ການເຈລະຈາຍຸດທະສາດອາມລິກາ - ຈີນ ແລະ ຄວາມບໍ່ລົງລອຍກັນໃນການພົວພັນສອງຝ່າຍ


(vovworld) - ວັນ​ທີ 23/6, ການ​ເຈລະຈາ​ຍຸດທະສາດ​ແລະ ເສດຖະກິດ​ອາ​ເມ​ລິ​ກາ - ຈີນ ປະຈຳ​ປີ​ຄັ້ງ​ທີ 7 ​ເລີ່​ມ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ​ ອາ​ເມ​ລິ​ກາ​, ​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ມີຄວາມ​ບໍ່​ລົງ​ລອຍ​ກັນ​ດ້ານຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດ, ການ​ຄ້າ​ໃນ​ພາກ​ພື້ນ ​ແລະ ການ​ກະທຳ​ໂດຍບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ​ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກນັ້ນ. ຍາກ​ທີ່​ຈະ​ຄາດ​ຄະ​ເນຜົນ​ຂອງ​ການ​ເຈລະຈາ​ນີ້​ໄດ້, ​ເມື່ອ​ສອງ​ຝ່າຍ​ລ້ວນ​ແຕ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ລົງ​ລອຍ​ກັນຫຼາຍ​ຢ່າງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ການເຈລະຈາຍຸດທະສາດອາມລິກາ - ຈີນ ແລະ ຄວາມບໍ່ລົງລອຍກັນໃນການພົວພັນສອງຝ່າຍ - ảnh 1

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ແລະປະທານປະເທດຈີນສືຈີນຜິງທີ່ພິທີໄຂການ​ເຈລະຈາ​ຍຸດທະສາດ​ແລະ ເສດຖະກິດ​ອາ​ເມ​ລິ​ກາ - ຈີນປີ 2014

(ພາບ: CCTV)

ຕາມ​ແຜນການ​ແລ້ວ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ເງິນ​ອາ​ເມ​ລິ​ກາ Jacob Lew ​ແລະ​ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ວາງຢາ​ງ, ກຳມະການ​ລັດຖະບານ​ຈີນ ຢາງ​ເຈຍ​ສື ຈະ​ເປັນ​ປະທານ​ຮ່ວມ​ການ​ເຈລະຈາ​ນີ້.

ທະ​ເລ​ຕາ​ເວັນ​ອອກ​ໃນ​ການ​ພົວພັນ​ອາ​ເມ​ລິ​ກາ - ຈີນ

ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ໃນການ​ເຈລະຈາ​ຍຸດທະສາດ​​ແລະ​ເສດຖະກິດ​ອາ​ເມ​ລິ​ກາ - ຈີນ ຄັ້ງ​ນີ້. ນັ້ນ​ແມ່ນ​ການ​ຢັ້ງຢືນ​ຂອງ​ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຮັບຜິດຊອບ​ອາຊີ​ຕາ​ເວັນ​ອອກ Daniel Russel ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ. ທ່ານ Daniel Russel ​ໃຫ້​ຮູ້​ວ່າ, ຝ່າຍ​ອາ​ເມ​ລິ​ກາ​ ຈະ​ແລກປ່ຽນ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ຈຸດປະສົງ​ໃນ​ການ​ນຳ​ໃຊ້​ບັນດາ​​ເກາະ​ທຽມ ​ເຊິ່ງຈີນ ກໍ່ສ້າງ​ເອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ​ ມີ​ທັດສະນະ​ຢ່າງ​ຈະ​ແຈ້ງ​ຕໍ່​ບັນ​ຫາ​ນີ້, ​​ເຊິ່ງ​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ, ທີ່​ເວທີ​ປາ​ໄສ​ການ​ເຈລະຈາ​ປ້ອງ​ກັນ​ຄວາມ​ສະຫງົບ Shangri-La, ສິງກະ​ໂປ, ​ເມື່ອ​ເດືອນ​ກ່ອນ, , ທ່ານ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Cater  ​ໄດ້​ຮຽກຮ້ອງ​ຢຸດຕິ​ທຸກ​ການ​​ເຄື່ອນ​ໄຫວ​ກໍ່ສ້າງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ເຕື້ອງ​ເຖິງ​ບັນດາ​ໂຄງການ​ສ້ອມ​ແປງ, ກໍ່ສ້າງ​ເກາະ​ທຽມ​ຂອງ​ຝ່າຍ​ຈີນ, ອາ​ເມ​ລິ​ກາ ວິຕົກ​ກັງວົນ​ວ່າ, ຖ້າ​ຫາກ​ການ​ກໍ່ສ້າງ​ສຳ​ເລັດ, ຈີນ​ອາດ​ຈະ​ຈັດ​ວາງ​ຂໍ້​ກຳນົດ​ຕ່າງໆ​ສຳລັບ​ກຳ່​ປັ່ນ, ​ເຮືອບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ອັນ​ຈະ​ເປັນ​ການ​ຂົ່ມຂູ່​ເຖິງ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ສາກົນ, ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ.

​ເຖິງ​ວ່າ​ມາ​ຮອດ​ປະຈຸ​ບັນ, ຈີນ ບໍ່​ທັນ​ມີ​ປະຕິກິລິຍາ​ໃດໆ​ຕໍ່​ຄວາມ​ຮຽກຮ້ອງ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເກາະ​ທຽມກໍ່ຕາມ, ​ແຕ່​ປະ​ເທດ​ນີ້ ​ໄດ້​ອອກສຽງ​ຄັດຄ້ານ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ເມ​ລິ​ກາ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຫຼາຍ​ເທື່ອ​ແລ້ວ. ດັ່ງ​ນັ້ນ, ການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ​ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 7 ພວມ​ກາຍ​ເປັນ​ປະຕິກິລິຍາ​ທົດ​ລອງ​ຂອງ​ອາ​ເມ​ລິ​ກາ​ຕໍ່​ຈີນ ​ແລະ ກົງກັນຂ້າມ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຄວາມ​ບໍ່​ລົງ​ລອຍ​ກັນໃນ​ບັນຫາ​ເສດຖະກິດ ​ແລະ ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດ

ບໍ່ພຽງ​ແຕ່​ມີ​ຄວາມ​ເຄັ່ງ​ຕຶງ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ, ຫາກ​ວິ​ໄສ​ທັດ​ກ່ຽວ​ກັບ​ການ​ພົວພັນ​ແບບ​ໃໝ່​ລະຫວ່າງ​ອາ​ເມ​ລິ​ກາ - ຈີນ ກໍ່​ຖືກ​ຜົນ​ສະທ້ອນ​ຍ້ອນ​ບັນຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດ, ສິດທິ​ມະນຸດ ​ແລະ ປະຊາທິປະ​ໄຕ​ຢູ່​ໂຮງ​ກົງ. ບັນດາສິ່ງ​ທີ່​​ອະ​ດີກ​ນັກ​ປະມູນ, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NSA) Edward Snowden ເປີດ​ເຜີຍ​ກ່ຽວ​ກັບ​ການ​ກະທຳ​ສອດ​ແນມ​ຂອງ​ປະ​ເທດ​ນີ້ ​ໄດ້​​ເຮັດ​ໃຫ້ ​ອາ​ເມ​ລິ​ກາ - ຈີນກ່າວ​ຫາ​ກັນ​. ຍ້ອນ​ເຫດ​ນັ້ນ​ອາ​ເມ​ລິ​ກາ​ ຈຶ່ງຕົກລົງ​ສ້າງ​ສຳ​ເນົາສັ່ງຟ້ອງ​ນາຍ​ທະຫານ​ຈີນ 5 ຄົນ​ທີ່​ໄດ້​ແຊກ​ແຊງ​ເຂົ້າ​ຄອມ​ພີ​ວ​ເຕີ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ອາ​ເມ​ລິ​ກາ. ສ່ວນປັກ​ກິ​ງ ກໍ່ປະຕິ​ເສດ​ຄຳ​ກ່າວ​ຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ບຸກ​ໂຈມ​ຕີ ​ແລະ ບໍ່​ມີ​ສັນຍານ​ໃດ​ທີ່​ສະ​ແດງ​ໃຫ້​ເຫັນຈີນ​ຈະ​ສືບ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນ​ດຕາມ​ຂໍ້​ສະ​ເໜີ​ຂອງ​ອາ​ເມ​ລິ​ກາ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ປັກ​ກິ​ງ ​ແລະ ວໍ​ຊິງ​ຕັນ ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ບັນຫາ​ເສດຖະກິດ. ນັບ​ແຕ່​ລະດູ​ຮ້ອນ​ປີ 2014 ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ອາ​ເມ​ລິ​ກາ ​ກໍ່​ຂົນຂວາຍການ​ຄັດຄ້ານ​ທະນາຄານ​ລົງທຶນ ​ແລະ ​ໂຄງ​ລ່າງ​ອາຊີ​ຂອງ​ຈີນ, ​ເຊິ່ງ​ແມ່ນ​ລະບອບ​ທີ່ແກ່ງ​ແຍ້​ງກັບ​ກອງ​ທຶນ​ເງິນຕາ​ສາກົນ (IMF).

ຄວາມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ຄວາມ​ບໍ່​ລົງ​ລອຍ​ກັນ

ໂດຍບໍ່​ຫົວຊາ​ຕໍ່​ບັນຍາກາດ​ມືດ​ມົວ​ເມື່ອ​ດຳ​ເນີນ​ການ​ເຈລະຈາ​ນັ້ນ, ອາ​ເມ​ລິ​ກາ ​ແລະ ຈີນ​ ຍັງ​ມີ​ສາຍ​ເຫດ​ຕ່າງໆ​​ແນ​ໃສ່ຊອກ​ຫາ​ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດລວມ, ນັບ​ແຕ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຕະຫຼອດ​ຮອດ​ສັນຍາ​ລົງທຶນ​ສອງ​ຝ່າຍ​ທີ່​ໄດ້​ຍົກ​ອອກ​ມາ​ແຕ່​ດົນ​ນານ​ແລ້ວ. ສອງ​ຝ່າຍ​ຫວັງ​ວ່າທີ່​ການ​ເຈລະຈາ​ຈະ​ແກ້​ໄຂ​ໄດ້​ສິ່ງ​ທີ່​ຄ້າງ​ຄາ​ໃນ​ການ​ເຈລະຈາ​ສັນຍາ​ລົງທຶນ​ສອງ​ຝ່າຍ​ອາ​ເມ​ລິ​ກາ - ຈີນ. ຖ້າ​ຫາກ​ສັນຍາ​ນີ້​ໄດ້​ຮັບ​ການ​ລົງ​ນາມ, ຈີນ ຈະ​ມີ​ໂອກາດ​ເປີດ​ກວ້າງ​ການ​ລົງທຶນ​ຢູ່​ອາ​ເມ​ລິ​ກາ, ສ່ວນ​ວໍ​ຊິງ​ຕັນ​ ສາມາດ​ແກ້​ໄຂ​ດ້ານ​ວຽກ​ເຮັດ​ງານ​ທຳ​ໄດ້.

ພິ​ເສດ, ທີ່​ການ​ເຈລະຈາ​ຄັ້ງ​ນີ້, ອາ​ເມ​ລິ​ກາ ​ແລະ ຈີນ ຈະ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ານ​ຄວາມ​ໝັ້ນຄົງ, ການ​ເມືອງ ດ້ວຍ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານການທູດປະຊາຊົນ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry, ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ເຢັຍຕຸ​ງ ຈະ​ເປັນ​ປະທານ​ຮ່ວມ​ການ​ທາ​ບທາມ​ກ່ຽວ​ກັບ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ - ປະຊາຊົນ (CPF) ຄັ້ງ​ທີ 6 ລະຫວ່າງ​ສອງ​ປະ​ເທດ. ການ​ທາ​ບທາມກ່ຽວ​ກັບ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ - ປະຊາຊົນ ຈະ​ສະຫງວນ​ເວລາ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ ​ແລະ ການ​ພົບ​ປະ​ແລກປ່ຽນ​ລະຫວ່າງປະຊາຊົນສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ, ວັດທະນະທຳ, ວິທະຍາສາດ​ເຕັກນິກ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ກິລາ, ​ແມ່ຍິງ ​ແລະ ສາທາລະນະ​ສຸກ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ຂໍ້​ສັງ​ເກດ​ຂອງ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ​ເຖິງ​ວ່າ​ໄດ້​ມີ​ການ​ກະກຽມ​ດີ​ທີ່​ສຸດກໍ່ຕາມ, ​ສອງ​ຝ່າຍກໍ່​ບໍ່​ສາມາດ​ບັນລຸ​ບັນດາ​ຄາດໝາຍ​ເທົ່າ​ທີ່​ຄວນ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ