ການພົວພັນລະຫວ່າງ ອາເມລິກາ - ເວເນຊູເອລາ ຍາກທີ່ສາມາດປົວແປງໄດ້

ຄວາມ​ເຄັ່ງຕຶງ​ໃນ​ການ​ພົວພັນ​ຕ່າງ​ປະ​ເທດ ລະຫວ່າງ ອາ​ເມ​ລິ​ກາ ​ແລະ ​ເວ​ເນ​ຊູ​ເອລາ ພວມມີສັນຍານ​ປີນຂັ້ນດ​ດ້ວຍ​ບັນ​ດາ​ມາດ​ຕະການ​ໂຕ້ຕອບ​ເຊິ່ງກັນ ​ແລະ ກັນ. ຄວາມ​ເຄັ່ງ​ຕຶງ​ສື​ບຕໍ່​ໄດ້ຮັບ​ການ​ຍູ້​ຂຶ້ນ​ລະ​ດັບ​ໜຶ່ງ ​ເມື່ອ​ຕົ້ນ​ອາທິດ​ນີ້ ​ເວ​ເນ​ຊູ​ເອລາ ​ໄດ້​ຮຽກຮ້ອງ ອາ​ເມ​ລິ​ກາ ຕ້ອງ​ຫລຸ​ດຜ່ອນ​ກ່ວາ 80% ຈຳນວນ​ພາລະ​ກອນ​ການ​ທູດ ຢູ່ສະຖານທູດ ອາ​ເມ​ລິກາ ປະຈຳ​ນະຄອນຫຼວງ Caracac ​ ​ໃນ​​ຮອບເວ​ລາ15 ວັນ. ການ​ກະທຳ​​ໃໝ່ດັ່ງກ່າວ ​ໄດ້​ຖື​ວ່າ​ຈະ​ເປີດ​ໄລຍະ​​ເຄັ່ງ​ຕຶງ​ໃໝ່​ໃນ​ການ​ພົວພັນລະຫວ່າງ ອາ​ເມ​ລິ​ກາ ​ແລະ Venezuela , ຍູ້​ຖອຍທຸກ​ຄວາມ​ມານະ​ພະຍາຍາມ ​ປັບປຸງການ​ພົວພັນ​ລະຫວ່າງ 2 ປະ​ເທດນັບ​ແຕ່​​ເມື​່ອທ່ານ​ປະທານາທິບໍດີ Nicolas Maduro ຂຶ້ນ​ກຳ​ອຳນາດ​​ໃນ​ປີ 2013.

ການພົວພັນລະຫວ່າງ ອາເມລິກາ - ເວເນຊູເອລາ  ຍາກທີ່ສາມາດປົວແປງໄດ້ - ảnh 1
(ພາບປະປອບ)

        ຕາມ​ຄຳ​ສັ່ງຈາກ​ອຳ​ນາດ​ການ​ປົກຄອງ Caracas ​ແລ້ວ, ​ໃນ​​ຮອບ​ເວລາ 15 ວັນ, ສະ​ຖານທູດ ອາ​ເມ​ລິ​ກາ ປະຈຳ​ເວ​ເນ​ຊູ​ເອລາ  ຕ້ອງ​ຫລຸ​​ດຈຳນວນ​ພະນັກງານ​ຈາກ 100 ຄົນ​ຄື​ປະຈຸ​ບັນ​ລົງ​ເຫຼືອ​ພຽງ 17 ຄົນ. ​​ເຫ​ດຜົນທີ່​ເວ​ເນ​ຊູ​ເອລາ  ຍົກ​ອອກ​ແມ່ນ​ເພື່ອ​​ໃຫ້ເທົ່າ​ທຽມ​ກັບ​ຈຳ​ນວນ​ພະນັກງານ​ບັນຈຸ​ຂອງ​ສະຖານທູດ​ເວ​ເນ​ຊູ​ເອລາ  ປະຈຳ​ ວໍ​ຊີງ​ຕັນ. ກ່ອນ​ໜ້າ​ນັ້ນ, Caracas ກໍ່​ດຳ​ເນີນບັນດາ​ມາດ​ຕະການ​ທີ່​ແຂງ​ແຮງ​ອື່ນໆ, ​ໃນ​ນັ້ນ​ມີ​ການ​ນຳ​ໃຊ້​ກົ​ດລະບຽບ​ໃຊ້​ວີ​ຊາ​ແບບ​ບັງຄັບ​ສຳລັບ​ພົນລະ​ເມືອງ ອາ​ເມ​ລິ​ກາ ຢາກ​ເຂົ້າ​ເມື​ອງ​ເວ​ເນ​ຊູ​ເອລາ, ​ເຊິ່ງລວມມີ​ແຂກ​ທ່ອງ​ທ່ຽວ. ພ້ອມ​ກັນ​ນັ້ນ, ​ເວ​ເນ​ຊູ​ເອລາຍັງ​ປະຕິ​ເສດ​ສະໜອງການ​ອອກ​ວີ​ຊາໃຫ້​ເຈົ້າ​ໜ້າ​ທີ່​ ອາ​ເມ​ລິ​ກາ ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ມີ​ທ່ານ​ອະ​ດີດ​ປະ​ທາ​ນາ​ທິບໍດີ George W.Bush  ​ແລະ 2 ສະມາ​ຊິກ​ສະພາ​ສູງ. Caracas  ກໍ່​ຮຽກ​ຮ້ອງ​ບັນ​ດາ​ນັກ​ການ​ທູດ ອາ​ເມ​ລິ​ກາ ຕ້ອງ​ຂໍອະນຸຍາດ​ລັດຖະບານ ​ເວ​ເນ​ຊູ​ເອລາ ກ່ອນ​ທີ່​ຈະ​ພົບ​ປະ​ກັບ​ບັນ​ດາ​ກຸ່ມ​ນັກການ​​ເມື​ອງຝ່າ​ນຄ້ານ. ຕາມ​ແຈ້ງ​ການ​ຈາກ​ອຳ​ນາດ​ການ​ປົກຄອງ Caracas ​ແລ້ວ, ບັນດາການ​ກະທຳ​ທີ່​ແຂງ​ກະດ້າງ​ນີ້, ​ແມ່ນ​ແນ​ໃສ່ຄັດຄ້ານ​ການ​ແຊກ​ແຊງ​ຂ​ອງ ອາ​ເມ​ລິ​ກາ ​ເຂົ້າ​ສະພາບ​ການພາຍ​ໃນ​ຂອງ​ເວ​ເນ​ຊູ​ເອລາ. ລັດຖະບານ ອາ​ເມ​ລິ​ກາ ຕຳ​ນິຕິຕຽນ​ບັນດາ​ຄຳ​ກ່າວ​ຫາ​ຂອງ​ເວ​ເນ​ຊູ​ເອລາ ​ແມ່ນ​ຜິດ​ກັບຄວາມ​ຈິງ ​ແລະ ບໍ່​ມີ​ຫຼັກ​ຖານ​ຢັ້ງຢືນ.

ຍາມ​ໃດ​ກໍ​ຢູ່​ໃນ​ສະພາບ​ສູ້​ຢັນ​ກັນ .

 ​ໃນອະດີດຕະການ, ​ເວ​ເນ​ຊູ​ເອລາ ​ແລະ ອາ​ເມ​ລິ​ກາຍາມ​ໃດ​ກໍ​ຢູ່​ໃນ​ສະພາບ​ສູ້​ຢັນ​ກັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຍິ່ງ​ຂີ້ຮ້າຍ​ໄປ, ນັບ​ຕັ້ງ​ແຕ່​ເມື່ອ​ອະດີດ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ Hugo Chavez ຂຶ້ນ​ກຳ​ອຳນາດ​ເມື່ອ​ປີ 1999. ບັນດາ​ການ​ຂັດ​ແຍ້​ງກັນ​ດ້ານ​ການ​ເມືອງ​ລະຫວ່າງ​ເວ​ເນ​ຊູ​ເອລາ ​ແລະ ອາ​ເມ​ລິ​ກາ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຊຳ້ບໍ່​ໜຳ 2 ປະ​ເທດ​ໄດ້​ເນລະ​ເທດບັນດາ​ນັກ​ການ​ທູດ​ຂອງ​ກັນ​ອອກ​ຈາກ​ປະ​ເທດ​ຂອງ​ຕົນ. ຝ່າຍ​ອາ​ເມ​ລິ​ກາ ​ເຄີຍ​ກ່າວ​ຫາປະທານາທິບໍດີ​ເວ​ເນ​ຊູ​ເອລາ Hugo Chavez ວ່າ ​ແມ່ນ ຜະ​ເດັດ​ການ. ​ໃນ​ຂະນະ​ນັ້ນ, ​ເວ​ເນ​ຊູ​ເອລາ​ກໍໄດ້​ກ່າວ​ຫາ ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ​ວ່າ ມີ​ກົນອຸບາຍ​ມ້າງ​ເພ​ທຳລາຍ ຫວັງ​ໂຄນ​ລົ້ມ​ອຳນາດ​ການ​ປົກຄອງ ກາຣາກາດ, ທຳລາຍ​ໝາກຜົນ​ການ​ປະຕິວັດ ​ໂບລີ​ວາ.  ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ບັນດາ​ການ​ນຳ ​ເວ​ເນ​ຊູ​ເອລາ ຍັງ​ກ່າ​ວຫາ​ວ່າ , ນອກຈາກ​ການ​ສວຍ​ໃຊ້​ກຳລັງ​ຝ່າຍ​ຄ້ານ, ວໍ​ຊິງ​ຕັນ​ຍັງ​ນຳ​ໃຊ້​ວິທີ​ການ​ໃໝ່, ນັ້ນ​ແມ່ນ​ບັ້ນ​ໂຄສະນາ​ກ່າວ​ຫາ ​ເວ​ເນ​ຊູ​ເອລາ ​ແມ່ນ​ລັດ​ຄ້າຂາຍ​ຢາ​ເສບ​ຕິດ​ເຖື່ອນ ​ແລະ ລະ​ເມີດ​ສິດທິ​ມະນຸດ, ​ແນ​ໃສ່​ສ້າງ​ຂໍ້​ອ້າງ​ອີງ​ໃຫ້​ແກ່​ການ​ແຊກ​ແຊງ​ຈາກ​ພາຍ​ນອກ​ເຂົ້າ ​ເວ​ເນ​ຊູ​ເອລາ. ພາຍຫຼັງ​ທ່ານ Obama ຂຶ້ນ​ກຳ​ອຳນາດ​ປະທານາ​ທິບໍດີ ອາ​ເມ​ລິ​ກາ, ​ເຖິງ​ວ່າ 2 ປະ​ເທດ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ປົວ​ແປງ​ການ​ພົວພັນ​ກໍ​ຕາມ, ​ແຕ່​ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເມືອງ​ຂອງ​ກາຣາກາດ​ນັ້ນ, ການ​ພົວພັນ 2 ຝ່າຍ​ໄດ້​ປະ​ສົບ​ກັບຄວາມ​ຫຍຸ້ງຍາກ​ມາ​ຫຼາຍ​ຄັ້ງ. ​ໃນ​ຄັ້ງ​ມໍ່​ໆມາ​ນີ້ ​ແມ່ນ​ເມື່ອ​ວັນ​ທີ 2/2, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ລົບ​ລ້າງ​ວີ​ຊາ​ເຂົ້າ​ເມືອງ ​ແລະ ປິດ​ລ້ອມ​ຊັບ​ສົມບັດ​ທີ່​ມີ​ຕໍ່​ເຈົ້າ​ໜ້າ​ທີ່ ​ເວ​ເນ​ຊູ​ເອລາ ທີ່​ຖືກ​ກ່າວ​ຫາ​ລະ​ເມີດ​ສິດທິ​ມະນຸດ. ພ້ອກັນ​ນັ້ນ, ​ເມື່ອ​ຕົ້ນ​ປີນີ້, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ກໍ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ສັງຄົມ​ພົນລະ​ເຮືອນ ​ເວ​ເນ​ຊູ​ເອລາ ຊຶ່ງຕາມອຳນາດ​ການ​ປົກຄອງ​ກາຣາກາດ​ແລ້ວ, ນີ້​ແມ່ນ​ບັ້ນ​ເຄື່ອນໄຫວ​ໃສ່​ຮ້າຍ​ປ້າຍ​ສີ​ແນ​ໃສ່​ບັນດາ​ການ​ນຳ​ຂັ້ນ​ສູງຂອງ ​ເວ​ເນ​ຊູ​ເອລາ. ​ເພື່ອ​ຕອບ​ໂຕ້​ຄືນ, ​ເວ​ເນ​ຊູ​ເອລາ ​ໄດ້​ຈັບ​ຕົວ​ຊາວ​ອາ​ເມ​ລິ​ກາ 4 ຄົນ​ໂດ​ຍຊົ່ວ​ຄາວ​ດ້ວຍ​ເຫດຜົນ​ລະ​ແວງ​ສົງ​ໄສ​ບັນດາ​ບຸກຄົນ​ນີ້​ເຄື່ອນ​ໄຫວ​ສອດ​ແນມ.

   ​ຄວາມ​ເຄັ່ງ​ຕຶ່ງ​ສືບ​ຕໍ່​ເກີດ​ຂຶ້ນ

  ພາຍຫຼັງ​ທີ່​ປະທານາທິບໍດີ​ເວ​ເນ​ຊູ​ເອລາ Hugo Chavez ​ເຖິງ​ແກ່​ມໍລະນະ​ກຳ, ພາລະກິດ​ປະຕິວັດ ​ໂບລີ​ວາ ຢູ່ ​ເວ​ເນ​ຊູ​ເອລາ ຖືກ​ປະທານາທິບໍດີ Nucolas Maduro ສືບ​ທອດ. ​ໄລຍະ​ມໍ່ໆ​ມາ​ນີ້, ລາຄາ​ນ້ຳມັນ​ດິບຫຼຸດ​ລົງ​ແຮງ ອັນ​ໄດ້​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ ​ເວ​ເນ​ຊູ​ເອລາ ປະ​ສັບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ສິ່ງ​ນີ້ ​ໄກ້​ກໍ່​ໃຫ້​ເກີດ​ກະ​ແສ​ຟ່ອງ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຢູ່​ພາຍ​ໃນ​ປະ​ເທດ. ​ໃນ​ສະພາບ​ການ​ນັ້ນ, ກາ​ນພົວພັນ​ລະຫວ່າງ ເວ​ເນ​ຊູ​ເອລາ ​ແລະ ອາ​ເມ​ລິ​ກາສືບ​ຕໍ່ຕົກ​ເຂົ້າ​ສູ່​ສະພາບ ສູ້​ຢັນ​ກັນຢ່າງ​ຮຸນ​ແຮງ ​ເພາະ​ບັນດາ​ອົງການ​ສືບສວນ​ຂອງ ​ເວ​ເນ​ຊູ​ເອລາ​ໄດ້​ຍົກ​ອອກ​ຫຼັກ​ຖານ​ກ່າວ​ຫາອາ​ເມ​ລິ​ກາສະໜອງ​ການ​ເງິນ​ເພື່ອ​ຊ່ວຍ​ໜູນ​ແກ່​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຢູ່​ພາຍ​ໃນ​ປະ​ເທດ​ເວ​ເນ​ຊູ​ເອລາ.

    ຜົນ​ກະທົບ​ທີ່​ບໍ່​ດີ​ຕໍ່​ເສດຖະກິດ​ພາກ​ພື້ນ.

  ບັນດາ​ນັກ​ໄຈ້​ແຍກ​ມີ​ຄວາມ​ວິຕົກ​ກັງ​ວັນ​ວ່າ ບັນດາ​ມາດ​ຕະການ​ທີ່​ນຳ​ໃຊ້​ຕໍ່​ກັນ​ລະຫວ່າງເວ​ເນ​ຊູ​ເອລາ ​ແລະ ອາ​ເມ​ລິ​ກາຈະ​ສົ່ງ​ຜົນ​ກະທົບ​ທີ່​ບໍ່​ດີ​ເຖິງ​ການ​ເຄື່ອນ​ໄຫວສົ່ງ​ເສີມ​ດ້ານການ​ຄ້າ ​ແລະ ການ​ລົງທຶນ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ນ້ຳມັນ. ເວ​ເນ​ຊູ​ເອລາ​ໃນ​ປະຈຸ​ບັນ​ຍັງ​ແມ່ນ​ຜູ້​ສະໜອງ​ນ້ຳມັນ​ດິບ​ອັນ​ດັບ​ໜຶ່ງ​ຂອງອາ​ເມ​ລິ​ກາດ້ວຍ​ລະດັບ 1 ລ້ານ​ຖັງ​/ວັນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຖ​້າຫາກການ​ພົວພັນ​ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ຂີ້ຮ້າຍ​ໄປ​ນັ້ນ, ການ​ພົວພັນ​ຄ້າ​ຂາຍ​ໃນ​ຂົງ​ເຂດ​ນີ້​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຍາກ​ທີ່​ຈະ​ປາຖະໜາ​ຕໍ່​ສັງກາດ​ໃໝ່​ຊຶ່ງ​ຈະ​ຖືກ​ເປີດ​ຂຶ້ນ​ໃນ​ສາຍ​ພົວພັນລະຫວ່າງເວ​ເນ​ຊູ​ເອລາ ​ແລະ ອາ​ເມ​ລິ​ກາ ​ແລະ ​ເສັ້ນທາງ​ຫັນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ນີ້​ຍັງ​ປະ​ສັບ​ກັບ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ​.

ຕອບກັບ

ຂ່າວ/ບົດ​ອື່ນ