ການຮ່ວມມືເພື່ອສັນຕິພາບ ແລະ ສະຖຽນລະພາບໃນທະເລຕາເວັນອອກ


(vovworld) - ກອງ​ປະຊຸມສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ ”ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ” ພວມ​ດຳ​ເນີນ​ຢູ່​ນະຄອນ​ໂຮ່ຈີ​ມິນ. ດ້ວຍ​ຈຸດໝາຍ​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ສາກົນ ​ແລະ ​ການ​ພົວພັນ​ສາກົນ, ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ກ່ຽວ​ກັບ​ການ​ພິພາດ​ທີ່​ເກີດ​ຂຶ້ນ​ບົນ​ທະ​ເລ​ໃນ​ໄລຍະ​ຫວ່າງ​ມໍ່ໆ​ມາ​ນີ້. ກອງ​ປະຊຸມສຳ​ມະ​ນາ​ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ມະຫາຊົນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ທາດ​ແທ້​ຂອງ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ສະ​ເໜີ​ບັນດາ​ຄຳ​ເຫັນ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ໂດຍ​ກົງ ​ແລະ ​ໂດຍ​ທາງ​ອ້ອມ​ເຖິງ​ການ​ພິພາດ ​​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື. ສຳ​ຫຼັບ​ຫວຽດນາມ​ແລ້ວ, ຜ່ານ​ກອງ​ປະຊຸມສຳ​ມະ​ນາ​ຄັ້ງນີ້, ຫວຽດນາມ​ສືບ​ຕໍ່​ຢັ້ງຢືນ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ ນັ້ນ​ແມ່ນ​ເດັດ​ດ່ຽວ​ແກ້​ໄຂ​ການ​ພິພາດ​​ບົນ​ທະ​ເລ ດ້ວຍ​ສັນຕິ​ວິທີ, ອີງ​ຕາມ​ກົດໝາຍ​ສາກົນ ​ແລະ ຄວາມ​ຈິງ​ຂອງ​ປະຫວັດສາດ.

ການຮ່ວມມືເພື່ອສັນຕິພາບ ແລະ ສະຖຽນລະພາບໃນທະເລຕາເວັນອອກ - ảnh 1

ກອງ​ປະຊຸມສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 4

(ພາບ: vietnamplus.vn)

        ​ໂດຍ​ສືບ​ຕໍ່​ໝາກຜົນ​ຂອງກອງ​ປະຊຸມສຳ​ມະ​ນາ​ 3 ຄັ້ງ​ກ່ອນ​ນີ້. ກອງ​ປະຊຸມສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ນີ້ສືບ​ຕໍ່ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກວົງ​ການ​ນັກຮຽນ​ຮູ້​ ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ມີ​ຜູ້​ແທນ​ເກືອບ 200 ທ່ານ, ​ໃນ​ນັ້ນ​ຜູ້​ແທນ​ສາກົນ​​ເກືອບ 100 ທ່ານ ທີ່​ມາ​ຈາກ 27 ປະ​ເທດ ​ແລະ ​ເຂດ​ແຄວ້ນ, ຜູ້​ຕາງໜ້າ​ຄະນະ​ທູຕານຸທູດ​ຫວຽດນາມ 30 ທ່ານ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມສຳ​ມະ​ນາ​​ຄັ້ງ​ນີ້.

        ​ໃນ​ໄລຍະ​ຫວ່າງ​ມໍ່ໆ​ມາ​ນີ້, ບັນດາກອງ​ປະຊຸມສຳ​ມະ​ນາ​​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຍາມ​ໃດ​ກໍ່​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະຊາ​ຄົມ​ໂລກ. ​ເພາະວ່າ​ທະ​ເລ​ຕາ​ເວັນ​ອອກ​ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ. ດຮ​ Nguyen Hong Thao, ຜູ້​ຊ່ຽວຊານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ອະ​ດີດຮອງ​ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        ”ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນຫາ​ສາກົນ, ​ເພາະວ່າ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເສັ້ນທາງ​ບົນ​ທະ​ເລ​ທີ່​ເຊື່ອມ​ຕໍ່​ມະຫາ​ສະໝຸດນຳ​ກັນ. ທະ​ເລ​ຕາ​ເວັນ​ນອນ​ຕັ້ງຢູ່​ໃນ​ກາງ​ເຂດອາຊີ​-ປາຊີ​ຝິກທີ່​ມີ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດຖະ

ກິ​ດຢ່າງ​ຟົດ​ຟື້ນ. ນີ້​ແມ່ນ​ທະ​ເລ​ຮ່ວມ​ຂອງ​ທຸກໆ​ປະ​ເທດ​ຢູ່​ອ້ອມ​ທະ​ເລ​ຕາ​ເວັນ​ອອກ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ປະມົງ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ເຄື່ອນ​ໄຫວ​ຢູ່​ທີ່​ນີ້. ​ເຂດ​ທະ​ເລ​ນີ້​ຍັງ​ຂຶ້ນ​ກັບ​ສິດຜົນປະ​ໂຫຍ​ດຂອງ​ຫຼາຍ​ປະ​ເທດ, ຄື​ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການ​ບິນ. ດັ່ງ​ນັ້ນ​ບໍ່​ພຽງ​ແຕ່​ບັນດາ​ປະ​ເທດ​ຢູ່​ອ້ອມ​ທະ​ເລ​ຕາ​ເວັນ​ອອກ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ, ຫາກ​ບັນດາ​ປະ​ເທດ​ອື່ນໆ​ກໍ່​ມີ​ຜົນ​ປະ​ໂຫຍ​ດ​ເຊັ່ນ​ດຽວກັນ”.

        ຍ້ອນ​ຄວາມ​ຮັ່ງມີ ​ແລະ ທີ່​ຕັ້ງ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຂອງ​ຕົນ, ດັ່ງ​ນັ້ນ​ທະ​ເລ​ຕາ​ເວັນ​ອອກຈຶ່ງ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເຂດ​ທະ​ເລ​ທີ່​ເຄີຍ​ເກີດ​ການ​ພິພາດ​ກັນ. ການ​ພິພາດ​ກັນ​ໃນ​ເຂດ​ທະ​ເລ​ນີ້​ໃນ​ໄລຍະ​ຜ່ານ​ມາມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ພ້ອມ​ກັບ​​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ທະຫານ​ຂອງ​ປະ​ເທດ​ມະຫາ​ອຳນາດ​ທີ່​ກ່ຽວຂ້ອງ. ປະກອບສ່ວນ​ເຂົ້າ​ຄວາມ​ມານະ​ພະຍາຍາມ​ລວມ ​ແນ​ໃສ່​ຫຼຸດຜ່ອນ​ການ​ປະ​ທະ​ກັນ​ບົນ​ທະ​ເລ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ບັນດາໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ, ຂອງ​ບັນດາ​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ​ປະຫວັດສາດ, ກົດໝາຍ​ສາກົນ. ຜ່ານ​ຜົນ​ຂອງ​ການ​ຄົ້ນ​ຄ້ວາ​ນີ້, ຫາງ​ສຽງ​ສາມາດ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ທາດ​ແທ້​ຂອງ​ການ​ພິພາດ, ຄວາມ​ເຄັ່ງ​ຕຶງ, ຊ່ວຍ​ໃຫ້​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ຄິດ​ໄລ່​ຢ່າງ​ລະອຽດ​ກວ່າ ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕ່າງໆ ກ່ອນ​ທີ່​ເຂົາ​ເຈົ້າ​ມີ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ Dang Dinh Quy, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        ”ບັນດາ​ບັນຫາ​ປຶກສາ​ຫາລື, ການ​ຕີ​ລາຄາ ​ແລະ ຂໍ້​ສະ​ເໜີ​ນັບ​ມື້​ນັບ​ແທດ​ຈິງ​ສຳ​ຫຼັບ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ ​ແລະ ການ​ປຶກສາ​ຫາລື​ນີ້​ໄດ້​ປະກອບສ່ວນ​ສຳຄັນ ​ເຮັດ​​ໃຫ້ທະ​ເລ​ຕາ​ເວັນ​ອອກກາຍ​ເປັນຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ປະຊາ​ຄົມ​ໂລກ. ທາດ​ແທ້​ຂອງ​ການ​ພິພາດ​ບົນ​ທະ​ເລ ກໍ່​ຄື​ກໍລະນີຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໄດ້​ຮັບ​ການ​​ໄຈ້​ແຍກ, ຕີ​ລາຄາ ບົນ​ຈິດ​ໃຈ​ວິທະຍາສາດ, ພາວະ​ວິ​ໄສ ​ເພື່ອ​ເຮັດ​ໃຫ້ຫາ​ງສຽງ​ຂອງ​ບັນດາປະ​ເທດ​ທີ່ກ່ຽວຂ້ອງ​ເຖິງ​ການ​ພິພາດ ​ແລະ ຫາງ​ສຽງ​ສາກົນ​ມີ​ຂໍ້​ມູນ​ຂ່າວສານ​ຢ່າງ​ຄົບ​ຖ້ວນ​ກວ່າ”

        ​ໂດຍ​ໄດ້​ຮັບ​ການ​ດຳ​ເນີນ​ໃນ​ສະຖານະ​ການ​ທີ່​ປະຊາ​ຄົມ​ໂລກ ສະ​ເຫຼີ​ມ ສະຫຼອງ 30 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, 10 ປີ ​ແຫ່ງ​ວັນ​ປະກາດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ (DOC), ​ແລະ ຫວ່າງ​ແລ້ວ​ນີ້, ອາ​ຊຽນ ​ແລະ ຈີນ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ (COC), ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ນີ້ ​​ແນ​ໃສ່ສະ​ເໜີ​ບັນດາ​ຊ່ອງທາງ, ວິທີ​ການ, ​ເພື່ອ​ເຮັດ​ໃຫ້​ບັນດາ​ຜົນ​ການ​ຄົ້ນ​ຄ້ວາ, ການ​ແລກປ່ຽນ​ວິຊາ​ການ​ຄົ້ນ​ຄ້ວາ ກະທົບ​ຢ່າງ​ຕັ້ງໜ້າ​ເຖິງ​ໝູ່ມະຫາຊົນ, ຊ່ວຍ​ໃຫ້​ບັນດາ​ການ​ນຳ​ຫວຽດນາມ​ຕົກລົງ​ບັນດານະ​ໂຍບາຍ ​ເພື່ມທະ​ວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຢູ່​ທະ​ເລ​ຕາ​ເວັນ​ອອກ. ສາດສະດາຈານ, ດຣ. Nguyen Ba Dien, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ແລະ ການ​ເດີນ​ທະ​ເລ​ສາກົນ, ສັງກັດ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ​ຖື​ວ່າ:

        ”ຂ້າພະ​ເຈົ້າ​ຄິດ​ວ່າ​ນີ້​ແມ່ນ​ວິທີ​ດີ​ທີ່​ສຸດ ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ກໍ່​ຄື​ປະຊາ​ຄົມ​ໂລກ​ເຂົ້າ​ໃຈກ່ຽວ​ກັບຄວາມ​ເປັນ​ຈິງ, ສັດຈະທຳ​ຂອງ​ຕົນ, ກໍ່​ຄື​ເຮັດ​ໃຫ້​​ເພື່ອນ​ມິດ ​ແລະ ປະຊາຊົນ​ຈີນ​ເຂົ້າ​ໃຈ​ໄດ້​ສິ່ງ​ດັ່ງກ່າວ. ພວກ​ເຮົາ​ຈະ​ປະກາດ​ບັນດາ​ຫຼັກ​ຖານ​ເທື່ອ​ລະ​ກ້າວ​ຢ່າງ​ເປີດ​ເຜີຍ, ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​”.

        ​ເພື່ອ​ຫຼຸດຜ່ອນ​ການ​ປະ​ທະ​ກັນ ​ໂດຍ​ການ​ພິພາດ​ອະທິປະ​ໄຕ​ບົນ​ທະ​ເລ​ກໍ່​ຂຶ້ນ​ຢ່າງ​ມີ​ປະສິດທິ​ຜົນ. ວິທີ​ດີ​ທີ່​ສຸດ​ແມ່ນ​ຕ້ອງ​ເປີດ​ເຜີຍ​ຂ່າວ​ຢ່າງ​ໂປ່​ງ​ໃສ. ຜົນການ​ຄົ້ນ​ຄ້ວາ​ປະຫວັດສາດ, ​ການໄຈ​້ແຍກ, ຕີ​ລາຄາ​ທີ່ອີງ​ໃສ່​ດ້ານ​ກົດໝາຍ ​ແລະ ວິທະຍາສາດຈະ​ແມ່ນສຽງ​ເວົ້າທີ່​ມີ​ປະ​ໂຫຍ​ດ, ຊ່ວຍ​ແກ້​ໄຂ​ການ​ພິພາດ​ກັນ. ນີ້​ແມ່ນ​ທ່າ​ອ່ຽງທີ່​ແນ່ນອນ​ໃນ​​ໂລກ​ແຫ່ງໂລກາ​ພິວັດ. ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ຜ່ານ​ການຈັດ​ຕັ້ງກ​ອງປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ 4 ຄັ້ງ ກໍ່​​ແມ່ນເພື່ອ​ແນ​ໃສ່​ຈຸດໝາຍ​ດັ່ງກ່າວ

ຕອບກັບ

ຂ່າວ/ບົດ​ອື່ນ