ​ວັນ​ອອກ​ກາງ, ແຕ່​ທັງ​ມົ​ດ​ສະ​ກູ ແລະ ອານ​ກາ​ຣາ ລ້ວນ​ແຕ່​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ບັນ​ດາ​ການ​​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ ແລະ ຢູ​ແກ​ຼນ ທີ່​ກໍ່​ຄວາມ​ເສຍ​ຫາຍເຖິງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ບັນ​ດາ​ບັນ​ຫາ​ຄື​ທໍ່​ສົ່ງ​ອາຍ​ແກັດ TurkStream ແລະ ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ໂດຍ​ລັດ​ເຊຍ​ລົງ​ທຶນກໍ່​ສ້າງ​ຢູ່​ຕວກ​ກີ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ. ກ່ອນ​ຈ​ຸດ​ເວ​ລາ​ເຮືອ​ບິນ Su – 24 ຂອງ​ລັດ​ເຊຍ ຖືກ​ຍິງ​ຕົກ, ລັ​ດ​ເຊຍ ແລະ ຄວກ​ກີ ໄດ້​ວາງ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 100 ຕື້ USD. ເລື່ອງ​ຢຸດ​ຕິ​ການ​ຮ່ວມ​ມື​ກັບ​ຕວກ​ກີ ຫຼັງ​ຈາກ​ນ​ັ້ນ​ໄດ້​ເຮັດ​ໃຫ້ລັດ​ເຊຍ ​ຖືກເສຍ​ຫາ​ຍ​ຫຼາຍ​ພໍສົ​ມ​ຄວນ ​ກົງກັບ​ໄລ​ຍະ​ເວ​ລາ​ທີ່​ອຳ​ນາດ​ການ​ປົກ​ຄອງຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ​ພວມ​ຖືກ​ກົດ​ດັ່ນ​ດ້ານ​ເສດ​ຖະ​ກິດ​ຢ່າງໜັກ​ໜ່ວງ ຍ້ອນ​ນະ​ໂຍ​ບາຍ “​ປິດ​ລ້ອ​ມ” ​ຂອງຝ່າຍ​ຕາ​ເວັນ​ຕົກ ກໍ​ຄື​ລາ​ຄາ​ນຳ​້ມັນ​ຖືກ​ຫຼຸດ​ລົງ ໄດ້​ເຮັດ​ໃຫ້​ງົບ​ປະ​ມານ​ຖືກ​ເສຍ​ຫາຍ​ປະ​ມານ 150 ຕື້ USD/ປີ. ໃນ​ຂະ​ນະ​ນັ້ນ, ຕວກ​ກີ ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ໄ​ພ​ກ່ຽວ​ກັບ​ຄວາມ​ສະ​ຫງົບ ແລະ ຄວາມຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ. ໄລ່ສະ​ເພາະ​ 6 ເດືອນ​ຕົ້ນ​ປີ 2016, ເຫດ​ວາງ​ລະ​ເບີດກໍ່​ການ​ຮ້າຍ​ໃຫຍ່ 7 ຄັ້ງ​ຢູ່​ນະ​ຄອນ ອານ​ກາ​ຣາ ແລະ ອິດ​​ຕານ​ບູນ ໄດ້​ເຮັດໃຫ້ 200 ກ່​ວາ​ຄົນ​ເສຍ​ຊີ​ວິດ. ການ​ປະ​ທະ​ກັນ​ທີ່ແກ່​ຍາວສຳ​​ລັບ​ປະ​ຊາ​ຄົມ​ຊາວ Kurd, ເຊິ່ງ​ໄດ້​ໃຫ​້​ເຮັດ​ໃຫ້ 40.000 ຄົນ​ເສຍ​ຊີ​ວິດ, ພວມ​ມີ​ສັນ​ຍານ​ປິນ​ຂັ້ນ​ໄດທີ່​ຮ້າຍ​ແຮງ. ການ​ປະ​ທະ​ກັນ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ຖືກ​ແກ່​ຍາວ ພ​້ອມ​ກັບ​ການ​ຍາດ​ແຍ່ງ​ສິດ​ອຳ​ນາດ ໄດ້​ພາ​ໄປ​ເຖິງ​ການ​ປ່ຽນ​ແປງ​ລັດ​ຖະ​ບານ​ຢູ່​ຕວກ​ກີ ເມື່ອ​ເດືອນ 05 ຜ່ານ​ມາ. ສະ​ນັ້ນ, ​ເລື່ອງປັບ​ປຸງ​ການ​ພົວ​ພັນ​ກັບ​ລັດ​ເຊຍ ​ຈະຊ່ວຍ​ໃຫ້​ຕວກ​ກີ ບໍ່​ຖືກ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ຢ່າງ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ​ອີກ. ​ຫາກຍັງໝັ້ນ​ໝາຍ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ຫຼາຍ​ພໍສົມ​ຄວນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ແລ້ວ, ໃນ​ໄລ​ຍະ​ທີ່​ຕວກ​ກີ ຖືກ​ລັດ​ເຊຍ ລົງ​ໂທດ, ສະ​ເພາະ​ຂະ​ແໜງ​ທ່ອງ​ທ່ຽວ, ເຊິ່ງ​ເຄີຍ​ປະ​ກອບ 4,5% GDP ຂອງ​ຕວກ​ກີ ຖືກ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ. ສະ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ຫວັງ​ວ່າ, ການ​ປັບ​ປຸງ​ສາຍພົວ​ພັນ​ກັບ​ລັດ​ເຊຍ ຄືນ​ໃໝ່​ຈະ​​​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດດ​້ານ​ເສດ​ຖະ​ກິດ​​ຍາກທີ່​ຈະ​ໄດ້​ຮັບ​ຈາກບໍ່​ວ່າ​ປະ​ເທດ​ໃດໆ. ໃນ​ຂະ​ນະ​ນັ້ນ, ລັດ​ເຊຍ ກໍ​ໄດ້​ຮັບ​ບັນ​ດາ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດບໍ່​ແມ່ນ​​ໜ້ອຍ ຈາກ​ການ​ໜູນ​ຊ່ວຍ​ຂອງ​ຕວກ​ກີ, ໂດ​ຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ອອກ​ອາຍ​ແກັດ.

        ການ​ໄປ​ປະ​ຕິ​ບັດ​ງານ​ເຖິງ​ລັ​ດ​ເຊຍ ຂອງ​ທ່ານ​ປະ​ທານ​າ​ທິ​ບໍ​ດີ Erdogan ຄັ້ງ​ນີ້ ໄດ້​ສະ​ແດງ​ຢ່າງ​ຈະ​ແຈ້ງ​ເຈດ​ຕະ​ນາ​ດີ​ຂອງ​ອາ​ກາ​ຣາ ໃນ​ການ​ຟື້ນ​ຟູ​ການ​ຮ່ວມ​ມື​ກັບ​ມົດ​ສະ​ກ​ູ. ບັນ​ດາການ​ຜັນ​ແປຜ່ານ​ມາ​ລະ​ຫວ່າງ 2 ປະ​ເທດ ເຊິ່ງ​ເຄີຍ​ເປັນ​ພັນ​ທະ​ມິດ​ນຳ​ກັນ​ໄດ້ຜ່ານ​ຜ່າ​ແລ້ວ, ຍ້ອນ​ຜົນ​ປະ​ໂຫຍດ​ຂ​ອງ​ແຕ່​ລະ​ປະ​ເທດ​ໃນ​ສະ​ພາບ​ໂລກ​ທີ່​ພວ​ມ​ຂາດ​ຄວາມ​ມີ​ສະ​ຖຽນ​ລະ​ພາບ​ຫຼາຍ​ຢ່າງ.


ຂ່າວ/ບົດ​ອື່ນ