ການລົງໂທດອາດຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີໄດ້ຫລືບໍ່?

(VOVWORLD) -ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງບັນດາຝ່າຍໃນແຫລມເກົາຫລີ ຍັງບໍ່ທັນມີສັນຍາຫລຸດລົງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫລີ (ສປປ ເກົາຫລີ) ສືບຕໍ່ດຳເນີນເຫດຍິງລູກສອນໄຟນຳວິຖີ ແລະ ນີ້ແມ່ນການຍິງລູກສອນໄຟຄັ້ງທີ 7 ນັບແຕ່ຕົ້ນປີມາຮອດປະຈຸບັນ. ບັນຫາເຮັດໃຫ້ບັນດານັກສືບລາຊະການລັບ ອາເມລິກາ ແລະ ສເກົາຫລີ ກໍ່ຄືບັນດານັກວິເຄາະດ້ານການເມືອງ ປະຈຸບັນ ມີຄວາມວິຕົກກັງວົນ ນັ້ນແມ່ນຊອກຄຳຕອບໃຫ້ຈຸດປະສົງແທ້ຈິງຂອງ ພຽງຢາງ ພາຍຫລັງບັນດາເຫດຍິງລູກສອນໄຟ, ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ. ບົດຂຽນຂອງນັກຂ່າວ ແອງຮ່ວຽນ.

ການລົງໂທດອາດຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີໄດ້ຫລືບໍ່? - ảnh 1 ເຫດຍິງລູກສອນໄຟ

ພາບປະກອບ:ອິນເຕີແນັດ

ເຫດຍິງລູກສອນໄຟໄດ້ຮັບການປະຕິບັດຢູ່ສະຖານທີ່ຫ່າງຈາກນະຄອນຫລວງ ພຽງຢາງ ປະມານ 100 ກິໂລແມັດ. ລູກສອນໄຟດັ່ງກ່າວພາຍຫລັງບິນໄດ້ປະມານ 700 ກິໂລແມັດ ໄດ້ຕົກໃສ່ເຂດ ຝັ່ງທະເລ ລະຫວ່າງ ທາງທິດຕາເວັນອອກ ສປປ ເກົາຫລີ ແລະ ຍີ່ປຸ່ນ. ນີ້ແມ່ນການຍິງທົດລອງລູກສອນໄຟຄັ້ງທີ 7 ນັບແຕ່ຕົ້ນປີມາຮອດປະຈຸບັນ ແລະ ເປັນຄັ້ງທີ 20 ນັບແຕ່ປີ 2012, ຈຸດເວລາທີ່ທ່ານ Kim Jong un ສາບານຕົວຮັບດຳລົງຕຳແຫນ່ງເປັນການນຳ ສປປ ເກົາຫລີ.

ວິເຄາະຈຸດປະສົງຂອງເຫດຍິງລູກສອນໄຟຄັ້ງຕ່າງໆຂອງ ສປປ ເກົາຫລີ

        ພາຍຫລັງເຫດຍິງລູກສອນໄຟ, ສເກົາຫລີ ມີປະຕິກິລິຍາຢ່າງທັນທີ ແລະ ເອີ້ນວ່າ ນີ້ແມ່ນການກະທຳອັນຕະລາຍ, ນາບຂູ່ເຖິງສັນຕິພາບຢູ່ໃນແຫລມເກົາຫລີ ກໍຄືທົ່ວໂລກ. ອາເມລິກາ ກໍ່ໄດ້ໂຮມປະຊຸມດ່ວນກັບບັນດາປະເທດພັນທະມິດໃນພາກພື້ນ ເພື່ອປຶກສາຫາລືການຮັບມື, ວາງອອກຫລາຍມາດຕະການລົງໂທດໃຫມ່ສຳລັບປະເທດນີ້. ກໍ່ເຊັ່ນດຽວກັນກັບຄັ້ງກ່ອນນີ້, ອາເມລິກາ ແລະ ສເກົາຫລີ ໄດ້ຮຽກຮ້ອງ ສະຫະປະຊາຊາດ ແລະ ປະຊາຄົມໂລກ ກໍ່ກຳລັງດັນເພື່ອໃຫ້ ສປປ ເກົາຫລີ ປະລະໂຄງການນິວເຄຼຍ, ລູກສອນໄຟ. ພ້ອມກັນນັ້ນ ເຊີອູນ ຈັດວາງກຳລັງທະຫານໃນສະພາບກຽມພ້ອມການປ້ອງກັນ, ກອງທັບ ອາເມລິກາ ໄດ້ສົ່ງກຳປັ່ນຮົບ, ກຳປັ່ນຂັບໄລ່ປະກອບອາວຸດທັນສະໄຫມເຖິງເຂດນີ້ ເຮັດໃຫ້ແຫລມເກົາຫລີ ເກືອບຄືວ່າໄດ້ຕົກເຂົ້າສູ່ສະພາບສົງຄາມ.

        ມາຮອດຈຸດເວລານີ້, ຫາງສຽງໄດ້ຕັ້ງຄຳຖາມວ່າ ເປັນຫຍັງໂດຍບໍ່ຫົວຊາຕໍ່ການນາບຂູ່ກໍຄືເພີ່ມກຳລັງດັນຈາກ ຝ່າຍ ອາເມລິກາ, ແຕ່ ສປປ ເກົາຫລີ ຍັງຄົງສືບຕໍ່ປະຕິບັດບັນດາເຫດຍິງລູກສອນໄຟ. ພຽງຢາງ ອາດຈະໃຊ້ການກະທຳຍິງທົດລອງລູກສອນໄຟດັ່ງກ່າວ ເພື່ອຢັ້ງຢືນກຳລັງແຮງດ້ານນິວເຄຼຍຂອງຕົນ ຫລືວ່າມີ ມີຈຸດປະສົງອື່ນໃດ? ອາດຈະເຫັນໄດ້ວ່າ ບັນດາເຫດຍິງທົດລອງລູກສອນໄຟ ຍາມໃດກໍ່ຖືກດຳເນີນໄປໃນຈຸດເວລາສຳຄັນຂອງພາກພື້ນ. ເຫດຍິງທົດລອງລູກສອນໄຟເມື່ອວັນທີ 16 ພຶດສະພາ ແມ່ນກົງກັບໂອກາດ ປັກກີ່ງ ພວມຈັດຕັ້ງເວທີປາໄສຂັ້ນສູງຮ່ວມມືສາກົນ “ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ”, ຊື່ງແມ່ນບ່ອນເຕົ້າໂຮມເຈົ້າຫນ້າທີ່ຫລາຍທ່ານຂອງບັນດາປະເທດເຂົ້າຮ່ວມ. ນອກນັ້ນ ເຫດຍິງທົດລອງລູກສອນໄຟ ຄືດັ່ງມາດຕະການທົດລອງທ່ານປະທານາທິບໍດີ ສເກົາຫລີ ຄົນໃຫມ່ Moon Jae in ຊື່ງແມ່ນຜູ້ເຄີຍສະແດງໃຫ້ເຫັນທັດສະນະກ່ຽວກັບການແກ້ໄຂສະພາບຄວາມເຄັ່ງຕຶງໃນແຫລມເກົາຫລີແມ່ນແຕກຕ່າງກັນກັບອະດີດປະທານາທິບໍດີ ສເກົາຫລີ . ພິເສດ ເຫດຍິງທົດລອງລູກສອນໄຟ ປະຕິບັດກ່ອນດຳເນີນການພົບປະຄັ້ງສຸດຍອດລະຫວ່າງ ປະທານາທິບໍດີ ອາເມລິກາ Donald Trump ແລະ ປະທານປະເທດຈີນ ສີຈິ້ນຜິງ ເມື່ອການນຳສອງທ່ານ ຄາດວ່າຈະປຶກສາຫາລືກ່ຽວກັບການເພີ່ມທະວີກຳລັງດັນຕໍ່ ສປປ ເກົາຫລີ, ບັງຄັບໃຫ້ປະເທດນີ້ປະລະການພັດທະນາອາວຸດ.

        ໃນໄລຍະຕົ້ນເດືອນພຶດສະພາ, ຈີນ ເປັນຄັ້ງທຳອິດພາຍຫລັງຫລາຍປີທີ່ ໄດ້ສະແດງໃຫ້ເຫັນທ່າທີແບບເປີດເຜີຍ ສະຫນັບສະຫນູນຝ່າຍອາເມລິກາ ໃນການແກ້ໄຂບັນຫາ ສປປ ເກົາຫລີ ດ້ວຍການປ່ອນບັດຜ່ານຮ່າງມະຕິລົງໂທດ ສປປ ເກົາຫລີ ຂອງສະພາຄວາມໝັ້ນຄົງ ສປຊ. ແລະ ອາເມລິກາ ພວມລໍຖ້າ ປັກກີ່ງ ນຳໃຊ້ຜົນສະທ້ອນຂອງຕົນເພື່ອກໍ່ກຳລັງດັນຕໍ່ ພຽງຢາງ. ສະນັ້ນ ຈຸດປະສົງຍິງທົດລອງລູກສອນໄຟຄັ້ງຫລ້າສຸດຂອງ ສປປ ເກົາຫລີ, ຕາມບັນດານັກໄຈ້ແຍກແລ້ວ, ອາດຈະວິເຄາະຈຸດປະສົງນີ້ໄດ້ຢ່າງງ່າຍດາຍ. ທີຫນຶ່ງ, ຜ່ານເຫດຍິງທົດລອງລູກສອນໄຟ, ສປປ ເກົາຫລີ ໄດ້ສົ່ງສັນຍານໃຫ້ເຫັນວ່າ ປະເທດນີ້ ບໍ່ອີງໃສ່ຈີນ, ບໍ່ຍອມຮັບການສັບຊ້ອນກໍ່ຄືການຈັດວາງທີ່ກ່ຽວຂ້ອງຂອງ ປັກກີ່ງ. ທີສອງ ຜ່ານການກະທຳຍິງທົດລອງລູກສອນໄຟ, ພຽງຢາງ ກໍ່ຢາກສົ່ງສານ ເຖິງວ່າປະຊາຄົມໂລກມີການເພີ່ມທະວີກຳລັງດັນລົງໂທດຄືແນວໃດ. ແລະ ສຸດທ້າຍ ສປປ ເກົາຫລີ ກໍ່ຜ່ານການຍິງທົດລອງລູກສອນໄຟ ເພື່ອຍາດທ່າເປັນເຈົ້າການໃນໂຕະເຈລະຈາ ຖ້າຫາກການເຈລະຈາ 6 ຝ່າຍໄດ້ຮັບການປະຕິບັດ.

ການລົງໂທດອາດຈະແມ່ນມາດຕະການຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໄດ້ຫລືບໍ່?

ເປັນທີ່ຈະແຈ້ງແລ້ວວ່າ, ການກະທຳຍິງທົດລອງລູກສອນໄຟຂອງ ສປປ ເກົາຫລີ ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນນີ້ເພີ່ມຂຶ້ນ, ທຳລາຍວິວັດທະນາການປອດນິວເຄຼຍ ໃນແຫລມເກົາຫລີ. ແຕ່ເກືອບ 5 ປີມານີ້, ແຫລມເກົາຫລີ ດຳເນີນການຍິງທົດລອງລູກສອນໄຟເປັນຫລາຍຄັ້ງ, ກໍ່ຄວາມເກາະຜິດ ແລະ ຈັດວາງການລົງໂທດ.  ບັນດາຄຳສັ່ງລົງໂທດ, ເຮັດໃຫ້ພຽງຢາງຖືກຕົກ ຢູ່ໂດດດ່ຽວ ບໍ່ນຳມາເຊິ່ງໝາກຜົນລະອຽດໃດ ຫາກພຽງແຕ່ເພີ່ມຊ່ອງຫວ່າງລະຫວ່າງບັນດາຝ່າຍ, ຍູ້ພາກພື້ນນີ້ຕົກເຂົ້າສູ່ສະພາບຊ່ວງເສັງການປະກອບອາວຸດຮອບດ້ານ.

ມາຮອດຈຸດເວລານີ້, ບັນດານັກສັງເກດການຖືວ່າ ປະຊາຄົມໂລກ ຄວນມີຄວາມນຶກຄິດຢ່າງເຂັ້ມງວດໃນການແກ້ໄຂວິກິດການນິວເຄຼຍພວມຢູ່ໃນລະດັບເຕືອນໄພນີ້. ຖ້າຫາກທິດທາງປະຈຸບັນຂອງບັນດາຝ່າຍ ແມ່ນສືບຕໍ່ເຄັ່ງຕຶງ ແລະ ບໍ່ປະນິປະນອມ, ສະພາບການຍາກທີ່ຈະມີການປ່ຽນແປງຕາມທິດຕັ້ງຫນ້າກວ່າ. ຈົນຮອດເມື່ອໃດ ບັນດາຝ່າຍກ່ຽວຂ້ອງຍັງບໍ່ທັນມີເຈດຕະນາດີ, ປະນິປະນອມ, ຍັງບໍ່ທັນຊອກໄດ້ທັດສະນະລວມເພື່ອພ້ອມກັນເຂົ້າໂຕະເຈລະຈາ, ເວລານັ້ນ ສະພາບການໃນແຫລມເກົາຫລີ ຍັງເກີດຄວາມສັບສົນຢູ່. 

ຕອບກັບ

ຂ່າວ/ບົດ​ອື່ນ