ການຮ່ວມມື CLMV ແລະ ACMECS ມຸ່ງໄປສູ່ ພາກພື້ນແມ່ຂອງທີ່ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ

ນັບ​ແຕ່​ວັນ​ທີ 25-26/10/2016, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມືກ​ຳ​ປູ​ເຈຍ-ລາວ-ມ້ຽນ​ມາ-ຫວຽດ​ນາມ(CLMV)ຄັ້ງ​ທີ 8, ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ-ເຈົ້າ​ພະ​ຍາ-ແມ່​ຂອງ (ACMECS) ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ນ້ຳ​ຂອງ (WEF - ແມ່​ຂອງ). ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ມີ​ບົດ​ຂຽນ​ຢືນ​ຢັນ​ການ​ຮ່ວມ​ມື​ CLMV  ແລະ ACMECS ແມ່ນ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ສູ່​ພາກ​ພື້ນ​ແມ່​ຂອງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ. .

 

ການຮ່ວມມື CLMV  ແລະ ACMECS ມຸ່ງໄປສູ່ ພາກພື້ນແມ່ຂອງທີ່ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ - ảnh 1
ຫວຽດ​ນາມ​ເຂົ້າ​ນ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ ACMECS ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ທ່ອງ​ທ່ຽວ

       ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ, ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ຜ່ານ​ໄລ​ຍະ​ທາງ​ທີ່​ຍາວ​ໄກ​ແຫ່ງ​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນດ້ວຍ​ຄຸນ​ຄ່າ​ເປັນ​ແກ່ນ​ສານ​ແມ່ນ​ຄວາມ​ສາມັກ​ຄີ, ຄ​ວາມ​ເຫັນດີ​ເຫັນ​ພ້ອມ ແລະ ເປັນ​ເອ​ກະ​ພາບ​ກັນ​ໃນ​ປະ​ຊາ​ຄົມ​ທີ່​ມີຫຼາຍ​ຮູບຫຼາຍ​ສີ. ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່​ກີດ​ຂວາງ​ອັນ​ໃຫຍ່ຫຼວງ​ຂອງວິ​ວັດ​ທະ​ນາ​ການນີ້​ແມ່ນ​ຄວາມ​ຜິດ​ໂຕນກ່ຽວ​ກັບລະ​ດັບ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ພິ​ເສດ​ແມ່ນ​ລະ​ຫວ່າງ 4 ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ, ດ້ວຍ 6 ປະ​ເທດ​ສະ​ມາ​ຊິກ​ທີ່​ຍັງ​ເຫຼືອ​ຂອງ​ອາ​ຊຽ​ນ.

     ການ​ຮ່​ວມ​ມື CLMV  ແລະ ACMECS

   ດ້ວຍ​ເປົ້າ​ໝາຍ​ຮັດ​ແຄບ​ຄວາມ​ຜິດ​ໂຕນ​ການ​ພັດ​ທະ​ນາ ແລະ ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ຂ​ອງ​ບັນ​ດາ​ປະ​ເທດ CLMV​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ລວມ​ຂອງ​ພາກ​ພື້ນ, ວັນ​ທີ 28/11/2004, ການ​ນຳ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ສູງ CLMV ຄັ້ງ​ທີ 1 ຢູ່​ລາວ. ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ວຽງ​ຈັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ເຊື່ອມ​ໂຍງ​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ CLMV, ຢືນ​ຢັນ​ຄວາມ​ຕັດ​​ສິນ​ໃຈ​ຮ່ວມ​ມື​ຂອງ 4 ປະ​ເທດ​ເພື່ອ​ເປົ້າ​ໝາຍ​ລວມ ແລະ ຮຽກ​ຮ້ອງ​ບັນ​ດາ​ຄູ່​ຮ່ວມ​​ພັດ​ທະ​ນາ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄວາມ​ກ້າວ​ໜ້າ​ສັງ​ຄົມ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ຂອງ. ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ຕົ້ນ​ຕໍ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ລວມ​ມີ ການ​ຄ້າ-ການ​ລົງ​ທຶນ, ກະ​ສີ​ກຳ, ອຸດ​ສາ​ຫະ​ກຳ, ຄົມ​ມະ​ນາ​ຄົມ, ທ່ອງ​ທ່ຽວ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

     ພ້ອມ​ກັນ​ນັ້ນ, 5 ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ຫວຽດ​ນາມ ໄດ້​ສ້າງ​ກົນ​ໄກຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ-ເຈົ້າ​ພະ​ຍາ-ແມ່​ຂອງ (ACMECS) ດ້ວຍ​ເປົ້າ​ໝາຍກວມ​ລວມ​ແມ່ນ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ. ການ​ຮ່ວມ​ມື ACMECS ແມ່ນ​ເລັ່ງ​ໃສ່ 8 ຂົງ​ເຂດ​ບຸ​ລິ​ມະ​ສິດ​ຊຶ່ງ​ລວມ​ມີ ການ​ຄ້າ-ການ​ລົງ​ທຶນ, ກະ​ສີ​ກຳ, ອຸດ​ສາ​ຫະ​ກຳ, ພະ​ລັງ​ງານ,ຄົມ​ມະ​ນາ​ຄົມ, ທ່ອງ​ທ່ຽວ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສາ​ທາ​ລະນະ​ສຸກ ແລະ ສິ່ງ​ແວດ​ລ້ອມ.

    ຕາມທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ, ພາຍຫຼັງ​ເຄ​ື່ອນ​ໄຫວມາ​ເປັນ​ເວ​ລາກວ່າ 13 ປີ, ການ​ຮ່ວມ​ມື CLMV ​ແລະ ACMECS ໄດ້​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽ​ນລະ​ພາບ, ຊຸກ​ຍູ້​ການນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ​ຮັດ​ແຄບຄວາມ​ຜິດ​ໂຕນກ່ຽວ​ກັບລະ​ດັບ​ການ​ພັດ​ທະ​ນາ​ໃນ​ອາ​ຊຽນ. ຍ້ອນ​ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ດ້າ​ນ​ເສດ​ຖະ​ກິດ​ຢ່າງ​ກ້​ວາງ​ເລິກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ເສ​ລີ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຄ້າ ແລະ ການ​ລົງ​ທຶນ,  ​ ພາກ​ພື້ນ​ແມ່​ນ້ຳ​ຂອງໄດ້​ກາຍ​ເປັນ​ພາກ​ພື້ນ​ພັດ​ທະ​ນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອ​ນ ແລະ ເປັນ​ກຳ​ລັງ​ຫນູນຊຸກ​ຍູ້​ການ​ເຕີບ​ໂຕ​ທີ່​ສຳ​ຄັນ​ຂອງ​ອາ​ຊຽນ.

     ຫວຽດ​ນາມ​ໃນ​ການ​ຮ່ວມ​ມື CLMV ແລະ  ACMECS

    ໂດຍ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ຫວຽດ​ນາມ​ໄດ້ ແລະ ພວມ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ ການ​ຮ່ວມ​ມື CLMV ແລະ  ACMECS. ດ້ວຍ​ທີ່​ຕັ້ງ​ເປັນ​ປະ​ຕູ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ຫວຽດ​ນາມ​ແມ່ນ​ປັດ​ໄຈ​ທີ່​ຂາດບໍ່​ໄດ້​ຂອງ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ແລະ ແລວ​ເສດ​ຖະ​ກິດ​ທາງ​ທິດ​ໃຕ້. ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ​ນຳ​ສະ​ເໜີ ແລະ ຜັນ​ຂະ​ຫຍາຍຫຼາຍ​ຂໍ້​ລະ​ເລີ່ມ​ໃໝ່, ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ເອ​ກະ​ສານ​ທີ່​ສຳ​ຄັນ, ສ້າງ ແລະ ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ, ໃຫ້​ການ​ຫນູນ​ຊ່ວຍພັດ​ທະ​ນາ​ແກ່ບັນ​ດາ​ປະ​ເທດສະ​ມາ​ຊິກ, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ.

     ສຳ​ລັບ​ການ​ຮ່ວມ​ມື CLMV, ຫວຽດ​ນາມ​ໄດ້​ສ້າງກອງ​ທຶນ​ສຶກ​ສາ CLMV, ຕາມນັ້ນ​ແລ້ວ, ໃນ​ແຕ່​ລະ​ປີ, ຫວຽດ​ນາມ​ສະ​ໜອງ​ທຶນ​ສຶກ​ສາ​ນັບສິບ​ທຶນ​ໃຫ້​ບັນ​ດາ​ປະ​ເທດກຳ​ປູ​ເຈຍ, ລາວ, ມຽນ​ມາ. ໂຄງ​ການ​ທຶນ​ສຶກ​ສາ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ ແລະ ຖືກ​ສະ​ເໜີ​ໃຫ້​ສືບ​ຕໍ່​ປະ​ຕິ​ບັດ​ໃນ​ໄລ​ຍະ 2016-2020. ໃນ​ທັງ 2 ກົນ​ໄກ​ຮ່ວມ​ມື CLMV ແລະ  ACMECS, ຫວຽດ​ນາມ​ລ້ວນ​ແຕ່​ສວມ​ບົດ​ບາດ​ເປັນ​ຜູ້​ປະ​ສານ​ງານ​ບາງ​ຂົງ​ເຂດ​ຮ່ວມ​ມື​ລົງ​ເລິກ​ຂະ​ແໜງ ແລະ ໄດ້​ຜົນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 5 ປະ​ເທດ.

     ໂດຍ​ໄດ້​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ນຳ​ໃຊ້​ຊ​ັບ​ພະ​ຍາ​ກອນທຳ​ມະ​ຊາດ​ຢູ່​ເຂດ​ອ່າງ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ, ຫວຽດ​ນາມ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ກາ​ການ​ເຄຶ່ອ​ນ​ໄຫວຮ່ວມ​ມື​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ. ຫວຽດ​ນາມ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານກ່ຽວ​ກັບ​ສິ່ງແວດ​ລ້ອມ​ໃນ​ຂອບ​ເຂດ ACMECS ແລະ ປະ​ຈຸ​ບັນ​ສວມ​ບົດ​ບາດ​ເປັນ​ປະ​ທານ​ຮ່ວມ​ກຸ່ມ​ປະ​ຕິ​ບັດ​ງານນີ້.

      ສ້າງ​ການ​ຮ່ວມ​ມື​ເປັນ​ຮູບ​ປະ​ທຳ​ໃນ​ອະ​ນາ​ຄົດ   

      ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນຢືນ​ຢັນ​ວ່າ   ກອງ​ປະ​ຊຸມ​ຂັ້ນ​ສູງ ACMECS ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ຂັ້ນ​ສູງ CLMV ຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ: “ມຸ່ງ​ໄປ​ເຖິງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ: ກຳ​ແຫນ້ນ​ກາ​ລະ​ໂອ​ກາດ, ສ້າ​ງ​ອະ​ນາ​ຄົດເປັນຮູ​ບ​ປະ​ທຳ” ຊຶ່ງ​ຈະ​ເປີດ​ໜ້າ​ປະ​ຫວັດ​ສາດໃໝ່​ໃຫ້​ແກ່​ການ​ຮ່ວ​ມ​ມື​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ປະ​ກອບ​ສ່ວນ​ນັບ​ມື້​ນັບຫຼາຍ​ໃຫ້​ແກ່​ການພັດ​ທະ​ນາແບບ​ຍືນ​ຍົງ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ​ໃນ​ພາກ​ພື້ນ. ເນື່ອງ​ໃນ​ໂອ​ກາດນີ້, ຕ​າມ​ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນ​າມ, ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ນ້ຳ​ຂອງ (WEF - ແມ່​ຂອງ) ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ພ້ອມ​ກັບກ​ອງ​ປະ​ຊຸມຂັ້ນ​ສູງ ACMECS ແລະ  CLMV  ແນ​ໃສ່​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມຊ້ອນຂອ​ງ​ພາກ​ພື້ນ​ແມ່ນ​ນ້ຳ​ຂອງ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ