ກ​ານ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ

(VOVWORLD) - 8 ເດືອນຕົ້ນປີ 2022, ການສົ່ງອອກ ແລະ ສົ່ງອອກສິນຄ້າຍັງແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ, ເມື່ອວົງເງິນບັນລຸເກືອບ 500 ຕື້ USD, ປະກອບສ່ວນເຮັດໃຫ້ລະດັບສ່ວນເກີນການຄ້າ ຂຶ້ນເຖິງ 5,49 ຕື້ USD. ໄປຄຽງຄູ່ກັນນັ້ນ, ການປະຕິບັດລະບຽບການບໍລິຫານມີຄວາມສະດວກ, ໝາກຜົນນີ້ແມ່ນຄວາມມານະພະຍາຍາມຂອງວິສາຫະກິດ ໃນການຟື້ນຟູການຜະລິດດຳເນີນທຸລະກິດ, ເຊື່ອມຕໍ່ລະບົບສະໜອງໃນເງື່ອນໄຂພະຍາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ໃນຊຸມເດືອນທ້າຍປີ, ເຖິງວ່າຕ້ອງປະສົບກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມແຕ່ບັນດາວິສາຫະກິດ ສົ່ງອອກພວມເພີ່ມຄວາມໄວ, ມານະພະຍາຍາມໃນການປະຕິບັດສຳເລັດເປົ້າໝາຍທີ່ວາງອອກ.

ກ​ານ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ - ảnh 1ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: baochinhphu.vn)

ຕີລາຄາກ່ຽວກັບໝາກຜົນຂອງການສົ່ງອອກໃນ 8 ເດືອນຕົ້ນປີ 2022, ກະຊວງອຸດສາຫະກຳ ການຄ້າຖືວ່າ ວົງການການສົ່ງອອກມີການຟື້ນຟູຢ່າງແຮງ, ໃນນັ້ນ, ບັນດາຕະຫຼາດໃຫຍ່ຄື ອາເມລິກາ, EU, ຍີ່ປຸ່ນ… ລ້ວນແຕ່ບັນລຸລະດັບເຕີມໂຕ 2 ຕົວເລກ, ຊ່ວຍໃຫ້ສິນຄ້າ ຫວຽດນາມ ຍົກສູງໄດ້ທີ່ຕັ້ງ ແລະ ຄວາມສາມາດໃນການຕອບສະໜອງໃນບັນດາລະບົບມູນຄ່າ.

ຄວາມເປັນເຈົ້າການຂອງວິສາຫະກິດ

ອາດເວົ້າໄດ້ວ່າ, ບັນດາວິສາຫະກິດ ຫວຽດນາມ ໄດ້ຍາດແຍ່ງບັນດາກາລະໂອກາດຈາກຕະຫຼາດ ເປັນຢ່າງດີທີ່ສຸດ ເມື່ອຄວບຄຸມໄດ້ພະຍາດໂຄວິດ - 19 ໃນເບື້ອງຕົ້ນ ເຊິ່ງເຮັດໃຫ້ຄວາມຕ້ອງການກ່ຽວກັບຜະລິດຕະພັນຈຳເປັນໃນທົ່ວໂລກນັບມື້ນັບເພີ່ມຂຶ້ນສູງ. ເລື່ອງ ຫວຽດນາມ ສືບຕໍ່ສົ່ງອອກເກີນດູນໃນ 8 ເດືອນຂອງປີ 2022 ແມ່ນໝາກຜົນທີ່ຕັ້ງໜ້າຂອງການເຄື່ອນໄຫວການຄ້າຕ່າງປະເທດ ຫວຽດນາມ ເມື່ອທຽບໃສ່ກັບຫຼາຍປະເທດໃນໂລກ. ໃນຂົງເຂດຕ່ຳແຜ່ນຕັດຫຍິບ ມີການສົ່ງອອກເກີນດູນກ່ວາ 12 ຕື້ USD. ໃນສະພາບການບາງປະເທດຍັງນຳໃຊ້ບັນດາມາດຕະການຕ້ານພະຍາດໂຄວິດ - 19 ຢ່າງເຂັ້ມງວດ ເຊິ່ງກໍ່ຜົນສະທ້ອນຕໍ່ລະບົບສະໜອງວັດສະດຸ ແລະ ການຊົມໃຊ້ຜະລິດຕະພັນ, ທ່ານ ຫວູດຶກຢາງ, ປະທານສະຫະພັນຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃຫ້ຮູ້ວ່າ:

        ເດືອນທ້າຍປີນີ້, ຕໍ່ໜ້າບັນດາສິ່ງທ້າທາຍຂອງຕະຫຼາດ, ຄ່າໃຊ້ຈ່າຍສົ້ນເຂົ້າເພີ່ມຂຶ້ນ ດັ່ງນັ້ນບັນດາວິສາຫະກິດ ຂອງຂະແໜງຕຳແຜ່ນຕັດຫຍິບ ຫວຽດນາມ ໄດ້ຍົກອອກເປົ້າໝາຍ ປີນີ້ ແມ່ນຕ້ອງຮັກສາສະຖຽນລະພາບ ແລະ ພັດທະນາຂອງວິສາຫະກິດ ເພື່ອຮັກສາຜູ້ອອກແຮງງານ ແລະ ຮັກສາໄດ້ຕະຫຼາດ, ຮັກສາໄດ້ລູກຄ້າ. ນີ້ແມ່ນເປົ້າໝາຍທີໜຶ່ງ. ທີສອງແມ່ນວິສາຫະກິດກໍ່ຕ້ອງຈຳກັດການເພີ່ມຄ່າໃຊ້ຈ່າຍທີ່ມີຜົນກະທົບຕໍ່ປະສິດທິຜົນຂອງວິສາຫະກິດຢ່າງສຸດຂີດ. ສິ່ງສຳຄັນທີ່ສຸດແມ່ນ ເປົ້າໝາຍທີ 3 ແມ່ນເຮັດແນວໃດໃຫ້ຍັງຮັກສາໄດ້ຜົນກຳໄລສ່ວນໜຶ່ງ ເພື່ອຈ່າຍເງິນເດືອນ, ເງິນບຳເນັດໃຫ້ແກ່ຜູ້ອອກແຮງງານ. ເຮັດໄດ້ຄືດັ່ງກ່າວ, ພວກເຮົາຈຶ່ງມີທ່າເພື່ອປະຕິບັດເປົ້າໝາຍ 2023 ທີ່ວາງອອກສຳລັບຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ.

        ສຳລັບຂະແໜງເກີບໜັງ ເຊິ່ງແມ່ນຂະແໜງສົ່ງອອກຫຼັກແຫຼ່ງອີກຂະແໜງໜຶ່ງຂອງ ຫວຽດນາມ, ທ່ານນາງ ຟ້າມທິແທັງຊວັນ, ຮອງປະທານທັງເປັນເລຂາທິການໃຫຍ່ສະຫະພັນ ເກີດໜັງກະເປົາ ຫວຽດນາມ ໃຫ້ຮູ້ວ່າ ມາຮອດຈຸດເວລານີ້, ທ່າໄດ້ປຽບຂອງບັນດາສົນທິສັນຍາການຄ້າ ເສີລົບ (FTA) ຂະແໜງເກີບໜັງໄດ້ນຳໃຊ້ເປັນຢ່າງດີ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ໃນຊຸມເດືອນທ້າຍປີ, ບັນດາວິສາຫະກິດໃນຂະແໜງຈະຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາຄວາມໄວໃນການສົ່ງອອກ.

        ພວກຂ້າພະເຈົ້າ ພະຍາຍາມບັນລຸໄດ້ແຜນການສົ່ງອອກປະມານ 23 25 ຕື້ USD, ເຖິງຢ່າງໃດກໍ່ຕາມ, ເພື່ອແກ້ງແຍ່ງໃນໄລຍະຈະມາເຖິງ, ຕ້ອງຍົກສູງມູນຄ່າຂອງສິນຄ້າ. ພວກເຮົາຕ້ອງມີບັນດາແຫຼ່ງວັດຖຸທີ່ມີຄຸນຄ່າສູງ ທີ່ມາຈາກບັນດາປະເທດ. ດ້ວຍທ່າແຮງຂອງສັນຍາ FTA ພວກເຮົາມີຄວາມຫວັງຢາກຍາດແຍ່ງກາລະໂອກາດນຳເຂົ້າຈາກບັນດາຕະຫຼາດນີ້ໃຫ້ເປັນຢ່າງດີ, ພິເສດແມ່ນຕະຫຼາດ EU ທີ່ມີແຫຼ່ງວັດສະດຸ ທີ່ມີມູນຄ່າສູງ ເພື່ອໃຫ້ພວກເຮົາສາມາດຜະລິດສິນຄ້າປະເພດເກີບນີ້ຢູ່ລະດັບສູງກ່ວາ ກໍ່ຄືອາດຈະນຳເຂົ້າໄດ້ບັນດາອຸປະກອນເຕັກໂນໂລຢີໃໝ່.

ໜູນຊ່ວຍຂໍ້ມູນຂ່າວສານ, ເພີ່ມທະວີສົ່ງເສີມການສົ່ງອອກ

ໃນສະພາບການການຄ້າທົ່ວໂລກ ຮຽກຮ້ອງຕ້ອງການເຊື່ອມຕໍ່, ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາລະບົບການຄ້າ ຫວຽດນາມ ຢູ່ຕ່າງປະເທດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຫະພັນຂະແໜງວິຊາຊີບ, ວິສາຫະກິດ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ເຈິ່ນກວັກແຄ໊ງ ໃຫ້ຮູ້ວ່າ, ກະຊວງຈະສຸມໃສ່ໜູນຊ່ວຍບັນດາວິສາຫະກິດ ກ່ຽວກັບຂໍ້ມູນຂ່າວສານດ້ານການຕະຫຼາດ, ສົ່ງເສີມການສົ່ງອອກ, ຍາດແຍ່ງທ່າດີຂອງຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີ ທີ່ໄດ້ຮັບການລົງນາມແລ້ວ. ທ່ານໃຫ້ຮູ້ວ່າ:

        ສິນຄ້າປະເພດທີ່ມີວົງເງິນການຄ້າໃຫຍ່ຄື ຜະລິດຕະພັນກະເສດ, ຕ່ຳແຜ່ນຕັດຫຍິບ, ເກີບໜັງລ້ວນແຕ່ແມ່ນສິນຄ້າປະເພດສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ. ປັດຈຸບັນ, ສິນຄ້າປະເພດເຫຼົ່ານີ້ລ້ວນແຕ່ອີງໃສ່ຄວາມຕ້ອງການຂອງຕະຫຼາດ, ຕໍ່ໜ້າສະພາບການຄວາມຕ້ອງການພວມລົງສຳລັບບາງຕະຫຼາດນັ້ນ, ໜ້າທີ່ຂອງພວກເຮົາແມ່ນມານະພະຍາຍາມຂຸດຄົ້ນບັນດາຕະຫຼາດຢ່າງຄົບຖ້ວນ ພ້ອມທັງ ແກ້ໄຂບັນດາຈຸດອຸດຕັນໃນລະບົບສະໜອງຂອງບັນດາວິສາຫະກິດ. ຖ້າເຮັດໃຫ້ທຸກສິ່ງທຸກຢ່າງດັ່ງກ່າວ, ປາດຖະໜາວ່າ ພວກເຮົາຈະຍັງຮັກສາອັດຕາເຕີບໂຕການສົ່ງອອກໃນຊຸມເດືອນທ້າຍປີ.

ກະຊວງອຸດສາຫະກຳ ການຄ້າ ຈະສືບຕໍ່ຫັນການປະຕິບັດລະບຽບການບໍລິຫານໃຫ້ແກ່ວິສາຫະກິດເປັນສະດວກ. ພ້ອມທັງ, ກະຊວງກໍ່ໜູນຊ່ວຍບັນດາວິສາຫະກິດ ໃນການຊອກຫາແຫຼ່ງສະໜອງວັດສະດຸທົດແທນ ດ້ວຍລາຄາທີ່ເໝາະສົມ ເພື່ອຮັບປະກັນມີວັດສະດຸຮັບໃຊ້ການຜະລິດ ແລະ ການບໍລິໂພກອີກດ້ວຍ.

        ຖ້າຮັກສາຄວາມໄວຄືໃນ 8 ເດືອນຜ່ານມາ, ຂະໜາດວົງເງິນການສົ່ງອອກນຳເຂົ້າໃນທົ່ວປີ 2022 ຂອງ ຫວຽດນາມ ອາດຈະບັນລຸກ່ວາ 740 ຕື້ USD, ປະກອບສ່ວນເຂົ້າໃນການປັບປຸງດູນການຊຳລະ, ເພີ່ມການສະສົມເງິນຕາຕ່າງປະເທດຂຶ້ນ, ສ້າງຄວາມສະດວກໃຫ້ແກ່ການປະຕິບັດສຳເລັດເປົ້າໝາຍພັດທະນາເສດຖະກິດທັງປີ.

ຕອບກັບ

ຂ່າວ/ບົດ​ອື່ນ