ການເລືອກຕັ້ງຢູ່ອັງກິດ ແລະ ບັນຫາ Brexit

(VOVWORLD) -ວັນທີ 8/6, ຜູ້ມີສິດເລືອກຕັ້ງ ອັງກິດ ໄດ້ໄປປ່ອນບັດໃນການເລືອກຕັ້ງສະພາແຫ່ງຊາດ, ການເລືອກຕັ້ງກ່ອນກຳນົດເວລາສຳຄັນທີ່ສຸດນັບແຕ່ພາຍຫລັງປະເທດນີ້ ຖອນອອກຈາກ ສະຫະພາບເອີລົບ (EU). ໝາກຜົນການເລືອກຕັ້ງຈະສົ່ງຜົນກະທົບຫລາຍພໍສົມຄວນເຖິງວິວັດການເຈລະຈາຖອນອອກຈາກ EU ຂອງອັງກິດ ໃນໄລຍະຈະມາເຖິງ. 

ການເລືອກຕັ້ງຢູ່ອັງກິດ ແລະ ບັນຫາ Brexit - ảnh 1 ທ່ານນາງ ນາຍົກລັດຖະມົນຕີ Theresa May 

ພາບ:Vietnam+

ການແຂ່ງຂັນຍາດທີ່ນັ່ງຢູ່ ສະພາແຫ່ງຊາດ ອັງກິດ ໂດຍມີການເຂົ້າຮ່ວມຂອງພັກຮັກສາເດີມກຳອຳນາດ, ພັກກຳມະກອນ, ພັກປະຊາທິປະໄຕເສລີ, ພັກຊົນຊາດ Scotland, ພັກຂຽວ, ພັກເອກະລາດອັງກິດ ແລະ ພັກ Plaid Cymru  ຂອງເຂດ Wales. ເຖິງຢ່າງໃດກໍຕາມ, ແຕ່ດົນນານແລ້ວ ວົງການການເມືອງ ອັງກິດ ເຄີຍຢັ້ງຢືນວ່າ ນີ້ພຽງແຕ່ແມ່ນການຊ່ວງເສັງລະຫວ່າງພັກຮັກສາເດີມຂອງ ທ່ານນາງ ນາຍົກລັດຖະມົນຕີ Theresa May ແລະ ພັກກຳມະກອນ ໂດຍທ່ານ  Jenemy Corbyn ນຳພາ.

        ໃນການເລືອກຕັ້ງສະພາແຫ່ງຊາດນີ້, ຜູ້ມີສິດເລືອກຕັ້ງອັງກິດ ໄດ້ຄັດເລືອກສະມາຊິກສະພາແຫ່ງຊາດ (ສສຊ) 650 ຄົນ ແມນຂຶ້ນກັບບັນດາພັກອື່ນ. ການນຳພັກຫນຶ່ງທີ່ມີ ສສຊ ຫລາຍຄົນກວ່າໝູ່ ຈະກາຍເປັນນາຍົກລັດຖະມົນຕີ ອັງກິດເພື່ອສ້າງຕັ້ງລັດຖະບານ, ຊີ້ນຳບໍລິຫານປະເທດຊາດ.

        ການເລືອກຕັ້ງດຳເນີນໄປໃນສະພາບເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ອັງກິດ ພາຍຫລັງປະເທດນີ້ ເກີດການກໍ່ການຮ້າຍ 2 ຄັ້ງຢ່າງລຽນຕິດເຮັດໃຫ້ຫລາຍຄົນຖືກເສຍຊີວິດ.

        ທັດສະນະກ່ຽວກັບ Brexit ຂອງບັນດາພັກຝ່າຍຫລັກແຫລ່ງ

        ສຳລັບບໍ່ວ່າພັກຝ່າຍໃດຢູ່ ອັງກິດ, ທັດສະນະເຈລະຈາກັບ EU ກ່ຽວກັບບັນຫາ Brexit ແມ່ນຫນ້າທີ່ສຳຄັນຕົ້ນຕໍ ແລະ ແມ່ນປັດໄຈແຂ່ງຂັນການເລືອກຕັ້ງທີ່ຂາດບໍ່ໄດ້. ສິ່ງດັ່ງກ່າວຍິ່ງພິເສດກວ່າສຳລັບທ່ານນາງນາຍົກລັດຖະມົນຕີ Theresa May ຍ້ອນ Brexit ແມ່ນສາຍເຫດຕົ້ນຕໍພາໄປເຖິງຂໍ້ຕົກລົງດຳເນີນການເລືອກຕັ້ງກ່ອນກຳນົດເວລາ 3 ປີຂອງ ທ່ານນາງນາຍົກລັດຖະມົນຕີ Theresa May. ຕາມທ່ານນາງແລ້ວ, ການເລືອກຕັ້ງທົ່ວປະເທດດຳເນີນກ່ອນກຳນົດເວລາ ແມ່ນວິທີຫນຶ່ງດຽວເພື່ອຮັບປະກັນສະຖຽນລະພາບດ້ານການເມືອງໃນຫລາຍປີ ຈົນເຖິງເວລາ ອັງກິດ ພວມສົ່ງເສີມວິວັດການເຈລະຈາຖອນອອກຈາກ EU. ສະນັ້ນ ໃນຕະຫລອດວິວັດການຫາສຽງເລືອກຕັ້ງ, ການນຳພັກຮັກສາເດີມ ທ່ານນາງນາຍົກລັດຖະມົນຕີ Theresa May ມີທັດສະນະສະເຫມີຕົ້ນສະເຫມີປາຍ ແມ່ນເຄົາລົບບັນດາຂໍ້ຕົກລົງຖອນອອກຈາກ EU  ແລະຫນ້າທີ່ ຂອງລັດຖະບານ ແມ່ນປະຕິບັດຄຳຮຽກຮ້ອງນັ້ນຂອງຜູ້ມີສິດເລືອກຕັ້ງ. ທ່ານນາງ ໄດ້ຢືນຢັນວ່າ ພັກຮັກສາເດີມ ມີຄວາມສາມາດນຳພາການເຈລະຈາ Brexit ສຳເລັດຜົນ. ທ່ານນາງນາຍົກລັດຖະມົນຕີ Theresa May ກໍ່ສະແດງຄວາມເຊື່ອໝັ້ນຕໍ່ຂໍ້ຕົກລົງ Brexit ເມື່ອເນັ້ນຫນັກວ່າ ເລື່ອງຖອນອອກຈາກ EU ແລະ ບັນຫາ Brexit ສຳເລັດ, ປະເທດ ອັງກິດ ອາດຈະກາຍເປັນປະເທດການຄ້າໃຫຍ່ໃນທົ່ວໂລກ, ມີຄວາມເຂັ້ມແຂງກວ່າ, ຍຸຕິທຳ ແລະ ວັດທະນາຖາວອນກວ່າ, ປະເທດອັງກິດທີ່ມີຄວາມເຊື່ອໝັ້ນດ້ວຍຕົນເອງ, ເປັນເອກະພາບ ແລະ ຄວາມສະຫງົບປອດໄພກວ່າ. ເຖິງຢ່າງໃດກໍຕາມ, ນັກການເມືອງ ອັງກິດ ກໍຖະແຫລງທັດສະນະແຂງກະດ້າງໃນການເຈລະຈາບັນຫາ Brexit ນັ້ນແມ່ນ “ບໍ່ມີຂໍ້ຕົກລົງແມ່ນຈະດີກວ່າຂໍ້ຕົກລົງທີ່ບໍ່ມີຜົນດີຕໍ່ອັງກິດ”. ທ່ານນາງໃຫ້ຮູ້ວ່າ:  ຈະອອກຈາກການເຈລະຈາ ຖ້າຫາກ EU ຮຽກຮ້ອງອັງກິດ ຈ່າຍ ຈຳນວນເງິນ 100 ຕື້ ປອນ ຍ້ອນອັງກິດ ຕົກລົງຖອນອອກຈາກ EU. ສຳລັບຜູ້ມີສິດເລືອກຕັ້ງ ຢູ່ ອັງກິດ, ຈຳນວນຫນຶ່ງມີຄວາມຍ້ອງຍໍທ່ານນາງ Theresa May ວ່າ ບໍ່ແລກເອົາເລື່ອງຖອນອອກຈາກ EU ດ້ວຍທຸກວິທີ,  ສ່ວນຈຳນວນຫນຶ່ງມີຄວາມວິຕົກກັງວົນຕໍ່ທ່າທີ່ແຂງກະດ້າງຂອງທ່ານນາງ ຈະເຮັດໃຫ້ປະເທດ ອັງກິດ ບໍ່ໄດ້ຮັບຜົນດີໃນການເຈລະຈາກໍຄື ອະນາຄົດການພົວພັນດ້ານການຄ້າຂອງ ລອນດອນ ກັບ EU ພິເສດ ແມ່ນວົງການນັກລົງທຶນ, ທະນາຄານ, ການເງິນ.

        ໂດຍມີການສະຫນັບສະຫນູນ ອັງກິດ ອອກຈາກ EU ແຕ່ປະທານພັກກຳມະກອນ Jeremy Corbyn ພັດມີທິດສຳຜັດອັນຄ່ອງແຄ້ວ ເມື່ອບຸລິມະສິດການເຈລະຈາເພື່ອໃຫ້ອັງກິດໄດ້ມີສິດສຳຜັດຢ່າງເສລີເຂົ້າຕະຫລາດ EU. ທ່ານ Corbyn  ຕີລາຄາເຖິງບົດບາດສຳຄັນຂອງ EU ສຳລັບ ເສດຖະກິດຂອງອັງກິດ, ສະນັ້ນ ບໍ່ມີເລື່ອງວ່າ “ບໍ່ມີຂໍ້ຕົກລົງກັບ EU ແມ່ນຈະດີກວ່າ” ຫາກພັກກຳມະກອນ ມຸ້ງໄປເຖິງຂໍ້ຕົກລົງດ້ານການຄ້າກັບ EU ຢ່າງເໝາະສົມທີ່ສຸດ.  ສຳລັບພົນລະເມືອງ EU, ໂຄສົກຂອງພັກກຳມະກອນ ກ່ຽວກັບ Brexit, ທ່ານ  Keir Starmer ໄດ້ເນັ້ນຫນັກວ່າ ບັນດາພົນລະເມືອງ EU ບໍ່ພຽງແຕ່ປະກອບສ່ວນຫລາຍສົມຄວນໃຫ້ແກ່ສັງຄົມ ອັງກິດ ເທົ່ານັ້ນ ຫາກເຂົາເຈົ້າຍັງແມ່ນສ່ວນຫນຶ່ງຂອງສັງຄົມ ອັງກິດອີກດ້ວຍ, ສະນັ້ນ ພົນລະເມືອງ EU ບໍ່ຄວນນຳໃຊ້ຄືດັ່ງ “ສິ່ງເພື່ອຕໍ່ລອງ” ໃນວິວັດການ Brexit. ທ່ານ Staimer ກໍ່ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານໂດຍພັກກຳມະກອນ ນຳພາ ຈະຮັບປະກັນສິດຜົນປະໂຫຍດໃຫ້ພົນລະເມືອງ EU ທີ່ພວມດຳລົງຊີວິດຢູ່ ອັງກິດ ໃນທັນທີ, ຮັກສາດ້ານນິຕິທຳຢ່າງຄົບຖ້ວນໃຫ້ເຂົາເຈົ້າ ພ້ອມກັນນັ້ນ ລັດຖະບານ ຈະຊອກໄດ້ບັນດາສິດຜົນປະໂຫຍດສຳລັບພົນລະເມືອງ ອັງກິດ ພວມດຳລົງຊີວິດ ຢູ່ ບັນດາປະເທດ EU.

ບັນດາສິ່ງທ້າທາຍສຳລັບປະເທດ ອັງກິດ ພາຍຫລັງການເລືອກຕັ້ງ

ເຖິງແມ່ນວ່າ ພັກໃດຍາດໄດ້ໄຊຊະນະໃນການເລືອກຕັ້ງ ສະພາແຫ່ງຊາດ ອັງກິດ ໃນວັນທີ 8 ມິຖຸນາ ກໍ່ຕ້ອງປະເຊີນຫນ້າກັບໄພກໍ່ການຮ້າຍ, ຄວາມສະຫງົບປອດໄພ ແລະ ຄວາມຫຍຸ້ງຍາກກ່ຽວກັບເສດຖະກິດ. ອົງການສືບລາຊະການລັບ ອັງກິດ ໃຫ້ຮູ້ວ່າ: ປະຈຸບັນ ມີພວກຫົວຮຸນແຮງປະມານ 23.000 ຄົນ ພວມດຳລົງຊີວິດຢູ່ປະເທດນີ້  ແມ່ນນອນໃນເປົ້າໝາຍອາດຈະປະຕິບັດບັນດາເຫດບຸກໂຈມຕີກໍ່ການຮ້າຍ. ສິ່ງທ້າທາຍກ່ຽວກັບບັນຫາເສດຖະກິດ, ບັນດາຕົວເລກຫວ່າງແລ້ວນີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດ ອັງກິດ ອາດຈະເຕີບໂຕຊັກຊ້າ ເມື່ອປະເທດນີ້ເລີ່ມຕົ້ນການເຈລະຈາບັນດາລະບຽບການຖອນອອກຈາກ EU.

ເກືອບ 1 ປີ ພາຍຫລັງເຫດການຫາສຽງເລືອກຕັ້ງເມື່ອວັນທີ 23 ມີຖຸນາປີ 2016 ໄດ້ເຮັດໃຫ້ວົງການການເມືອງ ເອີລົບ ຖືກຜົນສະທ້ອນ, ວັນທີ 8 ມິຖຸນາປີ 2017, ຜູ້ມີສິດເລືອກຕັ້ງ ອັງກິດ ໄດ້ໄປປ່ອນບັດເພື່ອສ້າງຄວາມສະດວກໃຫ້ວິວັດການເຈລະຈາຖອນອອກຈາກ EU. ມີຍຸດທະສາດ Brexit ສາມາດປົກປ້ອງຜົນປະໂຫຍດຂອງອັງກິດຢ່າງສຸດຂີດ ພ້ອມກັບບັນດາມາດຕະການຕ້ານກໍ່ການຮ້າຍຢ່າງມີປະສິດທິຜົນ ນັ້ນແມ່ນສິ່ງທີ່ຜູ້ມີສິດເລືອກຕັ້ງ ອັງກິດ ມີຄວາມຕ້ອງການ. ສະນັ້ນ ພັກໃດຍາດໄດ້ໄຊຊະນະໃນການເລືອກຕັ້ງຄັ້ງນີ້ ຕ້ອງສ້າງໃຫ້ໄດ້ລັດຖະບານມີຄວາມເຂັ້ມແຂງ, ສາມັກຄີ ເພື່ອນຳພາປະເທດຊາດໃນວິວັດການເຈລະຈາຖອນອອກຈາກ EU ຊື່ງເລີ່ມເຄື່ອນໄຫວ ໃນວັນທີ  19 ມິຖຸນາ ພາຍຫລັງດຳເນີນການເລືອກຕັ້ງ 11 ມື້.

ຕອບກັບ

ຂ່າວ/ບົດ​ອື່ນ