ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍຖືກຈົດຈຳໄວ້ໃນປະຫວັດສາດຕະຫລອດໄປ

ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍຖືກຈົດຈຳໄວ້ໃນປະຫວັດສາດຕະຫລອດໄປ - ảnh 1
ປະທາປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 35 ປີແຫ່ງວັນ​ທີທະຫານ​ອາສາ​ສະໝັກ​ຫວຽດນາມ ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ
ຫຼຸດ​ພົ້ນ​ອອກ​ຈາກ​ລະບອບດັບ​ສູນ​ເຊື້ອ​ຊາດ
(ພາບປະກອບ)

(vovworld) - ກ່ອນນີ້ 35 ປີ​ເຕັມ (7/1/1979-7/1/2014), ກອງ​ທັບ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ໄດ້​ດັບ​ສູນ​ລະ​ບອບຂະ​ແມ​ແດງ, ປົດ​ປ່ອ​ຍ​ປະ​ເທດ​ຊາດ​​ໃຫ້ຫລຸດ​ພົ້ນ​ອອກ​ຈາ​ກ​ໄພ​ດັບ​ສູນ​ເຊື້ອ​ຊາດ. ໄຊ​ຊະ​ນະ​ເມື່ອ​ວັນ​ທີ 7/1/1979 ໄດ​້​ເຂົ້າ​ສູ່​ຫ​ນ້າ​ປະ​ຫວັດ​ສາດ​ເປັນ​ຂີດ​ໝາຍ​ແຫ່ງຄວາມ​ສາ​ມັກ​ຄີ​ສາ​ກົນ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ໄຊ​ຊະ​ນະ​ນີ້​ໄດ້​ນຳ​ປະ​ເທດ​ກຳ​ປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ, ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃຫມ່​​ແຫ່ງເອ​ກະ​ລາດ, ເສ​ລີ​ພາບ ພ້ອມ​ທັງ​ເປີດ​ຫ​ນ້າ​ປະ​ຫວັດ​ສາດ​ໃຫມ່​ໃນ​ການ​ພົວ​ພັນ​ບ້ານ​ໃກ້​ເຮ​ືອນ​ຄຽງ​ລະ​ຫວ່າງ​ສອງ​ປະ​ເທດ.

35 ປີ​ຜ່ານ​ມາ, ປະ​ຊາ​ຊົນ​ກຳ​ປູ​ເຈຍ ທັງ​ໝົດ ບໍ່​ອາດ​ຫລົງ​ລ​ືມ​ໄລ​ຍະ​ອັນ​ມືດ​ມົວ​ທີ່​ສຸດ​ຂອງປະ​ເທດ​ຕົນ​ ​ພາຍ​ໃຕ້​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ, ການ​ກະ​ທຳ​ທໍ​ລະ​ມານ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ ກຳ​ປູ​ເຈຍ ກໍ​​ຄື​ຂອງມວນມ​ະ​ນຸດ. ໃນ​ໄລ​ຍະ​ປະ​ມານ 4 ປີກຳ​ອຳ​ນາດ​ຢູ່ ກຳ​ປູ​ເຈຍ, ກຸ່ມ ​Pol Pot ໄດ້​ເຂັ່ນ​ຂ້າ​ຊາວ​ກຳ​ປູ​ເຈຍ​ ປະ​ມານ 2 ລ້ານ​ຄົນ​ໃນ​ຈຳ​ນວນ​ພົນ​ລະ​ເມືອງ 8 ລ້ານ​ຄົນ. ບໍ່​ພຽງ​ແຕ່​ດຳ​ເນີນ​ນະ​ໂຍ​ບາຍ​ດັບ​ສູນ​ເຊື້ອ​ຊາດ​ຢ່າງ​ໂຮດ​ຮ້າຍ​ສາ​ມານ, ລົບ​ລ້າງ​ທຸກ​ຮາ​ກ​ຖານ​ສັງ​ຄົມ​ຢູ່ ກຳ​ປູ​ເຈຍ ເທົ່​ານັ້ນ, ກຸ່ມ Pol Pot ຍັງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຜືນ​ແຜນ​ດິນ​ຂອງ​ຫວຽດ​ນາມ​, ກໍ່​​ໃຫ້​ເກີດ​ບັນ​ດາ​ການ​ກະ​ທຳ​ທ​ໍ​ລະ​ມານ​ທີ່​ໂຫດ​ຮ້າຍ​ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມອີກ​ດ້ວຍ.

ໄຊຊະ​ະ​ຂອງ​ພາ​ລະ​ກິດ​ເປັນ​ທຳ

        ຕໍ່​ຫ​ນ້າ​ການ​ກະ​ທຳ​ວິ​ນາດ​ນັບ​ມື້​ນັບ​ເປີດ​ແປນ​ຂອງ​ອຳ​ນາດ​ການ​ປົກ​ຄອງ ຂະ​ແມ​ແດງ, ໂດຍ Pol Pot ນຳ​ພາ​ຢູ່​ທົ່ວ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ຕໍ່​ຫ​ນ້າ​ໄພ​ດັບ​ສູນ​ເຊື້ອ​ຊາດ​ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ໂດຍ​ຕອບ​ສະ​ຫນອງ​ຄຳ​ຮຽກ​ຮ້ອງຂອງ​ແນວ​ໂຮມ​ສາ​ມັກ​ຄີ​ກູ້​ຊາດ​ກຳ​ປູ​ເຈຍທີ່​ວ່າ” ຈົ່ງ​ກູ້​ຊ່ວຍ​ພວກ​ຂ້າ​ພ​ະ​ເຈົ້າ, ບໍ່​ແມ່ນ​ພຽງ​ກູ້​ຊ່ວຍ​ຊາວ​ລີ້​ໄພ​ນັບ​ໝື່ນ​ຄົນ​ເທົ່າ​ນັ້ນ ຫາກ​ກູ້​ຊ່ວຍ​ທັງ​ປະ​ເທດ​ຫ​ນຶ່ງ​ອີກ​ດ້ວຍ”, ຫວຽດ​ນາມ ໄດ້​ຕົກ​ລົງ​ສົ່ງ​ກຳ​ລັງ​​ທະ​ຫານ​ໄປ​​ຊ່ວຍ​ເຫລືອ​ກຳ​ປູ​ເຈຍ, ​ທັງ​ສະ​ກັດ​ກັ້ນ​ການ​ກະ​ທຳຮຸກ​ຮານ​ຫວຽດ​ນາມຂອງ ກຳ​ລັງ Pol Pot ຢູ່​ເຂດ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ສິດ​ປ້ອງ​ກັນ​ຕົນ​ເອງ​ອັນ​ຊອ​ບ​ທຳ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ປະ​ຊາ​ຊົນ​ກຳ​ປ​ູ​ເຈຍ ຕີ​ເອົາ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot, ຫລຸດ​ພົ້ນ​ອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ, ຍາດ​ເອົາ​ໄຊ​ຊະ​ນະ​ເມື່ອ​ວັນ​ທີ  7/1/1979. ໄຊ​ຊະ​ນະ​ນີ້​ກໍ​ແມ່ນ​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ເປັນ​ທຳ​, ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ສູ້​ຮົບ​ລະ​ຫວ່າງ​ສອງ​ຊາດ.

ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍຖືກຈົດຈຳໄວ້ໃນປະຫວັດສາດຕະຫລອດໄປ - ảnh 2
ທະຫານ​ອາສາ​ສະໝັກ​ຫວຽດນາມ ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ
ຫຼຸດ​ພົ້ນ​ອອກ​ຈາກ​ລະບອບດັບ​ສູນ​ເຊື້ອ​ຊາດ
(ພາບເອກະສານ)


ຊ່ວຍ​ກຳປູ​ເຈຍຟື້ນ​ຕົວ​ປະ​ເທດ​ຊາດ

ພາຍ​ຫລັງ​ຊ່ວຍ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ຕີ​ເອົາ​ຊະ​ນະ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot, ຕາມ​ການ​ສະ​ເຫ​ນີ​ຂອງ​ແນວ​ໂຮມ​ສາ​ມັກ​ຄີ​ກູ້​​ຊາດ ແລະ ລັດ​ຖະ​ບານ​ຊົ່ວ​ຄາວ​ກຳ​ປູ​ເຈຍ, ໃນ​ໄລ​ຍະ 10 ປີ, ແຕ່​ປີ 1979 ຮອດ​ປີ 1989, ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ສົ່ງ​ພະ​ນັກ​ງານ​ໄປ​ຍັງ​ກຳ​ປູ​ເຈຍ ນັບ​ໝື່ນ​ຄົນເພື່ອ​ເປັນ​ຊ່ຽວ​ຊານ​ຊ່ວຍ ກຳ​ປູ​ເຈຍ ປະ​ຕິ​ບັດພາລະກິດຟື້ນ​ຕົວ​ປະ​ເທດ​ຊາດ. ທັງ​ຊ່ວຍ​​ປະ​ເທດເພື່ອ​ນ​ບ້ານ​ຕ້ານ​ຄວາມ​ອຶດ​ຫິວ, ພະ​ຍາດ​ໂລກ​ລະບາດ, ​ສ້າງ​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຄືນ​ໃຫມ່. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ແມ້ງ​ຫ່າ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດພັກ, ສະ​ຖາ​ບັນ​ການ​ເມືອງ​ການ​ປົກ​ຄອງ​ແຫ່ງ​ຊາດ​ໂຮ່​ຈິ​ມີນ ຖື​ວ່າ:

ພາຍຫຼັງ 4 ປີ​ແຫ່ງ​ການ​ກຳ​ອຳນາດ​ຂອງ​ກຳລັງ​ກຳປູ​ເຈຍ​ປະຊາທິປະ​ໄຕ, ປະ​ເທດ​ກຳປູ​ເຈຍ​ເກືອບ​ຄື​ວ່າ​ບໍ່​ມີ​ຫຍັງ​ໃນ​ທຸກ​ຂົງ​ເຂດ. ສັງຄົມ​ໜຶ່ງ​ຖືກ​ທຳລາຍຢ່າງ​ໜັກໜ່ວງ, ປະຊາ​ຊົນ​ຖືກ​ເຂັ່ນຂ້າ, ​ເສດຖະກິດຊຸດ​ໂຊມ. ​ໃນ 10 ປີ​ແຫ່ງ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ກຳປູ​ເຈຍ, ທະຫານ​ອາສາ​ສະໝັກ​ຫວຽດນາມ ​ໄດ້​ຊ່ວຍ​ເຫຼືອ​ອຳນາດ​ການ​ປົກຄອງ ​ແລະ ທະຫານກຳປູ​ເຈຍສ້າງ​ຊີວິດ​ເປັນ​ປົກກະຕິ, ຕ້ານການ​ເຄື່ອນ​ໄຫວ​ທຳລາຍ​ຂອງ​ກຳລັງ​ Pol Pot“

35 ປີຜ່ານມາ, ປະ​ເທດ​ກຳປູ​ເຈຍ ​ໄດ້​ຟື້ນ​ຕົວ​ຈາກ​ດິນ​​ແດນ​ແຫ່ງ​ຄວາມ​ລົ້ມຕາຍ, ສົງຄາມ, ການ​ແບ່ງ​ແຍກ ​ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງ ກາຍ​ເປັນ​ປະ​ເທດ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ສາມັກຄີ, ປະຊາທິປະ​ໄຕ ​ແລະ ພັດທະນາ.

ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ

ການພົວ​ພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຕະຫຼອດ 35 ປີ ຜ່ານ​ມາ. ຫວຽດນາມ​ ຍາມ​ໃດ​ກໍ່​ຊ່ວຍ​ເຫຼືອ​ກຳປູ​ເຈຍ ຢ່າງ​ສຸດ​ຈິດ​ສຸດໃຈ ນັບ​ແຕ່​ຊຸ່ມ​ວັນ​ທຳ​ອິດ​ແຫ່ງການ​ປົດ​ປ່ອຍປະ​ເທດ ຈົນ​ຮອດ​ໄລຍະ​ພັດທະນາ​ໃນ​ປະຈຸ​ບັນ. ທ່ານ Khun Chhy, ອະດີ​ດລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ລັດຖະບານ​ກຳປູ​ເຈຍ, ທີ່​ປຶກສາ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ, ຢືນຢັນ​ວ່າ:

 “ພວກ​ຂ້າພະ​ເຈົ້າ​ບໍ່​ມີ​ວັນ​ລືມບັນດາ​ບຸນ​ຄູນ​ອັນ​ໃຫຍ່​ຫຼວງ, ການ​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຫວຽ​ດນາມ ​ໄດ້. ຊາວ​ກຳປູ​ເຈຍ ພວກ​ຂ້າພະ​ເຈົ້າ​​ເອີ້ນ​ວ່າ ນັ້ນ​ແມ່ນ​ນຳ້​ໃຈ​ອຳ​ມະຕະ ​ແລະ ຕ້ອງ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ່ນນີ້​ສູ່​ລຸ່ນຕໍ່ໆ​ໄປ. ​ເຖິງ​ວ່າ​ປະ​ເທ​ດພວກ​ຂ້າພະ​ເຈົ້າໄດ້​ຮັບ​ການ​ປົດ​ປ່ອຍ​ມາ​ເປັນ​ເວລາ 35 ປີ​ແລ້ວ​ກໍ່ຕາມ. ​ແຕ່​ລັດຖະບານ​ຫວຽດນາມ ຍັງຄົງເອົາໃຈໃສ່ທີ່​ສຸດ ແລະ ຊ່ວຍເຫຼືອພວກຂ້າພະເຈົ້າຈົນຮອດປະຈຸບັນ. ການຮ່ວມມື ຢ່າງຮອບດ້ານລະຫວ່າງສອງປະເທດ ກໍ່ໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ ແລະ ນັບມື້ນນັບເປີດກວ້າງ. ຂ້າພະເຈົ້າເຊື້ອໝັ້ນວ່າ, ການຮ່ວມມືນີ້ນັບມື້ນັບໄດ້ ຮັບການ ປັບປຸງ ແລະ ພັດທະນາໃນທຸກດ້ານ“.

        ຫວຽດນາມ ໄດ້ຊ່ວຍເຫຼືອກຳປູເຈຍໃນສະພາບຫຍຸ້ງຍາກທີ່ສຸດ ເຊິ່ງບໍ່ແມ່ນ ປະເທດ ໃດກໍ່ສາມາດເຮັດໄດ້. ນັ້ນ​ແມ່ນ​ຄຳ​ເວົ້າ​ຈາກນຳ້​ໃຈ​ຂອງ​ທ່ານ​ນາຍົກລັດຖະ ມົນຕີກຳປູ​ເຈຍ Samdech Hun Sen ​ເນື່ອງ​ໃນ​ໂອກາດທີ່​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ທ່ານ​ເອງ​ກໍ່​ໄດ້​ເນັ້ນ​ໜັກ​ວ່າ: “ປະ​ເທດ​ຊາດ ​ແລະ ປະຊາຊົນ​ກຳປູ​ເຈຍ ​ໄດ້​ຝັງ​ເລິກໃນ​ຫົວ​ໃຈ​ຂອງ​ຕົນ, ປະ​ຫວັດ​ສາດ​ກຳປູ​ເຈຍຈະ​ຈົດ​ຈຳ​ບຸນ​ຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ພະນັກງານ, ນັກຮົບ​ອາສາ​ສະໝັກ​ຫວຽດນາມ ທີ່​ໄດ້​ປະຕິບັດ​ສຳ​ເລັດ​ພັນທະ​ສາກົນ​ອັນ​ສູງ​ສົ່ງຂອງ​ຕົນ​ໃນ​ປະ​ເທດ​ກຳປູ​ເຈຍ. ຍາກ​ທີ່​ຈະ​ມີ​ປະ​ເທດ​ໃດ ພັດ​ມີ​ການ​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຄື​ຫວຽ​ດນາມ“. ສິ່ງ​ດັ່ງກ່າວ​​ເປັນ​ການ​ຢັ້ງຢືນ​ສັດຈະທຳ​ທີ່​ວ່າ: ​ເຖິງ​ວ່າ​ໂລກ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ ​ແມ່ນ​ບໍ່​ອາດ​ຕັດ​ແຍກ​ອອກ​ໄດ້.

ຂ່າວ/ບົດ​ອື່ນ