ການພົວພັນລະຫວ່າງຫວຽດນາມ-ສປປ.ເກົາຫຼີ: ມຸ່ງໄປສູ່ອະນາຄົດ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ວັນທີ 01 ມີນາ, ທ່ານປະທານພັກແຮງງານສປປ.ເກົາຫຼີ Kim Jong un ເລີ່ມຕົ້ນການຢ້ຽມຢາມສັດທະວະໄມຕີຫວຽດນາມ ຢ່າງເປັນທາງການ ເປັນເວລາ 2 ວັນ.

ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານ  Kim Jong un ແມ່ນເພື່ອແນໃສ່ສືບທອດມູນເຊື້ອມິດຕະພາບຢ່າງດີງາມລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ໃນຫຼາຍທົດສະວັດຜ່ານມາ, ພ້ອມທັງເປີດກາລະໂອກາດຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນໄລຍະຈະມາເຖິງ.

        ໃນຫຼາຍສີບປີຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ຍາມໃດກໍ່ໄດ້ຮັບຄວາມມານະພະຍາຍາມປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງຈາກປະຊາຊົນ 2 ປະເທດ, ຜ່ານນັ້ນບັນລຸໄດ້ຜົນງານໃນການຮ່ວມມືຫຼາຍຢ່າງ. ບັນດາໝາກຜົນນັ້ນໄດ້ປະກອບສ່ວນຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນ 2 ປະເທດ ແລະ ແມ່ນສັນຍາລັກຢ່າງມີຊີວິດຊີວາ ແລະ ມີຄວາມໝາຍສຳລັບການພົວພັນລະຫວ່າງຫວຽດນາມ - ສປປ.ເກົາຫຼີ.

ການພົວພັນມາແຕ່ດົນນານ

        ຫວຽດນາມ ແລະ ສປປ.ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອປີ 1950. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີ ເມື່ອທ່ານປະທານໂຮ່ຈິມິນ ໄປຢ້ຽມຢາມສປປ.ເກົາຫຼີ ເມື່ອປີ 1957. ຫຼັງຈາກນັ້ນ 1 ປີ, ທ່ານນາຍົກລັດຖະມົນຕີ Kim il Sung ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

        ໃນໄລຍະແຕ່ປີ 1964 – 1969, ເມື່ອການຕໍ່ສູ້ຕ້ານຈັດກະພັດອາເມລິກາ ຂອງປະຊາຊົນຫວຽດນາມ ພວມເກີດຂຶ້ນຢ່າງດຸເດືອດນັ້ນ, ສປປ.ເກົາຫຼີ ໄດ້ມີບັນດາການໜູນຊ່ວຍດ້ານການທະຫານ ແລະ ຈັດສົ່ງບັນດານັກບິນມາຫວຽດນາມ ເພື່ອຮ່ຳຮຽນ ແລະ ເຂົ້າຮ່ວມການສູ້ຮົບ. ປີ 1964, ທ່ານ Kim il Sung ສືບຕໍ່ຢ້ຽມຢາມຫວຽດນາມ ຢ່າງບໍ່ເປັນທາງການ. ໃນຊຸມປີ 1960, ຕົ້ນປີ 1970, ສປປ.ເກົາຫຼີ ໄດ້ຊ່ວຍບຳລຸງສ້າງນັກສຶກສາ, ພະນັກງານຂອງຫວຽດນາມ ນັບຮ້ອຍຄົນ. ທ່ານ ເຈືອງວັນງວຽນ, ອະດີດນັກສຶກສາຫວຽດນາມ ຢູ່ສປປ.ເກົາຫຼີ, ແບ່ງປັນວ່າ.

        “ປີ 1965 ຂ້າພະເຈົ້າໄປຮຽນຢູ່ສປປ.ເກົາຫຼີ, ຮອດປີ 1972 ຂ້າພະເຈົ້າໄດ້ກັບຄືນປະເທດ. ໃນໄລຍະນັ້ນ, ນ້ຳໃຈຂອງປະຊາຊົນສປປ.ເກົາຫຼີ ທີ່ສະຫງວນໃຫ້ຫວຽດນາມ ແມ່ນດີທີ່ສຸດ, ພິເສດທ່ານປະທານ Kim il Sung ໄດ້ເອົາໃຈໃສ່ຫຼາຍຢ່າງເຖິງນັກສຶກສາຫວຽດນາມ. ໃນໄລຍະຮ່ຳຮຽນຢູ່ນັ້ນ, ຂ້າພະເຈົ້າຍັງຈືວ່າ ທ່ານປະທານ Kim il Sung ໄດ້ມາຢ້ຽມຢາມຫໍພັກນັກສຶກສາຫວຽດນາມ ເປັນ 3 ຄັ້ງ ແລະ ໂອ້ລົມກັບນັກສຶກສາຫວຽດນາມ ຢ່າງເປີດອົກເປີດໃຈ, ໃກ້ຊິດສະໜິດສະໜົມຄືດັ່ງສະມາຊິກໃນຄອບຄົວດຽວ. ປະຊາຊົນສປປ.ເກົາຫຼີ ກໍ່ຮັກແພງນັກສຶກສາຫວຽດນາມ ຫຼາຍ, ໄປຮອດໃສກໍ່ໄດ້ຮັບການຕ້ອນຮັບຢ່າງສຸດອົກສຸດໃຈ. ຂ້າພະເຈົ້າຖືວ່າ, ການຜັນແປຂອງສະພາບການໂລກໃນປະຈຸບັນກໍ່ມີຫຼາຍ, ແຕ່ນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ແນ່ນອນວ່າບໍ່ມີວັນຈະປ່ຽນແປງ”.

        ໃນໄລຍະເກືອບ 70 ປີແຫ່ງປະຫວັດສາດຂອງການພົວພັນ 2 ຝ່າຍ, 2 ປະເທດບັນລຸໄດ້ຜົນງານຮ່ວມມືອັນດີງາມຫຼາຍຢ່າງ ແລະ ມູນເຊື້ອອັນດີງາມນັ້ນຍັງສືບຕໍ່ໄດ້ຮັບການຮັກສາໄວ້ມາຮອດປະຈຸບັນ.

ຫວຽດນາມ - ສປປ.ເກົາຫຼີ ມຸ່ງໄປເຖິງການຮ່ວມມືຢ່າງເລິກເຊິ່ງ-ກວາງຂວາງ

        ພາຍຫຼັງຂຶ້ນກຳອຳນາດໃນທ້າຍປີ 2011, ທ່ານປະທານ Kim Jong un ໄດ້ວາງອອກຍຸດທະສາດພັດທະນາໃໝ່ ດ້ວຍ 2 ຈຸດສຸມນັ້ນແມ່ນ ພັດທະນາເສດຖະກິດ ສົມທົບກັບການເພີ່ມທະວີກຳລັງບົ່ມຊ້ອນດ້ານນິວເຄຼຍ. ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ພັກແຮງງານສປປ.ເກົາຫຼີ ເມື່ອເດືອນ ພຶດສະພາ 2016, ສປປ.ເກົາຫຼີ ເນັ້ນໜັກວ່າ ຕ້ອງສຸມໃສ່ຢ່າງສຸດຂີດເພື່ອກາຍເປັນປະເທດມະຫາອຳນາດດ້ານເສດຖະກິດ; ວາງອອກຍຸດທະສາດພັດທະນາປະເທດຊາດໄລຍະ 5 ປີ 2016 – 2020, ສູ້ຊົນນຳສປປ.ເກົາຫຼີ ໃຫ້ກາຍເປັນ “ປະເທດມະຫາອຳນາດເສດຖະກິດ” ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຖືວິທະຍາສາດເຕັກໂນໂລຊີເປັນໄມ້ງັດ. ໃນການພົວພັນຕ່າງປະເທດ, ສປປ.ເກົາຫຼີ ຈະພັດທະນາການພົວພັນມິດຕະພາບກັບທຸກປະເທດທີ່ເຄົາລົບອຳນາດອະທິປະໄຕ ແລະ ມີການປະພຶດມິດຕະພາບກັບສປປ.ເກົາຫຼີ, ຕັ້ງໜ້າມານະພະຍາຍາມໃນການສ້າງໂລກໃໝ່ແຫ່ງສັນຕິພາບ ແລະ ຍຸຕິທຳ. ສຳລັບຫວຽດນາມ, ສປປ.ເກົາຫຼີ ປາດຖະໜາຢາກຮັກສາການພົວພັນຢ່າງດີງາມລະຫວ່າງ 2 ປະເທດ, ປາດຖະໜາຢາກເພີ່ມທະວີການພົວພັນແລກປ່ຽນ, ຮ່ວມມືໃນທຸກຂົງເຂດ ຕາມຄວາມຕ້ອງການ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ, ເໝາະສົມກັບການພັດທະນາໃນສະພາບການໃໝ່. ໃນເຫດການໜຶ່ງເມື່ອປີ 2018,ທ່ານເອກອັກຄະລັດຖະທູດສປປ.ເກົາຫຼີ ປະຈຳຫວຽດນາມ Kim Myong gil, ໄດ້ເນັ້ນໜັກວ່າ.

        “ສປປ.ເກົາຫຼີ ຖືເປັນສຳຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະ ພັດທະນາການພົວພັນຮ່ວມມືລະຫວ່າງ 2 ປະເທດ ສປປ.ເກົາຫຼີ ແລະ ຫວຽດນາມ ໂດຍປະທານ Kim il Sung ແລະ ປະທານໂຮ່ຈິມິນ ໄດ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ. ນັ້ນແມ່ນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພວກຂ້າພະເຈົ້າ”.

        ໃນກາງເດືອນ ກຸມພາ 2019, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄປຢ້ຽມຢາມສປປ.ເກົາຫຼີ ຢ່າງເປັນທາງການ, ໃນນັ້ນທ່ານຢືນຢັນວ່າ ຫວຽດນາມ ຈະພ້ອມກັບສປປ.ເກົາຫຼີ ຊຸກຍູ້ການພົວພັນແລກປ່ຽນ, ຮ່ວມມືໃນທຸກຂົງເຂດທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຜົນປະໂຫຍດຂອງແຕ່ລະປະເທດ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການສ້າງສາປະເທດຊາດ, ພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນກັບສປປ.ເກົາຫຼີ, ບົນພື້ນຖານບັນດາຂໍ້ສະເໜີຂອງສປປ.ເກົາຫຼີ.

        ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ທີ່ພວມພັດທະນາຢ່າງດີງາມນັ້ນ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານ Kim Jong un ໃນຄັ້ງນີ້ ຈະສືບຕໍ່ປະກອບສ່ວນເປີດບັນດາກາລະໂອກາດພັດທະນາໃໝ່ໃຫ້ທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ