ກ​ານ​ຮ່ວມ​ມື​ລະ​ຫວ່າງ OECD - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ​ເປັ​ນຂີດ​ໝາຍ​ຂອງ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຈັດເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ປີ 2022. ເວທີປາໄສດັ່ງກ່າວ ແມ່ນໜຶ່ງໃນບັນດາກິດຈະກຳສຳຄັນຂອງໂຄງການ ອາຊີຕາເວັນອອກສ່ຽງໃຕ້ (SEARP) ປີ 2022 ຂອງ OECD ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 17  18 ຕຸລາ ຢູ່ຮ່າໂນ້ຍ ແລະ ມີການນຳຂັ້ນສູງ, ຜູ້ຕາງໜ້າທີ່ມາຈາກ 38 ພື້ນຖານເສດຖະກິດຂຶ້ນກັບ OECD ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ນັບຮ້ອຍຄົນເຂົ້າຮ່ວມ.

ຫຼາຍກິດຈະກຳນອນໃນລາຍການ SEARP 2022 ຖືກຈັດຂຶ້ນຕາມຂໍ້ລິເລີ່ມຂອງ ອົດສະຕາລີ ແລະ ຫວຽດນາມ ໃນຖານະເປັນປະທານຮ່ວມ, ເປັນຂີດໝາຍແກ່ບາດກ້າວພັດທະນາໃໝ່ໃນວິວັດການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ ເພື່ອຄວາມວັດທະນາຖາວອນລວມ ແລະ ການພັດທະນາແບບຍືນຍົງລະຫວ່າງ OECD ເຊິ່ງເປັນອົງການທີ່ສະມາຊິກສ່ວນຫຼາຍແມ່ນບັນດາພື້ນຖານເສດຖະກິດພັດທະນາ ກັບ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງເປັນພາກພື້ນເສດຖະກິດທີ່ຂະຫຍັນຂັນເຄື່ອນ ມີບົດບາດສຳຄັນທີ່ສຸດໃນແຜນທີ່ເສດຖະກິດຂອງພາກພື້ນ ແລະ ໃນໂລກ, ເປັນເຂດໃຈກາງຂອງສັນຍາການຄ້າເສລີສະບັບຕ່າງໆ ທີ່ມີຂອບຂະໜາດໃຫຍ່ສຸດໃນໂລກ ເປັນຕົ້ນແມ່ນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສັນຍາເສດຖະກິດຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP)…

ກ​ານ​ຮ່ວມ​ມື​ລະ​ຫວ່າງ OECD - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ​ເປັ​ນຂີດ​ໝາຍ​ຂອງ ຫວຽດ​ນາມ - ảnh 1ຜູ້ແທນ ຫວຽດນາມ ໂອ້ລົມກັບຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມເວທີປາໄສ (ພາບ: baoquocte.vn)

ຂະບວນວິວັດແຫ່ງການຮ່ວມມືລະຫວ່າງ OECD - ອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບແໜ້ນແຟ້ນ

        ໂດຍຮັບຮູ້ໄດ້ວ່າ ອາຊີຕາເວັນອອກສ່ຽງໃຕ້ ກໍຄື ແຕ່ລະປະເທດສະມາຊິກໃນພາກພື້ນມີບົດບາດ ແລະ ທີ່ຕັ້ງພູມີສາດເສດຖະກິດທີ່ສຳຄັນ, ນັບແຕ່ປີ 2007, OECD ໄດ້ຊຸກຍູ້ການຮ່ວມມື ກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງແຮງ, ຖືພາກພື້ນນີ້ແມ່ນບຸລິມະສິດຍຸດທະສາດ. ຮອດປີ 2014, ຕາມຂໍ້ລິເລີ່ມຂອງ ຍີ່ປຸ່ນ, “ໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງ OECD” (SEARP) ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ກາຍເປັນ 1 ໃນ 6 ໂຄງການລະດັບພາກພື້ນຂອງ OECD. SEARP ແນໃສ່ເປົ້າໝາຍໜູນຊ່ວຍວິວັດທະນາການປະຕິຮູບເສດຖະກິດຂອງບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຜ່ານການແບ່ງປັນບົດຮຽນປະສົບການພັດທະນາ, ຜ່ານນັ້ນ ກໍ່ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ ແລະ ກວມລວມໃນ 13 ຂົງເຂດຮ່ວມມື. ມາຮອດປັດຈຸບັນ, ມີຫຼາຍໝາກຜົນຮ່ວມມືສຳຄັນທີ່ບັນລຸໄດ້ໃນໂຄງການນີ້ ໄດ້ຮັບການຮັບຮູ້ຈາກທັງສອງຝ່າຍ ແລະ ຕີລາຄາສູງຈາກປະຊາຄົມສາກົນ.

        ໃນໂຄງການ SEARP 2022, ສອງຝ່າຍສືບຕໍ່ສະແດງຄວາມຫວັງ ແລະ ຄວາມຕັດສິນໃຈຊຸກຍູ້ວິວັດການຮ່ວມມືທີ່ມີປະສິດທິຜົນໃນປັດຈຸບັນຢ່າງແຮງກວ່າອີກ. ຕາມນັ້ນແລ້ວ, OECD ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເຫັນດີສ້າງເຄືອຂ່າຍວິສາຫະກິດດ້ວຍເປົ້າໝາຍ ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ກໍຄືການໂອ້ລົມສົນທະນາລະຫວ່າງວິສາຫະກິດ ກັບລັດຖະບານຂອງບັນດາປະເທດ ໃນຄວາມມານະພະຍາຍາມຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສອງຝ່າຍກໍເຫັນດີເປັນເອກະພາບຕໍ່ບາງການກຳນົດທິດທາງການຮ່ວມມືສຳຄັນອື່ນໆ ກ່ຽວກັບພາສີອາກອນ, ພະລັງງານສະອາດ, ນະໂຍບາຍລົງທຶນ, ການເງິນການບໍລິໂພກ; ພ້ອມທັງຮັບຮອງເອົາແຜນການດຳເນີນງານການຮ່ວມມືລະຫວ່າງ ASEAN – OECD ແລະ ແຜນການດຳເນີນງານການຮ່ວມມືລະຫວ່າງ ຫວຽດນາມ - OECD ໄລຍະ 2022 – 2026. ເປັນອັນວ່າ, ສະເພາະໃນປີ 2022 ນີ້, OECD ແລະ ອາຊີຕາເວັນອອກສ່ຽງໃຕ້ບັນລຸໄດ້ຂໍ້ຕົກລົງວ່າດ້ວຍການຮ່ວມມືສຳຄັນຫຼາຍສະບັບ.

ກ​ານ​ຮ່ວມ​ມື​ລະ​ຫວ່າງ OECD - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ​ເປັ​ນຂີດ​ໝາຍ​ຂອງ ຫວຽດ​ນາມ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: baoquocte.vn)

ທີ່ຕັ້ງບົດບາດ ແລະ ຂີດໝາຍຂອງ ຫວຽດນາມ

        ອາດເຫັນໄດ້ວ່າ ວິວັດການຮ່ວມມືດ້ວຍຫຼາຍຜົນງານສຳຄັນລະຫວ່າງ OECD ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມປີຜ່ານມາ ແມ່ນມີຂີດໝາຍຢ່າງເດັ່ນຊັດ ພ້ອມດ້ວຍການປະກອບສ່ວນສຳຄັນຂອງ ຫວຽດນາມ.

        ນັບແຕ່ເມື່ອໂຄງການ SEARP ໄດ້ຮັບການສ້າງຕັ້ງຂຶ້ນ (ປີ 2014), ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າຂອງໂຄງການ. ແຕ່ລະປີ, ຫວຽດນາມ ລ້ວນແຕ່ຈັດສົ່ງຄະນະຜູ້ແທນໄປເຂົ້າຮ່ວມ ແລະ ປະກອບສ່ວນຢູ່ເວທີປາໄສລະດັບພາກພື້ນຂອງ OECD ໃນຂອບເຂດຂອງໂຄງການ SEARP. ໃນໄລຍະແຕ່ປີ 2016 – 2020, ຫວຽດນາມ ໄດ້ສົມທົບກັບ OECD ຈັດຫຼາຍເຫດການ, ກອງປະຊຸມສຳມະນາສຳຄັນ. ກຳລັງຄວາມສາມາດ ແລະ ການປະກອບສ່ວນສຳຄັນຂອງ ຫວຽດນາມ ເຂົ້າໃນໂຄງການ SEARP ໄດ້ຮັບການຮັບຮອງດ້ວຍເລື່ອງ ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈມອບໃຫ້ດຳລົງຕຳແໜ່ງເປັນປະທານໂຄງການ ອາຍຸການ 2022 – 2025 ຮ່ວມກັບ ອົດສະຕາລີ. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນ ແລະ ມີຄວາມໝາຍທີ່ສຸດ, ເພາະວ່າ ນີ້ກໍເປັນຄັ້ງທຳອິດທີ່ ຫວຽດນາມ ດຳລົງໜ້າທີ່ເປັນປະທານກົນໄກຂອງອົງການໜຶ່ງທີ່ມີມາດຕະຖານສູງ  ເຊິ່ງ ຫວຽດນາມ ບໍ່ແມ່ນສະມາຊິກ (OECD).

        ເມື່ອແບ່ງປັນຢູ່ເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ປີ 2022 ໃນວັນທີ 17 ຕຸລາ, ທ່ານເລຂາທິການໃຫຍ່ OECD Mathias Cormann ໄດ້ຕີລາຄາສູງຕໍ່ເລື່ອງ ເປັນຄັ້ງທຳອິດ ທີ່ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານຮ່ວມ SEARP ອາຍຸການ 2022 – 2025. ສິ່ງດັ່ງກ່າວຢັ້ງຢືນໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກ OECD ແລະ ບັນດາປະເທດໃນພາກພື້ນຕໍ່ກຳລັງຄວາມສາມາດຂອງ ຫວຽດນາມ ໃນການຕິດພັນ OECD ກັບ ພາກພື້ນໄດ້ຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ OECD ກໍຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນໂຄງການ SEARP ໃນຖານະເປັນປະທານຮ່ວມ, ພິເສດແມ່ນໃນການເປັນປະທານຈັດຫຼາຍເຫດການຂອງ OECD ຢູ່ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ OECD ກັບ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ຜັນຂະຫຍາຍການປະຕິບັດແຜນການດຳເນີນງານ OECD - ອາຊຽນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ ໃນຖານະເປັນປະທານຮ່ວມ ໂຄງການ SEARP ໄລຍະ 2022 – 2025, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ OECD ກັບ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ນັບຮອບດ້ານ, ມີປະສິດທິຜົນ, ແທດຈິງ ແລະ ຍືນຍົງກວ່າ.  SEARP 2022 ແມ່ນພະຍານຫຼັກຖານໃໝ່ ແລະ ຈະແຈ້ງທີ່ສຸດ ແກ່ວິວັດການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງສອງອົງການຈັດຕັ້ງ/ກົນໄກຮ່ວມມືດ້ານເສດຖະກິດໃຫຍ່ຂອງໂລກ; ພ້ອມທັງຢັ້ງຢືນບົດບາດ, ການປະກອບສ່ວນທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ໃນຂະບວນວິວັດແຫ່ງການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ