ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ​ຍາກ​ທີ່​ມີ​ບາດ​ກ້າ



(vovworld)- ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ເປັນ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ເປັ​ນ​ປະ​ທານ​ປະ​ເທດ​ຈີນ ຂອງ​ທ່ານ ສີ​ຈິ້ນ​ຜິງ ແຕ່​ວັນ​ທີ 22-25/9 ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ຫາງ​ສຽງ. ນອກ​ຈາກ​ມີ​ຄຳ​ເຫັນ​ຫລາຍ​ຢ່າງ​ທີ່​ຫນ້າ​ປະ​ເອີບ​ໃຈ ຍັງ​ມີ​ຄວາມ​ສົງ​ໃສ​ຈຳ​ນວນ​ຫນຶ່ງ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ການ​ຢ້ຽມ​ຢາມ​​ຄັ້ງ​ນີ້. ໃນ​ສະ​ພາບ​ການ​ພົວ​ພັນ​ສອງ​ຝ່າຍ ອາ​ເມ​ລິ​ກາ - ຈີນ ພວມ​ຄົງ​ຕົວ​ຄວາມບໍ່​ລົງ​ລອຍ​ກັນ​, ຄວາມ​ສົງ​ໃສ, ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ໄດ້​ຮັບ​ຖື​ວ່າ ຍາກ​ທີ່​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໄດ້.

ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ​ຍາກ​ທີ່​ມີ​ບາດ​ກ້າ - ảnh 1
ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ແລະ ປະ​ທາ​ນາ​ທິ​ບໍ​ດີ
 ອາ​ເມ​ລິ​ກາ B.Obama
ພາບ:thanhnien.vn

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ໃນ​ສະ​ພາບ​ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ຫລາຍ​ຢ່າງ, ຊ້ຳ​ບໍ່​ໜຳ ມີ​ຫລາຍຄຳ​ເຫັນຍັງ​ຖື​ວ່າ ການ​ພົວ​ພັນ​ສອງ​ຝ່າຍ​ພວມ​ຕົກ​​ຢູ່​ໃນ​ສະ​ພາບ​ເຄັ່ງ​ຕຶງ”. ຄວາມ​ຈິງ ໃນ​ຫລາຍ​ປີ​ຜ່ານ​ມາ ພ້ອມ​ກັບ​ການ​ຜັນ​ແປ​ໃນ​ທົ່ວ​ໂລກ, ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ມີ​ບັນ​ດາ​ຄ​ວາມ​ແຕກ​ຕ່າງ​ທີ່ໃຫຍ່​ຫລວງ, ນັບ​ມື້​ນັບ​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ ຫາກບໍ່​ແມ່ນ​ການ​ຮ່ວມ​ມື.

        ​ແກ້​ໄຂ​ບັນ​ຫາຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

        ຄວາມ​ຫຍ​ໍ​້​ທໍ້​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ພວມ​ເກີດ​ຂຶ້ນ ​ເມື່ອ​ສອງ​ປະ​ເທດ ຍາມ​ໃດ​ກໍ​ໃນ​ສະ​ພາບ​ຍາດ​ແຍ່ງບົດ​ບາດ​ຜົນ​ສະ​ທ້ອນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ແລະ ເສດ​ຖະ​ກິດ.

        ອາ​ເມ​ລິ​ກາ ຍາມ​ໃດ​ກໍ​ລະ​ມັດ​ລະ​ວັງ ຈີນ ເມື່ອ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ການ​ເຄື່ອນ​ໄຫວບໍ່​​ມີສັນ​ຕິ​ພາບ ໃນ​ໄລ​ຍະ​ມໍ່ໆ​ມານີ້​ຂອງ​ຈີນ, ເປັນ​ຕົ້​ນ​ແມ່ນ​ເລື່ອງ ປັກ​ກີງ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນຄວາມ​ກະ​ມຶງ​ກະ​ມັງໃນ​​ການຂັດ​ແຍ້ງ​ຜືນ​ແ​ມ່ນ​ດິນ, ເຂດ​ນ່ານ​ທະ​ເລ ກັບບັນ​ດາປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ໃນ​ນັ້ນ ມີ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ຂອງ ອາ​ເມ​ລິ​ກາ ຄື: ຍີ່​ປຸ່ນ, ຟິ​ລີບ​ປີນ. ຄຽງ​ຄູ່​ກັນ​ນັ້ນ ຍັງ​ມີ​ຫລາຍ​ບັນ​ຫາ​ແຕກ​ຕ່າງ​ກັນ​ຄື: ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ຂໍ້​ລິ​ເລີ່ມ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ອາ​ຊີ ຫລື​ບັນ​ດາ​ຄຳ​ກ່າວ​ຫາ​ຈີນ ຄອບ​ງຳສະ​ກຸນ​ເງິນຢວນ. ໃນ​ຂະ​ນະ​ນັ້ນ ກົງ​ກັນ​ຂ້າມ, ຈີນ ຍາມ​ໃດ​ກໍ​ຖື​ຍຸດ​ທະ​ສາດ​ດຸນ​ດ່ຽງ​ຄືນ ອາ​ຊີ ປາ​ຊີ​ຟີກ ຂອງວໍ​ຊິງ​ຕັນ ນັ້ນ​ແມ່ນ​ຈຸດ​ປະ​ສົງ​ກົດ​ຫນ່ວງ​ການ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ​ຂອງ ປັກ​ກີງ. ຕາມ​ຈີນ​ແລ້ວ, ອາ​ເມ​ລິ​ກາ ພວມ​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ​ມີ​ການ​ປະ​ທ​ະ​ກັ​ນ​ອະ​ທິ​ປະ​ໄຕ​ເຂດ​ນ່ານ​ທະ​ເລ​ກັບ​ຈີນ ຢູ່ ພາກ​ພື້ນ, ການ​ທ້າ​ທາຍ​ປະ​ຕູ​ອອກ​ສູ່​ທະ​ເລ​ຂອງ​ປະ​ເທດນີ້, ເຮັດ​ໃຫ້​ຜົນ​ປະ​ໂຫຍດ​​ທາງທະ​ເລ​ຂອງ​ຈີນ ຖືກ​ກີດ​ຂວາງ. ເພາະ​ສະ​ນັ້ນ ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຫນ້າ​ທີ່​ຫ​ຍຸ້ງ​ຍາກ​ທີ່​ສຸດ ນັ້ນແມ່ນ​ສອງ​ຝ່າຍ​ຕ້ອງ​ເຮັດ​ແນວ​ໃດ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນຳ​ກັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ຈະ​ຕ້ອງ​ພະ​ຍາ​ຍາມ​ເກ້ຍກ​ອ່ມ​ວົງ​ການ​ການ​ນຳ ອາ​ເມ​ລິ​ກາ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ຈີນ, ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ຫຍໍ້​ທໍ້​ສຳ​ລັບ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ມໍ່​ໆ​ມານີ້ ກໍ​ຄື​ການ​ກຳ​ນົດ​ທິດ​ເພີ່ມ​ກຳ​ລັງ​ແຮງ​ຂອງ​ຈີນ.

        ສຳ​ລັບ ທຳ​ນຽບ​ຂາວ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ຈະ​​ຕ້ອງພະ​ຍາ​ຍາມ​​ເພື່ອພິ​ສູດ​ໃຫ້​ເຫັນ ນະ​ໂຍ​ບາຍ​ຫັນ​ໄປ​ສູ່​ ອາ​ຊີ ປ​າ​ຊີ​ຟີກ ນັ້ນບໍ່​ແມ່ນ​ການ​ແຂ່ງ​ຂັນ​ດ້ານ​ການ​ທະ​ຫານ​ຢູ່​ພາກ​ພື້ນນີ້. ແລະ ທັງ ອາ​ເມ​ລິ​ກາ ແລະ ຈີນ ຄວນ​ຮັບ​ຮູ້​ການ​ແກ້ງ​ແຍ້​ງ​ຢ່າງ​ແຮງ​ ຈະ​ເຮັດ​ໃຫ້​ສອງ​ຝ່າຍ ຖືກ​ຜົ​ນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ, ສອງ​ປະ​ເທດ ຄວນ​ຮັກ​ສາ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຂອງ​ກັນ ຜ່ານ​ວິ​ທີ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ເພີ່ມ​ເຕີມ​ຈຸດ​ດີ- ຈຸດ​ອ່ອນ​ໃຫ້​ກັນ.

       ເສດ​ຖະ​ກິດ​ຈະສວມ​ທີ່​ຕັ້ງ​ເປັນ​ຈຸດ​ສຸມ

       ໃນ​ສ​ະ​ພາບ​ການນັ້ນ, ຕາມ​ການ​ໄຈ້​ແຍກ​ຂອງບັນ​ດາ​ຊ່ຽວ​ຊານແລ້ວ ຈຸດ​ສຸມ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ແມ່ນ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ. ບໍ່​ແມ່​ນ​ເລື່ອງ​ບັງ​ເອີນ​​ທີ່ທ່ານ ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ເລືອກ​ເຟັ້ນ Seatle ແມ່ນ​ສະ​ຖານ​ທີ່​ ​ຢ້ຽມ​ຢາມ ທຳ​ອິດ​​ໃນ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຄັ້ງ​ນີ້. ເພາະ​ Seatle ແມ່ນ​ສູນ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ນຳ​ຂອງ ອາ​ເມ​ລິ​ກາ ແລະ​ໂລກ ພ້ອມ​ທັງ​ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຄື: Microsoft, Amazon. ນອກນັ້ນ ຍັງ​ມີ​ບໍ​ລິ​ສັດ​ໃຫຍ່​ຫລາຍ​ແຫ່ງ​ຂອງ ອາ​ເມ​ລິ​ກາ ຄື: Boeing, Starbucks ພວມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຈີນ. ສະ​ນັ້ນ ນີ້​ແມ່ນ​ຈຸດ​ໝາຍ ຊື່ງ​ຈີນ ພວມ​ມູ່ງ​ໄປ​ເຖິງ ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ ເສດ​ຖະ​ກິດ​ຍາວ​ນານ​ຂອງ​ຕົນ. ການ​ຢ້ຽມ​ຢາມ Seatle ຂອງ​ທ່ານ ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ແມ່ນ​ເພື່ອ​​​ແກ້​ໄຂຄວາມ​ລະ​ແວງ​ສົງ​ໃສ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຕໍ່ ​ມາດ​ຕະ​ການ​ທີ່​ຈີນ ​ພວມ​ປະ​ຕິ​ບັດ​ສຳ​ລັບ​ບໍ​ລິ​ສັດ​ຕ່າງ​ປະ​ເທດ. ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ​ແມ່ນ​ກຳ​ລັງ​ຫນູນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ປີ 2014, ການ​ສົ່ງ​ອອກ​ຂອງ ອາ​ເມ​ລິ​ກາ ໄປ​ຍັງ​ຈີນ ບັນ​ລຸ 120 ຕື້ USD ແລະ ຈີນ ແມ່ນ​ຕ​ະ​ຫລາດ​ສົ່ງ​ອອກ​ສິນ​ຄ້າໃຫຍ່​ອັນ​ດັບ 3 ຂອງ​ອາ​ເມ​ລິ​ກາ. ແຕ່​ຄວາມ​ຈິງ, ຄວາມດຸນ​ດຽງ​ດ້ານ​ການ​ຄ້າ​ແມ່ນ​ຂຶ້ນ​ກັບ​ຝ່າຍ​ຈີນ. ແຕ່​ເດືອນ 8/2015, ອັດ​ຕາ​ແລກ​ປ່ຽນ​​ລະ​ຫວ່າງ ສະ​ກຸນ​ເງິນ USD ແລະ ເງິນຢວນ ເພີ່ມ​ຂຶ້ນ ກ​ໍ​ເຮັດ​ໃຫ້​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ ຈີນ ພວມ​ມາ​ນະ​ພະ​ຍາ​ຍາມ​ທຳ​ລາຍ​ຄ່າ​ເງິນຢວນ​ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ສົ່ງ​ອອກ​ຂອງ​ຈີນ. ສະ​ນັ້ນ ຫນຶ່ງ​ໃນ​ບັນ​ດາ​ຈຸດ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຄັ້ງ​ນີ້ ຂອງ​ທ່ານປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ແມ່ນສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຄືນ​ຕໍ່​ບັນ​ດາ​ນັກ​ລົງ​ທຶນ​ວ່າ ຈີນ ຈະ​ພັດ​ທະ​ນາ​ບັນ​ດາ​ຕະ​ຫລາດ​ເຄີຍ​ໄປ​ຕາມ​ທິດ​ເປີດ​ປະ​ຕູ ແລະ ໂປ່ງ​ໃສ​ກວ່າ ພ້ອມ​ທັງ​ຢືນ​ຢັນ ບໍ່​ທຳ​ລາຍ​ເງິນຢວນ.

        ແຕ່​ດົນ​ແລ້ວ, ວໍ​ຊິງ​ຕັນ ຍັງ​ຄົງ​ຮັກ​ສາ​ທັດ​ສະ​ນະ​ວ່າ: ການ​ພົວ​ພັນ​ແບບ​ໃຫ​ມ່​ຂອງ​ປະ​ເທດ​ໃຫຍ່” ພຽງ​ແຕ່​​ແມ່ນຄຳ​ນິ​ຍາມ ແລະ ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ເຖິງ​ການ​ຊອກ​ຫາ​ເນື້ອ​ແທ້​ຂອງ​ມັນ. ປະ​ຈຸ​ບັນ ວ​ໍ​ຊິງ​ຕັນ ຕ້ອງເອົາ​ໃຈ​ໃສ່​ເຖິງ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລະ​ອຽດ​ຢ່າງວ່ອງ​ໄວ​, ໃນ​ຂະ​ນະ​ທີ່​ປັກ​ກີງ ພັດ​ສົນ​ໃຈ​ເຖິງ​ສະ​ພາບ​ການ​ສັງ​ລວມ ແລະ ແຜນ​ການ​ຍາວ​ນານ. ສະ​ນັ້ນ ຄວາມ​ແຕກ​ຕ່າງ​ໃນ​ວິ​ທີ​ສຳ​ພັດ​​ສະ​ແດງໃຫ້​ເຫັນ​ວ່າ ການ​ພົບ​ປະ​ຂອງ​ທ່ານ ສີ​ຈິ້ນ​ຜິງ ກັບ​ທ່ານ O.Bama ຈະ​ບໍ່​ນຳ​ມາ​ເຊິ່ງ​ໝາກ​ຜົນ​ຄື​ດັ່ງ​ຄວາມ​ຫວັງ.  ຖ້າ​ຫາກ​ ພຽງ​ແຕ່​ແມ່ນ​ຄວາມ​ຫວັງ​ຕໍ່​ບາດ​ກ້າວ​ໃຫມ່​ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ລົງ​ທຶນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ເລີ່ມເຄື່ອນ​ໄຫ​ວ​ແຕ່​ປີ 2008,ໃນ​ການ​ພົ​ບ​ປະ​ສຸດຍອດ ອາ​ເມ​ລິ​ກາ - ຈີນ ຄັ້ງ​ນີ້. ມີ​ຫລາຍ​ສາຍ​ເຫດ​ສ້າງ​ຄວາມ​ປະ​ເອີບ​ໃຈ, ເພາະ​ວ່າ ໃນ​​ຂະ​ນະ​ທີ່ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​ອື່ນ​ຄື: ທະ​ເລ​ຕາ​ເວັນ​ອອກ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ ໄດ້​ຮັບ​ຖື​ວ່າ ຍາກ​ທີ່​ ​ບັນ​ລຸ​ໄດ້ຂໍ້​ຕົກ​ລົງ, ​ຄວາມ​ຄືບ​ຫນ້າໃນ​ຂົງ​ເຂດ​ດ້ານ​ການ​ຄ້າ​ສອງ​ຝ່າຍ​​ຈະແມ່ນ​ສິ່ງ​ທີ່​ສອງ​ຝ່າຍ​ອາດ​ຈະ​ສຸມ​ໃສ່​ມຸ່ງ​ໄປ​ເຖິງ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ