ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ ຕວ​ກ​ກີ ແລະ ຊີ​ຣີ ​ຄືນ​ໃໝ່: ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ປະ​ຊາ​ຄົມ​ສາ​ກົນ

(VOVWORLD) - ໄປພ້ອມກັບວຽກງານກູ້ໄພກູ້ຊີບ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຜູ້ທີ່ລອດຊີວິດພາຍຫຼັງເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 6 ກຸມພາ ຢູ່ພາກໃຕ້ ຕວກກີ, ເຈົ້າໜ້າທີ່ປະເທດນີ້ພວມຕັ້ງໜ້າວາງແຜນສຳລັບພາລະກິດແຫ່ງການສ້າງສາປະເທດຄືນໃໝ່ພາຍຫຼັງໄພພິບັດ. ເຖິງຢ່າງໃດກໍຕາມ, ນີ້ໄດ້ຖືວ່າ ເປັນໜ້າທີ່ທີ່ມີສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງກະໂດດຂັ້ນ ບໍ່ພຽງແຕ່ຂອງສອງປະເທດທີ່ຖືກຜົນສະທ້ອນໂດຍກົງ ເຊິ່ງແມ່ນ ຕວກກີ ແລະ ຊີຣີ ເທົ່ານັ້ນ, ຫາກຍັງແມ່ນຂອງທັງປະຊາຄົມສາກົນອີກດ້ວຍ.
ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ ຕວ​ກ​ກີ ແລະ ຊີ​ຣີ ​ຄືນ​ໃໝ່: ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ປະ​ຊາ​ຄົມ​ສາ​ກົນ - ảnh 1ວັນທີ 19 ກຸມພາ, ອຳນາດການປົກຄອງ ຕວກກີ ໄດ້ປະກາດຢຸດຕິວຽກງານກູ້ໄພກູ້ຊີບຢູ່ເກືອບທຸກແຂວງ

ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມສັ່ນສະເທືອນແຮງທີ່ສຸດໃນຮອບເວລາໜຶ່ງສະຕະວັດຜ່ານມາຢູ່ພາກໃຕ້ ຕວກກີ ໄດ້ 2 ອາທິດ, ນອກຈາກຈຳນວນຜູ້ເສຍຊີວິດທີ່ໄດ້ຮັບການສະຖິຕິມາແລ້ວ, ວົງການເຈົ້າໜ້າທີ່ ຕວກກີ ແລະ ຊີຣີ ກໍຄືບັນດາອົງການຈັດຕັ້ງສາກົນ ຍັງບໍ່ທັນຕີລາຄາໄດ້ວ່າ ໃນທີ່ສຸດໄພພິບັດດັ່ງກ່າວໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດຕໍ່ສອງປະເທດດັ່ງກ່າວຫຼາຍປານໃດ. ເຖິງຢ່າງໃດກໍຕາມ, ຕາມຂໍ້ສັງເກດລວມແລ້ວ ເຫັນວ່າ ລະດັບຜົນເສຍຫາຍ ແມ່ນໃຫຍ່ຫຼວງທີ່ສຸດ ແລະ ຂະບວນການສ້າງສາປະເທດຄືນໃໝ່ ແນ່ນອນວ່າຈະແກ່ຍາວເປັນເວລາຫຼາຍປີ ດ້ວຍຈຳນວນເງິນມະຫາສານ ເຊິ່ງເໜືອກວ່າຄວາມສາມາດເຊິ່ງສອງປະເທດດັ່ງກ່າວພວມມີຢູ່.

        ຂະບວນການສ້າງສາປະເທດຄືນໃໝ່ ເຕັມໄປດ້ວຍສິ່ງທ້າທາຍ

        ຕາມການຕີລາຄາໃນເບື້ອງຕົ້ນ, ຢູ່ ຕວກກີ, ເຫດແຜ່ນດິນໄຫວດັ່ງກ່າວ ມີເອີພາດເມັ້ນປະມານ 345.000 ຫ້ອງຢູ່ 11 ແຂວງ, ນະຄອນ ຖືກພັງພິນາດ, ຕຶກອາຄານ 105.000 ຫຼັງຖືກຫັກພັງ ຫຼື ຖືກເປ່ເພຢ່າງໜັກໜ່ວງ. ນອກຈາກນັ້ນແລ້ວ, ຖະໜົນຫົນທາງນັບພັນກິໂລແມັດ ແລະ ກິດຈະກຳພື້ນຖານໂຄງລ່າງກ່ຽວກັບໄຟຟ້າ, ນ້ຳໃຊ້, ໂທລະຄົມມະນາຄົມ, ຊົນລະປະທານ…ນັບຮ້ອຍໂຄງການຖືກທຳລາຍເປ່ເພ. ສະຫະພັນວິສາຫະກິດ ຕວກກີ ຄາດວ່າ ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ປະເທດນີ້ຖືກເສຍຫາຍເຖິງ 84,1 ຕື້ USD.

ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ ຕວ​ກ​ກີ ແລະ ຊີ​ຣີ ​ຄືນ​ໃໝ່: ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ປະ​ຊາ​ຄົມ​ສາ​ກົນ - ảnh 2 ປະຊາຊົນ ຕວກກີ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງຄະນະກູ້ໄພກູ້ຊີບ ຫວຽດນາມ

        ອົງການຈັດຕັ້ງສາກົນຈຳນວນໜຶ່ງ ກໍໃຫ້ຂໍ້ສັງເກດວ່າ ຜົນເສຍຫາຍທາງດ້ານວັດຖຸຍ້ອນເຫດແຜ່ນດິນໄຫວຢູ່ ຕວກກີ ຕ້ອງຂຶ້ນເຖິງນັບສິບຕື້ USD, ສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ ຜົນເສຍຫາຍຢູ່ ຊີຣີ. Ankara ອາດຈະໃຊ້ເວລາ ແຕ່ 3 – 5 ປີ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ປະຕິບັດສຳເລັດຂະບວນການສ້າງສາປະເທດຄືນໃໝ່. ແຕ່ສຳລັບ ຊີຣີ, ໂດຍເປັນປະເທດທີ່ມີເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ ບວກກັບສະພາບການສົງຄາມທີ່ສັບສົນໃນປັດຈຸບັນ ຈະເຮັດໃຫ້ຂະບວນການດັ່ງກ່າວປະສົບກັບສິ່ງກີດຂວາງຫຼາຍຢ່າງ ແລະ ອາດຈະໃຊ້ເວລານັບສິບປີ ຈຶ່ງສຳເລັດ.

        ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານສາກົນຫຼາຍທ່ານ ມີຄວາມວິຕົກກັງວົນວ່າ ຂະບວນການສ້າງສາປະເທດຄືນໃໝ່ຢູ່ທັງ ຕວກກີ ແລະ ຊີຣີ  ອາດຈະເສຍເງິນຄຳ ແລະ ເວລາຫຼາຍກວ່າການຄາດຄະເນ. ພື້ນຖານເສດຖະກິດຢູ່ ຕວກກີ ຍັງບໍ່ທັນຫຼຸດພົ້ນອອກຈາກຜົນກະທົບຂອງວິກິດການໄພເງິນເຟີີ້ອັນຮ້າຍແຮງທີ່ແກ່ຍາວໃນຫຼາຍເດືອນຜ່ານມາ, ໃນຂະນະທີ່ສະພາບການເມືອງກໍພວມມີການຜັນແປຢ່າງສັບສົນ. ດັ່ງນັ້ນ, ເລື່ອງ Ankara ສາມາດລະດົມໄດ້ແຫຼ່ງກຳລັງທີ່ຈຳເປັນແກ່ການຮ່ວມມືກໍ່ສ້າງເຮືອນຢູ່ຊຸມຊົນ 30.000 ຫຼັງ ໃນຕົ້ນເດືອນ ມີນາ ຈະມາເຖິງ ຢ່າງພຽງພໍ, ຄືດັ່ງທີ່ທ່ານປະທານາທິບໍດີ Recep Tayyip Erdogan ປະກາດໃນວັນທີ 14 ກຸມພາ ກໍແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດ. ນັ້ນແມ່ນຍັງບໍ່ເວົ້າເຖິງເລື່ອງປະເທດນີ້ຕ້ອງຈັດແບ່ງແຫຼ່ງກຳລັງເພື່ອຮັບໃຊ້ວຽກງານກູ້ໄພກູ້ຊີບໂດຍດ່ວນໃຫ້ຜູ້ຮັບບາດເຈັບກວ່າ 100.000 ຄົນ ພ້ອມດ້ວຍປະຊາຊົນນັບລ້ານຄົນອື່ນໆ ທີ່ພວມຕົກຢູ່ໃນສະພາບ “ນອນກາງດິນ, ກິນກາງຊາຍ”.

        ສຳລັບ ຊີຣີ, ສະພາບການຕົວຈິງຢູ່ປະເທດນີ້ ຍິ່ງມີຄວາມວິຕົກກັງວົນກວ່າ ເມື່ອງົບປະມານແຫ່ງລັດຖືກໝົດກ້ຽງ ຫຼັງຈາກປະເຊີນໜ້າກັບສົງຄາມພາຍໃນມາເປັນເວລາກວ່າ 1 ທົດສະວັດ, ພ້ອມດຽວກັນນັ້ນ ກໍຍັງຖືກຫຼາຍປະເທດຕາເວັນຕົກລົງໂທດຢູ່.

        ຕ້ອງມີການຊ່ວຍເຫຼືອ, ຮ່ວມແຮງຮ່ວມໃຈຈາກປະຊາຄົມສາກົນ

        ອາດເຫັນໄດ້ວ່າ ສິ່ງທ້າທາຍສຳລັບພາລະກິດແຫ່ງການສ້າງສາ, ແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ມີຫຼາຍປະເທດ ແລະ ອົງການສາກົນໄດ້ຄິດໄລ່ເຖິງ. ຍ້ອນເຫດນັ້ນ, ພາຍຫຼັງເກີດເຫດແຜ່ນດິນໄຫວໄດ້ 3 ມື້, ທະນາຄານໂລກ (WB) ກໍ່ໄດ້ເລີ່ມດຳເນີນການຊ່ວຍເຫຼືອດ້ານການເງິນໃຫ້ແກ່ ຕວກກີ ດ້ວຍມູນຄ່າ 1,78 ຕື້ USD. ໄປຄຽງຄູ່ກັນນັ້ນ, ນັບສິບປະເທດ, ໃນນັ້ນ ມີ ຫວຽດນາມ ແລະ ບາງອົງການການເງິນສາກົນ ກໍໄດ້ປະກາດບ້ວງເງິນຊ່ວຍເຫຼືອ ເພື່ອຊ່ວຍ ຕວກກີ ແລະ ຊີຣີ ປະຕິບັດພາລະກິດແຫ່ງການສ້າງສາປະເທດຄືນໃໝ່ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ຫຼ້າສຸດ, ວັນທີ 19 ກຸມພາ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດບ້ວງເງິນໜູນຊ່ວຍຄັ້ງຕໍ່ໄປໃຫ້ແກ່ ຕວກກີ ທີ່ມີມູນຄ່າ 100 ລ້ານ USD.

        ເຖິງຢ່າງໃດກໍຕາມ, ຕາມບັນດານັກຊ່ຽວຊານ ແລະ ອົງການຈັດຕັ້ງສາກົນແລ້ວ, ຍ້ອນໄພພິບັດດັ່ງກ່າວມີຂອບຂະໜາດໃຫຍ່ເກີນໄປ, ພາລະກິດແຫ່ງການສ້າງສາປະເທດຄືນໃໝ່ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງ ຢູ່ທັງສອງປະເທດດັ່ງກ່າວ ຕ້ອງການມີຄຳໝັ້ນສັນຍາຢ່າງແຮງ ແລະ ກວ້າງຂວາງກວ່າອີກ ຈາກປະຊາຄົມສາກົນ, ພິເສດແມ່ນຈາກບັນດາກົນໄກການເງິນໃຫຍ່ຄື ທະນາຄານໂລກ, ກອງທຶນເງິນຕາສາກົນ (IMF)… ພ້ອມດ້ວຍບັນດາປະເທດຮັ່ງມີອື່ນໆ. ຕາມນັ້ນແລ້ວ, ຕ້ອງຈັດກອງປະຊຸມລະດັບພາກພື້ນ ແລະ ສາກົນ ກ່ຽວກັບການສ້າງສາປະເທດ ຕວກກີ ແລະ ຊີຣີ ຄືນໃໝ່ ພາຍຫຼັງເຫດແຜ່ນດິນໄຫວ ໂດຍໄວ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດຮັ່ງມີ ແລະ ອົງການການເງິນໃຫຍ່ຢ່າງກວ້າງຂວາງ.

        ພິເສດ, ໃນພາລະກິດ ດັ່ງກ່າວ ຕ້ອງໃຫ້ບຸລິມະສິດໃນມາດຕະການໜູນຊ່ວຍກ່ຽວກັບວິທີລ້ຽງຊີບໃຫ້ປະຊາຊົນນັບລ້ານຄົນທີ່ຖືກຜົນສະທ້ອນຈາກໄພພິບັດດັ່ງກ່າວຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ໃນສະເພາະໜ້າ, ຕ້ອງຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມແກ່ວຽກງານກູ້ໄພກູ້ຊີບມະນຸດສະທຳສຳລັບຜູ້ຖືກຜົນສະທ້ອນຈາກໄພພິບັດ. ໃນຄວາມມານະພະຍາຍາມນີ້, ວັນທີ 16 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ປຸກລະດົມບັ້ນການກຸສົນ 1 ຕື້ USD ເພື່ອຊ່ວຍຜູ້ປະສົບເຄາະຮ້າຍ ແລະ ຜູ້ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ. ໃນວັນດຽວກັນ, ສະພາກາແດງສາກົນ ກໍຮຽກຮ້ອງການຊ່ວຍເຫຼືອສຸກເສີນ ໄດ້ກວ່າ 700 ລ້ານ USD ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ