ການລົງໂທດຕໍ່ອີຣານ ຈະນຳມາເຊິ່ງປະສິດທິຜົນຫຼືບໍ່?

(VOVWORLD) -ວັນທີ 07 ສິງຫາ, ບັນດາມາດຕະການຈັດວາງບັນດາມາດຕະການລົງໂທດຂອງອາເມລິກາ ຕໍ່ອີຣານ ຄືນໃໝ່ເລີ່ມມີຜົນສັກສິດ. ການຈັດວາງຄຳສັ່ງລົງໂທດແມ່ນເສົາຄ້ຳສຳຄັນໃນນະໂຍບາຍຂອງວໍຊິງຕັນ ສຳລັບອີຣານ. ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກໄດ້ຕີລາຄາວ່າ ບັນດາມາດຕະການລົງໂທດເຊິ່ງອາເມລິກາ ຈັດວາງຄືນໃໝ່ ຍາກທີ່ຈະເຮັດໃຫ້ອີຣານ ປ່ຽນແປງນະໂຍບາຍຂອງປະເທດນີ້ຢູ່ຕາເວັນອອກກາງ.

ອາເມລິກາ ຖະແຫຼງຈັດວາງບັນດາມາດຕະການລົງໂທດຕໍ່ອີຣານ ຄືນໃໝ່ ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍປະຫວັດສາດກັບອີຣານ ເຊິ່ງໄດ້ລົງນາມເມື່ອປີ 2015. ບັນດາມາດຕະການລົງໂທດທຳອິດຂອງອາເມລິກາ ມີກຳນົດເວລາ 90 ວັນ, ນັບແຕ່ວັນທີ 07 ສິງຫາ. ຕາມນັ້ນແລ້ວ, ລັດຖະບານອີຣານ ຈະຖືກຫ້າມຊື້ USD, ສະກັດກັ້ນການແລກປ່ຽນຄຳ, ໂລຫະຊະນິດຕ່າງໆ, ຖ່ານຫີນ ແລະ ຊອບແວທີ່ກ່ຽວຂ້ອງເຖິງອຸດສາຫະກຳ. ນອກນັ້ນ, ອາເມລິກາ ກໍ່ຢຸດຕິນຳເຂົ້າບັນດາຜະລິດຕະພັນພົມປູພື້ນ ແລະ ສະບຽງອາຫານຂອງອີຣານ, ສະກັດກັ້ນການແລກປ່ຽນດ້ານການເງິນບາງຢ່າງຂອງປະເທດນີ້.

        ຫຼັງຈາກນັ້ນ, ໃນຕົ້ນເດືອນພະຈິກ ຈະມາເຖິງ, ຄາດວ່າ ອາເມລິກາ ຈະຈັດວາງບັນດາມາດຕະການລົງໂທດທີ 2 ແນໃສ່ຂະແໜງນ້ຳມັນ ແລະ ທະນາຄານສູນກາງຂອງອີຣານ.

ຄວາມແຂງກະດ້າງຂອງອາເມລິກາ

        ອາເມລິກາ ຈັດວາງບັນດາມາດຕະການລົງໂທດ ຄືນໃໝ່ເພື່ອຕ້ານອີຣານ ຖືກເຊິ່ງດຳເນີນໃນສະພາບພື້ນຖານເສດຖະກິດຂອງອີຣານ ພວມມີສັນຍານຂອງວິກິດການ, ໄພເງິນເຟີ້ເພີ່ມຂຶ້ນ, ຄ່າສະກຸນເງິນຂອງປະເທດນີ້ຖືກຫຼຸດລົງ. ສະພາບເສດຖະກິດປະສົບກັບຄວາມຫຍຸ້ງຍາກ ໄດ້ເຮັດໃຫ້ບັນດາສິ່ງທ້າທາຍດ້ານສັງຄົມຢູ່ອີຣານ ເພີ່ມຂຶ້ນຄື: ຄວາມແຕກໂຕນລະຫວ່າງຄົນຮັ່ງມີ ແລະ ຜູ້ທຸກຍາກເພີ່ມຂຶ້ນ, ຄວາມຂາດສະຖຽນລະພາບຖືກປີນຂັ້ນໄດ ຂະນະທີ່ຢູ່ອີຣານ ໄດ້ເກີດການແຫ່ຂະບວນປະທ້ວງທີ່ນັບມື້ນັບຫຼາຍຂຶ້ນ. ການຄາດຄະເນຂອງ IMF ກ່ຽວກັບການເຕີບໂຕດ້ານເສດຖະກິດຂອງອີຣານ ໃນປີ 2018 ແມ່ນປະມານ 4%, ແຕ່ບັນດາຜົນກະທົບທີ່ບໍ່ດີຈາກບັນດາມາດຕະການລົງໂທດຂອງອາເມລິກາ ອາດຈະເຮັດໃຫ້ລະດັບເຕີບໂຕຫຼຸດລົງຕ່ຳກວ່າ 2%.

        ໃນມື້ຄຳສັ່ງລົງໂທດອີຣານ ເລີ່ມມີຜົນສັກສິດ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນຢ່າງແຮງວ່າ ອາເມລິກາ ຈະປະຕິບັດບັນດາມາດຕະການລົງໂທດຕໍ່ອີຣານ ຢ່າງຄົບຖ້ວນ. ສ່ວນລັດຖະດຳລັດຈັດວາງບັນດາມາດຕະການລົງໂທດຕໍ່ເຕເຮຣານ ຄືນໃໝ່ໃນວັນທີ 06 ສິງຫາ ຂອງທຳນຽບຂາວ ໄດ້ຊີ້ແຈ້ງນະໂຍບາຍຂອງວໍຊິງຕັນ ແມ່ນ “ກໍ່ຄວາມກົດດັນສູງສຸດທາງດ້ານເສດຖະກິດຢ່າງສຸດຂີດ” ຕໍ່ອີຣານ.

        ເຖິງຢ່າງໃດກໍ່ຕາມ, ບັນດາຄຳສັ່ງລົງໂທດເຊິ່ງອາເມລິກາ ຈັດວາງຄືນໃໝ່ ຍາກທີ່ຈະເຮັດໃຫ້ອີຣານ ປ່ຽນແປງນະໂຍບາຍຂອງປະເທດນີ້ຢູ່ຕາເວັນອອກກາງໄດ້. ບັນດາມາດຕະການລົງໂທດພຽງແຕ່ສາມາດປັບປຸງທ່າທີບໍ່ເຕັມໃຈທີ່ຈະຍົກອອກບໍ່ວ່າການປະນິປະນອມໃດໆຂອງອີຣານ ຢູ່ຕາເວັນອອກກາງ. ແລະ ຄຳສັ່ງລົງໂທດພຽງມີປະສິດທິຜົນເມື່ອມັນໄດ້ຮັບການສະໜັບສະໜູນຈາກທົ່ວໂລກເທົ່ານັ້ນ.

ອີຣານ ຮັບມືກັບມາດຕະການລົງໂທດ

        ຄືດັ່ງການຄາດຄະເນ, ໂດຍບໍ່ຫົວຊາຕໍ່ບັນດາຄຳກ່າວເຕືອນກ່ຽວກັບຜົນກະທົບຈາກບັນດາມາດຕະການລົງໂທດເຊິ່ງອາເມລິກາ ໄດ້ຈັດວາງ, ອີຣານ ຖະແຫຼງວ່າຈະບໍ່ຖອຍຫຼັງຕໍ່ໜ້າບັນດາແຜນການຂອງອາເມລິກາ. ແລະເກືອບຄືວ່າ ພ້ອມກັບເລື່ອງຄຳສັ່ງລົງໂທດເລີ່ມມີຜົນສັກສິດ, ປະເທດອິດສະລາມນີ້ໄດ້ຍົກອອກບັນດາມາດຕະການຜ່ອນຄາຍບັນດາຂໍ້ກຳນົດດ້ານເງິນຕາສາກົນ. ຕາມນັ້ນແລ້ວ, ບັນດາຫ້ອງການທຸລະກຳໄດ້ອະນຸຍາດຊື້ ແລະ ຂາຍເງິນຕາຕ່າງປະເທດຢ່າງແຮງ. ບັນດານັກນຳເຂົ້າສິນຄ້າບໍ່ຈຳເປັນໄດ້ອະນຸຍາດສຳຜັດກັບເງິນຕາສາກົນຢ່າງແຮງ ແລະ ອັດຕາແລກປ່ຽນເງິນຕາໄດ້ກຳນົດໂດຍຕະຫຼາດເປີດ. ແຫຼ່ງເງິນຕາດັ່ງກ່າວບໍ່ຖືກຈຳກັດ ແລະ ບໍ່ເສຍພາສີ. ໃນຂະນະນັ້ນ, ບັນດາບັນຊີເງິນຝາກປະຢັດດ້ວຍສະກຸນເງິນ USD ປະຈຸບັນໄດ້ຮັບການຍອມຮັບຈາກທະນາຄານ, ເປັນການກະທຳຄາດວ່າຈະກະຕຸກຊຸກຍູ້ປະຊາຊົນນຳເອົາເງິນຂອງເຂົາເຈົ້າເຂົ້າຕະຫຼາດ.

        ບໍ່ພຽງແຕ່ອີຣານ ເທົ່ານັ້ນ, ໃນບັ້ນເຄື່ອນໄຫວຮັບມືກັບຄຳສັ່ງຂວ້ຳບາດຂອງອາເມລິກາ, ຍັງມີຫຼາຍປະເທດເອີລົບ. ສະຫະພາບເອີລົບ (EU) ຖະແຫຼງວ່າ, ກຸ່ມນີ້ພ້ອມແລ້ວທີ່ຈະຍົກອອກບັນດາມາດຕະການໃໝ່ເພື່ອປົກປ້ອງວິສາຫະກິດເອີລົບ ຕໍ່ໜ້າບັນດາຜົນສະທ້ອນຈາກຄຳສັ່ງລົງໂທດ ເຊິ່ງອາເມລິກາ ຫາກໍ່ຈັດວາງຄືນໃໝ່ເພື່ອຕ້ານອີຣານ. ມີ “ກົດລະບຽບປິດລ້ອມ” ເລີ່ມມີຜົນສັກສິດໃນເວລາ 4 ໂມງ (ຕາມໂມງ GMT) ວັນທີ 07 ສິງຫາ. ກົນໄກດັ່ງກ່າວເພື່ອແນໃສ່ສະກັດກັ້ນບັນດາບໍລິສັດຂອງເອີລົບ ປະຕິບັດຕາມບັນດາມາດຕະການລົງໂທດຂອງອາເມລິກາ, ເວັ້ນເສຍແຕ່ເມື່ອໄດ້ຮັບອະນຸຍາດຂອງຄະນະກຳມະການເອີລົບ. ກະຊວງເສດຖະກິດສະຫະລັດເຢຍລະມັນ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປົກປ້ອງບັນດາການເຄື່ອນໄຫວສົ່ງອອກ ແລະ ການລົງທຶນຂອງບັນດາວິສາຫະກິດຂອງປະເທດນີ້ ທີ່ມີການທຳມາຫາກິນກັບອີຣານ.

        ທີ່ເປັນຈະແຈ້ງແລ້ວວ່າ, ໃນສົງຄາມເສດຖະກິດລົງໂທດຕໍ່ອີຣານ, ມາຮອດປະຈຸບັນ ອາເມລິກາ ຍັງບໍ່ທັນເກ້ຍກ່ອມບັນດາພັນທະມິດເອີລົບ ໄດ້, ເຊິ່ງແມ່ນບັນດາປະເທດເຄີຍຖືເປັນສຳຄັນຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມກັບອີຣານ ເມື່ອປີ 2015. ແລະ ການລົງໂທດຍາກທີ່ຈະບັນລຸໄດ້ປະສິດທິຜົນຄືດັ່ງຄວາມຫວັງ ເມື່ອບໍ່ໄດ້ຮັບການສະໜັບສະໜູນຈາກທົ່ວໂລກ.

        ອາດຈະເຫັນໄດ້ບັນຫາດັ່ງກ່າວ, ສະນັ້ນເລື່ອງຈັດວາງຄຳສັ່ງລົງໂທດຄືນໃໝ່ ແຕ່ທຳນຽບຂາວ ກໍ່ຍັງວາງອອກເງື່ອນໄຂອະນຸຍາດໃຫ້ອີຣານ ເຊື່ອມຕໍ່ການເຄື່ອນໄຫວດ້ານການຄ້າຄືນໃໝ່. ນັ້ນແມ່ນອີຣານ ຈະປ່ຽນແປງການກະທຳຕາມວິທີສະຫງົບສະຫງ່ຽມ ແລະ ຈະປຶກສາຫາລືກ່ຽວກັບບັນດາຄວາມວິຕົກກັງວົນຂອງອາເມລິກາ ທີ່ກ່ຽວຂ້ອງເຖິງເລື່ອງປະເທດນີ້ທົດລອງລູກສອນໄຟນຳວິຖີ ຫຼື ໜູນຊ່ວຍບັນດາກຸ່ມກະບົດໃນພາກພື້ນ. ເຖິງຢ່າງໃດກໍ່ຕາມ, ເລື່ອງ ອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດຕໍ່ອີຣານ ຄືນໃໝ່, ຖອນອອກຈາກຂໍ້ຕົກລົງນິວເຄຼຍ (ປີ 2015) ແລະ ຫຼັງຈາກນັ້ນຢາກເຈລະຈາ, ໄດ້ເຮັດໃຫ້ສູນເສຍຄວາມໄວ້ເນື້ອເຊື່ອໃຈຂອງອີຣານ ຕໍ່ອາເມລິກາ. ປະຈຸບັນ, ວົງການເຈົ້າໜ້າທີ່ອີຣານ ຢືນຢັນວ່າ, ວໍຊິງຕັນ ບໍ່ສາມາດພິສູດໃຫ້ເຫັນເຖິງຄວາມເປັນໜ້າໄວ້ເນື້ອເຊື່ອໃຈຂອງເຂົາເຈົ້າໃນບໍ່ວ່າການເຈລະຈາໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ