ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ປະ​ສົບ​ຜົນ​ສຳ​ເລັດ​ ນັບ​ທັງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ

(VOVWORLD) -  ວັນທີ 20 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ຢູ່ ປັກກິ່ງ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ ສີຈີ້ນຜິງ. ໝາກຜົນຂອງການປະຕິບັດງານໄດ້ຊີ້ໃຫ້ເຫັນ ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມື ແລະ ຮ່ວມສຳພັນເສດຖະກິດໃນພາກພື້ນ ແລະ ໃນທົ່ວໂລກ. ພ້ອມດຽວກັນນັ້ນ, ໄດ້ປັບປຸງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື.
ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ປະ​ສົບ​ຜົນ​ສຳ​ເລັດ​ ນັບ​ທັງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ເດີນທາງກັບຄືນເມືອປະເທດ (ພາບ: TTXVN)

ໃນສະພາບການເສດຖະກິດໂລກຖືກຊຸດໂຊມ, ລັດທິອາລັກຂາເພີ່ມຂຶ້ນ ແລະ ການຫັນເປັນໂລກາພິວັດ ມີສັນຍານຊັກຊ້າລົງ, ການເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຂອງທ່ານປະທານປະເທດ ຫວໍວັນເຖືອງ  ໄດ້ປະກອບສ່ວນປັບປຸງທ່າອ່ຽງເພີ່ມທະວີການຮ່ວມສຳພັນເສດຖະກິດໃນພາກພື້ນ ແລະ ທົ່ວໂລກ, ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.

ເປັນເຈົ້າການໃນການເພີ່ມທະວີການຮ່ວມມື, ຮ່ວມສຳພັນເສດຖະກິດພາກພື້ນ ແລະ ທົ່ວໂລກ

        ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບການນຳ ແລະ ຜູ້ຕາງໜ້າຂອງກວ່າ 140 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ແລກປ່ຽນບັນດາເນື້ອໃນ ແລະ ຫົວຂໍ້ສຳຄັນ ທີ່ໄດ້ຮັບຖືວ່າ ແມ່ນກຳລັງໜູນໃໝ່ຂອງວິວັດທະນາການຟື້ນຟູເສດຖະກິດຂອງແຕ່ລະປະເທດ ກໍຄືຂອງພື້ນຖານເສດຖະກິດທົ່ວໂລກ.

        ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີບົດກ່າວປາໄສທີ່ສຳຄັນໃນວາລະປຶກສາຫາລືຂັ້ນສູງ ກ່ຽວກັບຫົວຂໍ້ “ເສດຖະກິດດີຈີຕອນ ກຳລັງໜູນໃໝ່ຂອງການເຕີບໂຕ”. ເລື່ອງເຕື້ອງເຖິງຫົວຂໍ້ທີ່ມີລັກສະນະສະຖານະການ, ຫຼາຍປະເທດມີຄວາມສົນໃຈ, ໄດ້ຊີ້ໃຫ້ເຫັນການເຊື່ອມໂຍງ, ໄປທັນກັບທ່າອ່ຽງທົ່ວໂລກ ຂອງ ຫວຽດນາມ. ຜ່ານບົດກ່າວປາໄສ, ທ່ານປະທານປະເທດ ໄດ້ຊີ້ແຈ້ງການກຳນົດທິດພັດທະນາເສດຖະກິດດີຈີຕອນຂອງ ຫວຽດນາມ ແລະ ສະເໜີການຮ່ວມມືກ່ຽວກັບເສດຖະກິດດີຈີຕອນ ໂດຍອີງໃສ່ 3 ເສົາຄ້ຳ: ທີໜຶ່ງແມ່ນ ລະບອບລະບຽບການດີຈີຕອນ ເພື່ອສ້າງບັນດາຂໍ້ກຳນົດທີ່ເໝາະສົມ, ຮັບປະກັນຄວາມລຸລ່ວງ, ປອດໄພ, ຮັກສາຄວາມລັບຂອງຂໍ້ມູນ; ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ອະທິປະໄຕແຫ່ງຊາດ; ທີສອງແມ່ນ: ພື້ນຖານໂຄງລ່າງດີຈີຕອນ ເພື່ອຮັບປະກັນ ແລະ ຍົກສູງກຳລັງຄວາມສາມາດເຂົ້າຮ່ວມຂອງບັນດາປະເທດໃນພື້ນຖານເສດຖະກິດດີຈີຕອນທົ່ວໂລກ. ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງການເງິນສາກົນ, ບັນດາວິສາຫະກິດຮ່ວມມືລົງທຶນເຂົ້າໃນໂຄງການສ້າງໂຄງປະກອບພື້ນຖານໂຄງລ່າງຢູ່ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ; ທີສາມແມ່ນການຮ່ວມມືດ້ານຊັບພະຍາກອນມະນຸດດີຈີຕອນ ເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

        ເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ ໄດ້ປະກອບສຽງເວົ້າຂອງ ຫວຽດນາມ ເຂົ້າໃນການຊຸກຍູ້ການຮ່ວມມື, ຮ່ວມສຳພັນເສດຖະກິດ ແລະ ເຊື່ອມຕໍ່ໃນພາກພື້ນ. ການເຄື່ອນໄຫວຂອງທ່ານປະທານປະເທດ ໃນເຫດການນີ້ ກໍເພື່ອແນໃສ່ໂຄສະນາບັນດາຜົນງານພັດທະນາເສດຖະກິດ - ສັງຄົມ, ແບ່ງປັນບັນດາສານໃຫຍ່ກ່ຽວກັບເປົ້າໝາຍ, ທັດສະນະ, ການກຳນົດທິດພັດທະນາຂອງ ຫວຽດນາມ. ຈາກນັ້ນ, ກໍ່ດຶງດູດແຫຼ່ງກຳລັງສາກົນຢ່າງມີປະສິດທິຜົນ ເພື່ອຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ປະ​ສົບ​ຜົນ​ສຳ​ເລັດ​ ນັບ​ທັງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ກ່າວປາໄສ ທີ່ກອງປະຊຸມ (ພາບ: TTXVN)

       ປັບປຸງການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ - ຈີນ

        ກ່ຽວກັບການພົວພັນສອງຝ່າຍ, ການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ຈີນ. ໃນການປະຕິບັດງານຄັ້ງນີ້, ການພົບປະລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ກັບການນຳຫຼັກແຫຼ່ງຂອງ ຈີນ ໄດ້ຢັ້ງຢືນຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງຈະແຈ້ງ ກ່ຽວກັບການເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ; ສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກວ່າອີກ.

        ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ. ສິ່ງດັ່ງກ່າວ ຈະສ້າງບັນດາການນຳກົດທິດການຮ່ວມມືສຳຄັນໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມື ຈີນ ເພື່ອສືບຕໍ່ນຳການພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະໃໝ່.

        ບໍ່ພຽງແຕ່ປັບປຸງການພົວພັນສອງຝ່າຍກັບ ຈີນ ເທົ່ານັ້ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ໄດ້ມີການພົບປະສອງຝ່າຍສຳຄັນກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ. ໃນນັ້ນ ມີທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານປະທານາທິບໍດີບັນດາປະເທດ ອຸເບກິດສະຖານ, ສີລັງກາ.  ບັນດາການພົບປະທີ່ເຫຼົ່າມາຂ້າງເທິງນັ້ນ ໄດ້ຢັ້ງຢືນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ກໍຄື ຊຸກຍູ້ຄວາມມານະພະຍາຍາມສ້າງສາຍພົວພັນອັນດີງາມໃນໄລຍະຈະມາເຖິງ.

        ອາດເວົ້າໄດ້ວ່າ, ການໄປເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3, ຢູ່ປັກກິ່ງ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ; ຢັ້ງຢືນການຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ເປັນ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ມີໄຫວພິບ, ມີປະສິດທິຜົນ  ຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ./.

       

ຕອບກັບ

ຂ່າວ/ບົດ​ອື່ນ