ການພົວພັນລະຫວ່າງອາເມລິກາ-ລັດເຊຍ ປີ 2013: ການຮ່ວມມືໃນຄວາມບໍ່ລົງລອຍກັນ


(vovworld)-  ປີ 2013, ​ແມ່ນ​ປີ​ທີ່​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງ. ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​​ໃນ​ຫຼັກໝັ້ນຂອງ​ສອງ​ຝ່​າຍກ່ຽວ​ກັບ​ບັນດາ​ບັນຫາ​ຕົ້ນຕໍ. ​ເຖິງ​ວ່າ​ຍັງ​ມີ​ຄວາມ​ບໍ່​ລົງລອຍ​ກັນ​ກໍ່ຕາມ​ແຕ່​ປີ 2013 ຍັງ​ໄດ້​ເຫັນ​ປະ​ຈັກຕາ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ກັນໃນ​ໄລຍະ “ສົງຄາມ​ເຢັນ.

ການພົວພັນລະຫວ່າງອາເມລິກາ-ລັດເຊຍ ປີ 2013:  ການຮ່ວມມືໃນຄວາມບໍ່ລົງລອຍກັນ - ảnh 1

ປະທານາທິບໍດີ Barack Obama ​ແລະ ປະທານາທິບໍດີ V.Putin

 (ພາບ: . AP)

  ບໍ່​ພຽງ​ແຕ່​ການມີ​ຂັດ​ແຍ້​ງກັນມາ​ແຕ່​ດົນ​ນານ​ໃນການ​ພົວພັນ​ສອງຝ່າຍທີ່​ນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ​ເທົ່າ​ນັ້ນ, ປີ 2013, ປະຊາ​ຄົມ​ໂລກ​ຍັງ​ເຫັນ​ປະຈັກ​ຕາ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ເກີດ​ຂຶ້ນໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ. ຈາກຂໍ້​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ສືບ​ລາຊະການ​ລັບ, ບັນຫາ​ຊີຣີ, ຕະຫຼອດ​ຮອດ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ-​ຢູ​ເກຼນ…​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ວໍ​ຊິງ​ຕັນ-​ມົດ​ສະ​ກູ ບໍ່​ໄດ້​ຮັບ​ການ​ປັບປຸງ

ຄວາມ​ຂັດ​ແຍ້​ງກັນ​ໃໝ່

​   ເຂດ​ຕາ​ເວັນ​ອອກ​ກາງ, ອາ​ຟຼິກກາ​ເໜືອ, ຊື່​ງ​ແມ່ນ​ແຫ່ງ​ທີ​ລັດ​ເຊັຍ ​ແລະ ຕາ​ເວັນ​ອອກ​ກາງ​ໄດ້​ເປີດ​ສາກ​ໃຫ້​ແກ່​ຂະ​ບວນການ “ລະດູບານ​ໃໝ່​ອາຣັບ“, ອັນ​ໄດ້​ຍູ້​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ຕົກ​ເຂົ້າສູ່ະພາບ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ ​ແລະ ສືບ​ຕໍ່​ແມ່ນ​ເວທີ​ຕໍ່ສູ້​ເພື່ອ​ໃຫ້​ສອງ​ປະ​ເທດ​ມະຫາ​ອຳນາດ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ສະ​ແດງ​ໃຫ້​ເຫັນ​ການ​ຕໍ່ສູ້​ດ້ານສະຕິ​ປັນຍາ​ທີ່​ເຄັ່ງ​ຕຶງ ​ແລະ ຈຸດ​ສຸມ​ຄັ້ງນີ້​ແມ່ນ​ຊີຣີ.

   ຂໍ້​ຂັດ​ແຍ້​ງລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໃນ​ວິທີ​ການ​ແກ້​ໄຂ​ບັນຫາ​ຊີຣີ ​ໄດ້​ຂຶ້ນ​ເຖິງ​ຈຸດ​ສຸດ​ຍອດ​ຂະນະ​ທີ່​ອຳນາດ​ການ​ປົກ​ຄອງປະທານາທິບໍດີ Barack Obama ອ້າງ​ເຫດຜົນ​ວ່າ: ລັດຖະບານ​ຂອງ​ປະທານາທິບໍດີ Assad ນຳ​ໃຊ້​ອາວຸດ​ເຄມີ​ບຸກ​ໂຈມ​ຕີ​ກຳລັງ​ລຸກ​ຮຶ້ນຂຶ້ນ ​ເພື່ອ​ກຽມພ້ອມ​ແຊກ​ແຊງ​ດ້ວຍ​ການ​ກະທຳ​ດ້ານ​ການ​ທະຫານ​ເຂົ້າປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ໃນ​ຂະນະ​ທີ່​ບັນຍາກາດ​ສົງຄາມ​ພວມ​ນັບ​ມື້​ນັບ​ເຄັ່ງ​ຮ້ອນ​ຂຶ້ນ, ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ການ​ມອບ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ ​ໃຫ້​ປະຊາ​ຄົມ​ໂລກຕິດຕາມ​ກວດກາ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອາ​ເມ​ລິ​ກາ​ຢ່າງ​ໄວວາ ​ແລະ ​ສາມາດແກ້​ໄຂ​ໄດ້​ຂໍ້​ຂັດ​ແຍ້​ງລະຫວ່າງ​ສອງ​ປະ​ເທດ​ສ່ວນ​ໃດ​ສ່ວນ​ໜຶ່ງ.

ການພົວພັນລະຫວ່າງອາເມລິກາ-ລັດເຊຍ ປີ 2013:  ການຮ່ວມມືໃນຄວາມບໍ່ລົງລອຍກັນ - ảnh 2

ອະດີດ​ພາລະ​ກອນສືບ​ລາຊະການ​ລັບ Edward Snowden

(ພາບ: AFP)

ຢາດນ້ຳລົ້ນຈອກ

  Edward Snowden ​ແມ່ນ​ຜູ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງຕຶງໃນການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ ​ໃນ​ປີ 2013. ອະດີດ​ພາລະ​ກອນສືບ​ລາຊະການ​ລັບ​ຜູ້​ນີ້​ໄດ້​ເປີດ​ເຜີ​ຍບັນດາ​ເອກະສານ​ລັບ​ເພື່ອ​ກ່າວ​ຜູກ​ໂທດ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ທີ່​ໄດ້​ຕິດຕາມ​ຂໍ້ຄວາມ, ອີ​ແມວ, ​ໂທລະ​ສັບ…​  ຂອງ​ການ​ນຳ​ຂອງ​ນັບ​ສີ​ບປະ​ເທດ, ​ໃນ​ນັ້ນມີ​ທັງ​ບັນດາ​ປະ​ເທດ​ພັນທະ​ມິດ​​ໃກ້ຊິດ​ສະໜິດສະໜົມ​ຂອງ​ອາ​ເມ​ລິ​ກາ ຢູ່​ເອີ​ລົບ ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ ​ຕົກ​ເຂົ້າສູ່​ສະພາບ​ວິ​ກິດ​ການ​ເຊື່ອໝັ້ນ. ​ເຫດການ​ຂອງ Edward Snowden ຍິ່ງ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​, ພິ​ເສດ​ແມ່ນພາຍຫຼັງມົດ​ກສະ​ກູ ອະນຸ​ຍາດ​ມອບ​ສິດ​ຢູ່ອາ​ໄສ​ຊົ່ວຄາວ​ໃຫ້​ແກ່ Edward Snowden ຊື່​ງ​ແມ່ນ​ຜູ້​ພວ​ມຖືກ​ວໍ​ຊິງ​ຕັນ ຕາມ​ລ່າ​ດ້ວຍ​ຄຳ​ກ່າວ​ຫາ​ທໍ​ລິ​ຍ​ໄດ​ຊາດ. ການ​ພົວພັນ​ນີ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເຖິງ​ລະດັບ​ທີ່​ປະທານາທິບໍດີ Barack Obama ຕົກລົງ​ຍົກເລີກ​ການ​ພົບ​ປະ​ຂັ້ນສຸດ​ຍອດ​ກັບປະທານາທິບໍດີ V.Putin ພ້ອມ​ທັງ​ປະກາດ​ຢຸດຕິ “ການ​ເປີດ​ການ​ພົວພັນ​ກັບ​ລັດ​ເຊຍ ຄືນ​ໃໝ່“.

   ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ ພັດ​ເຄັ່ງຕຶງ​ຂຶ້ນ​ຕື່ມ​ໃນ​ຂະນະ​ທີ່​ທັງສອງ​ຝ່າຍ​ລ້ວນ​ແຕ່​ຢາກ​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງບົດບາດຜົນ​ສະທ້ອນ​ຕໍ່​ຢູ​ແກຼນ. ຄວາມ​ສະໜິດສະ​ໜົມລະຫວ່າງ​ລັດ​ເຊຍ-​ຢູ​ແກຼນ ​ແລະ ​ເລື່ອງ​ຢູ​ແກຼນ ປະກາດ​ໂຈະ​ການ​ເຈລະຈາ​ຄັ້ງຕ່າງໆ​ກ່ຽວ​ກັບ​ການ​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຮັດ​​ໃຫ້​ວໍ​ຊິງ​ຕັນ “ບໍ່ພໍ​ໃຈ“ ​ແລະ ກ່າວ​ເຕືອນ​ວ່າ: ລັດ​ເຊ​ຍ ພວມ​ໃຊ້​ຄັນ​ຕະລາ​ບັດ​ເພື່ອ​ຍຸ​ແຍ່​ແກ່​ດຶງ​ບັນ​ດາປະ​ເທດ​ໜູນ​ຫຼັງ​ເພື່ອ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຂອງ​ຕົນ​ຢູ່​ພາກ​ພື້ນ.

​ຫຍັບ​ມໍ່​ເຂົ້າກັນ​ດ້ວຍ​ບັນດາ​ການ​ຄິດ​ໄລ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ

  ທັງ​ວໍ​ຊິງ​ຕັນ ​ແລະ ມົດ​ສະ​ກູ ລ້ວນ​ແຕ່​ຮັບ​ຮູ້​ວ່າ: ອາຊີ-​ປາຊີ​ຟິກ ມີຄວາມ​ສຳຄັນ​ຍຸດ​ທະ​ສາດ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດຖະກິດ. ​ໃນ​ຂະນະ​ທີ່​ອາ​ເມ​ລິ​ກາ ​ໄດ້​ປະກາດ​ນະ​ໂຍບາຍ “ປ່ຽນ​ທິດ“ ຂອງ​ຕົນ​ຢູ່ ອາຊີ-​ປາຊີ​ຟິກ, ລັດ​ເຊຍ ພັດ​ມີ​ຄວາມ​ມຸ້ງ​ຫວັງ​ຢາກ​ຊຸກຍູ້​ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ນີ້. ປີ 2013, ​ໄດ້​ເຫັນ​ປະຈັກ​ຕາ​ການ​ແຊກ​ແຊງ​ທີ່​ນັບມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ​ໃນ​ບັນດາ​ຂອບ​ເຂດ​ດ້ານ​ເສດຖະກິດ​ໃນພາກ​ພື້ນ​, ດ້ວຍ​ຈຸດໝາຍ​ຮັບປະກັນ​ບົດບາດ​ອັນ​ດັບ​ໜຶ່ງ​ຂອງ​ຕົນ​ຢູ່​ທີ່​ນີ້. ສ່ວນ​ລັດ​ເຊຍ ກໍ່​ພວມ​ຕັ້ງໜ້າ​ເຈລະຈາ​ເພື່ອ​ເຊັນ​ບັນດາ​ສັນຍາ​ການ​ຄ້າ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ. ບັນດາ​ຜົນ​ປະ​ໂຫຍ​ດອັນ​ໃຫ່ຍຫຼວງ​ຢູ່​ພາກ​ພື້ນ ອາຊີ-​ປາຊີ​ຟິກ ບັງຄັບ​ໃຫ້​ສອງ​ຝ່າຍ​ຕ້ອງ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້, ຍອມຮັບ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ກັນ​ໃນ​ພາກ​ພື້ນ​ນີ້. ອີກ​ຢ່າງໜຶ່ງການ​ຈຳກັດ​ການ​ຄອບຄອງກ່ຽວ​ກັບ​ຜົນ​ສະທ້ອນ​ທັງ​ດ້ານ​ການ​ເທຶອງ ​ແລະ ​ເສດຖະກິດຂອງ​ຈີນ ​ໃນ​ພາກ​ພື້ນ​ລ້ວນ​ແຕ່​ເໝາະ​ສົມ​ກັບ​ບັນດາ​ຈຸດໝາຍ​ຍາວ​ນານ​ຂອງ​ທັງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ.

    ອາດ​ຈະ​ຢືນຢັນ​ວ່າ, ການ​ຮ່ວມ​ມື​ໃນ​ຄວາມ​ບໍ່​ລົງ​ລອຍ​ກັນ​ແມ່ນ​ຈຸດ​ພິ​ເສດ​ທີ່​ພົ້ນ​ເດັ່ນ​ໃນການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ລັດ​ເຊຍ ​ໃນ​ປີ 2013. ປີ 2014, ຕາມ​ຂໍ້​ໃຫ້​ສັງ​ເກດ​ຂອງ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ພົວພັນ​ລະຫວ່າ​ງ​ສອງ​ຝ່າຍຍາກ​ທີ່ຈະ​ມີບາດກ້າວ​ບຸກທະລຸ, ຍ້ອນ​ວ່າ, ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງສອງ​ປະ​ເທດ​ມະຫາ​ອຳນາດ​​ແມ່ນ​ມີ​ລັກສະນະ “ລະບົບ​ແນວ​ຄິດ“. ​ເພື່ອ​ລົບ​ລ້າງ​ຄວາມ​ລະ​ແວງ​ສົງ​ໃສ​ທີ່​ກີດຂວາງ​ການພົວພັນ​ລະຫວ່າງສອງ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ກັນໃນ​ໄລຍະ​ສົງຄາມ​ເຢັນນັ້ນ​ແມ່ນອາດ​ຈະ​ຕ້ອງ​ເສຍ​ເວລາ​ຫຼາຍ./.

 

ຂ່າວ/ບົດ​ອື່ນ