ການພົວພັນແບບພິເສດຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດຕະຫຼອດໄປ

ວັນທີ 5/9, ສອງ​ຊາດ​ຫວຽດນາມ-​ລາວ ​ໄດ້​ພ້ອມ​ກັນສະ​ເຫຼີ​ມສະຫຼອງ 50 ປີ​ເຕັມ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ລາວ (5/9/1962-5/9/2012). ຜ່ານ​ໄລຍະ​ເວລາ 50 ປີ, ສາຍ​ພົວພັນ​ອັນ​ສັດ​ຊື່​, ບໍລິສຸດ​ຜຸດ​ຜ່ອງ​ນັ້ນ​ ໄດ້​ຮັບການ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ​ເນື່ອງ​ໃນ​ໂອກາດ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂໍ​ຄັດ​ສະ​ເໜີ​ບາງ​ເນື້ອ​ໃນຕົ້ນຕໍ​ໃນ​ບົດ​ຕອບ​ສຳພາດ​ຕໍ່​ວົງ​ການ​ສື່​ມວນ​ຊົນຂອງ​ປະທານ​ປະ​ເທ​ດຫວຽດນາມ Truong Tan Sang ຊື່​ງ​ໄດ້​ຕີ​ລາຄາ​ວິວັດທະນາ​ການ ​ແລະ ​ແງ່​ຫວັງ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດຫວຽດນາມ-​ລາວ. ​

ການພົວພັນແບບພິເສດຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດຕະຫຼອດໄປ - ảnh 1

(ພາບ:cantho.gov.vn)

​  ເມື່ອ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ໝາຍຂອງ​ສາຍ​ພົວພັນ​ຫວຽດນາມ-​ລາວ, ທ່ານປະທານ​ປະ​ເທ​ດຫວຽດນາມ Truong Tan Sang ​ໄດ້​ຢືນຢັນ​ວ່າ: ສາຍ​ພົວພັນ​ດັ່ງກ່າວ​ໄດ້​ກາຍ​ເປັນ​ແບບຢ່າງ, ສັດ​ຊື່, ບໍລິສຸດ​ຜຸດ​ຜ່ອງ, ໝັ້ນຄົງ, ຫາ​ຍາກ​ໃນ​ສາຍ​ພົວພັນກັບ​ສາກົນ. ການ​ພົວພັນ​ແບບ​ພິ​ເສດຫວຽດນາມ-​ລາວ ຖືກ​ຖື​ວ່າ​ແມ່ນ​ການ​ສາຍ​ໃນ​ເລືອດ​ເນື້ອ, ສະໜິດສະໜົມ, ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ​ໄດ້​ຮັບ​ການ​ທົດ​ສອບ​ຜ່ານ​ຄວາມ​ຫຍຸ້ງຍາກ, ລຳບາກ​ອັນຕະລາຍ ​ແລະ ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ​ແລະ ພັດທະນາ​ຢ່າງໝັ້ນຄົງ. ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳຄ່າ​ຂອງ​ທັງ​ສອງ​ຊາດ ​ແລະ ​ແມ່ນ​ກົດ​ເກນ​ແຫ່ງ​ການ​ພັດທະນາ​ຂອງ​ການ​ປະຕິວັດ​ແຕ່ລະ​ປະ​ເທດ.
ເມື່ອ​ຕີ​ລາຄາ​ການ​ພັດທະນາ​ສາຍ​ພົວພັນຫວຽດນາມ-​ລາວ ຜ່ານ​ແຕ່ລະ​ໄລຍະ​ປະຫວັດສາດ​ອັນ​ສຳຄັນ​ຂອງ​ສອງ​ປະ​ເທດ​ໃນ 50 ປີຜ່ານມາ, ທ່ານປະທານ​ປະ​ເທ​ດຫວຽດນາມ Truong Tan Sang ຖື​ວ່າ, ​ໃນ​ໄລຍະ​ຕໍ່ສູ້​ຕ້ານສັດຕູ​ໂຕ​ດຽວ, ຍາດ​ເອົາ​ເອກະລາດ, ​ເສລີພາບ, ສອງ​ຊາດຫວຽດນາມ-​ລາວ ​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່ຮ່ວມ​ສຸກ​ຮ່ວມ​ທຸກ, ​ເສຍສະຫຼະ​ເລືອດ​ເນື້ອ ​ແລະ ໜູນ​ຊ່ວຍກັນ​ເພື່ອ​ຄົງ​ຕົວ ​ແລະ ພັດທະນາ. ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ຜົນງານ​ແຕ່ລະ​ຢ່າງ​ຂອງທີ່​ການ​ປະຕິວັດ​ສອງ​ປະ​ເທດ​​ລ້ວນ​ແຕ່​​ຕິດ​ພັນ​ກັບ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດຫວຽດນາມ-​ລາວ. ​ໃນ​​ໄລຍະ​ແຕ່​ປີ 1962-1975, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ພັນທະ​ມິດ​ສູ້​ຮົບ​ເພື່ອ​ເອກະລາດ​ເສລີພາບ, ປົດ​ປ່ອຍ​ຊາດ. ບົນ​ພື້ນຖານ​ມີ​ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ການ​ເມືອງ, ການ​ທະຫານ, ກ້າວ​ເຂົ້າສູ່​ການ​ຕໍ່ຕ້ານ​ຕ້ານ​ສັດຕູ​ໂຕ​ດຽວ, ພັກ​ແຮງ​ງານ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ​ ໄດ້​​ເຊີດ​ຊູ​ຄັນ​ທຸງ​ແຫ່ງ​ເອກະລາດ​ຂອງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ, ຮຽງບ່າ​ຮຽງ​ໄຫລ່​​ກັນ, ວາງ​ອອກ​ແຜນ​ນະ​ໂຍບາຍ, ​ແນວທາງ​ອັນ​ຖືກຕ້​ອງ, ທັນ​ການ, ນຳ​ການ​ປະຕິວັດ​ສອງ​ປະ​ເທດ​ກ້າວ​ຂຶ້ນ.

 
ການພົວພັນແບບພິເສດຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດຕະຫຼອດໄປ - ảnh 2

(ພາບ: thanhnien.com.vn)

   ​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງຫວຽດນາມ-​ລາວ ​​ໄດ້ກ້າວ​ເຂົ້າສູ່​ໄລຍະ​ໃໝ່-​​ຈາກ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ​ເປັນຕົ້ນ, ຫັນ​ໄປ​ສູ່​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ​ກຳ​ອຳນາດ, ສອງ​ລັດ ​ແລະ ສອງ​ປະ​ເທດ​ເອກະລາດ, ມີ​ອະທິປະ​ໄຕ, ພ້ອມ​ກັນ​ຊອກ​ຫາ​ບາດກ້າວ​ແຫ່ງການ​ປ່ຽນ​ໃໝ່​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ຈະ​ເລີ​ນຮຸ່ງ​ເຮືອງ. ຄຽງ​ຄູ່​ກັບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ອັນ​ດີງາມ​ນັ້ນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກໍ​ພວມ​ໄດ້​ຮັບ​ການ​ຍູ້​ແຮງ.

   ຫວນ​ຄືນ​ໄລຍະ​ປະຫວັດສາດ​ໃນ 50 ປີຜ່ານມາ, ພິ​ເສດ, ຜ່ານ 35 ປີ​ແຫ່ງ​ການ​ປະຕິບັດ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມືຫວຽດນາມ-​ລາວ, ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານຫວຽດນາມ-​ລາວ ​ນັບ​ມື້​ນັບ​​ສະໜິດ​ຕິດ​ພັນ ​ແລະ ພັດທະນາ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ, ​ໃນ​ທຸກໆ​ຂົງ​ເຂດ, ຈາກ​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ​ບຳລຸງ​ສ້າງ ຕະຫຼອດ​ຮອດ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ​ເຕັກນິກ. ຫວນ​ຄືນ​ໄລຍະ​ເວລາ 50 ປີຜ່ານມາ, ສອງ​ປະ​ເທດ​ມີ​ສິດ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຄວາມ​ຄຶບໜ້າ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ. ປະຈຸ​ບັນ, ຫວຽດນາມ ມີ 345 ​ໂຄງການ​ລົງທຶນ​ຢູ່​ລາວ​ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກ່ວາ 5,2 ຕື້​ໂດ​ລາ​ສະຫະລັດ, ​ແມ່ນ 1 ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນຈຳນວນ 53 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ຢູ່​ລາວ. ສອງ​ປະ​ເທດ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສ​ອງຝ່າຍ​ບັນລຸ 1 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2012 ​ແລະ ບັນລຸ 2 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015. ບົນ​ພື້ນຖານ​ບັນດາ​ຜົນງານ​ບັນລຸໄດ້ນັ້ນ​, ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ​ໄດ້​ເລືອກປີ 2012 ​ແມ່ນ “ປີ​ສາມັກຄີ​ມິດຕະພາບຫວຽ​ດນາມ-​ລາວ“ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ​ສອງ​ເຫດການ​ສຳຄັນ​ຍິ່ງ​ຄື: 50 ປີ​​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ລາວ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

 
ການພົວພັນແບບພິເສດຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດຕະຫຼອດໄປ - ảnh 3

ຂ່ຳນັບ​ຊົມ​ເຊີຍ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ລາວ

(ພາບ:baohatinh.vn)

  ​ເມື່ອ​ເຕື້ອງ​ເຖິງ​ແງ່​ຫວັງ​ຂອງ​ສາຍ​ພົວພັນຫວຽດນາມ-​ລາວ ​ໃນ​ຊຸ​ມປີ​ຕໍ່ໜ້າ, ທ່ານປະທານ​ປະ​ເທ​ດຫວຽດນາມ Truong Tan Sang ​ເຊື່ອໝັ້ນວ່າ, ສອງ​ປະ​ເທດຫວຽດນາມ-​ລາວ ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ປະສິດທິ​ຜົນ, ​ແທດ​ຈິງ, ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ສອງ​ປະ​ເທດ ນັ້ນ​ແມ່ນ​ສ້າງສາ​ປະ​ເທດ​ຫວຽດນາມ ​​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລສຳ​ເລັດ​ຜົນ ​ແລະ​ ສ້າງສາ​ປະ​ເທດ​ລາວ ​ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນະ​ຖາວອນ​ສຳ​ເລັດ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານປະທານ​ປະ​ເທ​ດຫວຽດນາມ Truong Tan Sang ກໍ່​ມີ​ຄວາມ​ເຊື່ອໝັ້ນວ່າ, ປະຊາຊົນ​ສອງ​ປະ​ເທດ​ລຸ້ນຕ່າງໆ​ຈະ​ສືບ​ທອດ​ລຸ້ນພໍ່​ລຸ້ນອ້າຍ, ຮັກສາ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ຫວຽ​ດນາມ-​ລາວ “​ປຽບເໝືອນ​ຮັກສາ​ແກ້ວຕາ​ຂອງ​ຕົນ​“ ຄື​ດັ່ງ​ຄຳຕັກ​ເຕືອນ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ​ເຮັດ​ໃຫ້ຳ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ ນັບ​ມື້​ນັບ​ພັດທະນາ​ຢ່າງ​ຂຽວ​ສົດ​ງົດ​ງາມ, ໝັ້ນຄົງ​ຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ