ການຮ່ວມມືລະຫວ່າງ ຫວຽດນາມ ແລະ OECD ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກ່ວາ

(VOVWORLD) -

ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງ ຫວຽດນາມ ກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ພັດທະນາຢ່າງແຮງ ຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນກ່ວາ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ພວມນັບມື້ນັບຕັ້ງໜ້າໃນການປະກອບສ່ວນຫຼາຍຂໍ້ລິເລີ່ມທີ່ມີມູນຄ່າ, ຊ່ວຍຊຸກຍູ້ໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ OECD, ຜ່ານນັ້ນກໍ່ໄດ້ຊ່ວຍຍົກສູງຄຸນນະພາບການປະຕິຮູບຮູບແບບເສດຖະກິດຂອງພາກພື້ນ.

ການຮ່ວມມືລະຫວ່າງ ຫວຽດນາມ ແລະ OECD ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກ່ວາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:TTXVN)

        ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1961, ປະຈຸບັນມີ 38 ປະເທດສະມາຊິກ, ເກືອບທັງໝົດແມ່ນບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ. ນີ້ແມ່ນອົງການນຳໜ້າໃນການຄົ້ນຄ້ວາ, ໃຫ້ຄຳປຶກສານະໂຍບາຍເສດຖະກິດ - ສັງຄົມໃຫ້ແກ່ລັດຖະບານບັນດາປະເທດ, ເຊື່ອມຕໍ່ ແລະ ຊຸກຍູ້ການສ້າງບັນດາກົນໄກການບໍລິຫານທົ່ວໂລກກ່ຽວກັບການເງິນ, ພາສີ, ການເຕີບໂຕສີຂຽວ… ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ OECD ໄດ້ພັດທະນາຢ່າງແຮງໃນກ່ວາ 1 ທົດສະວັດທີ່ຜ່ານມາ ແລະ ພວມນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກ່ວາເກົ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ຫວຽດນາມ ກໍ່ຄືພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ການຮ່ວມມືນັບມື້ນັບມີຄຸນນະພາບກ່ວາ

        ໃນເດືອນ ມີນາ 2008, ຫວຽດນາມ ກາຍເປັນສະມາຊິກທາງການຂອງສູນພັດທະນາ OECD ແລະ ນັບແຕ່ປີ 2012, ຍາມໃດ ຫວຽດນາມ ກໍ່ສ້າງແຜນການຮ່ວມມືສອງຝ່າຍກັບ OECD ຕາມແຕ່ລະໄລຍະ: 2012 – 2015; 2016 – 2020 ແລະ 2021 – 2025. ໂດຍຕິດຕາມໃກ້ຊິດກັບທິດທາງ ແລະ ບັນດາກອບການຮ່ວມມືທີ່ໄດ້ໃຫ້ຄຳໝັ້ນສັນຍານັ້ນ, ຫວຽດນາມ ແລະ OECD ໄດ້ສົມທົບກັນຄົ້ນຄ້ວາ, ສ້າງບົດລາຍງານກ່ວາ 10 ສະບັບໃນບັນດາຂົງເຂດ ແລະ ລະດັບຕ່າງໆ. ໃນໄລຍະ 2019 – 2020, ກະຊວງການຕ່າງປະເທດ ແລະ ກະຊວງແຜນການ - ການລົງທຶນ ຫວຽດນາມ ໄດ້ເປັນເຈົ້າການ, ສົມທົບກັບ OECD ສ້າງບົດລາຍງານ “ຕີລາຄາຫຼາຍສົ້ນຂອງ ຫວຽດນາມ” (MDR).

        ນອກຈາກນັ້ນ, ແຕ່ເດືອນ ມັງກອນ 2019, ຫວຽດນາມ ແລະ OECD ໄດ້ເຈລະຈາສ້າງແຜນການແຫ່ງຊາດ, ເຊິ່ງລວມມີ 8 – 10 ໂຄງການຮ່ວມມືລະອຽດ, ເຊິ່ງໄດ້ປະຕິບັດໃນເວລາ 3 ປິ (2020 – 2023). ໂຄງການແຫ່ງຊາດແມ່ນລະດັບສູງກ່ວາໃນການຮ່ວມມືຂອງ OECD ກັບປະເທດໜຶ່ງທີ່ບໍ່ແມ່ນປະເທດສະມາຊິກ, ໝາຍຄວາມວ່າ, ບໍ່ພຽງແຕ່ມີຂໍ້ສະເໜີແນະ, ໃຫ້ຄຳປຶກສານະໂຍບາຍເທົ່ານັ້ນ ຫາກຍັງໄດ້ໜູນຊ່ວຍວິວັດການປະຕິບັດນະໂຍບາຍອີກດ້ວຍ.

        ກ່າວຄຳເຫັນທີ່ເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ປີນີ້, ຊຶ່ງຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ (26 -27 ຕຸລາ), ດ້ວຍຫົວຂໍ້ “ການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ: ກຳລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມື OECD - ອາຊີຕາເວັນອອກສ່ຽງໃຕ້”, ທ່ານ Mathias Cormann, ເລຂາທິການໃຫຍ່ OECD ໄດ້ເວົ້າເຖິງ ຫວຽດນາມ ຄືດັ່ງສັນຍາລັກຂອງການຮ່ວມມືນັບມື້ທີ່ນັບມີຄຸນນະພາບລະຫວ່າງ OECD ກັບປະເທດຕ່າງໆ:

        “ຕົວຢ່າງໜຶ່ງແມ່ນການແນະນຳກ່ຽວກັບການກວດກາຕີລາຄາບັນດາລະບົບການສະໜອງທີ່ມີຄວາມຮັບຜິດຊອບ ໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ, ໂດຍ OECD ສ້າງຂຶ້ນ, ໄດ້ຕອບສະໜອງບັນດາຄວາມມຸ່ງມາດປາດຖະຢ່າງຈະແຈ້ງ, ພ້ອມທັງຮັບປະກັນໄດ້ເຖິງການເຄົາລົບບັນດາການພັດທະນາແບບຍືນຍົງກ່ຽວກັບສະພາບແວດລ້ອມ ແລະ ສັງຄົມ”.

ການຮ່ວມມືລະຫວ່າງ ຫວຽດນາມ ແລະ OECD ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກ່ວາ - ảnh 2ທ່ານ Mathias Cormann, ເລຂານຸການໃຫຍ່ OECD
(ພາບ:TTXVN)

ຕັ້ງໜ້າປະກອບສ່ວນໃຫ້ແກ່ການຮ່ວມມື OECD ແລະ ອາຊຽນ

        ບໍ່ພຽງແຕ່ໄດ້ຍົກສູງຄຸນນະພາບການຮ່ວມມືສອງຝ່າຍກັບ OECD ເທົ່ານັ້ນ, ຫວຽດນາມ ຍັງນັບມື້ນັບເປັນເຈົ້າການ, ຕັ້ງໜ້າປະກອບສ່ວນຫຼາຍກ່ວາໃຫ້ແກ່ບັນດາການຮ່ວມມືລະຫວ່າງ OECD ກັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ອີກດ້ວຍ.

        ແຕ່ປີ 2014, ເມື່ອ OECD ປະກາດໂຄງການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (SEARP) ເພື່ອແນໃສ່ໜູນຊ່ວຍວິວັດການປະຕິຮູບເສດຖະກິດຂອງບັນດາປະເທດໃນພາກພື້ນນັ້ນ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ. ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຈັດບັນດາເຫດການໂອ້ລົມສົນທະນານະໂຍບາຍສຳຄັນຂອງ OECD ແລະ ອາຊຽນ.

        ພ້ອມກັບ ອົດສະຕາລີ, ປະຈຸບັນ, ຫວຽດນາມ ເປັນປະທານຮ່ວມ SEARP, ອາຍຸການ 2022 – 2025. ໃນຖານະຕຳແໜ່ງນີ້, ຍາມໃດ ຫວຽດນາມ ກໍ່ເປັນເຈົ້າການປະກອບສ່ວນຂໍ້ລິເລີ່ມ. ຫວ່າງມໍ່ໆມານີ້, ທີ່ເວທີປາໄສລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້, ໄຂຂຶ້ນໃນວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ, ໄດ້ສະເໜີ 5 ຂໍ້ກຳນົດທິດຊຸກຍູ້ການລົງທຶນ OECD - ອາຊຽນ, ພ້ອມທັງແນະນຳບັນດາທັດສະນະໃນການລົງທຶນຂອງ ຫວຽດນາມ, ຖືວ່ານີ້ແມ່ນການປະກອບສ່ວນເຂົ້າໃນບັນດາການປຶກສາຫາລື ກ່ຽວກັບການລົງທຶນແບບຍືນຍົງ ແລະ ມີຄຸນນະພາບລະຫວ່າງ OECD ແລະ ອາຊຽນ:

        “ທີໜຶ່ງແມ່ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກລົງທຶນ. ທີສອງແມ່ນ, ຮ່ວມເດີນທາງກັບບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ. ທີສາມແມ່ນ, ສ້າງສະພາບແວດລ້ອມ, ລະບົບນິເວດການຜະລິດ ດຳເນີນທຸລະກິດຢ່າງສະເໝີພາບ, ໂປ່ງໃສ, ກະຈ່າງແຈ້ງ ແລະ ຍືນຍົງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ຈະແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລົງທຶນທີ່ມີຄຸນນະພາບສູງລະຫວ່າງ ຫວຽດນາມ ກັບ OECD ແລະ ບັນດາປະເທດ ອາຊຽນ”.

        OECD  ໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດທີ່ໜ້າປະທັບໃຈ ແລະ ບັນດາຂໍ້ລິເລີ່ມທີ່ ຫວຽດນາມ ໄດ້ປະກອບສ່ວນນັ້ນ. ທ່ານ Mathias Cormann, ເລຂານຸການໃຫຍ່ OECD, ຕີລາຄາວ່າ ຫວຽດນາມ ແມ່ນຈຸດເດັ່ນໃນການພັດທະນາເສດຖະກິດ ໃນສະພາບເສດຖະກິດທົ່ວໂລກບົດຄຶ້ມ. ໃນບົດລາຍງານກະກຽມໃຫ້ແກ່ເວທີປາໄສແຫ່ງການລົງທຶນ OECD - ຫວຽດນາມ, ຈັດຂຶ້ນໃນວັນທີ 27 ຕຸລາ ຢູ່ຮ່າໂນ້ຍ, OECD ກໍ່ຮັບຮູ້ວ່າ ຫວຽດນາມ ພວມໄປຕາມທິດຕັ້ງໜ້າໃນການຕອບສະໜອງບັນດາມາດຖານສູງກ່ຽວກັບການລົງທຶນ ເຊິ່ງ OECD ວາງອອກ ໃນ “ຖະແຫຼງການກ່ຽວກັບການລົງທຶນສາກົນ ແລະ ບັນດາບໍລິສັດຂ້າມຊາດ”, ເອກະສານມີອິດທິພົນຊື່ສຽງສູງຕໍ່ກັບວົງການນັກລົງທຶນສາກົນ.

        OECD ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມຕັ້ງໝັ້ນໃນການປະຕິຮູບທີ່ສຸດ, ມີບັນດາຄວາມກ້າວໜ້າພໍສົມຄວນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ກະຈ່າງແຈ້ງ ກໍ່ຄືວິທີການປະພຶດດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ (RBC). ນີ້ແມ່ນບັນດາປັດໄຈຊ່ວຍໃຫ້ ຫວຽດນາມ ນັບມື້ນັບເສີມຂະຫຍາຍບົດບາດຂອງຕົນໃຫ້ດີກ່ວາ ໃນການສົ່ງຜົນກະທົບເຖິງບັນດານະໂຍບາຍປະຕິຮູບທີ່ສຳຄັນຂອງພາກພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ