ການເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ


(vovworld)- ກອງ​ປະ​ຊຸ​ມ Shangrila ປີ 2015 ແມ່ນ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ຄວາມສຳ​ຄັນ​ຕົ້ນ​ຕໍ​ໃນ​ພາກ​ພື້ນ ຫາກໍ່​ສິ້ນ​ສຸດ ພາຍ​ຫລັງ​ດຳ​ເນີນ​ໄປມາ​ເປັນ​ເວ​ລາ 3 ວັນ ຢູ່ ສິງ​ກະ​ໂປ. ກອງ​ປະ​ຊຸມ Shangrila ປີ 2015 ໄດ້​ຍົກ​ອອກ​ສານ​​ສະ​ບັບຮ່ວມ​ຂອງ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ, ຕາມນັ້ນ​ແລ້ວ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ໂປ່ງ​ໃສ ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​​ເບື້ອງ​ຕົ້ນເພື່ອ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃຫ້​ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ໃນ​ສະ​ພາ​ບ​ທີ່ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ​ໄລ​ຍະ​ມໍ່ໆ​ມານີ້ ເກີດ​ຄວາມ​ເຄັ່ງ​ຕຶງຫລາຍ​ຢ່າງ.

ການເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ - ảnh 1
ພົນ​ໂທ ຫງວຽນ​ຈີວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວ​ຍ​ວ່າ​ການ​ກະ​ຊວງ​
ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:baomoi.com

        ກອງ​ປະ​ຊຸ​ມ Shangrila ປີ 2015 ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ກ່ອນນີ້ 14 ປີ ດ້ວຍ​ຄຳ​ ​ປຶກ​ສາ​ຂອງ ອະ​ດີດ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລີ​ກູງ​ຢູ ແລະ ມາ​ຮອດ​ປະ​ຈຸ​ບັນ, ກອງ​ປະ​ຊຸ​ມ Shangrila ໄດ້​ກາຍ​ເປັນ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ມີ​ຄວາມ​ສຳ​ຄັນ​ພິ​ເສດ​ໃນ​ພາກ​ພື້ນ. ອາ​ຊີ ພ​ວມ​ນັບ​ມື້​ນັບ​ກາຍ​ເປັນ​ພາກ​ພື້ນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ທີ່​ສຸດ​ໃນ​ທົ່ວ​ໂລກ ນັບ​ທັງ​ດ້ານ​ການ​ຄ້າ, ການ​ເງິນ ແລະ ການ​ປ້ອງ​ກັນ​ຊາດ. ພ້ອມ​ກັນ​ນັ້ນ, ພາກ​ພື້ນນີ້ ພວມ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ບໍ່​ແມ່ນຫນ້ອຍ, ໃນ​ນັ້ນ ມີ​ບັນ​ຫາ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກ​ລະ​ຫວ່າງ ຈີນ ແລະ ປະ​ເທດ​ຈຳ​ນວນ​ຫນຶ່ງ​ໃນ​ພາກ​ພື້ນ. ພົ້ນ​ເດັ່ນ ໃນ​ໄລ​ຍະ​ມໍ່ໆ​ມານີ້ ແມ່ນ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທ​ຽມຢູ່​ເຂດ​ເກີດ​ຄວາມ​ຂັດ​ແຍ້ງ ແລ​ະ ມີ​ສັນ​ຍາ​ນນຳ​ໃຊ້​ກຳ​ລັງ​ທະ​ຫານ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ ເຮັດ​ໃຫ້​ຫາງ​ສຽງ​ປະ​ຊາ​ຄົມ​ໂລກ​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ. ສະ​ນັ້ນ ກອງ​ປະ​ຊຸ​ມ Shangrila ປີນີ້ ໄດ້​ດຶງ​ດູດຜູ້​ແທນ​ເຂົ້າ​ຮ່ວມ 500 ທ່ານທີ່ມາ​ຈາກ 38 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແມ່ນ​ເພີ່ມ​ຂຶ້ນ​ຫລາຍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ກອງ​ປະ​ຊຸມ​ຄັ້ງ​ກ່ອນ, ໃນ​ນັ້ນ ມີ​ຜູ້​ແທນ​ຫລາຍ​ທ່ານ​ແມ່ນ​ການ​ນຳ​ປ້ອງ​ກັນປະ​ເທດຂັ້ນ​ສູງ. ບໍ່​ພຽງ​ແຕ່​ມີ​ຜູ້​ແທນ​ມາ​ຈາກ ອາ​ຊີ ເຂົ້າ​ຮ່ວມ ປະ​ຊຸ​ມ Shangrila ເທົ່າ​ນັ້ນ ຫາກ ກອງປະ​ຊຸ​ມ Shangrila ຍັງ​ກາຍ​ເປັນ​ຄວາມ​ສົນ​ໃຈ​ຂອງ​ຜູ້​ແທນ​​ທີ່​ມາ​ຈາກບັນ​ດາ​ທະ​ວີບ​ອີກ​ດ້ວຍ.

        ​ບັນ​ດາທັດ​ສະ​ນະ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ

        ໃນ​ບັນ​ດາ​ບົດ​ປາ​ໄສ​ທາງ​ການ​ຫລື​ທີ່​ການ​​ພົບ​ປະນອກກອງ​ປະ​ຊຸມ Shangrila, ສານ​​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ ປະ​ຊຸ​ມ Shangrila ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ພາກ​ພື້ນ, ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ, ບໍ່​ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ. ຜູ້​ຕາງ​ຫນ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ຈາກ​ຫລາຍ​ປະ​ເທດ​ໄດ້​ເຫັນ​ດີ​​ນຳ​ກັນໂດຍ​ຖື​ວ່າ ເພື່ອ​ໃຫ້​ການຮ່ວມ​ມືສຳ​ເລັດ​ຜົນ ຄວນ​ອີງ​ໃສ່ 4 ເສົາ​​ຄ້ຳຕົ້ນ​ຕໍ ນັ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ໂປ່ງ​ໃສ, ໂຄງ​ປະ​ກອບ​ຄວາມ​ໝັ້​ນ​ຄົງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ບໍ່​ວ່ານັ້ນ​ແມ່ນ​ປະ​ເທດ​ນ້ອຍ​ຫລື​ໃຫຍ່. ທ່ານ Cater, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຖື​ວ່າ: ອະ​ທິ​ປະ​ໄຕ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ບໍ່​ສາ​ມາດ​ແກ້​ໄຂ​ດ້ວຍ​ການ​ທະ​ຫານ​ໄດ້ ຫາກ​ຄວນ​ມີ​ມາດ​ຕະ​ການ​ທາງ​ການ​ທູດ, ໃນ​ນັ້ນ ອາ​ຊຽນ ​ແມ່ນນຳ​ຫນ້າ ຍ້ອນ​ບົດ​ບາດ​ໃຈ​ກາງ​ຂອງ​ກຸ່ມ​​ອາ​ຊຽນສຳ​ລັບ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ. ​ກໍມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ, ທ່ານ Gen Nakatani, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ກ່າວ​ເຕືອນ​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ກໍ່​ສ້າງ​​ເປີດກວ້າງ​ໝູ​່​ເກາະຢູ່​ເຂດ​ທະ​ເລ ອາດ​ຈະ​ຍູ້​ເຂດນີ້ຕົກ​ເຂົ້າ​ສູ່​ສະ​ພາບ​ວ​ຸ້ນ​ວາຍ,  ພ້ອມ​ທັງ​ເລັ່ງ​ລັດ​ບັນ​ດາ​ປະ​ເທດ, ໃນ​ນັ້ນ  ​ຈີນ ຄວນ​ມີ​ການ​ກະ​ທຳ​​ຮັບ​ຜິດ​ຊອບ. ໃນ​ຂະ​ນະ​ນັ້ນ, ທ່ານ Hishammuddin Hussein, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ເລັ່ງ​ລັດ​ບັນ​ດາ​ຝ່າຍ​ຈົ່ງ​ເຄົາ​ລົບ​ກົດ​ໝາຍ, ໃນ​ນັ້ນ ມີ​ຄວາມ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ.

        ກໍມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ​ ກ່ຽວກັບ​ບັນ​ຫາ​ປະ​ທະ​ກັນ​ຢູ່​ພາກ​ພື້ນ, ທ່ານ Ng Eng Hen, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ສິງ​ກະ​ໂປ ໄດ້​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ​ໃນ​ການ​ແກ້​ໄຂ​ຄວາມ​ຂ​ັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ໃນ​ບົດ​ປາ​ໄສ​ໄຂ​ກອງ​ປະ​ຊຸ​ມ Shangrila, ທ່ານ ຫລີ​ຊຽນ​ຫລົງ, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສິງ​ກະ​ໂປ ອີກ​ຄັ້ງ​ຫນຶ່ງ​ຍົກ​ໃຫ​້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ລວ​ມ, ຮຽກ​ຮ້ອງ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້ໄວເທົ່າ​ທີ່​ຈະ​ໄວ​ໄດ້. ທະ​ເລ​ຕາ​ເວັນ​ອອກ ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສະ​ຫະ​ພາບ​ເອີ​ລົບ. ໃນ​ຖະ​ແຫລງ​ການ​ຮ່ວມ​ຍົກ​ອອກ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ຍີ່​ປຸ່ນ - ສະ​ຫະ​ພາບ​ເອີ​ລົບ ໃນ​ຂ​ອບ​ເຂດກອງ​ປະ​ຊຸມ, ສອງ​ຝ່າຍ​ຢືນ​ຢັນ​ສືບ​ຕໍ່​ຕິດ​ຕາມ​ ​ສະ​ພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກຢ່າງ​ໃກ້​ຊິດ ແລະ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບໍ່​ວ່າ​ການ​ກະ​ທຳ​​ຕາມ​ລຳ​ພັງຝ່າຍ​ດຽວ​ໃດ​​​ແນ​ໃສ່ປ່ຽນ​ແປງສະ​ພາບ​ເດີມ ແລະ ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ. ຍີ່​ປຸ່ນ ຍັງ​ຍົກ​ອອກ​ຂໍ້​ສະ​ເຫນີ “ຂໍ້​ລິ​ເລີ່ມ​ກອງປະ​ຊຸ​ມ Shangrila” ເພື່ອ​ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ຢູ່​ພາກ​ພື້ນ, ໃນ​ນັ້ນ ມີ​ການ​ຕິດ​ຕາມກວດ​ກາ​ເຂດ​ນ່ານ​ຟ້າ​ ຢູ່ ທະ​ເລ​ຕາ​ເວັນ​ອອກ ໃນ​​ເວ​ລາຕະ​ຫ​ລອດ 24 ຊົ່ງ​ໂມງ ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊ​ຽນ ຮັບ​ຜິດ​ຊອບ.

ທີ່ ກອງປະ​ຊຸ​ມ Shangrila ຄັ້ງ​ນີ້, ຕໍ່​ຫນ້າ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປະ​ຊາ​ຄົມ​ໂລກ, ທ່ານ ຊວນ​ຈຽນ​ກົວ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ໄດ້​ເນັ້ນ​ຫນັກ​ວ່າ: ຈີນ ສືບ​ຕໍ່​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ​ມີ​ຄວາມ​ຮັບ​ຜິດ​ຊອບ, ເຄົາ​ລົບ​ບັນ​ດາ​ຫລັກ​ການ​ສາ​ກົນ. ບັນ​ດາ​ຫລັກ​ການ​ຂອງ ກົດ​ບັດ ສ​ປ​ຊ ຕ້ອງ​ໄດ້​ຮັບ​ການ​ເຄົາ​ລົບ ແລະ ແມ່ນ​ວິ​ທີ​ຫນຶ່ງ​ດຽວ​ເພື່ອ​ພັດ​ທະ​ນາ​ສັນ​ຕິ​ພາບ. ທ່ານ ຊວນ​ຈຽນ​ກົວ  ກໍ​ຢືນ​ຢັນ: ປັກ​ກີ່ງ ຈະ​ມີ​ຄວາມ​ຮັບ​ຜິດ​ຊອບແບກ​ຫາບ​ພ້ອມ​ກັບບັນ​ດາ​ປະ​ເທດ​ ບົນ​ຫລັກ​ການ​ຖື ສ​ປ​ຊ ແມ່ນ​ໃຈ​ກາງ​ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ພ້ອມ​ກັນ​ນັ້ນ ບັນ​ດາ​ປະ​ເທດ​ຄວນ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ໃຈ​ໃຈ, ຊອກ​ຫາ​ຈຸດ​ຄ້າຍ​ຄື​ກັນ​ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ.

        ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຢູ່ກອງປະ​ຊຸ​ມ Shangrila.

        ເຂົ້າ​ຮ່ວມ ກອງປະ​ຊຸ​ມ Shangrila ໃນ​ຖາ​ນະ​ແມ່ນ​ປະ​ເທດ​ມີ​ຜົນ​ປະ​ໂຫຍດ, ອະ​ທິ​ປະ​ໄຕ​ ຢູ່​ທະ​ເລ​ຕາ​ເວັນ​ອອກ, ພົນ​ໂທ ຫງວຽນ​ຈີວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ພົບ​ປະ, ໂອ້​ລົມ​ສົນ​ທ​ະ​ນາ​ຫລາຍ​ບັນ​ຫາ​ກັບ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ, ໃນ​ນັ້ນ ມີ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ ຫງວຽນ​ຈີວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວ​ຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຖື​ວ່າ: ທະ​ເລ​ຕາ​ເວັນ​ອອກ ໄດ້​ກາຍ​ເປັນ​ບັນ​ຫາ​ໃຫຍ່​ຂອງ​ພາກ​ພື້ນ. ສະ​ນັ້ນ ມີ​ຫລາຍ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໄດ້ ຍົກ​ອອກ​ຫລາຍມາດ​ຕະ​ການ​ຕາມ​ທ່າ​ອ່ຽງ​ລວມ ນັ້ນ​ແມ່ນ ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ປະ​ພຶດ, ເພື່ອ​ຮັບ​ປະ​ກັນ​ບໍ່​ມີ​ການ​ຄິດ​ໄລ່​ຜິດ​ພາດ, ບໍ່​ມີ​ການກ​ະ​ທຳ​ລະ​ເມີດ​ກົດ​ໝາຍ​ສາ​ກົນ, ພິ​ເສດ ບໍ່​ປະ​ໃຫ້​ເກີດ​ການ​ປະ​ທະ​ກັນ. ທ່າ​ອ່ຽງ​ລວ​ມ​ຂອງ​ໂລກ ແລະ ພາກ​ພື້ນ ກ​ໍ​ເຊັ່​ນດ​ຽ​ວ​ກັ​ນ​ກັບ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ. ນັ້ນ​ແມ່ນ ແກ້​ໄຂ​ທຸກ​ຄວາມ​ຂັດ​ແຍ້ງ, ຄວາມ​ແຕກ​ຕ່າງ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສະ​ເຫມີ​ພາບ ແລະ ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ.

        ຜ່ານ ກອງປະ​ຊຸ​ມ Shangrila ຄັ້ງ​ທີ 14, ຫວຽດ​ນາມ ກໍ​ຄື​ທຸກ​ປະ​ເທດ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ໂລກ ລ້ວນ​ແຕ່​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ, ກໍ່​ສ້າງ​ທະ​ເລ​ຕາ​ເວັນ​ອອກ ​ໃຫ້​ເປັນ​ທະ​ເລ​ສັນ​ຕິ​ພາບ, ເສ​ລີ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ